ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລັດຖະມົນຕີການຕ່າງປະເທດລາວ ແລະ ຫວຽດນາມພົບປະກັນ

Jan 9, 2026

ຕອນແລງວັນທີ 8 ມັງກອນ 2026, ທີ່ ຫ້ອງວ່າການສູນກາງພັກ, ສະຫາຍ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດລາວ ໄດ້ຕ້ອນຮັບ ແລະ ພົບປະກັບ ສະຫາຍ ເລຮວາຍຈູງ, ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ, ໃນໂອກາດທີ່ໄດ້ຮັບການແຕ່ງຕັ້ງເປັນຜູ້ຕາງໜ້າພິເສດຈາກສະຫາຍ ໂຕ ເລິມ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ມາຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກປະຊາຊົນປະຕິວັດລາວ ທີ່ອັດລົງດ້ວຍຜົນສໍາເລັດອັນຈົບງາມ.

ໃນໂອກາດນີ້, ສະຫາຍ ເລຮວາຍຈູງ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດອັນງົບງາມຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກປະຊາຊົນປະຕິວັດລາວ ທີ່ຈັດຂຶ້ນລະຫວ່າງວັນທີ 6-8 ມັງກອນ 2026 ກໍຄື ບັນດາຜົນສຳເລັດໃນການປົກປັກຮັກສາ ແລະ ສ້າງສາພັດທະນະປະເທດຊາດ ທີ່ ສປປ ລາວ ຍາດມາໄດ້ຕະຫຼອດໄລຍະຜ່ານມາ, ພ້ອມທັງສະແດງຄວາມຊົມເຊີຍຕໍ່ສະຫາຍ ທອງສະຫວັນ ພົມວິຫານ ທີ່ສືບຕໍ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ ໄດ້ເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກ ສະໄໝທີ XII.
ສະຫາຍ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມປິຕິຍິນດີ ແລະ ຂອບໃຈ ຕໍ່ຄໍາເວົ້າອັນຈົບງາມ ຂອງ ສະຫາຍ ເລຮວາຍຈູງ ພິເສດແມ່ນການຕີລາຄາສູງຕໍ່ຜົນສຳເລັດ ທີ່ ສປປ ລາວ ຍາດມາໄດ້ໃນໄລຍະຜ່ານມາ ແລະ ການສະແດງຄວາມຊົມເຊີຍຕໍ່ຜົນສຳເລັດກອງປະຊຸມໃຫຍ່ ຄັ້ງທີ XII ຂອງ ພັກປະຊາຊົນ ປະຕິວັດລາວ ໃນຄັ້ງນີ້, ຊຶ່ງບັນດາໝາກຜົນ ທີ່ ສປປ ລາວ ຍາດມາໄດ້ ໃນພາລະກິດແຫ່ງການຕໍ່ສູ້ກູ້ຊາດໃນເມື່ອກ່ອນ ກໍຄືໃນພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນປັດຈຸບັນ ຍ້ອນການສະໜັບສະໜູນ ແລະ ຊ່ວຍເຫຼືອຢ່າງຈິງໃຈ ຈາກວົງຄະນະຍາດສາກົນ, ໂດຍສະເພາະການຊ່ວຍເຫຼືອຢ່າງລໍ້າຄ່າ ແລະ ທັນການ ຂອງພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງທີ່ມີຕໍ່ພັກ, ລັດ ແລະ ປະຊາຊົນລາວ.ພ້ອມນີ້, ສະຫາຍ ທອງສະຫວັນ ພົມວິຫານ ຍັງໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ບັນດາຜົນສໍາເລັດ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະ 80 ປີຜ່ານມາ, ໂດຍສະເພາະພາຍຫຼັງການປະຕິບັດນະໂຍບາຍການປ່ຽນແປງໃໝ່ ໃນ 4 ທົດສະວັດທີ່ຜ່ານມາ, ພິເສດແມ່ນການພັດທະນາເສດຖະກິດ-ສັງຄົມ ທີ່ ສະຫາຍຫວຽດນາມ ຍາດມາໄດ້ໃນປີ 2025 ແລະ ມີຄວາມເຊື່ອໝັ້ນຢ່າງຍິ່ງວ່າ ສະຫາຍຫວຽດນາມ ຈະສືບຕໍ່ຍາດໄດ້ຜົນສຳເລັດອັນໃຫຍ່ຫຼວງກວ່າເກົ່າ ທີ່ມີຄວາມໝາຍທາງດ້ານປະຫວັດສາດ, ພິເສດແມ່ນການຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງ ພັກກອມມູນິດຫວຽດນາມ ທີ່ຈະມີຂຶ້ນທ້າຍເດືອນມັງກອນ 2026.


ໃນການພົບປະຄັ້ງນີ້, ສອງສະຫາຍລັດຖະມົນຕີການຕ່າງປະເທດ ລາວ ແລະ ຫວຽດນາມ ໄດ້ເຫັນດີເປັນເອກະພາບ ຕໍ່ການຖືສຳຄັນ ແລະ ຖືເປັນບຸລິມະສິດຕົ້ນຕໍ ໃນການຖະໜຸຖະໜອມ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຄູ່ຮ່ວມຍຸດທະສາດ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ – ຫວຽດນາມອ້າຍນ້ອງ, ໂດຍສະເພາະການສືບຕໍ່ຊຸກຍູ້ ແລະ ຕິດຕາມບັນດາກະຊວງ, ຂະແໜງການສູນກາງ ແລະ ທ້ອງຖິ່ນ ໃນການຈັດຕັ້ງຜັນຂະຫຍາຍ ຂໍ້ຕົກລົງຂອງສອງກົມການເມືອງ ກໍຄືຜົນກອງປະຊຸມ ຄັ້ງທີ 48 ຂອງຄະນະກຳມະການຮ່ວມມື ລາວ-ຫວຽດນາມ ເພື່ອການເຊື່ອມໂຍງເຊື່ອມຈອດພື້ນຖານເສດຖະກິດ ໃຫ້ເປັນຮູບປະທຳ ແລະ ນຳເອົາຜົນປະໂຫຍດທີ່ແທ້ຈິງມາສູ່ປະຊາຊົນສອງປະເທດ.
ສອງຝ່າຍ ໄດ້ສະແດງຄວາມຊົມເຊີຍຜົນສຳເລັດຂອງກອງປະຊຸມເປິກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີ ຄັ້ງທີ 12 ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ທີ່ຈັດຂຶ້ນໃນເດືອນທັນວາ 2025 ທີ່ຫວຽດນາມ, ພ້ອມທັງເຫັນດີສືບຕໍ່ປະສານສົມທົບກັນຢ່າງໃກ້ຊິດ ເພື່ອຜັນຂະຫຍາຍຂໍ້ຕົກລົງວ່າການຮ່ວມມື ລະຫວ່າງສອງກະຊວງການຕ່າງປະເທດ ໄລຍະປີ2026 – 2030 ໃຫ້ມີປະສິດພາບ ແລະ ປະສິດທິຜົນ, ໂດຍສະເພາະການເຮັດໜ້າທີ່ເປັນເສນາທິການໃຫ້ແກ່ ພັກ, ລັດ ຂອງສອງປະເທດ, ລວມເຖິງການກະກຽມຮອບດ້ານໃຫ້ແກ່ການແລກປ່ຽນການຢ້ຽມຢາມຂອງການນໍາຂັ້ນສູງຂອງສອງປະເທດໃນຕໍ່ໜ້າ.