ໃນໄລຍະ 6 ເດືອນທ້າຍປີ 2025 ແຂວງສາລະວັນ ໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິ ບັດ 2 ວາລະແຫ່ງຊາດ ກໍຄື ການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ ຢ່າງແຂງແຮງ ໂດຍໄດ້ສຸມໃສ່ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມ ໂດຍສະເພາະເອົາໃຈໃສ່ຊຸກຍູ້ການຈັດເກັບລາຍຮັບ ເຂົ້າງົບປະມານ ເຮັດໃຫ້ເສດຖະກິດຂະຫຍາຍຕົວຢູ່ໃນລະດັບ 6,3%, ລວມຍອດຜະລິດຕະພັນພາຍໃນ (GDP) ປະຕິບັດໄດ້ 8.984 ຕື້ກີບ, ການລົງທຶນປະຕິບັດໄດ້ 1.456 ຕື້ກີບ,
ທ່ານ ປະເດີມພອນ ສົນທະນີ ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງສາລະວັນ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 13 ມັງກອນ 2025 ໂອກາດເຂົ້າຮ່ວມກອງປະຊຸມລັດ ຖະບານເປີດກວ້າງ ຄັ້ງທີ II ປະຈຳປີ 2025 ໂດຍທ່ານຍົກໃຫ້ເຫັນກ່ຽວກັບຜົນສຳເລັດໃນການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໃນ 6 ເດືອນທ້າຍປີ 2025 ຜ່ານມາ ຊຶ່ງແຂວງສາລະວັນ ໄດ້ສຸມໃສ່ຄຸ້ມຄອງລາຄາສິນຄ້າ ໃຫ້ຢູ່ໃນເກນປົກກະຕິ, ສົ່ງເສີມການຜະລິດເປັນສິນຄ້າທົດແທນການນຳເຂົ້າ, ສາ ມາດປະຕິບັດມູນຄ່າສົ່ງອອກໄດ້ 3.939 ຕື້ກີບ, ມູນຄ່ານຳເຂົ້າຢູ່ໃນລະດັບ 195 ຕື້ກີບ, ໄດ້ສຸມໃສ່ການແກ້ໄຂບັນຫາຢາເສບຕິດ ໂດຍສະເພາະ ແມ່ນບ້ານທີ່ມີຄວາມຫຍຸ້ງຍາກ-ຫລໍ່ແຫລມ ແລະ ບ້ານຊາຍແດນ, ຈັດສົ່ງເຈົ້າໜ້າທີ່ ປກຊ-ປກສ ລົງເຄື່ອນໄຫວເກັບກຳຂໍ້ມູນ-ຂຶ້ນບັນຊີເປົ້າໝາຍຜູ້ເສບ-ຜູ້ຄ້າຂາຍ, ຕິດຕາມເປົ້າໝາຍຢ່າງໃກ້ຊິດ ແລະ ຈັບກຸມຜູ້ກະທຳຜິດ ໄປຄຽງຄູ່ກັບການສຶກສາອົບຮົມ, ເຜີຍແຜ່ຄວາມຮູ້ ຄວາມເຂົ້າໃຈກ່ຽວກັບຄວາມອັນຕະລາຍຮ້າຍແຮງ ຂອງຢາເສບຕິດໃຫ້ທົ່ວສັງຄົມໄດ້ຮັບຮູ້ຢ່າງທົ່ວເຖິງ ເພື່ອຮັບປະກັນ ແລະ ສະກັດກັ້ນ ບັນດາປະກົດການທີ່ອາດເກີດຂຶ້ນໃຫ້ທ່ວງທັນ ແລະດຳເນີນຄະດີຕາມຂະບວນການຍຸຕິທໍາ.
ທ່ານ ປະເດີມພອນ ສົນທະນີ ຍັງໃຫ້ຮູ້ອີກວ່າ: ສຳລັບທິດທາງແຜນການ 6 ເດືອນຕົ້ນປີ 2026 ນີ້, ແຂວງສາລະວັນ ຈະສືບຕໍ່ຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແລະ ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ຕິດພັນໃນການປະຕິ ບັດວາລະເຄັ່ງຮ້ອນທາງດ້ານເສດຖະກິດ ໃຫ້ເປັນຮູບປະທຳຫລາຍຂຶ້ນ; ສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານ ປີ 2026 ໃຫ້ໄດ້ຕາມແຜນ ຫລື ລື່ນແຜນ; ສືບ ຕໍ່ຈັດຕັ້ງປະຕິບັດຕາມ ໂຄງຮ່າງດຳເນີນງານຂອງຄະນະກຳມະການປົກຄອງແຂວງ ໃຫ້ບັນລຸຕາມແຜນ ທີ່ວາງໄວ້; ສືບຕໍ່ຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ ເພື່ອຮັບປະກັນຄວາມຍຸຕິທຳໃຫ້ແກ່ສັງ ຄົມ.
ຂ່າວ: ກິດຕາ
ພາບ: ຂັນໄຊ


