ໃນຄຳອວຍພອນປີໃໝ່ສາກົນ 2026 ຂອງທ່ານ ສີຈິ້ນຜິງ ໄດ້ກ່າວເຖິງເລື່ອງມະຫັດສະຈັນຂອງຈີນຄື: ຫຸ່ນຍົນມະນຸດທີ່ສາມາດສະແດງ “ກັງຟູ” ໄດ້.

ໃນໂອກາດປີໃໝ່ສາກົນ 2026 , ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ກ່າວຄຳອວຍພອນປີໃໝ່ຜ່ານທາງວິທະຍຸໂທລະພາບສູນກາງຈີນ ຫຼື CMG ແລະ ຜ່ານທາງອິນເຕີເນັດ. ໃນຄຳອວຍພອນປີໃໝ່, ທ່ານ ສີຈິນຜິງ ໄດ້ທົບທວນຄືນຜົນງານອັນໜັກແໜ້ນທີ່ຈີນຍາດມາໄດ້ໃນຕະຫຼອດໄລຍະໜຶ່ງປີຜ່ານມາ, ໃນນີ້ ເມື່ອເວົ້າເຖິງຜົນສຳເລັດອັນໂດດເດັ່ນໃນດ້ານວິທະຍາສາດເຕັກໂນໂລຊີຂອງຈີນ, ເພິ່ນໄດ້ອຸທານຂຶ້ນມາວ່າ: “ຫຸ່ນຍົນມະນຸດໄດ້ສະແດງໃຫ້ເຫັນ‘ກັງຟູ’ຂອງຕົນ”.
ຫຸ່ນຍົນ ມີສົມຍານາມວ່າ “ໄຂ່ມຸກເທິງມົງກຸດແຫ່ງອຸດສາຫະກຳການຜະລິດ”, ການຄົ້ນຄວ້າພັດທະນາ, ຜະລິດ ແລະປະຍຸກໃຊ້ຫຸ່ນຍົນເປັນຂີດໝາຍສຳຄັນທີ່ຊັ່ງຊາລະດັບການປະດິດສ້າງດ້ານວິທະຍາສາດເຕັກໂນໂລຊີ ແລະ ອຸດສາຫະກຳການຜະລິດທັນສະໄໝຂອງປະເທດໜຶ່ງ.

ໃນໄລຍະປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5ປີຄັ້ງທີ13 (2016-2020), ອຸດສາຫະກຳຫຸ່ນຍົນຂອງຈີນ ໄດ້ກ້າວເຂົ້າສູ່ໄລຍະການພັດທະນາຢ່າງວ່ອງໄວ, ໂດຍອາໄສການປະດິດສ້າງຢ່າງຕໍ່ເນື່ອງ ແລະການປະຍຸກຢ່າງເລິກເຊິ່ງ, ການເຕີບໂຕແບບສັງລວມຂອງຂະໜາດອຸດສາຫະກຳຫຸ່ນຍົນຂອງຈີນ ໄດ້ບັນລຸປະມານ15%ຕໍ່ປີ, ປີ 2020, ອັດຕາສ່ວນການນຳໃຊ້ຫຸ່ນຍົນຂອງພະນັກງານອຸດສາຫະກຳການຜະລິດຂອງຈີນໄດ້ບັນລຸເຖິງ 246ໂຕ ຕໍ່ໝື່ນຄົນ, ເທົ່າກັບລະດັບສະເລ່ຍຂອງໂລກເກືອບ 2 ເທົ່າ ເຊິ່ງສະແດງໃຫ້ເຫັນເຖິງຄວາມມີຊີວິດຊີວາອັນເຂັ້ມແຂງຂອງອຸດສາຫະກຳຫຸ່ນຍົນຈີນ.
ເພື່ອຊຸກຍູ້ການພັດທະນາທີ່ມີຄຸນນະພາບສູງຂອງອຸດສາຫະກຳຫຸ່ນຍົນ, ປີ 2021, 15 ພາກສ່ວນຂອງຈີນເຊັ່ນ: ກະຊວງອຸດສາຫະກຳ ແລະເຕັກໂນໂລຊີຂໍ້ມູນຂ່າວສານເປັນຕົ້ນ ໄດ້ຮ່ວມສຳພັນເຜີຍແຜ່ແຜນພັດທະນາອຸດສາຫະກຳຫຸ່ນຍົນ ໃນໄລຍະປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 14(2021-2025) ເຊິ່ງແຜນການດັ່ງກ່າວໄດ້ກຳນົດຢ່າງຈະແຈ້ງວ່າ: ຮອດ 2025, ຈີນຕ້ອງສ້າງໃຫ້ເປັນແຫຼ່ງກຳເນີດການປະດິດສ້າງເຕັກໂນໂລຊີຫຸ່ນຍົນ, ສູນລວມສູນອຸດສາຫະກຳການຜະລິດຫຸ່ນຍົນທັນສະໄໝ ແລະ ຈຸດສຸມໃໝ່ແຫ່ງການປະຍຸກໃຊ້ຫຸ່ນຍົນແບບກວມລວມຂອງໂລກ.

ກາງລະດູຮ້ອນປີ 2022, ທ່ານ ສີຈິ້ນຜິງ ໄດ້ເດີນທາງໄປຢ້ຽມຢາມບໍລິສັດຫຸ່ນຍົນ ແລະອຸປະກອນອັດຕະໂນມັດຊິນຊົ່ງເສີນຢາງ ຫຸ້ນສ່ວນຈຳກັດ ຂອງແຂວງຫຼຽວໜິງເພື່ອເກັບກຳຊອກຮູ້ສະພາບການຕ່າງໆຂອງບໍລິສັດດັ່ງກ່າວ ໃນການດຳເນີນການບຸກບືນແກ້ຂອດຫຍຸ້ງຍາກດ້ານເຕັກໂນໂລຊີສຳຄັນຕົ້ນຕໍ ແລະອື່ນໆ.
ທ່ານ ສີຈິ້ນຜິງ ໃຫ້ຄຳຊີ້ນຳວ່າ: “ຕ້ອງແຂ່ງກັບເວລາຊຸກຍູ້ການເພິ່ງຕົນເອງ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງດ້ານວິທະຍາສາດເຕັກໂນໂລຊີ, ຍາດທຸກເວລານາທີເພື່ອແກ້ໄຂບັນຫາ ທີ່ຖືກຕ່າງປະເທດ ‘ບີບຄໍ’, ພະຍາຍາມສູ້ຊົນກຳເອົາເຕັກນິກສຳຄັນຕົ້ນຕໍ ແລະອຸດສາຫະກຳການຜະລິດອຸປະກອນໄວ້ຢູ່ໃນມືຂອງພວກເຮົາເອງ”.
ຈາກການຊຸກຍູ້ດ້ວຍປັດໄຈຫຼາຍດ້ານຄື ການນຳພາຈາກນະໂຍບາຍ, ການປັບປຸງຍົກລະດັບອຸດສາຫະກຳ, ການປັບປຸງຕ່ອງໂສ້ການສະໜອງໃຫ້ສົມບູນ ແລະ ການພັດທະນາອຸດສາຫະກຳຂະຫຍາຍຕົວລົງສູ່ລວງເລິກ ແລະລວງກວ້າງ, ໃນໄລຍະແຜນການ 5 ປີຄັ້ງທີ 14, ກຳລັງສັງລວມຂອງອຸດສາຫະກຳຫຸ່ນຍົນຈີນໄດ້ຍົກສູງຂຶ້ນຢ່າງຫຼວງຫຼາຍ.

ດ້ານການປະດິດສ້າງແຫ່ງການຄົ້ນຄວ້າວິທະຍາສາດ, ນັບມາຮອດເດືອນກໍລະກົດ ປີ2024, ຈີນມີສິດທິບັດທີ່ກ່ຽວຂ້ອງກັບຫຸ່ນຍົນຫຼາຍກວ່າ 190.000 ລາຍການ, ກວມປະມານ 2/3 ຂອງໂລກ. ການຄົ້ນຄວ້າຜະລິດຫຸ່ນຍົນອຸດສາຫະກຳສະມັດຖະນະສູງທີ່ປະຕິບັດງານຕ່າງໆເຊັ່ນ: ການບັນທຸກນ້ຳໜັກຫຼາຍ, ການຈອດເຫຼັກ, ການພົ່ນສີ ເປັນຕົ້ນ ໄດ້ປະສົບຜົນສຳເລັດ ເຊິ່ງໄດ້ອັດຊ່ອງຫວ່າງຂົງເຂດຫຸ່ນຍົນທັນສະໄໝ.
ດ້ານການພັດທະນາຂອງເຂດແຄວ້ນຕ່າງໆ. ນະຄອນຫຼວງປັກກິ່ງ, ກຳແພງນະຄອນທຽນສິນ ແລະ ແຂວງເຫີເປີຍ, ກຳແພງນະຄອນຊຽງໄຮ, ນະຄອນກວາງໂຈ່ວ ແລະແຫ່ງອື່ນໆ ຕ່າງກໍໄດ້ສຸມໃສ່ເປົ້າໝາຍສ້າງໃຫ້ເປັນສູນລວມສູນດ້ານອຸດສາຫະກຳຫຸ່ນຍົນ, ຊຸກຍູ້ການແບ່ງປັນຊັບພະຍາກອນຕ່າງໆເຊັ່ນ: ການປະດິດສ້າງ, ການຜະລິດ ແລະການບໍລິການເປັນຕົ້ນ, ບັນລຸໃຫ້ຕ່ອງໂສ້ອຸດສາຫະກຳ, ຕ່ອງໂສ້ການສະໜອງ ແລະຕ່ອງໂສ້ການປະດິດສ້າງດ້ານຫຸ່ນຍົນ ພັດທະນາກ້າວກະໂດດໄປພ້ອມກັນ.
ດ້ານການບຸກເບີກຕະຫຼາດ. ປີ 2024, ຫຸ່ນຍົນອຸດສາຫະກຳທີ່ເປັນຫຍີ່ຫໍ້ຕົນເອງຂອງຈີນ ໄດ້ຖືສ່ວນແບ່ງຕະຫຼາດພາຍໃນປະເທດຫຼາຍກວ່າ 50% ເປັນຄັ້ງທຳອິດ ຄືບັນລຸເຖິງ 58,5%. ໃນ 3 ໄຕມາດທຳອິດຂອງ ປີ 2025, ປະລິມານການຜະລິດຫຸ່ນຍົນອຸດສາຫະກຳຂອງຈີນໄດ້ບັນລຸເຖິງ 595.000 ໂຕ, ຫຸ່ນຍົນບໍລິການ 13.500.000 ຊຸດ, ປະລິມານການຜະລິດຫຸ່ນຍົນທັງສອງປະເພດນີ້ ລ້ວນແຕ່ໄດ້ຫຼາຍກວ່າປະລິມານການຜະລິດໃນໝົດປີ2024.
ດ້ານການປະຍຸກ, ຈາກການປະຕິບັດງານພິເສດຮອດການຄຸ້ມຄອງເຫດສຸກເສີນ, ຈາກການຜະລິດອຸດສາຫະກຳຮອດການຈໍລະຈອນສິນຄ້າ ແລະການເກັບມ້ຽນໃນຄັງສາງ, ຈາກເວທີງານລາຕີສະຫຼອງບຸນກຸດຈີນຮອດສະໜາມແຂ່ງຂັນກິລາມາລາທອນ, ຈາກການບໍລິການວຽກໃນເຮືອນຮອດການຊ່ວຍປິ່ນປົວສຸຂະພາບ, ຜະລິດຕະພັນປັນຍາປະດິດປະສານກາຍະພາບຫຼື EAI ຂອງຈີນໄດ້ບັນລຸການຫັນປ່ຽນຈາກ “ການສະແດງເທິງເວທີ” ສູ່ “ການປະຍຸກໃຊ້ໃນຊີວິດປະຈຳວັນ”.

ປັດຈຸບັນ, ອຸດສາຫະກຳຫຸ່ນຍົນຈີນໄດ້ສ້າງເປັນລະບົບຕ່ອງໂສ້ອຸດສາຫະກຳອັນຄົບຖ້ວນທີ່ກວມເຖິງອາໄຫຼ່ ແລະຊີ້ນສ່ວນສຳຄັນ, ການຜະລິດຫຸ່ນຍົນ ແລະ ການປະຍຸກໃຊ້ແບບກວມລວມ.
ປີ 2025 ຖືກເອີ້ນເປັນປີທຳອິດແຫ່ງການຫັນເປັນອຸດສາຫະກຳປັນຍາປະດິດປະສານກາຍະພາບ ຫຼື EAI, ກອງປະຊຸມຄົບຄະນະຄັ້ງທີ 4 ຂອງຄະນະກຳມະການສູນກາງພັກຄອມ ມູນິດຈີນສະໄໝທີ 20 ໄດ້ຮັບຮອງຂໍ້ສະເໜີຂອງສູນກາງພັກ ກ່ຽວກັບການວາງ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 15(2026-2030)ໂດຍໄດ້ຈັດເອົາ EAI ເປັນໜຶ່ງໃນອຸດສາຫະກຳໃນອະນາຄົດ ທີ່ວາງແຜນພັດທະນາແບບລ່ວງໜ້າ. ໃນໄລຍະແຜນການ 5ປີ ຄັ້ງທີ15, ອຸດສາຫະກຳຫຸ່ນຍົນຈີນຈະຫັນປ່ຽນຢ່າງເລິກເຊິ່ງຕາມທິດອັດສະລິຍະ ແລະການເຊື່ອມໂຍງ, ເພື່ອບັນລຸການຫັນປ່ຽນຈາກການຂະຫຍາຍຕົວດ້ານຂະໜາດສູ່ການຍົກສູງຄຸນະພາບ. ມີສະຖາບັນຄົ້ນຄວ້າຄາດຄະເນໄວ້ວ່າ, ໃນໄລຍະແຜນການ 5ປີ ຄັ້ງທີ15, ຂະໜາດອຸດສາຫະກຳຫຸ່ນຍົນຈີນ ຈະຂະຫຍາຍຕົວເຖິງລະດັບປະມານ 400 ຕື້ຢວນ, ມູນຄ່າການຕະຫຼາດຈະຄອງອັນດັບໜຶ່ງຂອງໂລກຢ່າງໝັ້ນທ່ຽງ.
ຫຸ່ນຍົນທີ່ຈີນຜະລິດເອງທີ່ກຳລັງປະຕິບັດງານໃນຂົງເຂດຕ່າງໆເຫຼົ່ານີ້ໄດ້ກາຍເປັນ ແລະຈະສືບຕໍ່ເປັນຄຳອະທິບາຍອັນມີຊີວິດຊີວາຕໍ່ “ສິ່ງອັດສະຈັນຂອງຈີນ”.


