ວັນທີ 19 ມັງກອນ 2026, ມີຫຼາຍພາກສ່ວນ ໄດ້ນໍາເອົາກະຕ່າດອກໄມ້ ແລະ ຂອງຂວັນ ເຂົ້າອວຍພອນຄະນະນໍາກະຊວງປ້ອງກັນປະເທດ, ໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ທີ 20 ມັງກອນ ຄົບຮອບ 77 ປີ, ໃນນີ້ມີສະມາຄົມທູດທະຫານຕ່າງປະເທດ ປະຈຳລາວ ນຳໂດຍພັນເອກ ສຸຣິຍັນ ຈິ່ວຈະເລີນ ຫົວໜ້າສະມາຄົມທູດທະຫານ, ກະຊວງການຕ່າງປະເທດ ນຳໂດຍ ສະຫາຍ ທອງສະຫວັນ ພົມວິຫານ ລັດຖະມົນຕີ ກະຊວງການຕ່າງປະເທດ, ກະຊວງໂຍທາທິການ ແລະ ຂົນສົ່ງ ນຳໂດຍ ສະຫາຍ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ນຳໂດຍ ສະຫາຍ ລິນຄໍາ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ນຳໂດຍ ສະຫາຍ ວັນສີ ກົວມົວ ຮອງລັດຖະມົນຕີ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ, ກະຊວງການເງິນ ນຳໂດຍ ສະຫາຍ ສຸລິວັດ ສຸວັນນະຈູມຄຳ ຮອງລັດຖະມົນຕີກະຊວງການເງິນ, ໃຫ້ການຕ້ອນຮັບໂດຍ ພົນໂທ ຄໍາລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ. ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ນຳໂດຍ ສະຫາຍ ນາງ ແກ້ວ ຈັນທະວີໄຊ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງປ້ອງກັນຄວາມສະຫງົບຕາງໜ້າໂດຍກົມ 504 ນໍາໂດຍ ພົນຈັດຕະວາ ສີສົມໄຊ ແກ້ວບຸນພັນ ຫົວໜ້າກົມ 504, ອົງການກາແດງແຫ່ງຊາດລາວ ນຳໂດຍ ສະຫາຍ ຄຳລາວັນ ຈັນມະລາວັນ ປະທານອົງການກາແດງແຫ່ງຊາດລາວ, ກອງພັນໃຫຍ່ 641 ນໍາໂດຍ ພັນເອກ ສອນແກ້ວ ຜາລີທອງ ຫົວໜ້າການເມືອງ ກອງພັນໃຫຍ່ 641, ບໍລິສັດລາວໂທລະຄົມມະຫາຊົນ ນຳໂດຍ ສະຫາຍ ສຸພົນ ຈັນທະວີໄຊ ຜູ້ອຳນວຍກາຍໃຫຍ່ບໍລິສັດລາວໂທລະຄົມ, ສານປະຊາຊົນສູງສຸດ ນຳໂດຍ ສະຫາຍ ບຸນຊ່ວງ ທະວີສັກ ຮອງປະທານສານປະຊາຊົນສູງສຸດ, ກະຊວງປ້ອງກັນຄວາມສະຫງົບ ນຳໂດຍ ພົນຈັດຕະວາ ຄອນສະຫວັນ ສົມພາໄຊ ຮອງລັດຖະມົນຕີ, ຫົວໜ້າກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ນຳໂດຍ ສະຫາຍ ສັນຕິສຸກ ສົມມາລາວົງ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທະນາຄານແຫ່ງ ສປປ ລາວ ນຳໂດຍ ສະຫາຍ ນາງ ບຸນຄຳ ວໍລະຈິດ ຜູ້ວ່າການທະນາຄານແຫ່ງ ສປປ ລາວ, ຄະນະຈັດຕັ້ງສູນກາງພັກ ນຳໂດຍ ສະຫາຍ ວັນນະ ບຸບຜາ ຫົວໜ້າຫ້ອງການ ຄຈສພ, ໂຮງຮຽນທິດສະດີການເມືອງກອງທັບ ນຳໂດຍ ພົນຈັດຕະວາ ບຸນທັນ ຈັນທະລີມາ ຫົວໜ້າການທະຫານໂຮງຮຽນທິດສະດີການເມືອງກອງທັບ, ກອງພັນໃຫຍ່ 11 ນໍາໂດຍ ພັນເອກ ສົມແພງ ແກ້ວສີລາ ຫົວໜ້າການທະຫານ ກອງພັນໃຫຍ່ 11, ສູນກາງແນວລາວສ້າງຊາດ ນຳໂດຍ ສະຫາຍ ນາງອິນລາວັນ ແກ້ວບຸນພັນ ຮອງປະທານ, ຜູ້ປະຈໍາການ ສູນກາງແນວລາວສ້າງຊາດ, ໃຫ້ການຕ້ອນຮັບໂດຍ ພົນໂທ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ.

ພົນໂທ ຄໍາລຽງ ອຸທະໄກສອນ ແລະ ພົນໂທ ວົງສອນ ອິນປານພິມ ໄດ້ຕາງໜ້າຄະນະນໍາກະຊວງປ້ອງກັນປະເທດ ສະແດງຄວາມຂອບໃຈຕໍ່ພາກສ່ວນຕ່າງໆ ທີ່ເຫັນໄດ້ຄວາມໝາຍສໍາຄັນ ຂອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ ຊຶ່ງຍາມໃດກອງທັບປະຊາຊົນລາວ ກໍເປັນກຳລັງຫຼັກແຫຼ່ງແກ່ນສານໃນການຮັກສາເອກະລາດ ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ ຖືເປັນເປັນໜ້າທີ່ອັນໜັກໜ່ວງ ແລະ ມີກຽດສະຫງ່າ ທີ່ພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າມອບໝາຍໃຫ້, ເວລາໃດກອງທັບກໍຖືສຳຄັນ ແລະ ຕັ້ງໜ້າປະຕິບັດພາລະກິດຂອງຕົນດ້ວຍຄວາມຮັບຜິດຊອບສູງ ສາມາດສ້າງໄດ້ບັນດາຜົນງານອັນໃຫຍ່ຫຼວງ ພ້ອມກັບປະຊາຊົນລາວບັນດາເຜົ່າ ໃນການປົກປັກຮັກສາໝາກຜົນ ຂອງການປະຕິວັດໄວ້ໄດ້ຢ່າງໝັ້ນຄົງ, ປະກອບສ່ວນປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເຮັດໃຫ້ເສດຖະກິດ-ສັງຄົມພັດທະນາຂະຫຍາຍຕົວ ແລະ ຊີວິດການເປັນຢູ່ຂອງພະນັກງານ-ນັກຮົບ ແລະ ປະຊາຊົນບັນດາເຜົ່າດີຂຶ້ນ, ປະເທດຊາດມີຄວາມໝັ້ນຄົງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ.





