ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ II ປະຈຳປີ 2025

Jan 12, 2026

ໃນຕອນເຊົ້າວັນທີ 12 ມັງກອນ 2026 ທີ່ຫໍປະຊຸມແຫ່ງຊາດ, ລັດຖະບານ ໄດ້ໄຂກອງປະຊຸມເປີດກວ້າງ ຄັ້ງທີ II ປະຈໍາປີ 2025 ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ທ່ານ ປະ ທານຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ ແລະ ບັນດາທ່ານປະທານ-ຮອງປະທານ ຄະນະກຳມະ ການປົກຄອງບັນດາແຂວງ, ຜູ້ຕາງໜ້າອົງການຈັດຕັ້ງພັກ- ລັດ ທຽບເທົ່າກະຊວງ, ສູນກາງແນວລາວສ້າງຊາດ, ສະພາແຫ່ງຊາດ, ອົງການຕຸລາການ, ສະຫະພັນນັກຮົບເກົ່າລາວ, ບັນດາອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ ເຂົ້າຮ່ວມ.
May be an image of dais and text
ກອງປະຊຸມລັດຖະບານເປີດກວ້າງຄັ້ງນີ້ ຈະໄດ້ດຳເນີນເປັນເວລາ 2 ວັນ ຊຶ່ງເນື້ອໃນຂອງກອງປະຊຸມ ຈະໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນດ້ວຍຄວາມເອົາໃຈໃສ່ ແລະຄວາມຮັບຜິດຊອບສູງຕໍ່ຫົວຂໍ້ສຳຄັນດັ່ງນີ້:
ລາຍງານການສະຫຼູບຕີລາຄາການຈັດຕັ້ງປະຕິບັດວຽກ ງານ ໃນຕະຫຼອດໄລຍະ 1 ສະໄໝຜ່ານມາ ແລະ ວຽກຈຸດສຸມພົ້ນເດັ່ນ ປີ 2025 ແລະ ສະເໜີແຜນວຽກຈຸດສຸມ ປີ 2026 ແລະ ຄາດຄະເນແຜນ 5 ປີຕໍ່ໜ້າຂອງລັດຖະບານ;
ລາຍງານຄວາມຄືບໜ້າການຈັດຕັ້ງຜັນຂະຫຍາຍມະຕິ ວ່າດ້ວຍສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ໃນໄລ ຍະໃໝ່ ສະບັບເລກທີ 04/ກມສພ, ລົງວັນທີ 11 ເມສາ 2024 ແລະ ຜ່ານຮ່າງມະຕິ ວ່າດ້ວຍການແບ່ງຄວາມຮັບ ຜິດຊອບໃນການຈັດຕັ້ງປະຕິບັດມະຕິ ວ່າດ້ວຍການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ໃນໄລຍະໃໝ່ ສະ ບັບປັບປຸງ;
ຮ່າງດໍາລັດ ວ່າດ້ວຍການກຳນົດໜ້າວຽກ ແລະ ການແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະແຜນເງິນຕາປະຈຳປີ 2026 ແລະ ແຜນການ ແກ້ໄຂຜົນການກວດກາ-ກວດສອບ; ລາຍງານບັນດາ ໂຄງ ການ ທີ່ສຳຄັນຈຳນວນໜື່ງ ຄື: ການອອກແບບ,ກໍ່ສ້າງ, ລະ ດົມທຶນ ແລະ ດຳເນີນກິດຈະການ ໂຄງການທາງລົດໄຟ ລາວ-ຫວຽດນາມ ຊ່ວງທີ 1 ແຕ່ຕົວເມືອງທ່າແຂກ ແຂວງຄໍາມ່ວນ ຫາ ມູເກຍ ຊາຍແດນລາວ-ຫວຽດນາມ ໄລຍະທາງ 147 ກິໂລແມັດ ໃນຮູບແບບກໍ່ສ້າງ, ດໍາເນີນງານ ແລະ ມອບໂອນ (BOT), ລວມທັງ ຜົນການເຈລະຈາສັນຍາສຳປະທານ CA ຂອງໂຄງການດັ່ງກ່າວ; ສະ​ເໜີ​ແຜນບູລິມະສິດໃນການກໍ່​ສ້າງ ແລະ ປັບ​ປຸງ​ເສັ້ນ​ທາງ ໃນ​ປີ 2026, ໂຄງ ການທາງດ່ວນ ພ້ອມທັງ ສະເໜີກົນໄກ ແລະ ວິທີຈັດຕັ້ງປະຕິບັດຕົວຈິງ; ສະເໜີແຜນປະຕິບັດຕົວຈິງ ໃນການຫັນການເກັບລາຍຮັບເປັນທັນສະໄໝ ສຳລັບປີ 2026.
May be an image of dais
ໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ກ່າວວ່າ ກອງ ປະຊຸມໃນຄັ້ງນີ້ ເປັນກອງປະຊຸມລັດຖະບານເປີດກວ້າງ ຄັ້ງສຸດທ້າຍ ຂອງລັດຖະບານ ຊຸດທີ IX ແລະ ກໍເປັນກອງປະ ຊຸມລັດຖະບານເປີດກວ້າງ ຄັ້ງທໍາອິດ ທີ່ໄດ້ປະຊຸມຮ່ວມກັບບັນດາທ່ານ ປະທານຄະນະກຳມະການປົກຄອງນະ ຄອນຫຼວງວຽງຈັນ ແລະ ບັນດາແຂວງໃນຂອບເຂດທົ່ວປະເທດ, ທັງໄຂຂຶ້ນໃນທ່າມກາງບັນຍາກາດ ທີ່ກໍ່ສໍາເລັດການສະເຫຼີມສະຫຼອງວັນສະຖາປານາ ສປປ ລາວ ຄົບ ຮອບ 50 ປີ, ການສະເຫຼີມສະຫຼອງວັນເກີດປະທານ ໄກ ສອນ ພົມວິຫານ ຄົບຮອບ 105 ປີ ແລະ ດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ່ XII ຂອງພັກປະຊາ ຊົນປະຕິບັດລາວ ດ້ວຍຜົນສໍາເລັດຢ່າງຈົບງາມ. ນອກນັ້ນ, ຍັງໄດ້ຍົກໃຫ້ເຫັນສະພາບການພົ້ນເດັ່ນທີ່ເກີດຂຶ້ນຢູ່ພາກພື້ນ ແລະ ສາກົນ ຍັງສືບຕໍ່ເຄັ່ງຮ້ອນ ແລະ ສັບສົນ ໂດຍສະເພາະແມ່ນຄວາມຂັດແຍ່ງທາງດ້ານການທະຫານ, ເສດຖະກິດ-ການຄ້າ, ບັນຫາຊາຍແດນ ແລະ ອື່ນໆ ເຊິ່ງບັນຫາເຫຼົ່ານີ້ ຍັງຈະສືບຕໍ່ເປັນສິ່ງທ້າທາຍ ແລະ ອາດສ້າງຜົນກະທົບຕໍ່ຊີວິດ ແລະ ຊັບສິນ ຂອງປະຊາຊົນຢູ່ຫຼາຍປະເທດ, ທັງເຮັດໃຫ້ສະພາບເສດຖະກິດໂລກ ທີ່ມີຄວາມຫຍຸ້ງຍາກຢູ່ແລ້ວນັ້ນ ຍິ່ງຈະສືບຕໍ່ເພີ່ມຄວາມຜັນຜວນ ແລະ ມີຜົນກະທົບເປັນວົງກວ້າງຕື່ມ. ຈາກສະພາບດັ່ງກ່າວ, ປະເທດເຮົາ ກໍ່ຈະໄດ້ຮັບຜົນກະທົບຈໍານວນໜຶ່ງ ຕໍ່ການຈັດຕັ້ງປະຕິບັດວຽກງານ ຂອງລັດຖະບານ ໂດຍສະ ເພາະ ປີ 2026 ເປັນປີເລີ່ມຕົ້ນ ປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະ ຕິວັດລາວ, ແຜນພັດທະນາເສດຖະ ກິດ-ສັງຄົມ ແຫ່ງ ຊາດ 5 ປີ ຄັ້ງທີ X. ສະນັ້ນ ຈະຕ້ອງໄດ້ສືບຕໍ່ສຸມໃສ່ຕິດຕາມຢ່າງໃກ້ຊິດ ໃນການແກ້ໄຂບັນຫາທີ່ເກີດຂຶ້ນ ເພື່ອບໍ່ໃຫ້ກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ, ພະນັກງານ- ລັດຖະກອນ ແລະ ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາ.
May be an image of dais and text
ໃນໂອກາດກ່າວໄຂກອງປະຊຸມ, ທ່ານນາຍົກລັດຖະ ມົນຕີ ຍັງໄດ້ຮຽກຮ້ອງບັນດາທ່ານ ທີ່ເຂົ້າຮ່ວມກອງປະຊຸມ ຈົ່ງໄດ້ພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄໍາເຫັນຢ່າງເລິກເຊິ່ງ ຕໍ່ບັນດາຫົວຂໍ້ ທີ່ນຳມາພິຈາລະນາ ດ້ວຍການສະເໜີທັດສະນະຢ່າງກົງໄປກົງມາ, ກະທັດຮັດ, ມີຈຸດສຸມ ແລະ ມີທາງອອກທີ່ຈະແຈ້ງຊັດເຈນ ເພື່ອເຮັດໃຫ້ກອງປະ ຊຸມຄັ້ງນີ້ ໄດ້ຮັບຜົນສຳເລັດຕາມຈຸດປະສົງ ແລະ ຄາດ ໝາຍ ທີ່ກຳນົດໄວ້ ແນໃສ່ເຮັດໃຫ້ຜົນຂອງກອງປະຊຸມ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາ ແລະ ມີປະສິດທິຜົນສູງ.
ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.