ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ປະກາດການຈັດຕັ້ງ

Jan 16, 2026

ໃນຕອນບ່າຍວັນທີ 14 ມັງກອນ 2026 ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດພິທີປະກາດການຈັດຕັ້ງ ໂດຍໃຫ້ກຽດເປັນປະທານ ຂອງທ່ານ ປອ ບົວຄົງ ນາມມະວົງ, ລັດຖະມົນຕີ, ຫົວໜ້າ ຫສນຍ; ມີບັນດາທ່ານຮອງລັດຖະມົນຕີ, ຮອງຫົວໜ້າ ຫສນຍ; ບັນດາທ່ານຫົວໜ້າ-ຮອງຫົວໜ້າກົມ, ຕາງໜ້າຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍພະນັກງານ-ລັດຖະກອນ ຫສນຍ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
May be an image of dais and text
ໃນໂອກາດນີ້, ທ່ານ ທົງສັກ ກົມມະເມືອງ, ຮອງຫົວໜ້າກົມຄຸ້ມຄອງພະນັກງານ, ຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານນິຕິກຳ ກ່ຽວກັບການແຕ່ງຕັ້ງ ແລະ ຍົກຍ້າຍ ຄື: ແຕ່ງຕັ້ງ ທ່ານ ປອ ຄຳຜາ ພິມມະສອນ ແລະ ທ່ານ ວິແກ້ວ ບຸບຜາວັນ ເປັນຮອງລັດຖະມົນຕີ, ຮອງຫົວໜ້າ ຫສນຍ; ແຕ່ງຕັ້ງທ່ານ ສອນປະເສີດ ດາລາວົງ ເປັນຜູ້ຊ່ວຍ (ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ); ແຕ່ງຕັ້ງທ່ານ ຄົມສັນ ໄຊຍະສານ ເປັນຫົວໜ້າກົມຈັດຕັ້ງ; ແຕ່ງຕັ້ງທ່ານ ນິມມະວົງ ອິນທະວົງ ເປັນຫົວໜ້າກົມກວດກາ; ແຕ່ງຕັ້ງທ່ານ ສົມຄວນ ມາສຸວັນ ເປັນຫົວໜ້າກົມປະຊາສຳພັນ; ແຕ່ງຕັ້ງທ່ານ ປອ ປາດຖະໜາ ສຸກອາລຸນ ເປັນຫົວໜ້າກົມນິຕິກຳ; ແຕ່ງຕັ້ງທ່ານ ສອນສະໄໝ ວໍລະສານ ເປັນຫົວໜ້າກົມຊົນເຜົ່າ ແລະ ສາສະໜາ; ແລະ ຍົກຍ້າຍທ່ານ ນາງ ສຸລິກັນ ພົມມະຈັນ ຫົວໜ້າກົມຈັດຕັ້ງ ໄປຮັບໜ້າທີ່ໃໝ່ ຢູ່ຫໍປະຊຸມແຫ່ງຊາດ. ຫຼັງຈາກນັ້ນ ກໍ່ໄດ້ມີພິທີມອບນິຕິກຳດັ່ງກ່າວ ໃຫ້ແກ່ບັນດາທ່ານ ທີ່ໄດ້ຮັບການແຕ່ງຕັ້ງ ແລະ ຍົກຍ້າຍ ໃນຄັ້ງນີ້.
May be an image of dais and text
ໃນຕອນທ້າຍ, ທ່ານ ລັດຖະມົນຕີ, ຫົວໜ້າ ຫສນຍ ກໍ່ໄດ້ໃຫ້ກຽດໂອ້ລົມຕໍ່ພິທີ ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ບັນດາທ່ານ ທີ່ໄດ້ຮັບການແຕ່ງຕັ້ງ, ສັບຊ້ອນ ແລະ ຮັບເຂົ້າມາສັງກັດຢູ່ ຫສນຍ; ພ້ອມທັງ ສະເໜີໃຫ້ບັນດາທ່ານ ທີ່ເຂົ້າຮ່ວມ ຮັບຮູ້ ແລະ ເຂົ້າໃຈວ່າ ການບູລະນະການຈັດຕັ້ງ, ການແຕ່ງຕັ້ງ, ​ສັບ​ຊ້ອນພະນັກງານ ແມ່ນກົດເກນພາວະວິໄສ​, ທຸກໆການຈັດຕັ້ງກໍ່ລ້ວນແຕ່ມີການເຄື່ອນເໜັງ, ປັບປຸງໄປຕາມແຕ່ລະໄລຍະ, ຕາມໜ້າທີ່ການເມືອງຂອງການປະຕິວັດ, ພະນັກງານ ກໍ່ມີການຊັບຊ້ອນແຕ່ງຕັ້ງ ໄປຕາມຄວາມຮຽກຮ້ອງຕ້ອງການຂອງ ໜ້າທີ່ວຽກງານ, ໃຫ້ແທດເໝາະກັບຄຸນສົມບັດ, ລະດັບຄວາມຮູ້-ຄວາມສາມາດ ແລະ ປະສົບການຕົວຈິງຂອງແຕ່ລະຄົນ, ເປັນການປະຕິບັດມະຕິ, ຄຳສັ່ງແລະ ການມອບໝາຍຂອງຂັ້ນເທິງ ກໍ່ຄືຫຼັກກການລວມສູນປະຊາທິປະໄຕ ໂດຍມີການຄົ້ນຄວ້າເປັນເອກະພາບພາຍໃນ ເພື່ອເປັນກຳລັງແຮງຂັບເຄື່ອນວຽກງານ ຫສນຍ ໃຫ້ສືບຕໍ່ເຕີບໃຫຍ່, ເຂັ້ມແຂງ ແລະ ມີຄຸນນະພາບ ບໍ່ຢຸດຢັ້ງ. ອັນສຳຄັນ, ທ່ານ ຍັງໄດ້ມີຄໍາເຫັນເນັ້ນໜັກ ໃຫ້ເອົາໃຈໃສ່ໃນຕໍ່ໜ້າຕື່ມບາງດ້ານ ເປັນຕົ້ນ: ພ້ອມກັນຍົກສູງຄວາມຮັບຜິດຊອບທາງດ້ານການເມືອງ ກໍຄື ການນຳພາວຽກງານວິຊາສະເພາະຂອງຕົນໃຫ້ສູງຂຶ້ນກວ່າເກົ່າ, ມີຄວາມເສຍສະຫຼະ ເພື່ອສ່ວນລວມ; ຈັດຕັ້ງປະຕິບັດວຽກງານ ຕາມຫຼັກການລວມສູນປະຊາທິປະໄຕ, ຕົກລົງເປັນໝູ່ຄະນະ, ມອບບຸກຄົນຮັບຜິດຊອບ; ເອົາໃຈໃສ່ເຕົ້າໂຮມຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ, ເຮັດໃຫ້ບັນຍາກາດໃນການເຮັດວຽກ ເປັນຂະບວນການຢ່າງຕັ້ງໜ້າ; ສຸມໃສ່ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໂດຍສະເພາະ ໂຄງການການເມືອງ, ລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X ແລະ ເອກະສານ 40 ປີ ແຫ່ງການປ່ຽນແປງໃໝ່ ໃຫ້ເລິກເຊິ່ງ; ພ້ອມກັນກວດກາຄືນບັນດາເນື້ອໃນມະຕິກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ຂອງຂອງອົງຄະນະພັກ ຫສນຍ ເພື່ອຜັນຂະຫຍາຍໃຫ້ເປັນອັນລະອຽດ, ແບ່ງງານແບ່ງຄວາມຮັບຜິດຊອບ ໃຫ້ຈະແຈ້ງ; ຂຸ້ນຂ້ຽວສ້າງແຜນດຳເນີນງານ ໃນຂົງເຂດວຽກງານຂອງຕົນ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານ ໃຫ້ແທດເໝາະຕົວຈິງ; ສຸມໃສ່ສັງລວມຜົນງານພົ້ນເດັ່ນການຈັດຕັ້ງປະຕິບັດວຽກງານ ໃນໄລຍະ 5 ປີຜ່ານມາ ຂອງລັດຖະບານ ຊຸດທີ IX ເພື່ອພິຈາລະນາຮັບຮອງເອົາຄະນະລັດຖະບານ ຊຸດທີ X ໃນກອງປະຊຸມສະໄໝສາມັນ ເທື່ອທີ I ຂອງສະພາແຫ່ງຊາດ ຊຸດທີ X; ເອົາໃຈໃສ່ປັບປຸງກົນໄກ-ແບບແຜນວິທີເຮັດວຽກ ແລະ ແຜນດຳເນີນງານ ຂອງບັນດາໜ້າວຽກຂອງລັດຖະບານ; ສືບຕໍ່ເຊື່ອມຊຶມກຳແໜ້ນດຳລັດ ວ່າດ້ວຍໂຄງປະກອບການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ຫສນຍ ຕິດພັນກັບວຽກວິຊາສະເພາະຂອງຕົນ ຢ່າງເປັນປົກກະຕິ ໂດຍສະເພາະ 3 ພາລະບົດບາດ, 33 ໜ້າທີ່, 12 ສິດ, 4 ຫຼັກການ ແລະ 3 ແບບແຜນວິທີເຮັດວຽກ; ສືບຕໍ່ປັບປຸງການຈັດຕັ້ງ ທີ່ຕິດພັນກັບການຄົ້ນຄວ້າບັນດານະໂຍບາຍ ໂດຍມີການພິຈາລະນາ ຢ່າງລະອຽດ ແລະ ຮອບດ້ານ; ເອົາໃຈໃສ່ສ້າງເງື່ອນໄຂ-ກົນໄກສະໜັບສະໜູນ, ອູ້ມຊູຊ່ວຍເຫຼືອ ແລະ ອຳນວຍຄວາມສະດວກ ເຊິ່ງກັນ ແລະ ກັນ ໃຫ້ສາມາດເຄື່ອນໄຫວວຽກງານໄດ້ໂລ່ງລ່ຽນ, ວ່ອງໄວ, ເຮັດໃຫ້ການປະຕິບັດພາລະບົດບາດ ແລະ ໜ້າທີ່ຂອງຕົນ ມີປະສິດທິພາບ ແລະ ປະສິດທິຜົນສູງ.
ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ.