
ໃນຕອນເຊົ້າຂອງວັນທີ 21 ມັງກອນ 2026, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດກອງປະຊຸມເຜີຍແຜ່ ຄໍາແນະນໍາກ່ຽວກັບການຜັນຂະຫຍາຍ ຜົນສໍາເລັດຂອງກອງປະຊຸມຝຶກອົບຮົມພະນັກງານຫຼັກແຫຼ່ງທົ່ວປະເທດ ກ່ຽວກັບວຽກງານເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ຂຶ້ນທີ່ຫ້ອງປະຊຸມໃຫຍ່, ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ. ໃຫ້ກຽດຂຶ້ນເຜີຍແຜ່ເອກະສານໂດຍ ສະຫາຍ ປອ ສັນຕິສຸກ ສິມມາລາວົງ ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີ ກຕສ ມີຄະນະປະຈໍາພັກ, ຄະນະບໍລິຫານງານພັກ, ຄະນະໜ່ວຍພັກຮາກຖານ, ຄະນະພັກຮາກຖານ ແລະ ສະມາຊິກພັກ-ພະນັກງານ ທົ່ວອົງຄະນະພັກກະຊວງເຂົ້າຮ່ວມ.

ຈຸດປະສົງຂອງການເຜີຍແຜ່ຄັ້ງນີ້, ກໍເພື່ອເພີ່ມທະວີການສືກສາອົບຮົມ ແລະ ຍົກລະດັບການຕື່ນຕົວທາງດ້ານການເມືອງ ໃຫ້ແກ່ສະມາຊິກພັກ, ພະນັກງານ-ລັດຖະກອນ ໂດຍສະເພາະ ແມ່ນຜູ້ມີສິດເລືອກຕັ້ງ ເພື່ອສ້າງຄວາມຮັບຮູ້,ເຂົ້າໃຈຖືກຕ້ອງ ແລະ ເປັນເອກະພາບຕໍ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ເຮັດໃຫ້ຜູ້ມີສິດເລືອກຕັ້ງ ມີຄວາມຕື່ນຕົວ, ສະໝັກໃຈ ໄປໃຊ້ສິດໃນວັນເລືອກຕັ້ງ ໃຫ້ຄົບຖ້ວນຕາມລະບຽບຂອງການເລືອກຕັ້ງ ແລະ ເສີມຂະຫຍາຍໃຫ້ແຂງແຮງ ການປະຕິບັດປະຊາທິປະໄຕ ຂອງປະຊາຊົນບັນດາເຜົ່າ, ຮັບປະກັນເລືອກຕັ້ງໃຫ້ໄດ້ຜູ້ສະໝັກຮັບເລືອກຕັ້ງທີ່ມີມາດຕະຖານ, ເງື່ອນໄຂຄົບຖ້ວນ ຕາມທີ່ໄດ້ກໍານົດໃວ້ໃນກົດໝາຍ ມາເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V. ພ້ອມນີ້, ຍັງໄດ້ເຊືອມຊືມບັນດາເອກະສານທີ່ສໍາຄັນ ເຊັ່ນ: ເຊືອມຊືມກ່ຽວກັບການເພີ່ມທະວີນໍາພາແນວຄິດ ແລະ ເສີມຂະຫຍາຍສີດປະຊາທິປະໄຕ ເພື່ອເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V, ເຊື່ອມຊຶມ ແລະ ກໍາແໜ້ນກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ, ເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດແຜນດໍາເນີນງານຂອງຄະນະກໍາມະການເລືອກຕັ້ງລະດັບຊາດ ສະບັບເລກທີ 02/ຄລຊ, ລົງວັນທີ 03 ພະຈິກ 2025 ເພື່ອໃຫ້ສະມາຊິກພັກ-ພະນັກງານທຸກຂັ້ນ ສາມາດກໍາແໜ້ນ, ເຊືອມຊືມ ແລະ ນໍາພາ-ຊີ້ນໍາ ການດໍາເນີນການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ໃຫ້ບັນລຸຕາມຜົນສໍາເລັດ.

ພາບ ແລະ ຂ່າວ: ເລັກເຊ່ຍ ສຸດທິວົງ


