ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທ່ານ ນາຍົກລັດຖະມົນຕີ ໃຫ້ກຽດເຂົ້າຮ່ວມຊົມ ແລະ ມອບຂັນລາງວັນການແຂ່ງຂັນບານເຕະ

Jan 19, 2026

ການແຂ່ງຂັນບານເຕະ ຊີງຂັນທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ປະຈໍາປີ 2025/2026 ນັດຊີງຊະນະເລີດ ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 17 ມັງກອນ 2026 ທີ່ສະໜາມກິລາແຂວງຫຼວງພະບາງ, ຊຶ່ງເປັນການພົບກັນ ລະຫວ່າງ ທີມສະໂມສອນບານເຕະ ກອງທັບ ກັບ ທີມສະໂມສອນບານເຕະ ເອສະຣາ ໂດຍການໃຫ້ກຽດເຂົ້າຮ່ວມຊົມ, ມອບຂັນລາງວັນຊະນະເລີດ ແລະ ປິດພິທີ ຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ; ມີທ່ານ ທອງສະລິດ ມັງໜໍ່ເມກ, ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ເລຂາຄະນະບໍລິຫານງານພັກແຂວງຫຼວງພະບາງ, ບັນດາທ່ານ ລັດຖະມົນຕີ-ຮອງລັດຖະມົນຕີ ກະຊວງ-ອົງການທີ່ກ່ຽວຂ້ອງ, ທ່ານ ປະທານສະຫະພັນບານເຕະ ແຫ່ງຊາດລາວ, ພ້ອມດ້ວຍການນໍາແຂວງຫຼວງພະບາງ, ແຂກຖືກເຊີນ ແລະ ມວນຊົນ ຊາວແຂວງຫຼວງພະບາງ ເຂົ້າຮ່ວມຢ່າງຫຼວງຫຼາຍ.
May be an image of one or more people, dais and hospital
ການແຂ່ງຂັນບານເຕະ ຊີງຂັນທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຄັ້ງນີ້ ແມ່ນໄດ້ເລີ່ມມາແຕ່ວັນທີ 22 ທັນວາ 2025 ໂດຍມີທັງໝົດ 19 ທີມເຂົ້າຮ່ວມແຂ່ງຂັນ, ໃນນັ້ນ ທີມຈາກລາວລີກ 1 ມີ 9 ທີມ ຄື: ສະໂມສອນບານເຕະ ກອງທັບ, ສະໂມສອນບານເຕະ ມັດສະດ້າ ຈີບີ, ສະໂມສອນບານເຕະ ເອສະຣາ, ສະໂມສອນບານເຕະ ຊ້າງນ້ອຍ, ສະໂມສອນບານເຕະ ຫຼວງພະບາງ ຟຟລ, ສະໂມສອນບານເຕະ ບີໄອເອັສ ມາດສເຕີ້, ສະໂມສອນບານເຕະ ນໍ້າທາ ຢູໄນເຕັດ ແລະ ສະໂມສອນບານເຕະ ສະຫວັນນະເຂດ; ແລະ ທີມຈາກລາວລີກ 2 ປະກອບມີ 10 ທີມ ຄື: ສະໂມສອນບານເຕະ ປກສ ແຂວງບໍ່ແກ້ວ, ສະໂມສອນບານເຕະ ທະຫານແຂວງສະຫວັນນະເຂດ, ສະໂມສອນບານເຕະ ປກສ ແຂວງເຊກອງ, ສະໂມສອນບານເຕະ ໂຮງງານອາລູຊິງ ແຂວງຊຽງຂວາງ, ສະໂມສອນບານເຕະ ສຸລິຍະວົງ ແຂວງຈຳປາສັກ, ສະໂມສອນບານເຕະ ປກສ ແຂວງສາລະວັນ, ສະໂມສອນບານເຕະເອກະລັກ ແຂວງບໍ່ແກ້ວ, ສະໂມສອນບານເຕະຮັກແພງ ແຂວງສາລະວັນ, ສະໂມສອນບານເຕະ ພີເອັມ ແຂວງເຊກອງ ແລະ ສະໂມສອນບານເຕະ ໂຮງຫຼໍ່ການໄຊ ແຂວງຈຳປາສັກ.
May be an image of soccer, football, grass and text May be an image of soccer, crowd and text
ການແຂ່ງຂັນຄູ່ຊີງຊະນະເລີດ ແມ່ນດໍາເນີນໄປດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ, ຊຶ່ງຜົນການແຂ່ງຂັນ ປະກົດວ່າ ທີມສະໂມສອນບານເຕະ ເອສະຣາ ສາມາດເອົາຊະນະ ທີມສະໂມສອນບານເຕະ ກອງທັບ ດ້ວຍປະຕູ 4-1 ຖືເປັນການໄດ້ແຊັ້ມລາຍການນີ້ ເປັນສະໄໝທີສອງຕິດຕໍ່ກັນ, ຊຶ່ງທີມເອສະຣາ ທີ່ໄດ້ແຊັ້ມຄັ້ງນີ້ ແມ່ນໄດ້ຮັບຂັນຊະນະເລີດ, ຫຼຽນ ແລະ ເງິນລາງວັນ 300 ລ້ານກີບ ມອບຂັນລາງວັນໂດຍ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ; ໃນຂະນະທີ່ຮອງແຊັ້ມ ຂອງທີມສະໂມສອນບານເຕະ ກອງທັບ ໄດ້ຮັບຫຼຽນ ແລະ ເງິນລາງວັນ 100 ລ້ານກີບ.
ສະເພາະລາງວັນບຸກຄົນ: ຄູຝຶກດີເດັ່ນ ແມ່ນທ່ານ ບຽງຊູນາ, ຄູຝຶກສະໂມສອນບານເຕະ ເອສະຣາ; ນັກກິລາຍິງປະຕູສູງສຸດແມ່ນ ປີເຕີ້ ພັນທະວົງ ຈາກສະໂມສອນບານເຕະ ເອສະຣາ ລົງສະໜາມ 5 ນັດ ຍິງໄດ້ 6 ປະຕູ; ຜູ້ຮັກສາປະຕູດີເດັ່ນແມ່ນ ກົບ ໂລກພະທິບ ຈາກສະໂມສອນບານເຕະ ເອສະຣາ ລົງສະໜາມ 5 ນັດ ເສຍ 2 ປະຕູ; ແລະ ນັກກິລາດີເດັ່ນໃນລາຍການນີ້ແມ່ນ ປີເຕີ້ ພັນທະວົງ ຈາກສະໂມສອນບານເຕະ ເອສະຣາ.
May be an image of soccer and text May be an image of one or more people, crowd and text
ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.