ກອງປະຊຸມສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ 1 ຈັດຂຶ້ນໃນຕອນເຊົ້າວັນທີ 14 ມັງກອນ 2026 ທີ່ທະນາຄານແຫ່ງ ສປປ ລາວ ໂດຍການເປັນປະທານຂອງທ່ານນາງ ບຸນຄໍາ ວໍລະຈິດ ປະທານສະພາບໍລິຫານ ຜູ້ວ່າການທະນາຄານແຫ່ງ ສປປ ລາວ, ມີຮອງປະທານ, ບັນດາຄະນະກໍາມະການສະພາບໍລິຫານ, ຄະນະກົມ, ແລະ ທຽບເທົ່າເຂົ້າຮ່ວມ.
ທ່ານນາງ ບຸນຄໍາ ວໍລະຈິດ ປະທານສະພາບໍລິຫານ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ມີຄໍາເຫັນໄຂກອງປະຊຸມວ່າ: ເພື່ອປະຕິບັດຕາມກົດໝາຍວ່າດ້ວຍທະນາຄານແຫ່ງ ສປປ ລາວ ກ່ຽວກັບລະບອບປະຊຸມສະພາບໍລິຫານ ຈຶ່ງໄດ້ຈັດກອງປະຊຸມຄັ້ງນີ້ຂຶ້ນເພື່ອສະຫຼຸບຕີລາຄາໝາກຜົນການເຄື່ອນໄຫວວຽກງານຂອງທະນາຄານແຫ່ງ ສປປ ລາວ ປະຈໍາປີ 2025, ກໍານົດທິດທາງແຜນການເຄື່ອນໄຫວວຽກງານຂອງທະນາຄານແຫ່ງ ສປປ ລາວ ປະຈໍາປີ 2026 ຊຶ່ງນັບແຕ່ກອງປະຊຸມສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງຜ່ານມາ ໄດ້ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍມະຕິຂອງກອງປະຊຸມສະພາບໍລິຫານຢ່າງເປັນເຈົ້າການ, ດ້ວຍຄວາມຮັບຜິດຊອບສູງ ແລະ ຜົນສໍາເລັດຫຼາຍດ້ານ ໂດຍສະເພາະການຮັກສາສະຖຽນລະພາບຂອງເງິນຕາແຫ່ງຊາດ, ເຫັນວ່າອັດຕາເງິນເຟີ້ ສະເລ່ຍໃນປີ 2025 ຢູ່ໃນລະດັບ 7.7% ຫຼຸດລົງຈາກ ລະດັບ 23.13% ໃນປີ 2024; ອັດຕາແລກປ່ຽນມີຄວາມສະຫງົບໂດຍພື້ນຖານ ແລະ ຄັງສຳຮອງເງິນຕາຕ່າງປະເທດຢູ່ໃນລະດັບກຸ້ມການນໍາເຂົ້າໄດ້ 6 ເດືອນກວ່າ ບັນລຸຕາມຄາດໝາຍທີ່ກຳນົດໄວ້, ປະລິມານເງິນ M2 ຂະຫຍາຍຕົວໃນອັດຕາ 18.72% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ສະຖຽນລະພາບດ້ານການເງິນເຫັນວ່າມີຄວາມໝັ້ນທ່ຽງໃນລະດັບດີ, ອັດຕາສ່ວນ NPLs ຢູ່ໃນລະດັບ 1.18%, ພ້ອມນີ້, ຍັງໄດ້ສໍາເລັດການປ່ຽນທະນາຄານນະໂຍບາຍເປັນທະນາຄານພັດທະນາຊົນນະບົດ, ພ້ອມທັງມີການພັດທະນາ-ເຊື່ອມໂຍງລະບົບການຊຳລະກັບປະເທດເພື່ອນບ້ານຢ່າງມີຜົນສຳເລັດໃນລະດັບດີ.

ທ່ານນາງ ບຸນຄໍາ ວໍລະຈິດ ປະທານສະພາບໍລິຫານ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ມີຄໍາເຫັນຕື່ມວ່າ: ເຖິງວ່າສະຖຽນລະພາບເງິນຕາຈະມີທ່າອ່ຽງທີ່ຕັ້ງໜ້າດີຂຶ້ນ, ແຕ່ເຫັນວ່າຍັງບໍ່ທັນສາມາດແກ້ໄຂບັນຫາເຄັ່ງຮ້ອນທີ່ມີຢູ່ໃນປັດຈຸບັນໃຫ້ຂາດຕົວໝົດໄປໄດ້ ແລະ ການປະຕິບັດບັນດາຄາດໝາຍ, ດ້ານຕົວຊີ້ວັດທີ່ສະພາແຫ່ງຊາດຮັບຮອງ ຍັງບໍ່ທັນບັນລຸທຸກຄາດໝາຍ. ສະນັ້ນ, ເພື່ອສືບຕໍ່ປະຕິບັດໜ້າທີ່ການເມືອງຂອງຂະແໜງທະນາຄານ, ກອງປະຊຸມສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຈຶ່ງໄດ້ຈັດຂຶ້ນເພື່ອພິຈາລະນາ 1 ຮ່າງເອກະສານສຳຄັນຂອງທະນາຄານແຫ່ງ ສປປ ລາວ ຄື: ບົດລາຍງານການເຄື່ອນໄຫວວຽກງານພົ້ນເດັ່ນ ແລະ ການຈັດຕັ້ງປະຕິບັດແຜນເງິນຕາຂອງທະນາຄານແຫ່ງ ສປປ ລາວ ປະຈຳປີ 2025, ທິດທາງແຜນການ ປີ 2026, ພ້ອມກັນພິຈາລະນາ, ປະກອບຄໍາເຫັນຮ່ວມກັນ ເພື່ອກຳນົດທິດທາງການຈັດຕັ້ງປະຕິບັດວຽກງານຂອງທະນາຄານແຫ່ງ ສປປ ລາວ ໃຫ້ມີຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້.


