ວັນທີ 18 ມັງກອນນີ້, ກອງທັບປົດປ່ອຍປະຊາຊົນຈີນໄດ້ມອບໂຄງການ ຊ່ວຍເຫຼືອກໍ່ສ້າງຄ່າຍທະຫານກອງພັນນ້ອຍ 19 ກບຊ ແຂວງຜົ້ງສາລີ ໃຫ້ກອງທັບປະຊາຊົນລາວ ເຊິ່ງມີພິທີຈັດຂຶ້ນຢູ່ກະຊວງປ້ອງກັນປະເທດ ສປປ ລາວ, ຝ່າຍລາວເຂົ້າຮ່ວມໂດຍ ພົນໂທ ຄຳລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ, ຝ່າຍຈີນ ແມ່ນທ່ານ ນາງ ຟ່າງຫົງ ເອກອັກຄະລັດຖະທູດຈີນ ປະຈຳ ສປປ ລາວ ພ້ອມດ້ວຍຜູ້ແທນກອງທັບ ຝ່າຍຈີນ ແລະ ຝ່າຍລາວເຂົ້າຮ່ວມ.

ທ່ານນາງ ຟ່າງຫົງ ກ່າວວ່າ: ໂຄງການນີ້ເປັນຂອງຂວັນອັນມີຄວາມໝາຍ ເນື່ອງໃນໂອກາດ ຄົບຮອບ 65 ປີ ຂອງການສ້າງສາຍພົວພັນທາງການທູດ ຈີນ-ລາວ ແລະ 77 ປີ ຂອງການກໍ່ຕັ້ງກອງທັບປະຊາຊົນ ລາວ, ເປັນການສະທ້ອນໃຫ້ເຫັນຢ່າງຊັດເຈນຂອງການສະໜັບສະໜູນຂອງກອງທັບຈີນຕໍ່ການກໍ່ສ້າງ ແລະ ພັດທະນາກອງທັບລາວ, ທັງເປັນຂີດໝາຍສຳຄັນຂອງການຮ່ວມມື ແລະ ເດີນໜ້າຮ່ວມກັນຂອງສອງກອງທັບ.
ທ່ານຍັງກ່າວວ່າ: ສາຍພົວພັນຈີນ-ລາວ ໄດ້ເຂົ້າສູ່ໄລຍະທີ່ດີທີ່ສຸດໃນປະຫວັດສາດ, ຈີນຈະຮ່ວມມືກັບລາວ ເພື່ອນຳໃຊ້ຂໍ້ຕົກລົງສຳຄັນຂອງຜູ້ນຳສູງສຸດສອງພັກ ແລະ ສອງລັດ ໄປສືບຕໍ່ ແລະ ຍົກສູງມິດຕະພາບດັ້ງເດີມ, ເພີ່ມທະວີການຮ່ວມມືດ້ານການປ້ອງກັນປະເທດ ແລະ ຄວາມໝັ້ນຄົງ ເພື່ອສົ່ງເສີມສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ ແລະ ໂລກ.

ພົນໂທ ຄຳລຽງ ອຸທະໄກສອນ ໄດ້ຕາງໜ້າໃຫ້ຝ່າຍລາວກ່າວສະແດງຄວາມຮູ້ບຸນຄຸນຢ່າງສຸດຊຶ້ງ ແລະ ຂອບໃຈຢ່າງສູງຕໍ່ພັກ, ລັດ ແລະ ກອງທັບປົດປ່ອຍປະຊາຊົນ ຈີນອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫຼືອໂຄງການດັ່ງກ່າວ, ເຊິ່ງເປັນໂຄງການສຸດທີ່ລໍ້າຄ່າ ແລະ ເປັນປະໂຫຍດຢ່າງຍິ່ງສໍາລັບກອງທັບປະຊາຊົນລາວ. ຂໍຢັ້ງຢືນວ່າ: ເຖິງສະພາບການຂອງໂລກ ແລະພາກພື້ນຈະຜັນແປໄປແນວໃດກໍ່ຕາມ, ພັກ, ລັດ, ກອງທັບ ແລະ ປະຊາຊົນລາວ ບັນດາເຜົ່າຍັງຈະຍຶດໝັ້ນທິດຊີ້ນໍາຂອງສະຫາຍເລຂາທິການໃຫຍ່ ສີ ຈິ້ນຜິງ ແລະ ສະຫາຍເລຂາທິການໃຫຍ່ ທອງລຸນ ສີສຸລິດ ທີ່ວ່າ: “ບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ” ຕະຫຼອດໄປຢ່າງບໍ່ມີວັນຈະຈາງຫາຍ.

ໂຄງການຊ່ວຍເຫຼືອການກໍ່ສ້າງຄ້າຍທະຫານກອງພັນນ້ອຍ 19 ກບຊ ແຂວງຜົ້ງສາລີ ໄດ້ກໍ່ສ້າງອາຄານໃໝ່ 28 ຫຼັງ ລວມມີ ຫໍປະຊຸມໃຫຍ່, ຫ້ອງສະໝຸດ, ອາຄານຫ້ອງການ, ຫໍພັກ, ໂຮງອາຫານ ແລະ ອາຄານອື່ນໆ, ພ້ອມທັງກໍ່ສ້າງພື້ນຖານໂຄງລ່່າງຄົບຊຸດ ເຊັ່ນລະບົບນ້ຳປະປາ, ໄຟຟ້າ, ດັບເພີງ ແລະ ສິ່ງອຳນວຍຄວາມສະດວກອື່ນໆ. ໂຄງການນີ້ໄດ້ຈັດຫາອຸປະກອນສຳລັບການເຮັດວຽກ, ການພັກອາໄສ ແລະຫ້ອງຄົວ ສາມາດຮອງຮັບການດໍາເນີນງານ ແລະການດຳລົງຊີວິດຂອງນາຍ ແລະ ພົນທະຫານກອງພັນນ້ອຍ 19 ກບຊ ໄດ້ຢ່າງຄົບຖ້ວນ.


