ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລາວ ແລະ ຈີນ​ວາງ​ແຜນ​ຜັງ​ການ​ພັດ​ທະ​ນາ​ແບບ​ຊ່ວຍ​ຊູ​ຍູ້​ໜູນ​ກັນ​ດ້ວຍ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ​-ສັງ​ຄົມ​ແຫ່ງ​ຊາດ 5 ປີ

Jan 14, 2026

 

ສະ​ບາຍ​ດີ​ທ່ານ​ຜູ້​ຊົມ, ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ປະ​ຊາ​ຊົນ​​ປະ​ຕິ​ວັດລາວ ທີ່​ຈັດ​ຂຶ້ນ​ລະ​ຫວ່າງວັນ​ທີ 6-8 ມັງ​ກອນ​ນີ້ ໄດ້​​ພິ​ຈາ​ລະ​ນາ ແລະ ຮັບ​ຮອງ​ເອົາ​ເອ​ກະ​ສານ​ສຳ​ຄັນ​ຕ່າງໆ ເຊັ່ນ: “ບົດ​ລາຍ​ງານ​ສະຫຼຸບ​ຕີ​ລາ​ຄາ​ການ​ປະ​ຕິ​ບັດ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ແຫ່ງ​ຊາດ 5 ປີ​ຄັ້ງ​ທີ 9 (ປີ2021-2025) ແລະ ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັ​ງ​ຄົມ​ແຫ່ງ​ຊາດ 5 ປີ​ຄັ້ງ​ທີ 10 (ປີ 2026-2030)” ເປັນ​ຕົ້ນ. ເມື່ອ​ສົມທຽບ​ກັບ​ຂໍ້​ສະ​ເໜີກ່ຽວ​ກັບ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ແຫ່ງ​ຊາດ 5 ປີ​ຄັ້ງ​ທີ 15 ຂອງ​ຈີນ ​ທີ່​ໄດ້​ຮັບ​ຮອງ​​ເອົາໃນ​ປີ​ຜ່ານ​ມາ, ເອ​ກະ​ສານ​ຂອງ​ສອງ​ປະ​ເທດ​ ຖື​ເປັນ​ເອ​ກະ​ສານ​ທີ່​ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ​ຕໍ່​ສອງ​ປະ​ເທດ ແລະ ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ພຶດ​ຕິ​ກຳ​ຕົວ​ຈິງ​ ໃນ​ການ​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ລາວ-ຈີນ​ຢ່າງ​ມີ​ຊີ​ວິດ​ຊີ​ວາ.

​ການ​ໃຊ້​ແຜນ​ການ 5 ປີ ​ເພື່ອກຳ​ນົດ​ທິດ​ທາງ​ການ​ພັດ​ທະ​ນາ​​ປະ​ເທດ ແມ່ນ​ຄວາມ​ເຫັນ​ທີ່​ເປັນ​ເອ​ກະ​ພາບ​ກັນ​ຂອງ​ສອງ​ປະ​ເທດ​ຈີນ ແລະ ລາວ ໃນ​ພຶດ​ຕິ​ກຳ​​ແຫ່ງການ​ປົກ​ຄອງ​ປະ​ເທດ. ຈີນ​ໄດ້​ສ້າງ​ລະ​ບົບ​ການ​ວາງ​ແຜນ​ພັດ​ທະ​ນາ ແລະ ​ການ​ປະ​ຕິ​ບັດ​​ຕົວ​ຈິງ​ທີ່​ບັງ​ເກີດ​ຜົນ ມາ​ເປັນ​ເວ​ລາຫຼາຍ​ສິບ​ປີ, ໂດຍ​ສະ​ເພາະ​ແມ່ນ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ 5 ປີ​ຄັ້ງ​ທີ 14 ຂອງ​ຈີນ ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ໂດດ​ເດັ່ນ ເຊັ່ນ: ໄດ້​ສ້າງ​ລະ​ບົບ​ປະ​ກັນ​ສັງ​ຄົມ​ທີ່​ໃຫຍ່​ທີ່​ສຸດ​ໃນ​ໂລກ, ອັດ​ຕາ​ປົກ​ຄຸມ​ຂອງ​ລະ​ບົບ 5G ໄດ້​ກວມ​ 90% ຂອງ​ກຸ່ມ​ບ້ານ​ບໍ​ລິ​ຫານ​ໃນ​ທົ່ວ​ປະ​ເທດ, ຄຸນ​ນະ​ພາບ​ດ້ານ​ສິ່ງ​ແວດ​ລ້ອມ​ນິ​ເວດ​ ໄດ້​ຮັບ​ການ​ປັບ​ປຸງ​ໃຫ້​ດີ​ຂຶ້ນ​ຢ່າງ​ໜັກ​ແໜ້ນ, ຈີນ​ໄດ້​ຮັບ​ການ​ບຸກ​ທະ​ລຸ​ໃນ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ທີ່​ສຳ​ຄັນ ເຊັ່ນ: ການ​ຜະ​ລິດ​ເຮືອ​ບິນ​ໃຫຍ່ C919, ກຳ​ປັ່ນ​ບັນ​ທຸກ​ເຮືອ​ບິນ​ຝູ​ຈ້ຽນ ແລະ​ອື່ນໆ ເຊິ່ງ​ໄດ້​​ກາຍເປັນ​ບົດ​ຮຽນ​ທີ່​ດີ ​ໃຫ້​ແກ່​​ບັນ​ດາປະ​ເທດ​ກຳ​ລັງ​ພັດ​ທະ​ນາ​. ລາວ​ກໍ​ປະ​ສົບ​ຜົນ​ສຳ​ເລັດ​ທີ່​ໂດດ​ເດັ່ນ ​ໃນ​ໄລ​ຍະ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ແຫ່ງ​ຊາດ 5 ປີ​ຄັ້ງ​ທີ 9 ເຊັ່ນ​ດຽວ​ກັນ: ຫຼາຍ​ເປົ້າ​ໝາຍ​ທີ່​ກຳ​ນົດ​ໄວ້​ໃນ​ແຜນ​ດັ່ງ​ກ່າວຂອງ​ລາວ ເຊັ່ນ: ອັດ​ຕາ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ, ລາຍ​ຮັບ​ງົບ​ປະ​ມານ, ຍອດ​ມູນ​ຄ່າ​ການ​ຄ້າ​ກັບ​ຕ່າງ​ປະ​ເທດ ແລະ​ ອື່ນໆ ລ້ວ​ນ​ແຕ່​​ບັນ​ລຸເກີນ​ຄາດ​ໝາຍ, ອັດ​ຕາ​ຄວາມ​ທຸກ​ຍາກ​ໄດ້ຫຼຸດ​ລົງ​ຈາກ 18,3% ໃນ​ປີ 2019 ​ມາເປັນ 15% ໃນ​ປີ 2025. ຜົນ​ງານ​ເຫຼົ່າ​ນີ້​​ບໍ່​ພຽງ​ແຕ່ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​​ສະ​ຕິ​ປັນ​ຍາ​ໃນ​ການ​ພັດ​ທະ​ນາ​ຂອງ​ລາວ ທີ່​ອີງ​ໃສ່​ສະ​ພາບ​ເງື່ອນ​ໄຂ​ຕົວຈິງ​ຂອງ​ປະ​ເທດເທົ່າ​ນັ້ນ, ຍັງ​ມີ​ຄວາມ​ຄ້າຍ​ຄື​ກັນ​ກັບ​ແນວ​ຄິດ​ແກນ​ກາງ​ຂອງ​ຈີນ ທີ່​ຖື​​ເອົາປະ​ຊາ​ຊົນ​ເປັນ​ໃຈ​ກາງ​ຂອງ​ແຜນ​ພັ​ດ​ທະ​ນາ​ແຫ່ງ​ຊາດ.

6 ເປົ້າ​ໝາຍ​ແກນ​ກາງທີ່​ລະ​ບຸ​ໄວ້​ໃນ​ແຜນ​ພັດ​ທະ​ນາ​ແຫ່ງ​ຊາດ 5 ປີ​ຄັ້ງ​ທີ 10 ຂອງ​ລາວ​​ ມີ​ຄວາມ​ຄ້າຍ​ຄື​ກັບ​ແນວ​ຄິດ​ການ​ພັດ​ທະ​ນາ​ຂອງຈີນ ເຊັ່ນ: ໃນ​ຂົງ​ເຂດ​ການ​ພັດ​ທະ​ນາ​ສີ​ຂຽວ, ລາວ​ໄດ້​ສະ​ເໜີ​ອອກ​ມາ​ວ່າ ໃຫ້​ອັດ​ຕາ​ປົກ​ຫຸ້ມ​ຂອງ​ປ່າ​ໄມ້​ບັນ​ລຸ​ເຖິງ 70%, ລະ​ດັບ​ພື້ນ​ຖານ​ໃນ​ການ​ປ່ອຍ​ອາຍ​ພິດ​ເຮືອນ​ແກ້ວ​ຫຼຸດ​ລົງ 60% ເຊິ່ງ​ຈີນ​ກໍ​ໄດ້​ສະ​ເໜີ​ຍຸດ​ທ​ະ​ສາດ​​ການ​ປ່ອຍ​ກາກບອນ​ໃຫ້​ເຖິງ​ຈຸດ​ສູງ​ສຸດ ແລະ ປອດ​ການ​ປ່ອຍ​ກາກບອນ ລວມ​ເຖິງ​ແນວ​ຄິດ​ການ​ພັດ​ທະ​ນາ​ສີ​ຂຽວ​ ໃນຂໍ້​ສະ​ເໜີ​ກ່ຽວ​ກັບ​ແຜນ​ພັດ​ທະ​ນາ​ແຫ່ງ​ຊາດ 5 ປີ​ຄັ້ງ​ທີ 15. ໃນ​ດ້ານ​ການ​ເຊື່ອມ​ໂຍງ​ເຊື່ອ​ມ​ຈອດ​​ກັບພາກ​ພື້ນ, ລາວ​ໄດ້​ຈັດ​ເອົາ​ເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນ​ໄລ​ຍະ 2 ແລະ ເສັ້ນ​ທາງ​ລົດ​ໄຟ​ລາວ-ໄທ ເຂົ້າ​ໃນ​ແຜນ​ພັດ​ທະ​ນາ​ແຫ່ງ​ຊາດ ເຊິ່ງ​ຈະ​ກາຍ​ເປັນ​ກຳ​ລັງ​​ແຮງ​ທີ່ຊ່ວຍ​ຊູ​ຍູ້​ໜູນ​ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ຂ້າມ​ຊາດ ພາຍ​ໃຕ້​ຂອບ​ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ຂອງ​ຈີນ. ໃນ​ດ້ານ​ການ​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ, ລາວ​ໄດ້​ສະ​ເໜີ​ເປົ້າ​ໝາຍຫຼຸດ​ຜ່ອນອັດ​ຕາ​ຄວາມ​ທຸກ​ຍາກ​ໃຫ້​ຕ່ຳ​ລົງ ແລະ ສ້າງ​ວຽກ​ເຮັດ​ງານ​ທຳ​ຫຼາຍ​ຂຶ້ນ, ສ່ວນ​ຈີນ​ກໍ​ມີ​ການ​ສ້າງ​ລະ​ບົບ​ປະ​ກັນ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ ພາຍ​ໃຕ້​ທິດ​ຊີ້​ນຳ “ການ​ສ້າງ​ຄວາມ​ຮັ່ງ​ມີ​ຮ່ວມ​ກັນ”. ນອກ​ຈາກ​ນີ້​, ຈີນ​ມີ​ບົດ​ຮຽນ​​ອັນ​ໃຫຍ່ຫຼວງ ​ໃນ​ຂົງ​ເຂດຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ ແລະ ​ການສ້າງ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຢູ່​ເຂດ​ຊົນ​ນະ​ບົດ ເຊິ່ງ​ຖື​ເປັນບົດ​ຮຽນ​ສຳ​ຄັນ​ທີ່​ສຸດ ​ໃນ​ການ​ນຳ​ໄປ​ຈັດ​ຕັ້ງ​ປະ​ຕິ​ບັດ​ຕົວ​ຈິງ ​​ຜ່ານໂຄງ​ການ​​ທົດ​ລອງຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຢູ່​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ ແລະ ຢູ່​ບ້ານ​ຊຽງ​ລ້ອມນະ​ຄອນຫຼວງ​ພະ​ບາງ​ຂອງ​ລາວ. ສິ່ງ​ທີ່​ໜ້າ​ສັງ​ເກດ​ນັ້ນ​ກໍ​ຄື: ລາວ​ໄດ້​ສະ​ເໜີ​ໃຫ້​ຖື​ເອົາ​ການ​ຫັນ​ເປັນ​ແບບ​ດີ​ຈິ​ຕອນ ​ເປັນ​ຂອດ​ບຸກ​ທະ​ລຸ​ໃນ​ການ​ພັດ​ທະ​ນາ, ຈີນ​ກໍ​ມີ​ຍຸດ​ທະ​ສາດ​ຂັບ​ເຄື່ອນ​ການ​ພັດ​ທະ​ນາ​ດ້ວຍ​ການ​ປະ​ດິດ​ສ້າງ​ໃໝ່​ເຊັ່ນ​ດຽວ​ກັນ. ຈີນ ແລະ ລາວ ສາ​ມາດ​ດຳ​ເນີນ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ພັດ​ທະ​ນາ​ທີ່​ມີ​ຄຸນ​ນະ​ພາບ​ສູງ​ຕ່າງໆ ເຊັ່ນ: ເສດ​ຖະ​ກິດ​ດີ​ຈິ​ຕອນ, ກາ​ນ​ບໍ​ລິ​ຫານ​ດ້ວຍ​ປັນ​ຍາ​ປະ​ດິດ ແລະ​ ອື່ນໆ ເຊິ່ງ​ຈະ​ສາ​ມາດ​ເພີ່ມ​ພະ​ລັງ​ຂັບ​ເຄື່ອນ​ອັນ​ແຂງ​ແຮງ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ຂອງ​ລາວ.

ຈາກ​ແຜນ​ພັດ​ທະ​ນາ​ກາຍ​ເປັນ​ການ​ພັດ​ທ​ະ​ນາ​ຕົວ​ຈິງ ຈະ​ຕັດ​ແຍກ​ອອກ​ຈາກ​ຄູ່​ຮ່ວມ​ຊາ​ຕາ​ກຳ​ລາວ-ຈີນ​ທີ່​ໝັ້ນ​ແກ່ນ​ບໍ່​ໄດ້. ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ປະ​ຊ​າ​ຊົນ​ປະ​ຕິ​ວັດ​ລາວ ​ໄດ້​ສະ​ເໜີ​ໃຫ້​ເປີດກວ້າງ​ການ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທ​ະ​ສາດ​ຮອບ​ດ້ານ​ກັບ​ຈີນ​ຢ່າງ​ຈະ​ແຈ້ງ, ສ່ວນ​ການ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ດ້ວຍ​ຄຸນ​ນະ​ພາບ​ສູງ ທີ່​ລະ​ບຸ​ໄວ້​ໃນ​ຂໍ້​ສະ​ເໜີ​ກ່ຽວ​ກັບ​ແຜນ​ພັດ​ທະ​ນາ​ແຫ່ງ​ຊາດ 5 ປີ​ຄັ້ງ​ທີ 15 ຂອງ​ຈີນ ຈະ​ເປັນ​ທິດ​ຊີ້​ນຳ​ທາງ​ຍຸດ​ທະ​ສາດ​ໃຫ້​ແກ່​ສອງ​ປະ​ເທດ​​ຈີນ ແລະ ລາວ ​ລົງ​ເລິກ​ການ​ປະ​ສານ​ສົມ​ທົບ​ກັນ, ການ​ຮ່ວມ​ມື​ຕົວ​ຈິງ​ຕ່າງໆ ເຊັ່ນ: ການ​ເຊັນ​ສັນ​ຍາ​ກ່ຽວ​ກັບ​ການກວດ​​ກາ​ປະ​ຕູ​ດຽວ, ຄັ້ງ​ດຽວ​ຢູ່​ດ່ານ​ສາ​ກົນ​ທາງ​ລົດ​ໄຟ​ລາວ-ຈີນ, ການ​ສ້າງ​ຕັ້ງ​ສູນ​ການ​ຮ່ວມ​ມື​ການ​ປະ​ດິດ​ສ້າງ​ໃໝ່​ດ້ານ​ປັນ​ຍາ​ປະ​ດິດ ແລະ ອື່ນໆ ຈະ​ຊ່ວຍ​ຊຸກ​ຍູ້​ການ​ປະ​ຕິ​ບັດ​ແຜນ​ພັດ​ທະ​ນາ​ແຫ່ງ​ຊາດ​ຂອງ​ສອງ​ປະ​ເທດ ​ໃຫ້​ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ຕໍ່​ເນື່ອງ.

ສອງ​ປະ​ເທດ​ຈີນ ແລະ ລາວ​ພັດ​ທະ​ນາ​​ປະ​ເທດແບບ​ຊ່ວຍ​ຊູ​ຍູ້​ໜູນ​ກັນ ທາດ​ແທ້​​ແລ້ວແມ່ນ​​​ການສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ແລະ​ກັນ​ລະ​ຫວ່າງ​ປະ​ເທດ​ກຳ​ລັງ​ພັດ​ທະ​ນາ ໃນ​ການ​ເລືອກ​ເສັ້ນ​ທາງ​​ການພັດ​ທະ​ນາ​ດ້ວຍ​ຕົນ​ເອງ ແລະ ເປັນ​ພຶດ​ຕິ​ກຳ​ຕົວ​ຈິງ​ແບບ​ມີ​ຊີ​ວິດ​ຊີ​ວາ​ ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ແນວ​ຄິດ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ. ພາຍ​ໃຕ້​ສະ​ພາ​ບ​ແວດ​ລ້ອມ​ສາ​ກົນ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ບໍ່​ແນ່ນອນ, ສອງ​ປະ​ເທດ​ໄດ້​ຖອດ​ຖອນ​ບົດ​ຮຽນ​ເຊິ່ງ​ກັນ​ແລະ​ກັນ ແລະ ປ​ະ​ສານ​ສົມ​ທົບ​ກັນ​ໃນ​ດ້ານ​ການ​ພັດ​ທະ​ນາ ດ້ວຍ​ຮູບ​ແບບ​ການ​ວາງ​ແຜນ​ພັດ​ທະ​ນາ​ແຫ່ງ​ຊາດ​ທີ່​ຄ້າຍ​ຄື​ກັນ ເຊິ່ງ​ບໍ່​ພຽງ​ແຕ່​ສາ​ມາດ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ດ້ານ​ການ​ພັດ​ທະ​ນາ​ຂອງ​ໃຜ​ລາວ​ເທົ່າ​ນັ້ນ, ຍິ່ງ​ສາ​ມາດ​ເປັນ​ແບບ​ຢ່າງ​ທີ່​ດີ ​ໃຫ້​ແກ່​ການ​ຮ່ວມ​ມື​ພ​າກ​ພື້ນ. ຄຽງ​ຄູ່​ກັບ​ການ​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ລາວ-ຈີນ​ ໄດ້​ຮັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​​ນັບ​ມື້​ກ້າວສູ່​ລວງ​ເລິກ, ນີ້​ຍ່ອມ​ຈະ​ກາຍ​ເປັນ​ຜົນ​ການ​ຮ່ວມ​ມື​ຕົວ​ຈິງ​​ທີ່​ເປັນ​ຮູບ​ປະ​ທຳຫຼາຍ​ຂຶ້ນ​ຢ່າງ​ແນ່ນອນ ແລະ ​ຊ່ວຍໃຫ້​ປະ​ຊາ​ຊົນ​ສອງ​ປະ​ເທດ​ຊົມ​ໃຊ້​ໂອ​ກາດ​ໃນການ​ພັດ​ທະ​ນາ​ໄດ້​ດີກວ່າ​ເກົ່າ.