ຄະນະໂຄສະນາອົບຮົມສູນກາງພັກ ຈັດກອງປະຊຸມສໍາມະນາວິທະຍາສາດ ພາຍໃຕ້ຫົວຂໍ້ “ທິດສະດີ-ພຶດຕິກຳ ການປະຕິບັດບົດບາດໂຄສະນາອົບຮົມ ເປັນກະບອກສຽງໃຫ້ແກ່ພັກ” ໃນວັນທີ 20 ມັງກອນ 2026 ໂດຍການເຂົ້າຮ່ວມຂອງ ສະຫາຍ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ, ມີບັນດາພະນັກງານນຳພາ-ຄຸ້ມຄອງ, ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ ທົ່ວຄະນະໂຄສະນາອົບຮົມສູນກາງພັກເຂົ້າຮ່ວມ.
ສະຫາຍ ຄຳພັນ ເຜີຍຍະວົງ ຍົກໃຫ້ເຫັນວ່າ: ການຈັດກອງປະຊຸມສຳມະນາຄັ້ງນີ້ ມີເປົ້າໝາຍສຳຄັນເພື່ອທົບທວນ ແລະ ປະເມີນຜົນງານໂຄສະນາອົບຮົມໃນໄລຍະຜ່ານມາ; ແລກປ່ຽນປະສົບການ ແລະ ແນວທາງການເຮັດວຽກຢ່າງມີປະສິດທິຜົນ; ກຳນົດທິດທາງ ແລະ ມາດຕະການຍົກສູງບົດບາດໂຄສະນາອົບຮົມໃນຕໍ່ໜ້າ; ແນໃສ່ພັດທະນາຂີດຄວາມສາມາດຂອງນັກໂຄສະນາໃຫ້ສອດຄ່ອງກັບສະພາບໃໝ່.

ການສຳມະນາວິທະຍາສາດຄັ້ງນີ້, ຍັງເປັນການໃຫ້ຄຳຕອບໃໝ່, ໃນສັງກາດໃໝ່ ຜ່ານການປະຕິບັດບົດບາດໜ້າທີ່ເປັນກະບອກສຽງອັນແຫຼມຄົມໃຫ້ແກ່ພັກເຮົາ, ຜູ້ເຂົ້າຮ່ວມໄດ້ແລກປ່ຽນ, ສົນທະນາຮ່ວມກັນໃນ 9 ຫົວຂໍ້ຍ່ອຍ ປິ່ນອ້ອມເນື້ອໃນສຳຄັນທີ່ມີຫຼັກການ, ມີລັກສະນະວິທະຍາສາດ ຕິດພັນກັບການຈັດຕັ້ງປະຕິບັດບົດບາດ, ໜ້າທີ່ການເມືອງຂອງແຕ່ລະພາກສ່ວນ ໃນການເປັນກະບອກສຽງໃຫ້ແກ່ພັກ ຊຶ່ງດໍາເນີນໄປໃນຮູບແບບເວທີເສວະນາ ໂດຍມີບັນດາກົມທີ່ຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ໄດ້ຂຶ້ນສະເໜີຫົວຂໍ້ຕ່າງໆ ເປັນຕົ້ນ: ວຽກງານໂຄສະນາປາຖະກະຖາ, ວຽກງານສຶກສາອົບຮົມ, ວຽກງານຄົ້ນຄວ້າທິດສະດີ ແລະ ພຶດຕິກຳ, ວຽກງານວາລະສານຂອງພັກ, ວຽກງານເກັບກຳຫາງສຽງສັງຄົມ, ວຽກງານຂໍ້ມູນ-ຂ່າວສານ, ວຽກງານເຜີຍແຜ່ຂ່າວສານໜັງສືພິມ, ວຽກງານກໍ່ສ້າງພະນັກງານໂຄສະນາອົບຮົມ ແລະ ວຽກງານກວດກາການປະຕິບັດໜ້າທີ່ການເມືອງໂຄສະນາອົບຮົມ. ພ້ອມນັ້ນ, ຍັງໄດ້ແລກປ່ຽນຄຳຄິດ, ຄຳເຫັນ ແລະ ສົນທະນາຢ່າງກົງໄປກົງມາ ກ່ຽວກັບບັນຫາຕ່າງໆທີ່ປິ່ນອ້ອມ 9 ຫົວຂໍ້ຍ່ອຍ ເພື່ອຖອດຖອນບົດຮຽນ ແລະ ນໍາໄປຈັດຕັ້ງຜັນຂະຫຍາຍໃຫ້ສອດຄ່ອງກັບສະພາບຄວາມເປັນຈິງໃນເງື່ອນໄຂປັດຈຸບັນ ແລະ ອະນາຄົດ.



