ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຖະແຫຼງຂ່າວ ຜົນສໍາເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ຕໍ່ບັນດາທູຕານຸທູດຕ່າງປະເທດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນປະຈໍາລາວ

Jan 10, 2026

ວັນທີ 9 ມັງກອນ2026 ທີ່ຫໍປະຊຸມແຫ່ງຊາດ ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຖະແຫຼງຂ່າວຕໍ່ທູຕານຸທູດຕ່າງປະເທດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນປະຈໍາລາວ ກ່ຽວກັບຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ.


ສະຫາຍ ທອງສະຫວັນ ພົມວິຫານ ໄດ້ແຈ້ງໃຫ້ຮູ້ວ່າ: ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ພາຍໃຕ້ຄໍາຂວັນ: “ຍົກສູງບົດບາດ ການນໍາພາທີ່ເຂັ້ມແຂງຂອງພັກ, ຕັ້ງໜ້າສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ” ຈັດຂື້ນລະຫວ່າງວັນທີ 6 ຫາ 8 ມັງກອນ 2026 ດ້ວຍຜົນສຳເລັດຢ່າງຈົບງາມ. ກອງປະຊຸມໃຫຍ່ຂອງພັກໄດ້ວາງຈຸດໝາຍ ຮອດປີ 2055 ກໍຄືໃນໂອກາດວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 100 ປີ ສູ້ຊົນສ້າງປະເທດຊາດໃຫ້ກາຍເປັນປະເທດກໍາລັງພັດທະນາ, ມີລາຍຮັບປານກາງສູງ ຫຍັບເຂົ້າໃກ້ປະເທດທີ່ມີລາຍຮັບສູງ, ມີລະບົບການເມືອງທີ່ເຂັ້ມແຂງ, ມີພື້ນຖານເສດຖະກິດທັນສະໄໝ, ກຳລັງການຜະລິດ ໄດ້ຮັບການພັດທະນາຢ່າງຮອບດ້ານ ໂດຍມີການພົວພັນການຜະລິດທີ່ສອດຄ່ອງ ແລະ ກ້າວໜ້າ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ມີພື້ນຖານອັນໜັກແໜ້ນ ກ້າວສູ່ຄວາມອີ່ມໜຳສຳລານ; ພ້ອມທັງ ໄດ້ກໍານົດ 11 ເນື້ອໃນພື້ນຖານຂອງການບູລະນະລະບອບປະຊາທິປະໄຕປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມ. ກອງປະຊຸມໃຫຍ່ ຍັງໄດ້ເປັນເອກະພາບ ພາວະວິໄສ ຕໍ່ຂໍ້ຄົງຄ້າງ, ຂໍ້ຂາດຕົກບົກພ່ອງ ໃນການນໍາພາ-ຊີ້ນໍາຂອງພັກ ກໍຄືການຈັດຕັ້ງປະຕິບັດໜ້າທີ່, ວຽກງານຈຸດສຸມໃນບາງດ້ານທີ່ບໍ່ສາມາດບັນລຸຜົນຕາມຄາດໝາຍທີ່ວາງອອກ, ພ້ອມທັງ ຊີ້ໃຫ້ເຫັນສາເຫດຕົ້ນຕໍ ເພື່ອກໍານົດທິດທາງມາດຕະການແກ້ໄຂທີ່ສອດຄ່ອງ ແລະ ແທດເໝາະ, ພ້ອມທັງ ເລັ່ງທວງໃຫ້ດໍາເນີນການແກ້ໄຂຂໍ້ຄົງຄ້າງທີ່ຜ່ານມາຢ່າງຈິງຈັງ ເພື່ອຮັບປະກັນໃຫ້ແກ່ການຫັນປ່ຽນໃໝ່ ຢ່າງຕັ້ງໜ້າຫຼາຍຂຶ້ນ.

ກອງປະຊຸມໃຫຍ່ ໄດ້ຮັບຮອງເອົາ 6 ບົດຮຽນ ທີ່ຖອດຖອນໄດ້ຈາກພຶດຕິກໍາແຫ່ງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ກໍຄືພຶດຕິກໍາຕົວຈິງໃນການນໍາພາຂອງພັກເຮົາ ໃນໄລຍະ 5 ປີຜ່ານມາ ເພື່ອເປັນບ່ອນອີງສໍາຄັນໃນການປັບປຸງການນໍາພາ-ຊີ້ນໍາ ແລະ ການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກໃນຕໍ່ໜ້າ.
ກອງປະຊຸມຄົບຄະນະຄັ້ງປະຖົມມະລືກຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ໄດ້ເປັນເອກະພາບເລືອກຕັ້ງເອົາກໍາມະການກົມການເມືອງສູນກາງພັກ 13 ສະຫາຍ; ກໍາມະການຄະນະເລຂາທິການສູນກາງພັກ 11 ສະຫາຍ; ກອງປະຊຸມ ໄດ້ເປັນເອກະພາບສູງເລືອກເອົາສະຫາຍ ທອງລຸນ ສີສຸລິດ ເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກອີກວາລະໜຶ່ງ; ເລືອກເອົາ ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ເປັນຜູ້ປະຈໍາການຄະນະເລຂາທິການສູນກາງພັກ; ເລືອກເອົາ ສະຫາຍ ວັນໄຊ ພອງສະຫວັນ ເປັນປະທານກວດກາ ແລະ ຮອງປະທານກວດກາ ຈໍານວນ 6 ສະຫາຍ.


ສະຫາຍ ທອງສະຫວັນ ພົມວິຫານ ຍັງແຈ້ງໃຫ້ຮູ້ຕື່ມວ່າ: ເພື່ອເຮັດໃຫ້ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໄດ້ຮັບການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດໃຫ້ປາກົດຜົນເປັນຈິງ, ກອງປະຊຸມໃຫຍ່ ໄດ້ມອບໝາຍໜ້າທີ່ໃຫ້ຄະນະບໍລິຫານງານສູນກາງພັກ ກໍຄືຄະນະພັກທຸກຂັ້ນ ເປັນເຈົ້າການຄົ້ນຄວ້າ, ກໍາແໜ້ນ, ເຊື່ອມຊຶມ ແລະ ຜັນຂະຫຍາຍ ເປັນແຜນດໍາເນີນງານຂອງຕົນຢ່າງລະອຽດ, ມີການຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດໃຫ້ແທດເຖິງ ແລະ ເປັນປະຈໍາ ໂດຍມີການນໍາພາ-ຊີ້ນໍາ ຢ່າງແຂງແຮງ ແລະ ລວມສູນຈາກສູນກາງພັກ. ພາຍຫຼັງສໍາເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ, ຈະດໍາເນີນການປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ໃນວັນທີ 22 ກຸມພາ 2026. ຄາດຄະເນ ການກະກຽມ ແລະ ດໍາເນີນກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດ ຊຸດທີ X ຈະຈັດຂຶ້ນລະຫວ່າງວັນທີ 23-28 ມີນາ 2026.