ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄວາມໂດດເດັ່ນ ແລະ ໂອກາດໃໝ່ທີ່ເຊື່ອງຊ້ອນຢູ່ໃນຜົນສໍາເລັດການເຕີບໂຕ 5% ຂອງ GDP ຈີນ

Jan 21, 2026

ຄວາມໂດດເດັ່ນ ແລະ ໂອກາດໃໝ່ທີ່ເຊື່ອງຊ້ອນຢູ່ໃນຜົນສໍາເລັດການເຕີບໂຕ 5% ຂອງ GDP ຈີນ

ພາຍໃຕ້ສະພາບການປ່ຽນແປງທີ່ສັບສົນຂອງເສດຖະກິດໂລກ, ປີ 2025 ລວມຍອດຜະລິດຕະພັນພາຍໃນ ຫຼື GDP ຂອງຈີນບັນລຸຫຼາຍກວ່າ 140.000 ຕື້ຢວນ,​ ເຕີບໂຕ 5% ເຊິ່ງໄດ້ສະແດງໃຫ້ເຫັນເຖິງຄວາມໜຽວແໜ້ນ ແລະ ຄວາມໝັ້ນທ່ຽງທີ່ເຂັ້ມແຂງຂອງເສດຖະກິດຈີນ.

ເມື່ອທຽບໃສ່ປະເທດຕ່າງໆແລ້ວ, ຈັງຫວະການເຕີບໂຕຂອງເສດຖະກິດຈີນຢູ່ລະດັບແຖວໜ້າຂອງອົງກອນເສດຖະກິດຕົ້ນຕໍຂອງໂລກ, ໄດ້ປະກອບສ່ວນເກືອບ 30% ຕໍ່ການເຕີບໂຕຂອງເສດຖະກິດໂລກ, ເປັນແຮງຂັບເຄື່ອນທີ່ໝັ້ນທ່ຽງ ແລະ ໜ້າເຊື່ອຖືທີ່ສຸດຕໍ່ການເຕີບໂຕຂອງເສດຖະກິດໂລກ. ອົງການຈັດຕັ້ງສາກົນຕ່າງໆໄດ້ປັບການຄາດຄະເນຕໍ່ການເຕີບໂຕຂອງເສດຖະກິດຈີນຂຶ້ນ, ທຶນຕ່າງປະເທດເພີ່ມການລົງທຶນຕໍ່ຊັບສິນຂອງຈີນ,​ ສະແດງໃຫ້ເຫັນວ່າ: ປະຊາຄົມໂລກເບິ່ງອະນາຄົດການພັດທະນາເສດຖະກິດຂອງຈີນໃນທາງທີ່ດີ.

ຜົນສໍາເລັດດັ່ງກ່າວຕົ້ນຕໍແມ່ນມາຈາກການທີ່ຈີນຍຶດໝັ້ນຈັດຕັ້ງປະຕິບັດຍຸດທະສາດນໍາໃຊ້ການປະດິດສ້າງຂັບເຄື່ອນການພັດທະນາ, ສົ່ງເສີມການພັດທະນາທີ່ມີຄຸນນະພາບສູງດ້ານເສດຖະກິດໂດຍອີງໃສ່ການພັດທະນາ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ກໍາລັງການຜະລິດໃນຄຸນນະພາບໃໝ່ ກໍຄື ການວາງແຜນນະໂຍບາຍຢ່າງຖືກເປົ້າໝາຍຂອງລັດຖະບານຈີນ. ປີ 2025, ອຸດສາຫະກໍາການຜະລິດທີ່ມີເຕັກໂນໂລຊີທັນສະໄໝ ແລະ ອຸດສາຫະກໍາການຜະລິດຜະລິດຕະພັນດີຈີຕອນຂອງຈີນມີການເຕີບໂຕຢ່າງພົ້ນເດັ່ນ, ການລົງທຶນຕໍ່ການຄົ້ນຄວ້າ ແລະ ພັດທະນາຂອງຈີນໄດ້ລື່ນກາຍການລຶງທຶນໂດຍສະເລ່ຍຂອງປະເທດສະມາຊິກອົງການຮ່ວມມືເສດຖະກິດ ແລະ ການພັດທະນາ ຫຼື OECD ເປັນເທື່ອທໍາອິດ, ພ້ອມດຽວກັນນີ້, ດັດຊະນີການປະດິດສ້າງຂອງຈີນກ້າວເຂົ້າສູ່ 10 ອັນດັບທໍາອິດຂອງໂລກ.

ປັດຈຸບັນ, ຈີນເປັນຄູ່ການຄ້າຕົ້ນຕໍຂອງ 160 ກວ່າປະເທດ ແລະ ເຂດແຄວ້ນ, ປີ 2025, ການນໍາເຂົ້າສິນຄ້າຂອງຈີນມີເຖິງ 18.500 ຕື້ຢວນ, ສ້າງສະຖິຕິສູງສຸດອີກຄັ້ງ, ໂດຍໄດ້ສະໜອງຕະຫຼາດອັນກວ້າງໃຫຍ່ໃຫ້ແກ່ປະເທດຕ່າງໆ. ພ້ອມດຽວກັນນີ້, ຈີນໄດ້ຫຼຸດຜ່ອນບັນຊີທາງລົບການອະນຸມັດການລົງທຶນຂອງຕ່າງປະເທດຢູ່ຈີນຢ່າງບໍ່ຢຸດຢັ້ງ ແລະ ປັບປຸງນະໂຍບາຍເຂົ້າເມືອງຈີນໃຫ້ດີຂຶ້ນຕື່ມອີກ, ໂດຍໄດ້ອໍານວຍຄວາມສະດວກໃຫ້ແກ່ການໄປມາຫາສູ່ກັນລະຫວ່າງປະຊາຊົນ ກໍຄື ການຮ່ວມມືດ້ານເສດຖະກິດການຄ້າຢ່າງຫຼວງຫຼາຍ.​

ອີງຕາມບົດລາຍງານຫຼ້າສຸດທີ່ບໍລິສັດ KPMG ເຊິ່ງເປັນສະຖາບັນບັນຊີທີ່ມີຊື່ສຽງໃນໂລກ ແຈ້ງໃຫ້ຮູ້ວ່າ: ໃນວິສາຫະກິດຂ້າມຊາດຕ່າງໆທີ່ໃຫ້ສໍາພາດ, ເກືອບ 70% ມີຄວາມໝັ້ນໃຈຕໍ່ອະນາຄົດການພັດທະນາຢູ່ຈີນໃນ 3-5 ປີຂ້າງໜ້າ, ຂະນະທີ່ 94% ຍຶດໝັ້ນລົງທຶນຢູ່ຕະຫຼາດຈີນ. ເມື່ອທຽບໃສ່ການຄາດຄະເນຕໍ່ການເຕີບໂຕຂອງເສດຖະກິດໂລກແລ້ວ, ວິສາຫະກິດຂ້າມຊາດມີຄວາມໝັ້ນໃຈຕໍ່ອະນາຄົດການເຕີບໂຕຂອງເສດຖະກິດຈີນຫຼາຍກວ່າ.

ເມື່ອເບິ່ງໄປໃນອະນາຄົດ, ເຖິງວ່າສະພາບແວດລ້ອມພາຍນອກສືບຕໍ່ມີສິ່ງທ້າທາຍອັນຂ້ຽວຂາດກໍຕາມ, ແຕ່ພື້ນຖານອັນໜັກແໜ້ນຂອງການເຕີບໂຕທາງເສດຖະກິດໄລຍະຍາວຂອງຈີນ ຈະສືບຕໍ່ສະໜອງການຄໍ້າປະກັນທີ່ໝັ້ນຄົງໃຫ້ແກ່ການເຕີບໂຕຂອງເສດຖະກິດ ກໍຄື ການປະດິດສ້າງຂອງໂລກ.