ໃນວັນທີ 8 ມັງກອນ 2026, ທີ່ສໍານັກງານຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວ ສະໄໝທີ XII ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ສະຫາຍ ນາງ ຟາງ ຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ເພື່ອມອບໂທລະເລກຊົມເຊີຍຈາກ ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະກໍາມະການສູນກາງພັກກອມມູນິດຈີນ, ປະທານປະເທດ ແຫ່ງ ສປ ຈີນ ເຖິງ ສະຫາຍ ທອງລຸນ ສີສຸລິດ ໃນໂອກາດສໍາເລັດກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ໄດ້ຮັບເລືອກຕັ້ງເປັນ ເລຂາທິການໃຫຍ່ ພັກ ປປ ລາວ ໃນກອງປະຊຸມດັ່ງກ່າວ.

ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈ ຕໍ່ ສະຫາຍທູດ ທີ່ໄດ້ນໍາເອົາໂທລະເລກດັ່ງກ່າວ ມາມອບໃຫ້ຢ່າງທັນການ ແລະ ຕີລາຄາສູງ ຕໍ່ໂທລະເລກຊົມເຊີຍ ຂອງ ສະຫາຍເລຂາທິການໃຫຍ່ ສີ ຈິ້ນຜິງ ຕໍ່ຜົນສໍາເລັດຂອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ປປ ລາວ; ໄດ້ແຈ້ງຜົນສໍາເລັດຂອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ປປ ລາວ ໃຫ້ທູດຈີນຊາບ ແລະ ຂອບໃຈ ພັກກອມມູນິດຈີນ ທີ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອ ພັກ ປປ ລາວ ມາໂດຍຕະຫລອດ, ລວມທັງການກະກຽມ ກອງປະຊຸມໃຫຍ່ ຄັ້ງທີ XII; ຄະນະບໍລິຫານງານສູນກາງພັກ ປປ ລາວ ຈະຍຶດໝັ້ນສະໜັບສະໜູນຢ່າງສະເໝີຕົ້ນສະເໝີປາຍ ຕໍ່ຫລັກການປະເທດຈີນດຽວ, ສະໜັບສະໜູນ ສະຫາຍຈີນ ໃນການຮັກສາຜົນປະໂຫຍດທີ່ເປັນແກນກາງຂອງຕົນ ໂດຍສະເພາະ ບັນຫາໄຕ້ຫວັນ, ຊິນຈ່ຽງ, ເຂດບໍລິຫານພິ ເສດຮົງກົງ; ປະກອບສ່ວນຢ່າງຕັ້ງໜ້າເຂົ້າຮ່ວມການຈັດຕັ້ງປະຕິບັດ ບັນດາຂໍ້ລິເລີ່ມ ທີ່ສະຫາຍຈີນ ສະເໜີອອກຕໍ່ປະ ຊາຄົມໂລກ; ຍິນດີຮ່ວມກັບ ສະຫາຍເລຂາທິການໃຫຍ່ ສີ ຈິ້ນຜິງ ເພີ່ມທະວີການນໍາພາ-ຊີ້ນໍາທາງດ້ານການເມືອງ ແລະ ຍຸດທະສາດ ຕໍ່ການພົວພັນຮ່ວມມື ລະຫວ່າງ ສອງພັກ, ສອງລັດ ລາວ-ຈີນ ເພື່ອເສີມຂະຫຍາຍມິດຕະພາບອັນເປັນມູນເຊື້ອ, ລົງເລິກຊຸກຍູ້ຮ່ວມມືຢ່າງຮອບດ້ານ, ຊຸກຍູ້ພາລະກິດແຫ່ງການກໍ່ສ້າງສັງຄົມນິຍົມ ແລະ ພ້ອມ ກັນຊຸກຍູ້ການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ເພື່ອປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະ ກິດການຮັກສາສັນຕິ ພາບ,ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາຂອງພາກພື້ນ ແລະ ໃນໂລກ.

ໃນການເຂົ້າຢ້ຽມຂໍ່ານັບ, ສະຫາຍ ນາງ ຟາງ ຫົງ ໄດ້ ມອບໂທລະເລກຊົມເຊີຍ ຈາກ ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະກໍາມະການສູນກາງພັກກອມມູນິດຈີນ, ປະທານປະເທດ ແຫ່ງ ສປ ຈີນ ໃຫ້ ສະຫາຍ ທອງລຸນ ສີສຸລິດ; ໄດ້ຊົມເຊີຍຜົນສໍາເລັດ ຂອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ປປ ລາວ ແລະ ສະຫາຍ ທອງລຸນ ສີສຸລິດ ທີ່ໄດ້ຮັບເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ສະໄໝທີ XII, ຊຶ່ງເປັນການສະແດງໃຫ້ເຫັນເຖິງຄວາມໄວ້ເນື້ອເຊື່ອໃຈຈາກ ສູນກາງພັກ ແລະ ຜູ້ແທນກອງປະຊຸມໃຫຍ່ ແລະ ຢືນຢັນວ່າ ສະຖານທູດ ຈະສືບຕໍ່ປະສານສົມທົບ ແລະ ຮ່ວມກັບມືກັບພາກສ່ວນກ່ຽວຂ້ອງຂອງລາວ ເອົາໃຈໃສ່ຈັດຕັ້ງປະຕິບັດ ຄໍາເຫັນສໍາຄັນທີ່ເຫັນດີເປັນເອກະພາບກັນ ລະຫວ່າງ ການນໍາສູງສຸດ ສອງພັກ, ສອງລັດ ລາວ-ຈີນ, ຈີນ-ລາວ ໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ໃຫ້ມີມາດຕະຖານສູງ, ຄຸນນະພາບສູງ ແລະ ລະດັບສູງກວ່າເກົ່າ.
ພາບ: ສໍານານ


