ແຂວງໄຊຍະບູລີ ເປັນແຂວງໜຶ່ງທີ່ມີຊາຍແດນຕິດຈອດກັບ 6 ແຂວງ ຂອງຣາຊະອານາ ຈັກໄທ, ມີຄວາມຍາວ 647 ກິໂລແມັດ (ທາງບົກ 518 ກິໂລແມັດ, ທາງນໍ້າ 129 ກິໂລແມັດ), ມີບ້ານທີ່ຕິດກັບຊາຍແດນໄທ 78 ບ້ານ ເພື່ອສືບຕໍ່ຮັກສາຄວາມສະຫງົບຕາມຊາຍແດນໃຫ້ໝັ້ນຄົງ, ແຂວງໄຊຍະບູລີ ຈະສຸມໃສ່ບາງວຽກງານຈຸດສຸມ ໂດຍສະເພາະ ຈະສືບຕໍ່ປົກປັກຮັກສາຫຼັກໝາຍຊາຍແດນ, ພັດທະນາພື້ນຖານໂຄງລ່າງ, ດ່ານສາກົນ-ປະເພນີ ແລະ ສິ່ງອໍານວຍຄວາມ ສະດວກອື່ນໆ ແລະ ຈະສືບຕໍ່ແກ້ໄຂປະກົດການຫຍໍ້ທໍ້ຕາມບໍລິເວນຊາຍແດນໃຫ້ມີຄວາມສະຫງົບ ຄວມປອດໄພໂດຍ ພື້ນຖານ.
ສະຫາຍ ເພັງນິລັນ ຄຳພັນເພັງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງໄຊຍະບູລີ ໄດ້ປະກອບຄໍາເຫັນໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ເມື່ອບໍ່ດົນນີ້ວ່າ: ຕະຫຼອດໄລຍະ 5 ປີຜ່ານມາ, ພາຍໃຕ້ການ ນໍາພາ-ຊີ້ນໍາຂອງກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ ແຂວງໄຊຍະບູລີ ໄດ້ສຸມໃສ່ຜັນຂະຫຍາຍແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ທີ່ກຳນົດອອກໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກແຂວງ; ຄະນະກຳມະການ ປກຊ-ປກສ ແຂວງ ໄດ້ເປັນເຈົ້າການສົມທົບກັບກະຊວງທີ່ກ່ຽວຂ້ອງ ຜັນຂະຫຍາຍແນວທາງການຕ່າງປະເທດ ເຂົ້າສູ່ສະພາບຄວາມເປັນຈິງ, ໄດ້ຖືສໍາຄັນກົນໄກປະສານງານ ຂອງຄະນະກໍາມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ໄທ ໂດຍຜັດປ່ຽນກັນເປັນເຈົ້າພາບ ເພື່ອສ້າງຄວາມໄວ້ເນື້ອເຊື່ອໃຈ ເຊິ່ງກັນ ແລະ ກັນ. ພ້ອມນັ້ນ, ຍັງໄດ້ຊຸກຍູ້ກົນໄກປະສານງານ ລະຫວ່າງເມືອງກັບເມືອງ ຢ່າງນ້ອຍປີລະຄັ້ງ ເພື່ອທົບທວນການຈັດຕັ້ງປະຕິບັດບົດບັນ ທຶກຮ່ວມກັນຢ່າງເປັນປົກກະຕິ, ເອົາໃຈໃສ່ປົກປັກຮັກສາຫລັກໝາຍຊາຍແດນ, ຕ້ານ ແລະ ສະກັດກັ້ນການຄ້າຂາຍຢາເສບຕິດ, ການຄ້າມະນຸດ ແລະ ການຄຸ້ມຄອງແຮງງານ, ທັງສອງຝ່າຍໄດ້ຮ່ວມກັນແກ້ໄຂບັນຫາຕ່າງໆ ໂດຍປະສານສົມທົບກັບກຳລັງ ທະຫານຊາຍແດນລົງຕິດຕາມ, ກວດກາການທໍາການຜະລິດຂອງປະຊາຊົນທັງສອງຝ່າຍຢູ່ລຽບຕາມຊາຍແດນ, ພ້ອມກັນປົກປັກຮັກສາ ແລະ ອະນາໄມຫລັກໝາຍຊາຍແດນ, ອໍານວຍຄວາມສະດວກໃນການບໍລິການເຂົ້າ-ອອກດ່ານ ເຮັດໃຫ້ການພົວພັນການແລກປ່ຽນສິນຄ້າ ແລະ ການພົວພັນປະສານງານດ້ານຕ່າງໆມີບັນຍາກາດດີຂຶ້ນ ແລະ ຮັກສາໄດ້ຄວາມສະຫງົບຕາມຊາຍແດນ.
ພ້ອມນີ້, ຍັງໄດ້ສ້າງຄວາມເຂັ້ມແຂງໃຫ້ກຳລັງທະຫານຊາຍແດນ ແລະ ກອງຫຼອນບ້ານ ໃນການລາດຕະເວນກວດກາ, ໄດ້ຈັດວາງປ້ອມຈັ້ງທ່າ ແລະ ສ້າງແຜນການປ້ອງກັນບໍລິເວນແຂວງ-ເມືອງ, ສ້າງບ້ານປ້ອມໝັ້ນສູ້ຮົບເອກະລາດໄດ້ 97 ບ້ານ, ສ້າງກຸ່ມບ້ານສູ້ຮົບຕິດລຽນໄດ້ 73 ກຸ່ມ. ມາເຖິງປັດຈຸບັນ, ສາມາດສ້າງບ້ານປ້ອງກັນຊາດເຂັ້ມແຂງໄດ້ 427 ບ້ານ (ເພີ່ມຂຶ້ນ 19 ບ້ານ), ສ້າງບ້ານປ້ອງກັນຄວາມສະຫງົບດີ ໄດ້ 425 ບ້ານ (ເພີ່ມຂຶ້ນ 6 ບ້ານ). ຜົນງານພົ້ນເດັ່ນ ແມ່ນການພັດທະນາພື້ນ ຖານໂຄງລ່າງ ເຊັ່ນ: ເສັ້ນທາງອອກສູ່ຊາຍແດນ, ກໍ່ສ້າງຕ້ານເຈື່ອນ ແລະ ຍົກລະດັບດ່ານສາກົນ ເຮັດໃຫ້ການຄ້າ-ການບໍລິການ ຂະຫຍາຍຕົວດີຂຶ້ນ. ໄດ້ເອົາໃຈໃສ່ຕິດຕາມ, ກວດກາ ແລະ ແກ້ໄຂ້ການຄ້າຂາຍເຖື່ອນ ແລະ ຢາເສບຕິດ, ຍຶດຂອງກາງ: ລົດໃຫຍ່ 36 ຄັນ, ຢາເສບຕິດ 27 ລ້ານ 56 ພັນກວ່າເມັດ, ຢາໄອສ໌ 1.774 ກິໂລກຼາມ, ກັນຊາ 9 ແທງ, ລົດຈັກ 283 ຄັນ, ລົດຊິ້ງ, ຈັກສະຕິນ ແລະ ອຸປະກອນສື່ສານນວນໜຶ່ງ.
ສະຫາຍ ເພັງນິລັນ ຄຳພັນເພັງ ຍັງໃຫ້ຮູ້ອີກວ່າ: ນັບແຕ່ປີ 2026 ເປັນຕົ້ນໄປ ແຂວງໄຊຍະບູລີ ຈະສືບຕໍ່ສຸມໃສ່ບາງວຽກງານຈຸດສຸມ ເພື່ອສືບຕໍ່ຮັກສາຄວາມສະຫງົບຕາມຊາຍແດນໃຫ້ໝັ້ນຄົງ ເປັນຕົ້ນ ຈະສືບຕໍ່ຜັນຂະຫຍາຍແນວທາງ ປກຊ-ປກສ ແລະ ການຕ່າງປະເທດຂອງພັກ ເຂົ້າສູ່ຊີວິດຕົວຈິງ, ສືບຕໍ່ຫັນລົງກໍ່ສ້າງຮາກຖານ ເພື່ອອັດປ່ອງຂ້າມລອຍຂອງກຸ່ມຄົນບໍ່ດີ, ສືບຕໍ່ປະຕິ ບັດກົນໄກປະສານງານ ຂອງຄະນະກໍາມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນຂອງສອງຝ່າຍ ແລະ ຈະສົ່ງເສີມການຄ້າ, ການລົງທຶນ, ການແລກປ່ຽນວັດທະນະທໍາ ແລະ ຮີດຄອງປະເພນີອັນດີງາມຂອງສອງຊາດ ລາວ-ໄທ.
ໂດຍ: ສົມພອນ


