ວັນທີ 15 ມັງກອນ 2026, ທີ່ວິທະຍາໄລສິລະປະແຫ່ງຊາດ, ຄະນະບໍລິຫານງານຊາວໜຸ່ມກະຊວງ ວັດທະນະທຳ ແລະ ກ່ນທ່ອງທ່ຽວ ຫຼື ວທ ໄດ້ຈັດກອງປະຊຸມສະຫຼຸບວຽກງານຊາວໜຸ່ມ ປີ 2025 ແລະ ແຜນການປີ 2026. ສະຫາຍ ລິດທິສັກ ວໍລະລາດ ເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງ ວທ ໄດ້ລາຍງານຜົນສຳເລັດທີ່ໄດ້ຈັດຕັ້ງປະຕິບັດໃນປີ 2025 ຊຶ່ງຊາວໜຸ່ມທົ່ວກະຊວງໄດ້ເປັນກຳລັງແຮງເຂົ້າຮ່ວມຂະບວນການລະດັບຊາດຢ່າງຟົດຟື້ນ ເປັນຕົ້ນ: 3 ວັນປະຫວັດສາດຢ່າງມີຄວາມໝາຍ, ງານມະຫາກຳກິລາແຫ່ງຊາດ, ພົ້ນເດັ່ນແມ່ນການສວນສະໜາມສະເຫຼີມສະຫຼອງວັນຊາດ ຄົບຮອບ 50 ປີ, ວັນສຳຄັນຂອງພັກ-ຂອງຊາດ. ໃນພິທີ, ທ່ານ ຄຳເພົ້າ ວັນນາວົງ ຄະນະປະຈຳພັກກະຊວງ, ຫົວໜ້າກົມກວດກາ ໄດ້ໂອ້ລົມຊີ້ນຳໃຫ້ຊາວໜຸ່ມກະຊວງ ຖວ ໃນປີ 2026 ນີ້ ຕ້ອງເນັ້ນໃສ່ສ້າງເວທີແຂ່ງຂັນສິລະປະ, ການປະດິດຄິດແຕ່ງກາບກອນ ແລະ ຈັດງານພົບປະຕະຫຼາດນັດຊາວໜຸ່ມ ເພື່ອສ້າງຄວາມສາມັກຄີ, ສ້າງຂະບວນການຊາວໜຸ່ມຕົວແບບ ລວມທັງສົ່ງເສີມສິລະປະ ແລະ ການທ່ອງທ່ຽວ. ທ່ານໄດ້ຮຽກຮ້ອງໃຫ້ຊາວໜຸ່ມເປັນເຈົ້າການຕ້ານປາກົດການຫຍໍ້ທໍ້, ມຸ່ງໝັ້ນສ້າງຖັນແຖວ “ຊາວໜຸ່ມ 4 ບຸກ” ໃຫ້ກາຍເປັນກະດູກສັນຫຼັງທີ່ເຂັ້ມແຂງໃນການປົກປັກຮັກສາວັດທະນະທຳ ແລະ ສົ່ງເສີມການທ່ອງທ່ຽວໃຫ້ຍືນຍົງ ເພື່ອພັດທະນາປະເທດຊາດໃຫ້ຮຸ່ງເຮືອງສີວິໄລ.



