ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

“ເສີມ​ຂະ​ຫຍາຍ​ທ່າ​ແຮງ​ທີ່​ເປັນ​ເອ​ກະ​ລັກ​ຂອງ​ທ້ອງ​ຖິ່ນ” ເປັນ​ຂໍ​ກຸນ​ແຈ​ທີ່ບັນ​ລຸ​ການ​ພັດ​ທ​ະ​ນາ​ທີ່​ມີ​ຄຸນ​ນະ​ພາບ​ສູງ ແລະ ຍືນ​ຍົງ​ຢ່າງ​ແທ້​ຈິງ

Jan 13, 2026

 

ປີ​ 2026 ແມ່ນ​ປີ​ທຳ​ອິດ​ທີ່​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ແຫ່ງ​ຊາດ​ 5 ປີ​ ຄັ້ງ​ທີ 15 ຂອງ​ຈີນ. “ເສີມ​ຂະ​ຫຍາຍ​ທ່າ​ແຮງ​ທີ່​ເປັນ​ເອ​ກະ​ລັກ​ຂອງ​ທ້ອງ​ຖິ່ນ” ທີ່​ເປັນ​ສະ​ຕິ​ປັນ​ຍາ​ເກົ່າ​ແກ່​ຂອງ​ບັນ​ພະ​ບຸ​ລຸດ, ໄດ້​ກາຍ​ເປັນ​ວິ​ທີ​ວິ​ທະ​ຍາ​ທີ່​ສຳ​ຄັນ​ໃນ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ. ມັນ​ບໍ່​ພຽງ​ແຕ່​ເປັນ​ປັດ​ຊະ​ຍາ​ລຽບ​ງ່າຍ​ໃນ​ອະ​ລິ​ຍະ​ທຳ​ກະ​ສິ​ກຳ ຄື “ສອດ​ຄ່ອງ​ກັບ​ເງື່ອນ​ໄຂ​ອຳ​ນວຍ​ທາງ​ດິນ​ຟ້າ​ອາ​ກາດ ແລະ ພູມ​ສາດ”ເທົ່າ​ນັ້ນ, ຍິ່ງ​ເປັນ​ຂໍ​ກຸ​ນ​ແຈ​ດ້ານ​ພຶດ​ຕິ​ກຳ​ທີ່​ຮັບ​ມື​ກັບ​ຄວາມ​ສ່ຽງ ສິ່ງ​ທ້າ​ທາຍ ແລະ ຊຸກ​ຍູ້​ການ​ພັດ​ທະ​ນາ​ທີ່​ມີ​ຄຸນ​ນະ​ພາບ​ສູງ​ໃນ​ຍຸກ​ປັດ​ຈຸ​ບັນ.

ພັກ​ຄອມ​ມູ​ນິດ​ຈີນ​ເພີ່ມ​ທະ​ວີ​ການ​ນຳ​ພາ​ຮອບ​ດ້ານ​ຕໍ່​ວຽກ​ງານ​ເສດ​ຖະ​ກິດ, ​ໃນ​ນີ້ຂໍ​ກຸນ​ແຈ​ຢ່າງ​ໜຶ່ງ​ແມ່ນ​ຢູ່​ກັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວິ​ທີ​ການ “ເສີມ​ຂະ​ຫຍາຍ​ທ່າ​ແຮງ​ທີ່​ເປັນ​ເອ​ກະ​ລັກ​ຂອງ​ທ້ອງ​ຖິ່ນ”, ເຊິ່ງ​ຮຽກ​ຮ້ອງ​ໃຫ້​ທ້ອງ​ຖິ່ນ​ຕ່າງໆ​ປະ​ຖິ້ມ​ແນວ​ຄິດ​ທີ່​​ເອົາ​ແມ່ແບບ​ໜຶ່ງ​ໃຊ້​ກັບ​ທຸກວຽກ, ຍຶດ​ໝັ້ນຫຼັກ​ການ​ທີ່ເຮັດ​ວຽກ​ທຸກ​ຢ່າງ​ຕ້ອງ​ເລີ່ມ​ຈາກ​ສະ​ພາບ​ຄວາມ​ເປັນ​ຈິງ. “​ໃຊ້ລູກ​ກະ​ແຈ​ລູກ​ໜຶ່ງ​ໄຂ​ກະ​ແຈ​​ໜ່ວຍ​ໜຶ່ງ.” ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ຈາກ​ການ​ເນັ້ນ​ໜັກ​ເຖິງ​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ທີ່​ມີ​ເອ​ກະ​ລັກ​ພິ​ເສດ ແລະ ຫັນ​ເປັນ​ຕົວ​ເມືອງ, ​ຮອດ​ການ​ວາງ​ແຜນ​ພັດ​ທະ​ນາ​ຕົວ​ເມືອງ​ຕ້ອງ​ປະ​ຕິ​ບັດ​ຕາມ​ກົດ​ເກນ​ພາ​ວະ​ວິ​ໄສ, ເຊິ່ງ​ລ້ວນ​ແຕ່​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ແນວ​ຄວາມ​ຄິດ​ທີ່​ຈະ​ແຈ້ງ​ດັ່ງ​ກ່າວ. ມັນ​ບໍ່​ແມ່ນ​ຮ້ອງ​ຄຳ​ຂວັນ​ພຽງ​ປາກ​ເປົ່າ​ລ້າໆ, ແຕ່​ແມ່ນ​ຈຸດ​ເລີ່ມ​ຕົ້ນ ແລະ ຈຸດ​ໝາຍ​ຂອງ​ການ​ເຄື່ອນ​ໄຫວ​ຕົວ​ຈິງ.

ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ແນວ​ຄວາມ​ຄິດ​ດັ່ງ​ກ່າວ​ໄດ້​ຮັບ​ປະ​ສິດ​ທິ​ຜົນ​ຕົວ​ຈິງ​ຢ່າງ​ພົ້ນ​ເດັ່ນ. ໃນ​ໄລ​ຍະ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ການ 5 ປີ ຄັ້ງ​ທີ 14, ແຫ່ງ​ຕ່າງໆ​ຂອງ​ຈີນ​ໄດ້​ບຸກ​ເບີກ​ເສັ້ນ​ທາງ​ພັດ​ທະ​ນາ​ທີ່​ມີ​ເອ​ກະ​ລັກ​ໂດ​ຍ​ເສີມ​ຂະ​ຫຍາຍ​ເງື່ອນ​ໄຂ​ອຳ​ນວຍ​ຂອງ​ຕົນ, ຕົວ​ຢ່າງວ່າ, ຢູ່​ນະ​ຄອນຈີ​ອ່ານ​ແຂວງ​ຈ່ຽງ​ຊີ​ໄດ້​ເຊື່ອມ​ໂຍງ​ຊັບ​ພະ​ຍາ​ກອນ​ດ້ານ​ວັດ​ທະ​ນະ​ທຳ​ປະ​ຕິ​ວັດ ວັດ​ທະ​ນະ​ທຳເກົ່າ​ແກ່ ແລະ ຊັບ​ພະ​ຍາ​ກອນ​ສີ​ຂຽວ ໂດຍ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ວັດ​ທະ​ນະ​ທຳ​ໃນ​ລະ​ດັບ​ເລິກ​ເຊິ່ງ; ແຂວງ​ຢຸນ​ນານ​ເສີມ​ຂະ​ຫຍາຍ​ທ່າ​ແຮງ​ດ້ານ​ໄຟ​ຟ້າ​ສີຂຽວ ແລະ ທ່າ​ແຮງ​ດ້ານ​ທີ່​ຕັ້ງ​ພູມ​ສາດ, ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ອາ​ລູ​ມິນ​ນຽມ​ສີ​ຂຽວ, ການ​ຜະ​ລິດ​ໄຟ​ຟ້າ​ດ້ວຍ​ແສງ​ຕາ​ເວັນ​ ແລະ​ອື່ນໆ; ​ນະ​ຄອນຊ້ານ​ເ​ຫວີຍ​ແຂວງກວາງ​ຕຸ້ງ​ເສີມ​ຂະ​ຫຍາຍ​ທ່າ​ແຮງ​ດ້ານ​ຊັບ​ພະ​ຍາ​ກອນ​ທາງ​ທະ​ເລ, ສ້າງ​ລະ​ບົບ​ພະ​ລັງ​ງານຫຼາຍ​ເຄົ້າ ແລະ ເສດ​ຖະ​ກິດ​ທະ​ເລ. ເຊິ່ງ​ຜົນ​ສຳ​ເລັດ​ເຫຼົ່າ​ນີ້​ລ້ວນ​ແຕ່​ມາ​ຈາກ​ການ​ສຳຫຼວດ​ຄົ້ນ​ຄວ້າ​ຢ່າງ​ເລິກ​ເຊິ່ງ​ຕໍ່ສະ​ພາບ​ຄວາມ​ເປັນ​ຈິງ​ຂອງ​ທ້ອງ​ຖິ່ນ​ຕົນ, ແລະ ການ​ຫັນ​ປ່​ຽນ​ຢ່າງ​ມີຫົວ​ຄິດ​ປະ​ດິດ​ສ້າງ.

ແນວ​ຄວາມ​ຄິດ​ດັ່ງ​ກ່າວ​ແມ່ນ​ໄດ້​ຮັບ​ສຽງ​ຕອບ​ຮັບ​ຢ່າງ​ຕັ້ງ​ໜ້າ​ໃນ​ສາ​ກົນ. ຕົວ​ຢ່າງວ່າ, ປະ​ເທດ​ລາວ​ໄດ້​ຄົ້ນ​ຄວ້າ​ເສັ້ນ​ທາງ​ພັດ​ທະ​ນາ​ທີ່​ສອດ​ຄ່ອງ​ກັບ​ເງື່ອນ​ໄຂ​ອຳ​ນວຍ​ຂອງ​ຕົນ, ຄື ໄດ້​ສ້າງ​ເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນ, ຫັນ​ຈາກ​ປະ​ເທດ​ທີ່​ບໍ່​ມີ​ຊາຍ​ແດນ​ຕິດ​ກັບ​ທະ​ເລ​ກາຍ​ມາ​ເປັນ​ປະ​ເທດ​ເຊື່ອມ​​ຈອດ​ໃນ​ພາກ​ພື້ນ, ພັດ​ທະ​ນາ​ຂະ​ແໜງ​ການ​ຈໍ​ລະ​ຈອນ​ສິນ​ຄ້າ ແລະ ອຸດ​ສາ​ຫະ​ກຳ​ລຽບ​ຕາມ​ເສັ້ນ​ທາງ​ລົດ​ໄຟ; ໂດຍ​ ​ປະ​ສານສົມ​ທົບ​ກັບ​ສະ​ພາບ​ຄວາມ​ເປັນ​ຈິງ​ຂອງ​ຊົນ​ນະ​ບົດ, ​ໄດ້​ປະ​ຕິ​ບັດ​ວຽກ​ງານຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ແບບ “​ການ​ຜະ​ລິດເລືອດ ”​ທີ່​ເຊື່ອມ​ໂຍງ​ການປັບ​ປຸງ​ພື້ນ​ຖານ​ໂຄງ​ລ່າງ​ກັບ​ການ​ອົບ​ຮົມ​ສີ​ມື​ແຮງ​ງານ; ໂດຍ​ອີງ​ໃສ່​ຊັບ​ພະ​ຍາ​ກອນ​ນ້ຳ​ທີ່​ອຸ​ດົມ​ສົມ​ບູນ, ພັດ​ທະ​ນາ “ໝໍ້​ໄຟ​ຂອງ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້.” ມາດ​ຕະ​ການ​ເຫຼົ່າ​ນີ້​ໄດ້​ປະ​ກອບ​ເປັນ​ລະ​ບົບ​ການ​ພັດ​ທະ​ນາ​ທີ່ຫຼຸ​ດ​ຜ່ອນ​ຄວາມ​ທຸກ​ຍາກ​ໃນ​ໄລ​ຍະ​ສັ້ນ​ຮອດ​ການ​ອົບ​ຮຸມ​ບຳ​ລຸງ​ສ້າງ​ເປັນ​ໄລ​ຍະ​ຍາ​ວ.

ແນວ​ໃດ​ກໍ​ຕາມ, “ເສີມ​ຂະ​ຫຍາຍ​ທ່າ​ແຮງ​ທີ່​ເປັນ​ເອ​ກະ​ລັກ​ຂອງ​ທ້ອງ​ຖິ່ນ” ເປັນ​ປັດ​ຊະ​ຍາ​ການ​ພັດ​ທະ​ນາ​ທີ່​ເນັ້ນ​ໜັກ​ເຖິງ​ຄວາມ​ເປັນ​ເຈົ້າ​ການ ລັກ​ສະ​ນະ​ນຳ​ໃຊ້​ເປັນ​ປະ​ໂຫຍດ​ຕົວ​ຈິງ ແລະ ຫົວ​ຄິດ​ປະ​ດິດ​ສ້າງ. ບໍ່​ວ່າ​ສຳ​ລັບ​ປະ​ເທດ​ຈີນ ປະ​ເທດ​ລາວ ຫຼື ປະ​ເທດ​ກຳ​ລັງ​ພັດ​ທະ​ນາ​ອື່ນໆ, ​ແຮງ​ບັນ​ດານ​ໃຈ​​ສຳ​ຄັນ​ຕົ້ນ​ຕໍ ຄື: ຕ້ອງຫຼຸດ​ພົ້ນ​ອອກ​ຈາກ​ການ​ອາ​ໄສ​ຕໍ່​ຮູບ​ແບບ​ພຽງ​ຢ່າງ​ດຽວ​ຂອງ​ພາຍນອກ, ຕ້ອງ​ຍຶດ​ໝັ້ນ​ຢູ່​ບົນ​ພື້ນ​ຖານ​ແຫ່ງ​ສະ​ພາບ​ຄວາມ​ເປັນ​ຈິງ​ຂອງ​ປະ​ເທດ​ຕົນ ແລະ ສະ​ຕິ​ປັນ​ຍາ​ຂອງ​ປະ​ຊາ​ຊົນ, ກ້າບຸກ​ເບີກ​ເສັ້ນ​ທາງ​ທີ່​ເໝາະ​ສົມ​ກັບ​ສະ​ພາບ​ຄວາມ​ເປັນ​ຈິງ​ຂອງ​ຕົນ. ໃນ​ຍຸກ​ສະ​ໄໝ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ບໍ່​ແນ່ນອນ, ມີ​ແຕ່​ປະ​ຕິ​ບັດ​ຢ່າງ​ໜັກ​ແໜ້ນ, ເສີມ​ຂະ​ຫຍາຍ​ທ່າ​ແຮງທີ່​ເປັນ​ເອ​ກະ​ລັກ, ຈຶ່ງ​ສາ​ມາດ​ຫັນ​ປ່ຽນ​ສິ່​ງ​ທ້າ​ທາຍ​ເປັນ​ກາ​ລະ​ໂອ​ກາດ, ບັນ​ລຸ​ການ​ພັດ​ທ​ະ​ນາ​ທີ່​ມີ​ຄຸນ​ນະ​ພາບ​ສູງ ແລະ ຍືນ​ຍົງ​ຢ່າງ​ແທ້​ຈິງ.