ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

5 ປີຜ່ານມາ ສະພາແຫ່ງຊາດ ສາມາດພິຈາລະນາ ຮັບຮອງເອົາການສ້າງ-ປັບປຸງກົດໝາຍ ໄດ້ 87 ສະບັບ

Jan 14, 2026

ໃນໄລຍະ 5 ປີຜ່ານມາ, ສະພາແຫ່ງຊາດ ສາມາດພິຈາລະນາຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ ໄດ້ 87 ສະບັບ, ເທົ່າກັບ 90,62% ຂອງແຜນການ 5 ປີ. ມາຮອດປັດຈຸບັນ, ປະເທດເຮົາໄດ້ມີກົດໝາຍທີ່ປະກາດໃຊ້ທັງໝົດ 176 ສະບັບ, ຊຶ່ງເປັນບ່ອນອີງດ້ານກົດໝາຍໃຫ້ແກ່ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ດ້ວຍກົດໝາຍ ໃຫ້ເປັນຮູບປະທໍາຫລາຍຂຶ້ນ.
ສະຫາຍ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ ໄດ້ໃຫ້ຮູ້ໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ເມື່ອບໍ່ດົນນີ້ວ່າ: ຕະຫລອດໄລຍະ 5 ປີ ຜ່ານມາ (2021-2025) ຄະນະພັກ, ຄະນະປະຈຳສະພາແຫ່ງຊາດ ໄດ້ສ້າງເງື່ອນໄຂໃຫ້ສະມາຊິກສະພາແຫ່ງຊາດ ໄດ້ເຂົ້າຮ່ວມຂະບວນການສ້າງ ແລະ ປັບປຸງກົດໝາຍ ໂດຍໄດ້ນໍາເອົາຄວາມຄິດຄວາມເຫັນ, ຂໍ້ສະເໜີ, ບັນຫາຕ່າງໆ ທີ່ເປັນຄວາມມຸ່ງມາດປາຖະໜາ ຂອງປະຊາຊົນບັນດາເຜົ່າ ມາກຳນົດເຂົ້າເນື້ອໃນຂອງກົດໝາຍ ເພື່ອເຮັດໃຫ້ກົດໝາຍ ກາຍເປັນຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນຢ່າງແທ້ຈິງ, ໄດ້ນໍາເອົາຮ່າງກົດໝາຍ ລົງທາບທາມ, ຮັບຟັງຄວາມຄິດຄວາມເຫັນຂອງສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນຂັ້ນແຂວງ, ພະນັກງານ, ທະຫານ, ຕຳຫລວດ ກໍຄື ປະຊາຊົນລາວບັນດາເຜົ່າ ເພື່ອໃຫ້ກົດໝາຍມີຄວາມສອດຄ່ອງ ກັບສະພາບການຕົວຈິງໃນການພັດທະນາທາງດ້ານເສດຖະກິດ-ສັງຄົມ ຂອງປະເທດເຮົາ ຊຶ່ງມາຮອດປັດຈຸບັນ, ສປປ ລາວ ມີກົດໝາຍທີ່ໄດ້ປະກາດໃຊ້ ທັງໝົດ 176 ສະບັບ.
ພ້ອມນີ້, ຄະນະພັກສະພາແຫ່ງຊາດ ໄດ້ຖືສໍາຄັນຕໍ່ການປະຕິບັດພາລະບົດບາດຂອງສະພາແຫ່ງຊາດ ໃນການຕິດຕາມກວດກາການເຄົາລົບ ແລະ ປະຕິບັດລັດຖະທຳມະນູນ ແລະ ກົດໝາຍ ຂອງບັນດາອົງການອຳນາດລັດ ຊຶ່ງໃນໄລຍະ 5 ປີ ຜ່ານມາ ຄະນະປະຈຳສະພາແຫ່ງຊາດ ໄດ້ມີການແຕ່ງຕັ້ງຄະນະໃນນາມຄະນະປະຈຳສະພາແຫ່ງຊາດ ໃນນາມກຳມາທິການກ່ຽວຂ້ອງ ລົງໄປຕິດຕາມກວດກາຢູ່ທຸກເຂດເລືອກຕັ້ງ ຈໍານວນ 172 ຄັ້ງ ຊຶ່ງສ່ວນໃຫຍ່ ແມ່ນຕິດຕາມກວດກາບັນດາໂຄງການໃນຂົງເຂດການລົງທຶນຂອງນັກລົງທຶນພາຍໃນ ແລະ ຕ່າງປະເທດ ທີ່ກ່ຽວຂ້ອງ ກັບການນໍາໃຊ້ຊັບພະຍາກອນທຳມະຊາດ ໂດຍສະເພາະ ບັນດາໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ, ການນໍາໃຊ້ງົບປະມານແຫ່ງລັດ, ການປັບປຸງພື້ນຖານໂຄງລ່າງ, ການຜະລິດເພື່ອຫລຸດຜ່ອນການນໍາເຂົ້າ, ຕິດຕາມຜົນກະທົບຂອງໂຄງການຕ່າງໆ ຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ກໍຄື ຕໍ່ສິ່ງແວດລ້ອມ. ນອກນັ້ນ, ສະພາແຫ່ງຊາດ ຍັງໄດ້ມີການຕິດຕາມກວດກາໂດຍຜ່ານ ໂທລະສັບສາຍດ່ວນທີ່ສົ່ງມາເຖິງກອງປະຊຸມສະໄໝສາມັນ ຂອງສະພາແຫ່ງຊາດແຕ່ລະຄັ້ງ ແລະ ຜ່ານການແກ້ໄຂຄໍາຮ້ອງຂໍຄວາມເປັນທຳຂອງປະຊາຊົນທີ່ສົ່ງເຂົ້າມາສະພາແຫ່ງຊາດ ຊຶ່ງໃນໄລຍະ 5 ປີຜ່ານມາມີຈໍານວນ 1.738 ເລື່ອງ, ສາມາດພິຈາລະນາ ແກ້ໄຂໄດ້ແລ້ວ 1.441 ເລື່ອງ, ເທົ່າກັບ 82,9% ຂອງຈໍານວນຄໍາຮ້ອງ.
ຂ່າວ: ທະນູທອງ