ປະເທດເຂດໂລກໃຕ້ກຳລັງປັບປຸງລະບຽບໂລກ ແລະ ປີ 2026 ຈະເປັນຈຸດປ່ຽນທີ່ສໍາຄັນ

ໂລກກຳລັງຢູ່ລະຫວ່າງການປ່ຽນແປງອຳນາດຢ່າງເລິກເຊິ່ງທີ່ສຸດນັບຕັ້ງແຕ່ສົງຄາມເຢັນ. ເສົາຄໍ້າຫຼັກຂອງໄລຍະເວລາສັ້ນໆ ທີ່ມີຂົ້ວອໍານາດດຽວກຳລັງຖືກເຊາະເຈື່ອນ, ເປີດທາງໃຫ້ລະບຽບໂລກທີ່ມີຫຼາຍຂົ້ວອໍານາດ ເຊິ່ງຖືກກໍານົດໂດຍຜູ້ມີບົດບາດໃນພາກພື້ນຫຼາຍຂຶ້ນ. ເສດຖະກິດທີ່ກໍາລັງເຕີບໂຕກໍາລັງສະແດງບົດບາດຂອງຕົນຫຼາຍຂຶ້ນ ແລະ ຕໍ່ຕ້ານການຈັດກຸ່ມທີ່ມີຮູບແບບຕາຍຕົວ. ທີ່ສຳຄັນ, ການຫັນປ່ຽນນີ້ບໍ່ໄດ້ເປັນຜົນມາຈາກການລົ້ມສະຫຼາຍຢ່າງກະທັນຫັນຂອງມະຫາອຳນາດ ແຕ່ເປັນຜົນມາຈາກການຄ່ອຍໆເຕີບໂຕຂຶ້ນ ຂອງປະເທດໃນເຂດໂລກໃຕ້ ເຊິ່ງເປັນຂະບວນການນີ້ໄດ້ຮັບການເລັ່ງໃຫ້ໄວຂຶ້ນໂດຍຜ່ານຂໍ້ລິເລີ່ມຕ່າງໆ, ໃນນັ້ນ ລວມທັງຂໍ້ລິເລີ່ມການບໍລິຫານທົ່ວໂລກ (GGI) ທີ່ສະເໜີໂດຍຈີນ. ພາຍໃນປີ 2026, ລະບົບສາກົນຈະກາຍເປັນລະບົບຫຼາຍຂົ້ວຫຼາຍຂຶ້ນ, ມີການເຄື່ອນໄຫວຫຼາຍຂຶ້ນ ແລະ ຖ້າບໍລິຫານຈັດການດ້ວຍຄວາມຮັບຜິດຊອບກໍອາດຈະກວມລວມຫຼາຍຂຶ້ນ.
ເປັນເວລາຫຼາຍທົດສະວັດແລ້ວທີ່ລະບຽບຫຼັງສົງຄາມໂລກຄັ້ງທີສອງ ເຊິ່ງໄດ້ຮັບການເສີມສ້າງຄວາມເຂັ້າແຂງຫຼັງຈາກສົງຄາມເຢັນ ໄດ້ສະແດງໃຫ້ເຫັນເຖິງຮອຍແຕກທີ່ກວ້າງຂວາງຂຶ້ນ. ຄໍາວິພາກວິຈານແມ່ນເປັນທີ່ຄຸ້ນເຄີຍ ເຊັ່ນ: ຄະນະມົນຕີຄວາມໝັ້ນຄົງອົງການສະຫະປະຊາຊາດທີ່ບໍ່ສາມາດສະທ້ອນເຖິງການກະຈາຍອຳນາດໃນປັດຈຸບັນ, ອັດຕາສ່ວນການລົງຄະແນນສຽງທີ່ບໍ່ສົມສ່ວນໃນສະຖາບັນ Bretton Woods, ແລະ ບັນຫາການຂາດປະຊາທິປະໄຕທີ່ເພີ່ມຂຶ້ນໃນວິທີການສ້າງ ແລະ ການບັງຄັບໃຊ້ລະບຽບສາກົນ. ຂໍ້ບົກຜ່ອງເຫຼົ່ານີ້ໄດ້ເຮັດໃຫ້ຄວາມຊອບທໍາຂອງໂຄງສ້າງທີ່ມີຢູ່ແລ້ວອ່ອນແອລົງ ແລະ ກະຕຸ້ນຄວາມຕ້ອງການສຳລັບເວທີ ແລະ ຮູບແບບການບໍລິຫານທາງເລືອກໃໝ່. ເມື່ອຊ່ອງຫວ່າງລະ ຫວ່າງຄວາມເປັນຈິງຂອງໂລກ ແລະ ໂຄງສ້າງສະຖາບັນກວ້າງຂວາງອອກ, ບັນດາປະເທດທີ່ຢູ່ນອກກຸ່ມປະເທດຕາເວັນຕົກຈຶ່ງສະແດງອອກຢ່າງຊັດເຈນຂຶ້ນເລື້ອຍໆ, ເຊິ່ງບໍ່ພຽງແຕ່ສະແຫວງຫາການປະຕິຮູບເທົ່ານັ້ນ, ມີບາງກໍລະນີ, ຍັງຕ້ອງການ ການອອກແບບລະບົບໃໝ່ຂັ້ນພື້ນຖານທີ່ກໍານົດຮູບແບບການຕັດສິນໃຈລະຫວ່າງປະທດຫຼາຍທົດສະວັດອີກດ້ວຍ.

ປັດຈຸບັນ, ປະເທດເຂດໂລກໃຕ້ ມີອັດຕາສ່ວນປະຊາກອນກວມເອົາສ່ວນໃຫຍ່ຂອງໂລກ ແລະ ເປັນແຮງຂັບເຄື່ອນທາງເສດຖະກິດທີ່ສໍາຄັນຂອງໂລກນັບມື້ເພີ່ມຂຶ້ນ. ຕະຫຼາດຂອງປະເທດເຫຼົ່ານີ້ກຳລັງປ່ຽນແປງການບໍລິໂພກທົ່ວໂລກ ແລະ ເສດຖະກິດຂອງປະເທດເຫຼົ່ານີ້ກໍາລັງຂັບເຄື່ອນຜົນຜະລິດ ແລະ ນະວັດຕະກຳລະດັບໂລກໃນອັດຕາສ່ວນທີ່ເພີ່ມຂຶ້ນ, ພ້ອມດຽວກັນນີ້ລັດຖະບານຂອງປະເທດເຫຼົ່ານີ້ກຳລັງຮຽກຮ້ອງບົດບາດທີ່ສອດຄ່ອງກັບຄວາມສາມາດຂອງຕົນ. ໃນອາຊີຕາເວັນອອກສຽງໃຕ້, ອາຟຣິກາ ແລະ ອາເມລິກາລາຕິນ, ປະເທດຕ່າງໆ ບໍ່ໄດ້ເປັນພຽງຜູ້ຮັບກົດເກນແບບຢູ່ເສີຍໆ ອີກຕໍ່ໄປ, ແຕ່ເປັນຜູ້ມີສ່ວນຮ່ວມຢ່າງຫ້າວຫັນ, ແລະ ບາງຄັ້ງກໍ່ເປັນຜູ້ກຳນົດວາລະໃນການອະພິປາຍກ່ຽວກັບການຄ້າ, ເຕັກໂນໂລຊີ, ຄວາມໝັ້ນຄົງ ແລະ ການບໍລິຫານທົ່ວໂລກ. ປະເທດເຫຼົ່ານັ້ນກໍາລັງຮ່ວມກັນກຳນົດນິຍາມຂອງດຸນອຳນາດໃນສະຕະວັດທີ 21 ຄືນໃໝ່.
GGI ເຊິ່ງປັດຈຸບັນມີຫຼາຍກວ່າ 150 ປະເທດ ແລະ ເຂດແຄ້ວນທົ່ວໂລກໃຫ້ການສະໜັບສະໜູນ ສະທ້ອນໃຫ້ເຫັນເຖິງເປົ້າໝາຍຂອງຈີນໃນການປັບປຸງລະບົບການບໍລິຫານທົ່ວໂລກໄປສູ່ສິ່ງທີ່ອະທິບາຍວ່າເປັນລະບົບທີ່ຍຸຕິທຳ ແລະ ກວມລວມຫຼາຍຂຶ້ນ, ເຖິງວ່າ ໄດ້ນໍາສະເໜີຢ່າງເປັນທາງການໃນເດືອນກັນຍາປີ 2025, ແຕ່ການເນັ້ນໜັກໃສ່ການປຶກສາຫາລືຢ່າງກວ້າງຂວາງ, ການມີສ່ວນຮ່ວມກັນ ແລະ ຜົນປະໂຫຍດຮ່ວມກັນນັ້ນ ແມ່ນອີງໃສ່ຫົວຂໍ້ທີ່ມີມາແຕ່ດົນນານໃນດ້ານການທູດຂອງຈີນ ແລະ ຖືກປັບໃຫ້ສອດຄ່ອງກັບປະສົບການທາງປະຫວັດສາດ ແລະ ບຸລິມະສິດສໍາຄັນຂອງປະເທດເຂດໂລກໃຕ້. ຜ່ານທະນາຄານເພື່ອການລົງທຶນດ້ານພື້ນຖານໂຄງລ່າງອາຊີ, ໂຄງການໜຶ່ງແລວທາງໜຶ່ງເສັ້ນທາງ ແລະ ຊ່ອງທາງການທູດ ແລະ ເສດຖະກິດທີ່ຫຼາກຫຼາຍ, ຈີນໄດ້ສະເໜີວິທີການໃຫ້ບັນດາປະເທດສະແຫວງຫາແຫຼ່ງທຶນ, ການເຊື່ອມຕໍ່ ແລະ ການພັດທະນານອກເໜືອຈາກສະຖາບັນທີ່ນຳພາໂດຍປະເທດຕາເວັນຕົກ.

ນັກວິຈານຊາວຕາເວັນຕົກມັກເບິ່ງວ່າ: GGI ເປັນເຄື່ອງມືທາງພູມສາດການເມືອງທີ່ມຸ່ງເປົ້າໄປທີ່ການທົດແທນລະບຽບໂລກທີ່ມີອາເມຣິກາເປັນສູນກາງດ້ວຍລະບຽບໂລກທີ່ມີຈີນເປັນສູນ. ຢ່າງໃດກໍຕາມ, ທັດສະນະນີ້ແມ່ນການເຂົ້າໃຈຜິດ ແລະ ເບິ່ງຂ້າມທີ່ມາຂອງແຮງດຶງດູດຂອງຂໍ້ລິເລີ່ມດັ່ງກ່າວ. ຂໍ້ລິເລີ່ມນີ້ໄດ້ຮັບຄວາມສົນໃຈເນື່ອງຈາກສະຖາບັນທີ່ມີຢູ່ບໍ່ສາມາດປັບຕົວໄດ້, ຄວາມສົນໃຈທີ່ເພີ່ມຂຶ້ນໃນເວທີທີ່ໄດ້ຮັບການສະໜັບສະໜູນຈາກຈີນສະທ້ອນໃຫ້ເຫັນເຖິງຄວາມຂັດຂ້ອງໃຈທີ່ສະສົມມາ ແລະ ການສະແຫວງຫາຕົວແທນໃນການຕັດສິນໃຈຢ່າງເປັນຮູບປະທໍາ. ເມື່ອລະບົບທີ່ມີຢູ່ຢຸດສະງັກ, ທາງເລືອກທີ່ມີຄວາມໝັ້ນໜຽວ ແລະ ຕອບສະໜອງໄດ້ດີກວ່າຂຶ້ນມັກຈະເກີດຂຶ້ນ.
ໃນໂລກທີ່ກໍາລັງປ່ຽນແປງນີ້, ການມີສ່ວນຮ່ວມຈະເກີດຂຶ້ນບໍ່ແມ່ນຜ່ານການປະຕິຮູບຄັ້ງໃຫຍ່ຂອງກົດບັດສະຫະປະຊາຊາດ, ແຕ່ຜ່ານຄວາມສາມາດຂອງປະເທດຕ່າງໆໃນການປັບຕົວໃຫ້ເຂົ້າກັບເວທີ, ສະຖາບັນ ແລະ ກຸ່ມພັນທະມິດຕ່າງໆ. ຄວາມໝັ້ນໜຽວນີ້ຊ່ວຍໃຫ້ ປະເທດຕ່າງໆ ສາມາດກໍານົດຍຸດທະສາດການພັດທະນາ, ການຮ່ວມມືດ້ານຄວາມໝັ້ນຄົງ ແລະ ຄວາມສໍາພັນທາງການຄ້າໂດຍນຳໃຊ້ຈຸດແຂງຂອງເວທີຕ່າງໆ ເຖິງວ່າສະພາບແວດລ້ອມແບບນີ້ອາດເບິ່ງວ່າສັບສົນ ຫຼື ຂັດແຍ້ງກັນ ແຕ່ກໍສະທ້ອນໃຫ້ເຫັນເຖິງໂລກທີ່ອິດທິພົນ ກະຈາຍຕົວ, ການຈັດກຸ່ມມີຄວາມໝັ້ນໜຽວ ແລະ ປະເທດຕ່າງໆ ໂດຍສະເພາະປະເທດໃນເຂດໂລກໃຕ້ ມີຄວາມເປັນອິດສະຫຼະຫຼາຍຂຶ້ນໃນການກໍານົດທິດທາງຂອງປະເທດຕົນ.

ຄຳຖາມສໍາຄັນສຳລັບປີ 2026, ບໍ່ແມ່ນວ່າປະເທດເຂດໂລກໃຕ້ຈະມີອິດທິພົນຫຼາຍຂຶ້ນ ຫຼື ບໍ່? ເພາະຜົນທີ່ໄດ້ຮັບນັ້ນປາກົດໃຫ້ເຫັນແລ້ວ, ຄວາມທ້າທາຍທີ່ແທ້ຈິງແມ່ນຢູ່ທີ່ການສ້າງລະບົບທີ່ສະທ້ອນເຖິງການກະຈາຍອຳນາດໃໝ່ນີ້. ປະເທດເຂດໂລກໃຕ້ກຳລັງຮຽກຮ້ອງໃຫ້ມີການປະຕິຮູບຢ່າງມີຄວາມໝາຍຕໍ່ລະບົບສະຫະປະຊາຊາດ, ການສ້າງລະບຽບການເງິນທີ່ສົມດຸນຫຼາຍຂຶ້ນ ແລະ ການສ້າງຕັ້ງລະບົບການຄ້າຫຼາຍຝ່າຍທີ່ສາມາດສົ່ງມອບສິນຄ້າສາທາລະນະທົ່ວໂລກໄດ້. ການຕອບສະໜອງຄວາມຕ້ອງການເຫຼົ່ານີ້ຈໍາເປັນຕ້ອງອາໄສການມີສ່ວນຮ່ວມ ແລະ ຄວາມຮັບຜິດຊອບຈາກຜູ້ມີບົດບາດສໍາຄັນທັງໝົດ.
ພາຍໃນປີ 2026, ການບໍລິຫານທົ່ວໂລກຈະຄ້າຍຄືກັບພາບປະຕິດຕປະຕໍ່ຂອງສິ່ງເກົ່າ ແລະ ສິ່ງໃໝ່, ຕາເວັນຕົກ ແລະ ເຂດໂລກໃຕ້, ສິ່ງທີ່ໄດ້ຮັບການຍອມຮັບ ແລະ ທາງເລືອກໃໝ່, ຄວາມທ້າທາຍທີ່ສຳຄັນຄືການຮັບປະກັນວ່າພູມສັນຖານທີ່ສັບສົນນີ້ກາຍເປັນແຫຼ່ງທີ່ມາຂອງຄວາມໝັ້ນໜຽວ ແລະ ນະວັດຕະກຳ ແທນທີ່ຈະເປັນການຢຸດສະງັກ ຫຼື ການຜະເຊີນໜ້າ. ການເຕີບໂຕຂອງປະເທດເຂດໂລກໃຕ້ທີ່ເລັ່ງຄວາມໄວຂຶ້ນໂດຍ ຂໍ້ລິເລີ່ມຕ່າງໆ ໂດຍສະເພາະຂໍລິເລີ່ມການບໍລິຫານທົ່ວໂລກ (GGI) ນັ້ນ ເປັນສິ່ງທີ່ບໍ່ສາມາດກັບຄືນໄດ້. ພາລະກິດໃນປັດຈຸບັນແມ່ນການສ້າງລະບົບສາກົນທີ່ຄູ່ຄວນກັບຄວາມເປັນຈິງໃໝ່ນີ້, ຈາກການເຕີບໂຕຂອງປະເທດເຂດໂລກໃຕ້ທີ່ມີຈີນເປັນແຮງຂັບເຄື່ອນສໍາຄັນ ຈຶ່ງເຮັດໃຫ້ປະເທດເຫຼົ່ານີ້ກໍາລັງມີບົດບາດສໍາຄັນທີ່ສຸດໃນການປັບປຸງລະບຽບໂລກ ແລະ ປີ 2026 ຈະເປັນຈຸດປ່ຽນທີ່ສໍາຄັນຂອງການປັບປຸງດັ່ງກ່າວ.


