ການພັດທະນາສັງຄົມນິຍົມຂອງລາວ ເພີ່ມແຮງຊຸກຍູ້ທີ່ເຂັ້ມແຂງໃຫ້ແກ່ການພົວພັນຮ່ວມມື ລາວ-ຈີນ

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ (ພັກ ປປ ລາວ) ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ທີ່ນະຄອນຫຼວງວຽງຈັນ ເພື່ອສະຫຼຸບໝາກຜົນແຫ່ງການນໍາພາ-ຊີ້ນໍາຂອງພັກ ປປ ລາວ ໃນໄລຍະ 5 ປີ ຜ່ານມາ ແລະ ກຳນົດທິດທາງການພັດທະນາສັງຄົມນິຍົມຂອງລາວໃນອະນາຄົດ ໂດຍໄດ້ທົບທວນ ແລະ ຮັບຮອງເອົາເອກະສານທາງການເມືອງທີ່ສຳຄັນຫຼາຍຢ່າງ ເປັນຕົ້ນ: ໂຄງການການເມືອງ ສະບັບທີ III ຂອງພັກ, ບົດລາຍງານການເມືອງຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI, ແຜນພັດທະນາ 5 ປີ ຄັ້ງທີ X (2026-2030), ພ້ອມທັງເລືອກຕັ້ງເອົາຄະນະບໍລິຫານງານສູນກາງພັກ ສະໄໝທີ XII ແລະ ອື່ນໆ.
ໃນໂຄງການການເມືອງ ສະບັບທີ III ໄດ້ກໍານົດຈຸດໝາຍ, ທິດທາງໃນການບູລະນະລະບອບປະຊາທິປະໄຕປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມທີ່ສໍາຄັນ ຄື: ເມື່ອຮອດປີ 2055 ທີ່ເປັນມື້ສ້າງຕັ້ງ ພັກ ປປ ລາວ ຄົບຮອບ 100 ປີ ຈະສູ້ຊົນສ້າງປະເທດລາວໃຫ້ເປັນປະເທດກໍາລັງພັດທະນາທີ່ມີລາຍຮັບປານກາງສູງ ແລະ ໃຫ້ຫຍັບເຂົ້າໃກ້ປະເທດທີ່ມີລາຍຮັບສູງ ແລະ ອື່ນໆ. ສ່ວນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ໄດ້ວາງເປົ້າໝາຍຊົນສໍາຄັນ ຄື: ເສດຖະກິດລາວຕ້ອງຂະຫຍາຍຕົວ 6%.

ໃນກອງປະຊຸມດັ່ງກ່າວ, ຜູ້ແທນກອງປະຊຸມຫຼາຍທ່ານໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ໂດຍໄດ້ຍົກໃຫ້ເຫັນຜົນງານພົ້ນເດັ່ນຫຼາຍດ້ານໃນຂົງເຂດຂອງຕົນ, ໃນນັ້ນ ການຮ່ວມມືລາວ-ຈີນ ໂດຍສະເພາະລົດໄຟລາວ-ຈີນ ໄດ້ຮັບຄວາມສົນໃຈຫຼາຍໂດຍຜ່ານການໃຫ້ສໍາພາດຂອງ ທ່ານ ເຫຼັກໄຫຼ ສີວິໄລ, ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ເຊິ່ງໄດ້ຍົກໃຫ້ເຫັນວ່າ: ເສັ້ນທາງລົດໄຟລາວ-ຈີນ ເປັນຫົວຈັກສຳຄັນທີ່ຊຸກຍູ້ການຂະຫຍາຍຕົວຂອງເສດຖະກິດລາວ. ນັບແຕ່ເປີດບໍລິການໃນວັນທີ 3 ທັນວາ 2021. ມາຮອດຕົ້ນປີນີ້ ລົດໄຟດັ່ງກ່າວໄດ້ສ້າງສະຖິຕິທີ່ໜ້າປະທັບໃຈ 2 ດ້ານ ຄື: ການຂົນສົ່ງຜູ້ໂດຍສານ: ສະເພາະໃນລາວຂົນສົ່ງໄດ້ 12 ລ້ານເທື່ອຄົນ, ຕະຫຼອດເສັ້ນທາງ (ວຽງຈັນ-ຄຸນໝິງ) ຂົນສົ່ງໄດ້ 62 ລ້ານເທື່ອຄົນ, ແລະ ດ້ານການຂົນສົ່ງສິນຄ້າ: ສະເພາະໃນລາວຂົນສົ່ງສິນຄ້າໄດ້ 16 ລ້ານໂຕນ, ຕະຫຼອດເສັ້ນທາງຕົວເລກການຂົນສົ່ງສິນຄ້າສູງເຖິງ 72 ລ້ານໂຕນ. ພ້ອມນີ້, ລົດໄຟສາຍນີ້ໄດ້ກາຍເປັນແມ່ເຫຼັກດຶງດູດນັກທ່ອງທ່ຽວສາກົນເຂົ້າມາລາວເຖິງ 12,5 ລ້ານຄົນ, ສ້າງລາຍຮັບໄດ້ຫຼາຍກວ່າ 2,6 ຕື້ໂດລາ.

ຄວາມຈິງແລ້ວ, ການຮ່ວມມືລາວ-ຈີນ ນອກຈາກການພັດທະນາພື້ນຖານໂຄງລ່າງການຂົນສົ່ງທີ່ພົ້ນເດັ່ນ, ພາຍໃຕ້ການຊີ້ນໍາດ້ານຍຸດທະສາດຂອງການນໍາຂັ້ນຂອງສອງປະ ເທດ ໂຄງການຮ່ວມມືຈໍານວນຫຼາຍທີ່ກວມເອົາດ້ານພະລັງງານ, ການເບິ່ງແຍງສຸຂະພາບ, ແລະ ການຫຼຸດຜ່ອນຄວາມທຸກຍາກມີຄວາມຄືບໜ້າຢ່າງຫຼວງຫຼາຍໃນຊຸມປີມໍ່ໆ ມານີ້ ເຊິ່ງເປັນການປະກອບສ່ວນສໍາຄັນເຂົ້າໃນການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ໃຫ້ນັບມື້ກ້າວສູ່ລວງເລິກແລະໝັ້ນຄົງ: ໂຄງການເຊື່ອມຕໍ່ຕາຂ່າຍໄຟຟ້າ 500 KV ລາວ-ຈີນ ໄດ້ເລີ່ມຂຶ້ນດ້ວຍສຳເລັດຜົນເຊິ່ງເປັນການເປີດບົດໃໝ່ໃນການແລກປ່ຽນພະລັງງານຂ້າມຊາຍແດນ, ໂຮງໝໍມະໂຫສົດທີ່ຈີນຊ່ວຍເຫຼືອໄດ້ຊ່ວຍປັບປຸງມາດຕະຖານທາງການແພດຂອງລາວ, ບັນດາໂຄງການກໍ່ສ້າງພື້ນຖານໂຄງລ່າງເພື່ອຫຼຸດຜ່ອນຄວາມທຸກຍາກໃນຊົນນະບົດຢູ່ລາວທີ່ໄດ້ຮັບການຊ່ວຍເຫຼືອຈາກຈີນ, ລວມທັງບັນດາໂຄງການທີ່ຢູ່ພາຍໃຕ້ “8 ໂຄງການໃຫຍ່ທີ່ຈີນ ຊ່ວຍເຫຼືອລາວ” ໄດ້ຮັບການຈັດຕັ້ງປະຕິບັດ ແລະ ປະກອບສ່ວນສໍາຄັນໃນການເຮັດໃຫ້ອັດ ຕາຄວາມທຸກຍາກຢູ່ລາວຫຼຸດລົງຍັງເຫຼືອ 15% ໃນປີ 2025.
ຄຽງຄູ່ກັບການຮ່ວມມືດ້ານຍຸດທະສາດ ແລະ ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນທີ່ນັບມື້ດີຂຶ້ນ, ການຮ່ວມມືດ້ານເສດຖະກິດ ແລະ ການຄ້າລະຫວ່າງລາວ-ຈີນ ກໍໄດ້ຮັບຜົນສໍາເລັດທີ່ອຸດົມສົມບູນ ເຊິ່ງເປັນແຮງຊຸກຍູ້ທີ່ໜັກແໜ້ນ ແລະ ເຂັ້ມແຂງສຳລັບການພັດທະນາສາຍພົວພັນສອງຝ່າຍ ເພາະຈີນຍັງສືບຕໍ່ເປັນປະເທດທີ່ລົງທຶນຫຼາຍເປັນອັນດັບ 1 ຢູ່ລາວ ແລະ ເປັນຄູ່ການຄ້າທີ່ໃຫຍ່ອັນດັບ 2 ຂອງລາວມາໄດ້ຫຼາຍປີຕິດຕໍ່ກັນແລ້ວ. ໜັງສືພິມ Vientiane Times ຂອງລາວລາຍງານວ່າ: ຍອດມູນຄ່າການຄ້າ ແລະ ການລົງທຶນຂອງຈີນຢູ່ລາວສືບຕໍ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ. ສະເພາະ 6 ເດືອນຕົ້ນປີ 2025 ຜ່ານມາ ຍອດມູນຄ່າການຄ້າລະຫວ່າງລາວ-ຈີນ ບັນລຸ 4,6 ຕື້ກວ່າໂດລາ ແລະ ການລົງທຶນ /ທັງໝົດຂອງຈີນໃນຂະແໜງການຕ່າງໆ ຢູ່ລາວບັນລຸເກີນ 18 ຕື້ໂດລາ ເຊິ່ງເປັນຕົວເລກທີ່ເພີ່ມຂຶ້ນຫຼາຍສົມຄວນເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024.

ໂຄງການປັບປຸງຊີວິດການເປັນຢູ່ຂອງປະຊາຊົນຫຼາຍໂຄງການທີ່ສະແດງເຖິງມິດຕະພາບ, ລວມທັງຕົວເລກການຂະຫຍາຍຕົວທາງເສດຖະກິດ ແລະ ການຄ້າທີ່ແຂງແຮງ ໄດ້ສະແດງໃຫ້ເຫັນພາບທີ່ຊັດເຈນຂອງການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ທີ່ມີອະນາຄົດຮ່ວມກັນນັບມື້ນັບຢັ່ງຮາກເລິກຕໍ່ເນື່ອງ ແລະ ສ້າງກໍາລັງແຮງຂັບເຄື່ອນທີ່ຍືນຍົງເຂົ້າໃນການຮ່ວມມືດ້ານຍຸດທະສາດທີ່ເລິກເຊິ່ງລະຫວ່າງສອງປະເທດ.
ຜົນສໍາເລັດກອງປະຊຸມໃຫຍ່ຄັ້ງນີ້ ຖືເປັນຈຸດເລີ່ມຕົ້ນຂອງບົດໃໝ່ໃນການສ້າງສັງຄົມນິຍົມຂອງລາວ, ທັງເປັນສັນຍານບົ່ງບອກເຖິງໂອກາດທາງປະຫວັດສາດໃໝ່ໆ ສຳລັບການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ. ໃນສານຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ປປ ລາວ ຂອງ ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ພັກກອມມູນິິດຈີນ ທີ່ສົ່ງເຖິງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ໄດ້ຢືນຢັນວ່າ ຝ່າຍຈີນຈະສືບຕໍ່ປະສານສົມທົບ ແລະ ຮ່ວມມືກັບຝ່າຍລາວ ເອົາໃຈໃສ່ຈັດຕັ້ງປະຕິບັດການຕົກລົງລະຫວ່າງການນໍາສູງສຸດສອງພັກ, ສອງລັດ ລາວ-ຈີນ, ຈີນ-ລາວ ໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບຂອງສອງປະເທດ.

ຂະນະທີ່ ທ່ານ ທອງລຸນ ສີສຸລິດ ໄດ້ຢືນຢັນໃນໂອກາດຕ້ອນຮັບຄະນະຜູ້ແທນພິ ເສດຂອງ ທ່ານ ສີ ຈິ້ນຜິງ ເລຂາທິການໃຫຍ່ພັກກອມມູນິດຈີນ ເພື່ອມາຊົມເຊີຍຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກ ປປ ລາວ” ໃນວັນທີ 13 ມັງກອນນີ້ ທີ່ນະຄອນຫຼວງວຽງຈັນ ວ່າ: ຝ່າຍລາວ ຍິນດີເພີ່ມທະວີການນໍາພາຊີ້ນໍາທາງດ້ານການເມືອງ ແລະ ຍຸດທະສາດຕໍ່ການພົວພັນຮ່ວມມືລະຫວ່າງ ສອງພັກ, ສອງລັດ ລາວ-ຈີນ ເພື່ອເສີມຂະຫຍາຍມິດຕະພາບອັນເປັນມູນເຊື້ອ, ລົງເລິກຊຸກຍູ້ຮ່ວມມືຢ່າງຮອບດ້ານ, ຊຸກຍູ້ພາລະກິດແຫ່ງການກໍ່ສ້າງສັງຄົມນິຍົມ ແລະ ພ້ອມກັນຊຸກຍູ້ການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ.
ລາວ-ຈີນ ແມ່ນສອງປະເທດທີ່ຮ່ວມອຸດົມການດຽວກັນ ກໍຄື ເດີນຕາມເສັ້ນທາງສັງຄົມນິຍົມຄືກັນ, ເປັນປະເທດຄູ່ຮ່ວມຊະຕາກໍາ ແລະ ເປັນສອງປະເທດທີ່ມີແຜນພັດທະນາ 5 ປີ ທີ່ຄ້າຍຄືກັນ, ປີ 2026, ລາວກ້າວເຂົ້າສູ່ແຜນພັດທະນາ 5 ປີ ຄັ້ງທີ ຄັ້ງທີ X, ສ່ວນຈີນແມ່ນເຂົ້າສູ່ແຜນພັດທະນາ 5 ປີ ຄັ້ງທີ ຄັ້ງທີ XV. ດັ່ງນັ້ນ ເຊື່ອໝັ້ນວ່າ ດ້ວຍແນວທາງປ່ຽນແປງໃໝ່ອັນຖືກຕ້ອງ ກໍຄື ບົດຮຽນພຶດຕິກໍາຕົວຈິງທີ່ໄດ້ຜ່ານການທົດສອບ ແລະ ໄດ້ຮັບຜົນເປັນຢ່າງດີມາແລ້ວ, ບວກກັບແນວທາງທີ່ກອງປະຊຸມໃຫຍ່ຄັ້ງນີ້ຂອງພັກວາງອອກຈະເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມຂອງລາວນັບມື້ດີຂຶ້ນ ກໍຄືອຸດົມການສັງຄົມນິຍົມທີ່ລາວວາງໄວ້ນັບມື້ປະກົດຜົນເປັນຈິງ, ທັງປະກອບສ່ວນເພີ່ມແຮງຂັບເຄື່ອນທີ່ເຂັ້ມແຂງໃຫ້ແກ່ການພົວພັນຮ່ວມມື ລາວ-ຈີນ ນັບມື້ດີຂຶ້ນຢ່າງບໍ່ຢຸດຢັ້ງ.


