ສະພາປະຊາຊົນແຂວງຄໍາມ່ວນ ຈັດກອງປະຊຸມ ຕິດຕາມ, ຊຸກຍູ້ ການເລືອກຕັ້ງ ສະມາ ຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສພຂ) ຊຸດທີ V ໃນວັນທີ 13 ມັງກອນ 2026 ເພື່ອປຶກສາຫາລືແລກປ່ຽນເຖິງບັນຫາຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ແຜນການທີ່ຈະສືບຕໍ່ຈັດຕັ້ງປະຕິບັດ ເພື່ອກະກຽມຄວາມພ້ອມໃນດ້ານຕ່າງໆ ຮັບປະກັນເຮັດໃຫ້ບັ້ນເລືອກຕັ້ງ ສສຊ ຊຸດທີ X ແລະ ສພຂ ຊຸດທີ V ໄດ້ຮັບການຈັດຕັ້ງປະຕິບັດສໍາເລັດຜົນຕາມຄາດໝາຍ, ພ້ອມທັງຮັບປະກັນ 4 ຄາດໝາຍໃຫຍ່ຄື: ຮັບປະກັນໃຫ້ຜູ້ມີສິດເລືອກຕັ້ງໄປໃຊ້ສິດ 100%, ຮັບປະ ກັນຄວາມຖືກຕ້ອງ 100%, ຮັບປະກັນຄວາມປອດໄພ 100% ແລະ ຮັບປະກັນຄວາມພ້ອມ 100% ໂດຍມີ ທ່ານ ຄໍາໃບ ດຳລັດ ຮອງປະທານສະພາແຫ່ງຊາດ, ຄະນະກຳມະການເລືອກຕັ້ງລະດັບຊາດ, ທ່ານ ວັນໄຊ ພອງສະຫວັນ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ປະທານຄະນະກຳມະການເລືອກຕັ້ງຂັ້ນແຂວງ, ພ້ອມດ້ວຍຄະນະກຳມະການເລືອກຕັ້ງລະດັບຊາດ ແລະ ຄະນະກຳມະການເລືອກຕັ້ງຂັ້ນແຂວງເຂົ້າຮ່ວມ.

ທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄໍາມ່ວນ, ຮອງປະທານຄະນະກຳມະ ການເລືອກຕັ້ງຂັ້ນແຂວງ ໄດ້ສະຫລຸບການເຄື່ອນໄຫວວຽກງານ ບາດກ້າວທີ I ແລະ ແຜນການເຄື່ອນ ໄຫວວຽກງານໃນບາດກ້າວທີ II ຂອງຄະນະກຳມະການເລືອກຕັ້ງຂັ້ນແຂວງຄໍາມ່ວນ, ຊຶ່ງຜົນສໍາເລັດ ໃນການຈັດຕັ້ງປະຕິບັດວຽກງານໃນບາດກ້າວທີ 1 ຄະນະກໍາມະການເລືອກຕັ້ງຂັ້ນແຂວງ ໄດ້ສໍາເລັດການກະກຽມບັນດາໜ້າວຽກຕ່າງໆ ທີ່ໄດ້ກໍານົດໄວ້ໃນແຜນດໍາເນີນງານຄື: ສ້າງແຜນກະກຽມ ແລະ ດຳເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V, ປະກາດການແຕ່ງຕັ້ງຄະນະກຳມະການເລືອກຕັ້ງຂັ້ນແຂວງ ຕາມມະຕິວ່າດ້ວຍການແຕ່ງຕັ້ງຄະນະກຳ ມະການເລືອກຕັ້ງຂັ້ນແຂວງ, ຮັບຮອງເອົາຮ່າງມະຕິວ່າດ້ວຍການແບ່ງຄວາມຮັບຜິດຊອບ ພາຍໃນຄະ ນະກຳມະການເລືອກຕັ້ງ ຂັ້ນແຂວງ ແລະ ຮ່າງມະຕິ ວ່າດ້ວຍການແຕ່ງຕັ້ງ ແລະ ການເຄື່ອນໄຫວ ຂອງບັນດາອະນຸກຳມະການ ຂອງຄະນະກຳມະການເລືອກຕັ້ງຂັ້ນແຂວງ ແລະ ເຊື່ອມຊຶມນິຕິກໍາຕ່າງໆທີ່ກ່ຽວຂ້ອງເຊັ່ນ: ມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 26/ກມສພ, ລົງວັນທີ 12 ກັນຍາ 2025, ຄໍາແນະນໍາ ຂອງຄະນະກຳມະການເລືອກຕັ້ງລະດັບຊາດ ສະບັບເລກທີ 08/ຄລຊ, ລົງວັນທີ 27 ພະຈິກ 2025, ແຜນການກະກຽມ ແລະ ດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V, ສະບັບເລກທີ 337/ຄປຈ.ສພຂ ລົງວັນທີ 5 ທັນວາ 2025, ມະຕິວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງຄະນະກໍາມະການເລືອກຕັ້ງຂັ້ນແຂວງ ສະບັບເລກ ທີ 01/ຄລຂ.ຄມ, ລົງວັນທີ 5 ທັນວາ 2025 ແລະ ແຜນດໍາເນີນງານຂອງຄະນະກຳມະ ການເລືອກຕັ້ງຂັ້ນແຂວງ ເພື່ອດໍາເນີນການເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V, ສະບັບເລກທີ 02/ຄລຂ.ຄມ, ລົງວັນທີ 5 ທັນວາ 2025, ສໍາເລັດການອອກນິຕິກໍາ ແລະ ເອກະສານຕ່າງໆ ເພື່ອຮັບໃຊ້ໃຫ້ແກ່ການເລືອກຕັ້ງ. ສໍາລັບແຜນການເຄື່ອນ ໄຫວວຽກງານ ບາດກ້າວທີ 2 ຂອງຄະນະກໍາມະການເລືອກຕັ້ງຂັ້ນແຂວງ ໄດ້ເພີ່ມທະວີຄວາມເອົາໃຈ ໃສ່ຊີ້ນໍາບັນດາອະນຸກໍາມະການ ຮີບຮ້ອນຈັດຕັ້ງປະຕິບັດບັນດາວຽກງານ ທີ່ຍັງບໍ່ທັນສໍາເລັດໃນບາດ ກ້າວທີ 1 ໃຫ້ສືບຕໍ່ຈັດຕັ້ງປະຕິບັດໄປພ້ອມກັບການປະຕິບັດວຽກງານໃນບາດກ້າວທີ 2 ໃຫ້ສໍາເລັດ ໃນອາທິດທີ 2 ຂອງເດືອນມັງກອນ 2026, ບັນດາວຽກງານ ຂອງບາດກ້າວທີ 2 ໃຫ້ສໍາເລັດ ໃນຕົ້ນເດືອນມັງກອນ 2026 ເປັນຕົ້ນ ການກະກຽມ ແລະ ດຳເນີນກອງປະຊຸມ ຂອງຄະນະກຳມະການເລືອກຕັ້ງຂັ້ນແຂວງ ເພື່ອສະຫລຸບຕີລາຄາການເຄື່ອນໄຫວວຽກງານໃນບາດກ້າວທີ 1 ແລະ ວາງແຜນຈັດຕັ້ງປະຕິບັດວຽກງານໃນບາດກ້າວທີ 2, ປະກາດວັນເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V, ກຳນົດວັນປະກາດໃຫ້ສອດຄ່ອງຕາມມາດຕາ 33 ຂອງກົດໝາຍ ວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ, ປະກາດຈຳນວນຜູ້ສະໝັກຮັບເລືອກຕັ້ງ ແລະ ຈຳນວນ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະ ມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V, ກຳນົດວັນປະກາດ ອາທິດທີ 2 ຂອງເດືອນມັງກອນ 2026, ສືບຕໍ່ປະສານທົມທົບຄະນະກຳມະການເລືອກຕັ້ງຂັ້ນເມືອງ ເພື່ອເກັບກໍາ ແລະ ສັງລວມສະຖິ ຕິຈໍານວນຜູ້ມີສິດປ່ອນບັດເລືອກຕັ້ງທົ່ວແຂວງ ໂດຍໃຫ້ສໍາເລັດທ້າຍເດືອນມັງກອນ 2026; ຄົ້ນຄວ້າ, ຈັດສັນແບ່ງປັນ, ສະໜອງງົບປະມານ ແລະ ອຸປະກອນຮັບໃຊ້ໃນການເລືອກຕັ້ງ ໃຫ້ແກ່ຄະນະກໍາມະການເລືອກຕັ້ງຂັ້ນເມືອງ ພ້ອມທັງຕິດຕາມ, ຊຸກຍູ້ ແລະ ແນະນໍາການຈັດສັນແບ່ງປັນ ໃຫ້ທັນຕາມກໍານົດເວລາ, ລົງເຄື່ອນໄຫວ, ຕິດຕາມ ແລະ ຊຸກຍູ້ໃຫ້ຄະນະກໍາມະການເລືອກຕັ້ງຂັ້ນເມືອງ ຈັດຕັ້ງການເຊື່ອມຊຶມ ແລະ ເຜີຍແຜ່ບັນດາເອກະສານສໍາຄັນທີ່ກ່ຽວພັນ ກັບການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ໃຫ້ສໍາເລັດໃນທ້າຍເດືອນ ມັງກອນ 2026, ຊີ້ນຳຄະນະກຳມະການເລືອກຕັ້ງຂັ້ນເມືອງ ຄົ້ນຄວ້າ ຂຶ້ນບັນຊີລາຍຊື່ຜູ້ສະໝັກຮັບເລືອກຕັ້ງເປັນສະມາ ຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ຕາມຄວາມຮັບຜິດຊອບຂອງຕົນ.


