ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະຖານທູດຫວຽດນາມ ປະຈຳລາວ ຖະແຫຼງຂ່າວກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ

Jan 19, 2026

ວັນທີ 16 ມັງກອນ 2026, ສະຖານທູດຫວຽດນາມປະຈຳລາວ ຈັດຖະແຫຼງຂ່າວກ່ຽວກັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ, ໂດຍການເປັນປະທານຂອງ ຟາມມິ່ງຈຽນ ອຸປະທູດຊົ່ວຄາວ ສະຖານທູດຫວຽດນາມ ປະຈໍາລາວ, ມີທ່ານ ສາຄອນ ພົມມະລາດ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຜູ້ຕາງໜ້າອົງການສື່ມວນຊົນ ຫວຽດນາມ-ລາວ ເຂົ້າຮ່ວມ.
May be an image of one or more people and text
ໃນພິທີ, ສະຫາຍ ຟາມມິ່ງຈຽນ ຖະແຫຼງຂ່າວວ່າ: ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ຈະຈັດຂຶ້ນລະຫວ່າງວັນທີ 19-25 ມັງກອນ 2026 ຢູ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ. ຈະມີຜູ້ແທນເຂົ້າຮ່ວມທັງໝົດ 1.586 ສະຫາຍ ທີ່ຕາງໜ້າໃຫ້ສະມາຊິກພັກກອມມູນິດຫວຽດນາມຫຼາຍກວ່າ 5 ລ້ານສະຫາຍ ພາຍໃຕ້ຄຳຂັວນ “ພາຍໃຕ້ຄັນທຸງອັນສະຫງ່າລາສີຂອງພັກ, ສຸມກຳລັງກາຍກຳລັງໃຈ, ເປັນຈິດໜຶ່ງໃຈດຽວ ຈັດຕັ້ງປະຕິບັດບັນດາຄາດໝາຍພັດທະນາປະເທດຊາດຮອດປີ 2030 ໃຫ້ມີໄຊ; ເປັນເຈົ້າຕົນເອງທາງດ້ານຍຸດທະສາດ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເຊື່ອໝັ້ນຕົນເອງ, ກ້າວເຂົ້າສູ່ສັກກະລາດໃໝ່-ສັກກະລາດແຫ່ງການກ້າວຂຶ້ນຂອງປະເທດຊາດ, ເພື່ອສັນຕິພາບ, ເອກະລາດ ປະຊາທິປະໄຕ, ຮັ່ງມີເຂັ້ມແຂງ, ວັດທະນາຖາວອນ, ສີວິໄລ, ມີຄວາມສຸກ, ກ້າວຂຶ້ນສູ່ສັງຄົມນິຍົມຢ່າງໜັກແໜ້ນ”. ກອງປະຊຸມໃຫຍ່ຄັ້ງນີ້, ຈະໄດ້ຮັບຮອງເອົາບັນດາເອກະສານທີ່ສຳຄັນ ຄື: ບົດລາຍງານການເມືອງຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XIII. ບົດລາຍງານສະຫຼຸບຄືນບາງບັນຫາທາງດ້ານທິດສະດີ ແລະ ພຶດຕິກຳ ກ່ຽວກັບພາລະກິດປ່ຽນແປງໃໝ່ ຕາມທີ່ກຳນົດທິດສັງຄົມນິຍົມ ໃນ 40 ປີຜ່ານມາ ຢູ່ຫວຽດນາມ. ບົດລາຍງານສະຫຼຸບ 15 ປີ ແຫ່ງການຈັດຕັ້ງປະຕິບັດກົດລະບຽບຂອງພັກ (2011-2025) ແລະ ສະເໜີທິດທາງການປັບປຸງ, ເພີ່ມເຕີມກົດລະບຽບພັກ. ບົດລາຍງານການສຳຫຼວດການນຳພາ, ຊີ້ນຳຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XIII. ຈະລົງຄະແນນສຽງເລືອກຕັ້ງເອົາຄະນະບໍລິຫານງານສູນກາງພັກ ສະໄໝທີ XIV ຕື່ມອີກ.
May be an image of one or more people
ໃນໂອກາດນີ້, ສະຫາຍ ຟາມມິ່ງຈຽນ ອຸປະທູດຊົ່ວຄາວ ສະຖານທູດຫວຽດນາມປະຈຳລາວໃຫ້ຮູ້ຕື່ມວ່າ: ກອງປະຊຸມໃຫຍ່ຜູ້ແທນທົ່ວປິເທດ ຄັ້ງທີ XIV ມີບາງຈຸດບຸກທະລຸໃໝ່ ເມື່ອທຽບໃສ່ບັນດາກອງປະຊຸມໃຫຍ່ຄັ້ງຜ່ານມາ, ນັ້ນແມ່ນຈິນຕະນາການທາງຍຸດທະສາດ ແລະ ວິໄສທັດໃໝ່; ປ່ຽນແປງໃໝ່ຢ່າງແຂງແຮງກ່ຽວກັບດ້ານເນື້ອໃນ ເປັນຕົ້ນ: ບົດລາຍງານການເມືອງ; ວຽກງານພະນັກງານໄດ້ມີການກະກຽມຢ່າງເຂັ້ມງວດ ແລະ ເດັດຂາດ; ບຸກທະລຸທາງດ້ານລະບຽບການ ແລະ ການກະທຳ; ວຽກງານການຈັດຕັ້ງທີ່ທັນສະໄໝ ແລະ ກອງປະຊຸມໃຫຍ່ຄັ້ງນີ້ແມ່ນ “ບໍ່ໃຊ້ເຈ້ຍ” ສ່ວນເອກະສານທີ່ເປັນເຈ້ຍທັງໝົດຈະຖືກປ່ຽນແທນ ໂດຍການຫັນເປັນດີຈິຕ໋ອນ, ຊຶ່ງຈະໃຫ້ບັນດາຜູ້ແທນນໍາໃຊ້ແທັບເລັດ ແລະ ຊອບແວສະເພາະ ເພື່ອຄົ້ນຄວ້າເອກະສານ, ລົງຄະແນນສຽງ ແລະ ເປິກສາຫາລືບັນຫາຕ່າງໆ.