ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ແຈ້ງການ

Jan 21, 2026

ອີງຕາມການແຈ້ງຂ່າວຜ່ານເວັບໄຊຂອງກະຊວງການຕ່າງປະເທດ ສະຫະລັດອາເມລິກາ, ການຈັດຕັ້ງປະຕິບັດມາດຕະການເພື່ອໂຈະການອອກວີຊາເຂົ້າເມືອງທຸກປະເພດຂອງ ສະຫະລັດ ອາເມລິກາ ຕໍ່ 75 ປະເທດ ລວມທັງ ສປປ ລາວ ຈະມີຜົນບັງຄັບໃຊ້ນັບແຕ່ວັນທີ 21 ມັງກອນ 2026 ເປັນຕົ້ນໄປ.
ດັ່ງນັ້ນ, ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຈຶ່ງແຈ້ງມາຍັງປະຊາຊົນລາວບັນດາເຜົ່າ ເພື່ອຊາບແລະ ພິຈາລະນາຫຼີກລ່ຽງການຍື່ນຄໍາຮ້ອງຂໍວີຊາເພື່ອເດີນທາງເຂົ້າປະເທດ ສະຫະລັດອາເມລິກາ ໃນໄລຍະດັ່ງກ່າວ, ເນື່ອງຈາກວ່າ ການສະເໜີຂໍວີຊາຈະບໍ່ໄດ້ຮັບການພິຈາລະນາ ແລະ ຈະເສຍເງິນຄ່າທໍານຽມ ໂດຍປາສະຈາກການໄດ້ຮັບວີຊາ. ສໍາລັບພົນລະເມືອງລາວທີ່ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ຊຶ່ງມີຈຸດປະສົງເຂົ້າໄປປະຕິບັດໜ້າທີ່ການທູດ, ທາງການ ຫຼື ເຂົ້າຮ່ວມກອງປະຊຸມສາກົນ ຕາມການເຊື້ອເຊີນ ແມ່ນຍັງສາມາດເດີນທາງເຂົ້າປະເທດ ສະຫະລັດອາເມລິກາ ໄດ້ຢ່າງເປັນປົກກະຕິ.