ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມສະຫຼຸບວຽກງານ ປກຊ-ປກສ 4 ແຂວງພາກໃຕ້ ແລະ 1 ກອງພົນ ປະຈໍາປີ 2025

Jan 19, 2026

ໃນຕອນເຊົ້າວັນທີ 16 ມັງກອນ 2026 ທີ່ແຂວງຈໍາປາສັກ ໄດ້ຈັດກອງປະຊຸມສະຫຼຸບປະຈໍາປີ 2025 ແລະ ທິດທາງແຜນການ ປີ 2026 ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ (ປກຊ-ປກສ) 4 ແຂວງພາກໃຕ້ (ຈໍາປາສັກ, ສາລະວັນ, ເຊກອງ, ອັດຕະປື) ແລະ ກອງພົນທະຫານຮາບທີ 5 ພາຍໃຕ້ການເປັນປະທານຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ, ຮອງປະທານ-ຜູ້ປະຈໍາການ ຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ຮອງນາຍົກລັດ ຖະມົນຕີ; ມີບັນດາສະຫາຍ ເລຂາຄະນະບໍລິຫານງານພັກແຂວງ-ປະທານຄະນະກໍາມະການ ປກຊ-ປກສ ແຂວງ, ປະທານ-ຮອງປະທານຄະນະກຳມະການປົກຄອງ ບັນດາແຂວງດັ່ງກ່າວ, ຜູ້ຕາງໜ້າຈາກຫ້ອງວ່າການສູນກາງພັກ, ກະຊວງປ້ອງກັນປະເທດ, ຄະນະພັກ-ຄະນະບັນຊາ ສອງກໍາລັງປະກອບອາວຸດ ແລະ ຄະນະພັກ-ຄະນະບັນຊາກອງພົນທະຫານຮາບທີ 5 ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນໂອກາດນີ້, ສະຫາຍ ອາລຸນໄຊ ສູນນະລາດ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງຈຳປາສັກ, ປະທານຄະນະກໍາມະການ ປກຊ-ປກສ ແຂວງຈຳປາສັກ ໄດ້ມີຄຳເຫັນກ່າວຕ້ອນຮັບບັນດາສະຫາຍ ທີ່ເຂົ້າຮ່ວມກອງປະຊຸມ, ພ້ອມທັງ ລາຍງານໃຫ້ຊາບ ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ແລະ ສະພາບການຈັດຕັ້ງປະຕິບັດ ວຽກງານ ປກຊ-ປກສ ຂອງແຂວງ ໃນໄລຍະ 1 ປີທີ່ຜ່ານມາ. ຫຼັງຈາກນັ້ນ, ສະຫາຍ ພົຈວ ວິລະຕູ່ ວໍລະຈິດ, ຮອງປະທານຄະນະກຳມະການ ປກຊ-ປກສ ແຂວງ, ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຈໍາປາສັກ ໄດ້ຕາງໜ້າຄະນະກຳມະການ ປກຊ-ປກສ 4 ແຂວງພາກໃຕ້ ແລະ ກອງພົນທະຫານຮາບທີ 5 ລາຍງານໃຫ້ຊາບ ກ່ຽວກັບຜົນການຈັດຕັ້ງປະຕິບັດວຽກງານ ປກຊ-ປກສ ຢູ່ 4 ແຂວງພາກໃຕ້ ໃນໄລຍະ 1 ປີຜ່ານມາ ເຫັນວ່າ ພາຍໃຕ້ການນໍາພາ-ຊີ້ນໍາ ຂອງກົມການເມືອງສູນກາງພັກ, ລັດຖະບານ ໂດຍສະເພາະ ຄະນະກຳມະການ ປກຊ-ປກສ ສູນກາງ, ແຂວງ ແລະ ການຮ່ວມມືຈາກ ອົງການປົກຄອງແຕ່ລະຂັ້ນ ຕະຫຼອດຮອດການປະກອບສ່ວນຂອງປະຊາຊົນບັນດາເຜົ່າ ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ສາມາດຍາດໄດ້ຜົນສໍາເລັດຫຼາຍດ້ານ, ເຮັດໃຫ້ຂອບເຂດ 4 ແຂວງພາກໃຕ້ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍດີ, ລະບົບການເມືອງຢູ່ຂັ້ນຮາກຖານ ໄດ້ຮັບການປັບປຸງ, ເສດຖະກິດ ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ພັດທະນາດີຂຶ້ນຢ່າງຕໍ່ເນື່ອງ, ກໍາລັງ ປກຊ-ປກສ ນັບມື້ເຕີບໃຫຍ່ເຂັ້ມແຂງ ສາມາດຮັບປະກັນໃຫ້ແກ່ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ, ປະຊາຊົນບັນດາເຜົ່າ ມີຄວາມສາມັກຄີປອງດອງ ແລະ ພ້ອມກັນປະກອບສ່ວນຢ່າງແຂງແຮງ ໃນວຽກງານ ປກຊ-ປກສ ຢູ່ທ້ອງຖິ່ນຂອງຕົນ ຢ່າງເປັນຂະບວນກວ້າງຂວາງ.
May be an image of dais and text May be an image of dais and text
ໃນໂອກາດດຽວກັນ, ບັນດາຜູ້ເຂົ້າຮ່ວມ ໄດ້ປະກອບຄໍາເຫັນຕໍ່ກອງປະຊຸມ ຢ່າງກົງໄປກົງມາ ໂດຍໄດ້ຍົກໃຫ້ເຫັນຜົນສຳເລັດອັນພົ້ນເດັ່ນ, ບາງຂໍ້ຄົງຄ້າງ ແລະ ສິ່ງທ້າທາຍຕ່າງໆ ໃນຂອບເຂດຄວາມຮັບຜິດຊອບຂອງກົມກອງ ແລະ ທ້ອງ ຖິ່ນຂອງຕົນ, ທັງເປັນເອກະພາບສູງ ຕໍ່ຮ່າງບົດສະຫຼຸບວຽກງານ ປກຊ-ປກສ ປີ 2025 ແລະ ທິດທາງແຜນວຽກຈຸດສຸມ ປີ 2026.
ໃນຕອນທ້າຍ, ສະຫາຍ ຮອງປະທານ-ຜູ້ປະຈໍາການ ຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ຮອງນາຍົກລັດຖະມົນຕີ ກໍ່ໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນໍາ ຕໍ່ກອງປະຊຸມ ໂດຍໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດ ໃນການປະຕິບັດວຽກງານ ປກຊ-ປກສ ໃນໄລຍະ 1 ປີຜ່ານມາ ຢູ່ຂອບເຂດ 4 ແຂວງພາກໃຕ້. ອັນສໍາຄັນ, ສະຫາຍ ໄດ້ເນັ້ນໜັກໃຫ້ຄະນະ ປກຊ-ປກສ 4 ແຂວງພາກໃຕ້ ແລະ ກອງພົນທີ 5 ເອົາໃຈໃສ່ວຽກງານໃນຕໍ່ໜ້າ ຕື່ມບາງດ້ານ ເປັນຕົ້ນ ໃຫ້ສືບຕໍ່ຫັນກໍາລັງລົງກໍ່ສ້າງຮາກຖານການເມືອງ, ປັບປຸງອົງການປົກຄອງທ້ອງຖິ່ນ, ແກ້ໄຂໜໍ່ແໜງ ທີ່ຈະພາໃຫ້ເກີດມີຄວາມບໍ່ສະຫງົບ ດ້ວຍຫຼາຍມາດຕະການ, ຫຼາຍວິທີການ ຢ່າງມີຈຸດສຸມ ແລະ ແທດເຖິງຕົວຈິງ; ເຊື່ອມຊຶມແນວທາງຂອງພັກ, ລະບຽບກົດໝາຍຂອງລັດ; ເປັນເຈົ້າການຕ້ານ ແລະ ສະກັດກັ້ນ ປະກົດການຫຍໍ້ທໍ້ຕ່າງໆ; ເພີ່ມທະວີການນໍາພາ-ຊີ້ນໍາຂອງຄະນະພັກ, ຄະນະກຳມະການ ປກຊ-ປກສ ແຕ່ລະຂັ້ນ ຕໍ່ວຽກງານ ປກຊ-ປກສ ໃຫ້ແຂງແຮງ ແລະ ເປັນປົກກະຕິ; ປັບປຸງກໍ່ສ້າງກໍາລັງ ໃຫ້ມີຄຸນນະພາບ, ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ, ມີຄວາມຊື່ສັດ, ຈົງຮັກພັກດີຕໍ່ປະເທດຊາດ, ມີນໍ້າໃຈພິລະອາດຫານ, ເສຍສະຫຼະສູງ, ເປັນກໍາລັງຫຼັກແຫຼ່ງ ທີ່ໄວ້ວາງໃຈຂອງປະຊາຊົນ; ໃຫ້ຄະນະພັກເອົາໃສ່ໃຈ່ປັບປຸງກົງຈັກການຈັດຕັ້ງ ແລະ ກໍ່ສ້າງພະນັກງານສືບທອດ ໃຫ້ມີຄວາມຕໍ່ເນື່ອງ; ເພີ່ມທະວີການພົວພັນຮ່ວມມືກັບບັນດາປະເທດອ້ອມຂ້າງ ແລະ ເພື່ອນມິດ ໂດຍໝູນໃຊ້ກົນໄກປະສານງານລະດັບສູນກາງ ແລະ ທ້ອງຖິ່ນ ຕໍ່ການແກ້ໄຂບັນຫາຄວາມບໍ່ສະຫງົບ, ຄວາມບໍ່ເປັນລະບຽບຮຽບຮ້ອຍຕາມແນວຊາຍແດນ ຢ່າງຄ່ອງແຄ້ວ ແລະ ທັນການ.
May be an image of one or more people, dais, crowd and text
ຂ່າວ ແລະ ພາບ: ກົມປະຊາສຳພັນ, ຫສນຍ.