ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄະນະກໍາມະການເລືອກຕັ້ງລະດັບຊາດ ຊຸກຍູ້ວຽກງານເລືອກຕັ້ງ​ ຢູ່ແຂວງອັັດຕະປື

Jan 21, 2026

ວັນທີ 20 ມັງກອນ 2026, ຄະນະກໍາມະການເລືອກຕັ້ງລະດັບຊາດ, ນໍາໂດຍ ທ່ານ ສັນຕິພາບ ພົມວິຫານ ກໍາມະການສູນກາງພັກ ລັດຖະ​ມົນ​ຕີກະຊວງການເງິນ ກໍາມະການຄະ​ນະກໍາມະການເລືອກຕັ້ງລະດັບຊາດ​, ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມຊຸກຍູ້ການກະກຽມວຽກ​ງານເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະ​ຊາຊົນຂັ້ນແຂວງ ຊຸດທີ V ຢູ່ແຂວງອັດຕະປື, ໂດຍການຕ້ອນຮັບ ແລະ ຮ່ວມເຮັດວຽກຂອງ​ ທ່ານ ພົທ ວັນທອງ ກອງມະນີ ຄະນະເລຂາທິການສູນກາງພັກ ເລຂາພັກແຂວງ ປະ​ທານຄະນະກໍາມະການເລືອກຕັ້ງຂັ້ນແຂວງ ພ້ອມດ້ວຍບັນດາທ່ານຄະ​ນະກຳມະ​ການເລືອກຕັ້ງຂັ້ນແຂວງ, ບັນດາອະນຸກຳມະ​ການ ແລະ ກອງເລຂາຊ່ວຍວຽກເຂົ້າຮ່ວມ.​
ທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ ປະທານສະພາປະ​ຊາຊົນແຂວງ ຮອງປະທານຄະນະກຳມະການເລືອກຕັ້ງຂັ້ນແຂວງ ໄດ້ລາຍງານໃຫ້ຮູ້ວ່າ: ການຈັດຕັ້ງປະຕິ​ບັດວຽກງານເລືອກຕັ້ງ ໃນວຽກງານບາດກ້າວທີ 1 ໄດ້ປະກາດແຕ່ງຕັ້ງຄະນະກໍາມະການເລືອກຕັ້ງຂັ້ນແຂວງ, ສ້າງແຜນການດໍາເນີນງານ, ຈັດກອງປະຊຸມຄັ້ງປະຖົມມະລຶກ ແລະກອງປະຊຸມຝຶກອົບຮົມເຜີຍແຜ່ ແລະເຊື່ອມຊຶມ ບັນດາເອກະ​ສານບັ້ນເລືອກຕັ້ງ ໃຫ້ແກ່ພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງ ແລະເມືອງ, ສໍາລັບແຜນການເຄື່ອນໄຫວວຽກ​ງານໃນຕໍ່ໜ້າກໍ່ຄືບາດກ້າວທີ 2 ຄະ​ນະກໍາມະການເລືອກຕັ້ງຂັ້ນແຂວງ ຈະໄດ້ສືບຕໍ່ສຸມໃສ່ ຕິດຕາມ, ຊຸກຍູ້ບັນດາອະນຸກໍາມະການຂອງຄະນະກໍາມະການເລືອກຕັ້ງຂັ້ນແຂວງ​, ຄະ​ນະກໍາມະການເລືອກຕັ້ງຂັ້ນເມືອງ ແລະ ພາກສ່ວນກ່ຽວຂ້ອງແຕ່ຫົວທີ, ກະກຽມປະກາດຈໍານວນຜູ້ສະໝັກຮັບເລືອກຕັ້ງສະ​ມາຊິກສະພາແຫ່ງ​ຊາດ ຊຸດທີ X ແລະສະພາສະພາປະ​ຊາຊົນຂັ້ນແຂວງ ຊຸດທີ V, ເກັບກໍາສະຖິຕິຈໍານວນຜູ້ມີສິດປ່ອນບັດເລືອກຕັ້ງໃນທົ່ວແຂວງ,​ ເກັບກໍາ ແລະປະເມີນຄືນການກະກຽມອຸປະກອນຮັບໃຊ້ການເລືອກຕັ້ງໃຫ້ທັນຕາມກໍານົດເວລາ, ຈັດພິມ ແລະ ຜະ​ລິດອຸປະກອນຮັບໃຊ້ຕ່າງໆ ເພື່ອຮັບໃຊ້ໃຫ້ແກ່ການເລືອກຕັ້ງ​ ເປັນຕົ້ນ: ຫີບບັດ, ບັດລົງຄະແນນສຽງ,​ ປະ​ໍຫວັດຜູ້ສະໝັກ, ໃບຢັ້ງຢືນຂອງຜູ້ມີສິດປ່ອນບັດເລືອກຕັ້ງ, ບັດຕິດເອິກ ຂອງອະນຸຮັບຜິດຊອບຕ່າງໆ ແລະ ອື່ນໆ,​ ຕິດຕາມ ຊຸກຍູ້ຄະນະກໍາມະການເລືອກຕັ້ງຂັ້ນເມືອງໃນການຈັດຕັ້ງເຊື່ອມຊຶມ ແລະ ເຜີຍແຜ່ບັນດາເອກະສານກ່ຽວພັນກັບການເລືອກຕັ້ງໃຫ້ສໍາເລັດ,​ ຄົ້ນຄວ້າຂຶ້ນບັນຊີລາຍຊື່ຜູ້ສະໝັກຮັບເລືອກຕັ້ງ ສະ​ມາຊິກສະ​ພາແຫ່ງຊາດ ຊຸດທີ X ແລະ ສະພາສະພາປະ​ຊາຊົນຂັ້ນແຂວງ ຊຸດທີ V, ກະກຽມ ແລະ ດໍາເນີນກອງປະຊຸມຄະນະກໍາມະການເລືອກຕັ້ງຂັ້ນແຂວງ ເພື່ອສະຫຼຸບຕີລາຄາວຽກງານໃນບາດກ້າວທີ 2 ແລະ ວາງແຜນການຈັດຕັ້ງປະ​ຕິບັດວຽກງານໃນບາດກ້າວທີ 3 ແລະ 4 ໃຫ້ສໍາເລັດຕາມລະດັບຄາດໝາຍ.
May be an image of dais May be an image of one or more people, dais and text
ໂອກາດ​ດັ່ງກ່າວ​ ທ່ານ ສັນຕິພາບ ພົມວິຫານ ໄດ້ມີບາງຄໍາເຫັນສະເໜີໃຫ້ຄະນະກຳມະການເລືອກຕັ້ງຂັ້ນແຂວງ,​ ຂັ້ນເມືອງ, ສືບຕໍ່ຮີບຮ້ອນເອົາ​ໃຈໃສ່ກະກຽມທຸກເງື່ອນໄຂ ເພື່ອໃຫ້ການເລືອກຕັ້ງທັນຕາມກໍານົດເວລາ, ສຸມໃສ່ໂຄສະນາປຸກລະ​ດົມປະຊາຊົນລາວບັນດາເຜົ່າເຂົ້າ​ຮ່ວມການເລືອກຕັ້ງ ສະມາຊິກສະ​ພາແຫ່ງຊາດ ຊຸດທີ X ແລະ ສະພາສະພາປະຊາຊົນຂັ້ນແຂວງ ຊຸດທີ V ໃຫ້ເປັນຂະບວນການຟົດຟື້ນ,​ ຖືເອົາການເລືອກຕັ້ງເປັນຄືກັບປາງບຸນໃຫຍ່​ ແລະ​ ໃຫ້ການເລືອກຕັ້ງບັນລຸຜົນສໍາເລັດ ຮັບປະກັນຕາມ 4 ຄາດ​ໝາຍທີ່ວາງໄວ້.
ຂ່າວ-ພາບ: ວິນັດ ສີສຸລາດ