ການປັບປຸງສະພາບແວດລ້ອມທາງທຸລະກິດ ປັດໄຈສໍາຄັນທີ່ຂັບເຄື່ອນການຄ້າຕ່າງປະເທດຂອງຈີນມີຄວາມໂດດເດັ່ນ

ທາງການຈີນ ໄດ້ເປີດເຜີຍຕົວເລກຂໍ້ມູນໃນວັນທີ 14 ມັງກອນ 2026 ສະແດງໃຫ້ເຫັນວ່າ: ປີ 2025, ຍອດມູນຄ່າການຄ້ານຳເຂົ້າ-ສົ່ງອອກຂອງຈີນມີເຖິງ 45,470 ຕື້ຢວນ,ເພີ່ມຂຶ້ນ 3,8% ເມື່ອທຽບໃສ່ປີ 2024 ເຊິ່ງສ້າງສະຖິຕິສູງສຸດເປັນປະຫວັດສາດ, ໃນນັ້ນ,ການຄ້າສົ່ງອອກມີເຖິງ 26,990 ຕື້ຢວນ, ເພີ່ມຂຶ້ນ 6,1%,ການຄ້ານຳເຂົ້າມີເຖິງ 18,480 ຕື້ຢວນ, ເພີ່ມຂຶ້ນ 0,5% ເຮັດໃຫ້ສືບຕໍ່ຮັກສາຖານະເປັນປະເທດໃຫຍ່ອັນດັບໜຶ່ງດ້ານການຄ້າສິນຄ້າໃນທົ່ວໂລກ. ປີ 2025 ຈີນໄດ້ແລກປ່ຽນການຄ້າກັບ 240 ກວ່າປະເທດ ແລະ ເຂດແຄວ້ນທົ່ວໂລກ, ແລະມີການເຕີບໂຕໃນການນໍາເຂົ້າ-ສົ່ງອອກກັບ 190 ກວ່າປະເທດ ແລະ ເຂດແຄວ້ນ. ໃນຈໍານວນນີ້ ເປັນການນໍາເຂົ້າ-ສົ່ງອອກກັບປະເທດທີ່ເຂົ້າຮ່ວມໂຄງ ການໜຶ່ງແລວໜຶ່ງເສັ້ນທາງ 23,600 ຕື້ຢວນ, ເພີ່ມຂຶ້ນ 6,3%, ກວມເອົາ 51,9% ຂອງຍອດການນໍາເຂົ້າ-ສົ່ງອອກທັງໝົດ ໂດຍມີຍອດການນໍາເຂົ້າ-ສົ່ງອອກກັບອາຊຽນ 7,500 ຕື້ຢວນ, ເພີ່ມຂຶ້ນ 8% ເມື່ອທຽບໃສ່ປີ 2024.

ເມື່ອວິເຄາະແລ້ວເຫັນວ່າ ມີຫຼາຍປັດໄຈທີ່ເຮັດໃຫ້ການຄ້າຕ່າງປະເທດຂອງຈີນມີຄວາມໂດດເດັ່ນໃນປີ 2025, ໃນນັ້ນສໍາຄັນກວ່າໝູ່ແມ່ນການປັບປຸງສະພາບແວດລ້ອມ ທາງທຸລະກິດຢ່າງຕໍ່ເນື່ອງເພື່ອສ້າງຄວາມສະດວກສະບາຍໃຫ້ແກ່ການຄ້າຂອງສອງຝ່າຍ. ເມື່ອບໍ່ດົນມານີ້, ທາງການຈີນໄດ້ປະກາດບັນຊີລາຍຊື່ອຸດສາຫະກຳທີ່ສົ່ງເສີມທຶນຕ່າງປະເທດ ສະບັບປີ 2025 ເຊິ່ງຈະມີຜົນບັງຄັບໃຊ້ເລີ່ມແຕ່ວັນທີ 1 ກຸມພາ ປີ 2026 ເປັນຕົ້ນໄປ. ບັນຊີລາຍຊື່ນີ້ເປັນນະໂຍບາຍສຳຄັນໃນການສົ່ງເສີມການລົງທຶນຈາກຕ່າງປະເທດຂອງຈີນ ແລະ ເປັນນະໂຍບາຍສຳຄັນສຳລັບອຸດສາຫະກຳ ແລະ ທ້ອງຖິ່ນທີ່ຊາວຕ່າງຊາດເຂົ້າມາລົງທຶນ ເຊິ່ງຖືເປັນມາດຕະການສຳຄັນໃນການດຶງດູດ ແລະ ໃຊ້ປະໂຫຍດຈາກທຶນຕ່າງ ປະເທດໃຫ້ມີປະສິດທິພາບຫຼາຍຂຶ້ນ.

ບັນຊີລາຍຊື່ອຸດສາຫະກຳທີ່ສົ່ງເສີມທຶນຕ່າງປະເທດສະບັບໃໝ່ ມຸ່ງເນັ້ນໄປສູ່ນະວັດຕະກຳ ຫຼື ການປະດິດສ້າງໃໝ່ດ້ານວິທະຍາສາດເຕັກໂນໂລຊີ ແລະ ການພັດທະນາກຳລັງການຜະລິດໃໝ່ທີ່ມີຄຸນນະພາບໃໝ່ ເຊິ່ງສະທ້ອນໃຫ້ເຫັນເຖິງຄວາມຕັ້ງໃຈທີ່ເດັດດ່ຽວຂອງຈີນໃນການເປີດກວ້າງການເປີດປະຕູສູ່ພາຍນອກໃນລະດັບສູງ ໂດຍຊີ້ນຳທຶນຕ່າງປະເທດໄປສູ່ອຸດສາຫະກຳການຜະລິດລະດັບນຳໜ້າ, ອຸດສາຫະກຳການບໍລິການທີ່ທັນສະໄໝ ແລະ ມຸ່ງໄປສູ່ພື້ນທີ່ພາກກາງ, ພາກຕາເວັນຕົກ, ພາກຕາເວັນອອກສຽງເໜືອ ແລະ ແຂວງໄຫຫຼໍາ. ນີ້ຖືເປັນການຊຸກຍູ້ອັນແຂງແຮງທີ່ຈະເຮັດໃຫ້ວິສາຫະກິດທຶນຕ່າງປະເທດເຂົ້າມາລົງ ທຶນ, ດຳເນີນງານ ແລະ ຍົກລະດັບໃນຈີນ.
ປີ 2026, ເປັນປີເລີ່ມຕົ້ນຂອງແຜນພັດທະນາ 5 ປີ ຄັ້ງທີ 15 ຂອງຈີນ. ໄລຍະບໍ່ດົນມານີ້, ຫຼາຍແຂວງໃນທົ່ວປະເທດຈີນໄດ້ນຳໃຊ້ກອງປະຊຸມຄັ້ງທຳອິດຂອງປີໃໝ່ເປັນຈຸດເລີ່ມຕົ້ນໃນການວາງແຜນວຽກເຮັດໃນຕົ້ນປີຢ່າງຖືກເປົ້າໝາຍ ເຊັ່ນ: ນະຄອນຊຽງໄຮ້, ແຂວງຫຼຽວນິງ ແລະ ແຂວງຟູຈ້ຽນ ໃຫ້ຄວາມສຳຄັນກັບການປັບປຸງສະພາບແວດລ້ອມທາງທຸລະກິດຢ່າງຕໍ່ເນື່ອງ. ສ່ວນແຂວງໄຫຫຼໍາ ປະສົບຜົນສຳເລັດໃນການເປີດດ່ານພາສີອິດ ສະຫຼະ ໂດຍມີການດຳເນີນງານລະດັບສູງຢ່າງເປັນລະບົບ ແລະ ມາດຕະການແນ່ນອນ ອອກມາຕາມລຳດັບ ເພື່ອຊ່ວຍໃຫ້ແຜນພັດທະນາ 5 ປີ ຄັ້ງທີ 15 ສາມາດເລີ່ມຕົ້ນດ້ວຍບາດກ້າວທີ່ໝັ້ນຄົງ.

ແຂວງຫຼຽວນິງ ໄດ້ກຳນົດໃຫ້ການປັບປຸງສະພາບແວດລ້ອມທາງທຸລະກິດເປັນໜ້າວຽກຍຸດທະສາດສຳຄັນທີ່ສຸດ, ເປັນໄປໄດ້ຈິງທີ່ສຸດ ແລະ ດ່ວນທີ່ສຸດໃນໄລຍະແຜນພັດ ທະນາດັ່ງກ່າວ ເຊິ່ງກອງປະຊຸມວ່າດ້ວຍການປັບປຸງສະພາບແວດລ້ອມທາງທຸລະກິດຂອງແຂວງຫຼຽວນິງ ໄດ້ສະເໜີເປົ້າໝາຍໃນການສ້າງໃຫ້ເປັນ “ແຂວງທີ່ມີຊື່ສຽງດີທີ່ສຸດດ້ານສະ ພາບແວດລ້ອມໃນການດໍາເນີນທຸລະກິດ” ແລະ ໄດ້ເຜີຍແຜ່ “ແຜນປະຕິບັດງານແຂວງຫຼຽວນິງວ່າດ້ວຍການປັບປຸງສະພາບແວດລ້ອມທາງທຸລະກິດຢ່າງເຕັມທີ່ສະບັບປີ 2026” ເຊິ່ງກຳນົດມາດຕະການທັງໝົດ 34 ຂໍ້ໃນ 6 ດ້ານ.
ສໍາລັບນະຄອນຊຽງໄຮ້, ນັບແຕ່ປີ 2018 ເປັນຕົ້ນມາ ໄດ້ໃຫ້ຄວາມສໍາຄັນກັບການສ້າງສະພາບແວດລ້ອມທາງທຸລະກິດທີ່ດີເລີດໂດຍເນັ້ນໃສ່ຕະຫຼາດ, ການຄຸ້ມຄອງຕາມກົດໝາຍ ແລະ ເປັນສາກົນ ໂດຍໄດ້ອອກແຜນປະຕິບັດງານເພື່ອປັບປຸງສະພາບແວດລ້ອມທາງທຸລະກິດ 8 ສະບັບ ເຊິ່ງມີການປັບປຸງທຸກປີ ແລະ ອອກມາດຕະການຕ່າງໆ 1,200 ກວ່າມາດຕະການ ແລະ ອື່ນໆ.

ສ່ວນແຂວງໄຫຫຼໍາ, ໃນວັນທີ 18 ທັນວາ 2025, ທ່າການຄ້າເສລີໄຫຫຼໍາໄດ້ເປີດບໍ ລິການດ່ານພາສີອິດສະຫຼະທົ່ວເກາະຢ່າງເປັນທາງການ, ເຊິ່ງນັບແຕ່ນັ້ນມາຮອດວັນທີ 31 ທັນວາ 2025 ການນຳເຂົ້າສິນຄ້າປອດພາສີມີມູນຄ່າ 420 ລ້ານຢວນ, ມີວິສາຫະກິດທຶນຕ່າງປະເທດທີ່ລົງທະບຽນໃໝ່ 3,265 ແຫ່ງ ເພີ່ມຂຶ້ນກວ່າ 2 ເທົ່າເມື່ອທຽບ ໃສ່ໄລຍະດຽວກັນຂອງປີກ່ອນ, ເຊິ່ງໝົດປີມີວິສາຫະກິດທຶນຕ່າງປະເທດທີ່ລົງທະບຽນໃໝ່ 30,000 ແຫ່ງ, ເພີ່ມຂຶ້ນ 40%. ປີ 2026 ເປັນປີທຳອິດໃນການດຳເນີນງານຂອງທ່າການຄ້າເສລີໄຫຫຼໍາພາຍຫຼັງເປີດບໍລິການດ່ານພາສີດັ່ງກ່າວ ເຊິ່ງເປັນການເລີ່ມຕົ້ນທີ່ສຳຄັນຕໍ່ສະພາບການໂດຍລວມ. ໃນມື້ເຮັດວຽກມື້ທຳອິດຂອງປີໃໝ່, ແຂວງໄຫຫຼໍາໄດ້ຈັດກອງປະຊຸມເພື່ອສົ່ງເສີມການສ້າງທ່າການຄ້າເສລີໄຫຫຼໍາໃຫ້ໄດ້ມາດຕະຖານສູງ ໂດຍອີງໃສ່ຈຸດເລີ່ມຕົ້ນໃໝ່ໃນການດຳເນີນງານດ້ານພາສີຢ່າງເຕັມຮູບແບບຂອງເກາະ. ກອງປະຊຸມໄດ້ຢໍ້າເຖິງຄວາມຈຳເປັນຕ້ອງມຸ່ງໄປສູ່ມາດຕະຖານສູງ ເພື່ອໃຫ້ບັນລຸການພັດທະນາທີ່ມີຄຸນນະພາບສູງກວ່າເກົ່າ.
ນອກຈາກນີ້, ໃນມື້ເຮັດວຽກມື້ທຳອິດຂອງປີໃໝ່, ແຂວງເຫີໜານ ໄດ້ຈັດປະຊຸມລະ ດົມກຳລັງວາງແຜນການກໍ່ສ້າງໂຄງການຂະໜາດໃຫຍ່ ແລະ ການພັດທະນາອຸດສາຫະ ກຳການຜະລິດທີ່ມີຄຸນນະພາບສູງໃນປີ 2026 ໂດຍກຳນົດໃຫ້ການກໍ່ສ້າງໂຄງການເປັນຕົວຂັບເຄື່ອນຕົ້ນຕໍ ໂດຍຢໍ້າເຖິງຄວາມຈຳເປັນໃນການປະສົມປະສານໂຄງການສິ່ງອຳນວຍຄວາມສະດວກຂັ້ນພື້ນຖານເຂົ້າກັບການປັບປຸງໂຄງການອຸດສາຫະກຳໃຫ້ເໝາະສົມ, ນະວັດຕະກຳທາງເຕັກໂນໂລຊີເຂົ້າກັບການສົ່ງເສີມນະວັດຕະກຳທາງອຸດສາຫະກຳ ແລະ ການສົ່ງເສີມປະສິດທິພາບທາງດິຈິຕອນເຂົ້າກັບການເລັ່ງການປ່ຽນຜ່ານສູ່ເສດຖະກິດສີຂຽວ.

ທັງໝົດນີ້ຖືເປັນການເລີ່ມຕົ້ນຢ່າງວ່ອງໄວ. ການວາງແຜນໃນ “ກອງປະຊຸມຄັ້ງທຳອິດຂອງປີໃໝ່” ທົ່ວປະເທດຈີນມີຈຸດເນັ້ນທີ່ແຕກຕ່າງກັນ ແຕ່ທັງໝົດລ້ວນແຕ່ຍຶດໝັ້ນໃນຫຼັກການພັດທະນາທີ່ມີຄຸນນະພາບສູງຢ່າງສອດຄ່ອງ. ມາດຕະການທີ່ເປັນຮູບປະທຳຫຼາຍປະການບໍ່ພຽງແຕ່ເສີມສ້າງພື້ນຖານສຳລັບການພັດທະນາໃນປັດຈຸບັນເທົ່ານັ້ນ, ຍັງເປັນແຜນແມ່ບົດສຳລັບການພັດທະນາໃນໄລຍະຍາວຂອງແຕ່ລະແຂວງ ກໍຄື ຂອງຈີນ.
ໃນສະພາບທີ່ທົ່ວໂລກປະສົບຫຼາຍບັນຫາໃນດ້ານການຄ້າ ໂດຍສະເພາະການກະທໍາຂອງລັດທິຝ່າຍດຽວ ແລະ ລັດທິປົກປ້ອງການຄ້າ, ຈີນໄດ້ສະແດງໃຫ້ໂລກໄດ້ເຫັນການຄ້າຕ່າງປະເທດທີ່ໂດດເດັ່ນໃນປີ 2025 ເຊິ່ງໄດ້ມາຈາກການປັບປຸງສະພາບແວດລ້ອມທາງທຸ ລະກິດດ້ວຍມາດຕະການທີ່ມີຄະນນະພາບສູງ ເຊິ່ງບໍ່ໄດ້ນໍາເອົາຜົນປະໂຫຍດມາໃຫ້ຈີນພຽງຢ່າງດຽວເທົ່ານັ້ນ ຍັງນໍາເອົາຜົນປະໂຫຍດມາໃຫ້ແກ່ບັນດາປະເທດ ແລະ ເຂດແຄ້ວນທີ່ແລກປ່ຽນການຄ້າກັບຈີນ, ທັງປະກອບສ່ວນເຂົ້າໃນການຂັບເຄື່ອນການເປີດປະຕູສູ່ພາຍນອກຂອງຈີນໃຫ້ນັບມື້ມີປະສິດທິຜົນຢ່າງບໍ່ຢຸດຢັ້ງ.


