ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຍຸດ​ທະ​ສາດ​ການພັດ​ທະ​ນາ​ຊົນ​ນະ​ບົດ​ໃຫ້​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ຈີນຈະ​ເປັນ​ບົດ​ຮຽນທີ່​ເປັນ​ປະ​ໂຫຍດ​ໃຫ້​ແກ່​ປະ​ເທດ​ກຳ​ລັງ​ພັດ​ທະ​ນາ​

Jan 23, 2026

ຍຸດ​ທະ​ສາດ​ການພັດ​ທະ​ນາ​ຊົນ​ນະ​ບົດ​ໃຫ້​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ຈີນຈະ​ເປັນ​ບົດ​ຮຽນທີ່​ເປັນ​ປະ​ໂຫຍດ​ໃຫ້​ແກ່​ປະ​ເທດ​ກຳ​ລັງ​ພັດ​ທະ​ນາ​

ນັບ​ແຕ່ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 18 ຂອງ​ພັກ​ຄອມ​ມູ​ນິດ​ຈີນ​ເປັນ​ຕົ້ນ​ມາ, ຈີນ​ໄດ້​ຍົກ​ສູງວຽກ​ງານ “ກະ​ສິ​ກຳ ຊົນ​ນະ​ບົດ ແລະ ຊາວ​ກະ​ສິ​ກອນ” ຂຶ້ນ​​ສູ່ລະ​ດັບ​ສູງ​ດ້ວຍ​ຍຸດ​ທະ​ສາດ​ແບບ​ບໍ່​ເຄີຍ​ມີ​ມາ​ກ່ອນ. ທ່ານ ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ​ຈີນ​ໄດ້​ສະ​ເໜີ​ວ່າ “ຈີນ​ຢາກ​​ມີ​ຄວາມເຂັ້ມ​ແຂງ, ກະ​ສິ​ກຳ​ຕ້ອງ​ເຂັ້ມ​ແຂງ; ຈີນ​ຢາກ​ມີ​ຄວາມ​ສວຍ​ງາມ, ຊົນ​ນະ​ບົດ​ຕ້ອງ​ມີ​ຄວາມ​ສວຍ​ງາມ; ຈີນ​ຢາກ​ມີ​ຄວາມ​ຮັ່ງ​ມີ, ຊາວ​ກະ​ສິ​ກອນ​ຕ້ອງ​ມີ​ຄວາມ​ຮັ່ງ​ມີ” ເຊິ່ງ​ກາຍ​ເປັນຫຼັກ​ການ​ພື້ນ​ຖານ​ຂອງ​ຈີນ​ໃນ​ການ​ປະ​ຕິ​ບັດ​ວຽກ​ງານ​ກ່ຽວ​ກັບ“ກະ​ສິ​ກຳ ຊົນ​ນະ​ບົດ ແລະ ຊາວ​ກະ​ສິ​ກອນ”.

​ຈາກ​ຜູ້​ທຸກ​ຍາກ​ເກືອບ 99 ລ້ານ​ຄົນ​ຢູ່ຊົນ​ນະ​ບົດ​ຈີນຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​, ຮອດ​ຜົນ​ຜະ​ລິດ​ສະ​ບຽງ​ອາ​ຫານ​ຂອງ​ຈີນ​ໄດ້​ຮັກ​ສາ​ໃນ​ລະ​ດັບ​ສູງກວ່າ 650 ລ້ານ​ໂຕນ​ເປັນ​ເວ​ລາຫຼາຍ​ປີ​ລຽນ​ຕິດ​ຢ່າງ​ໝັ້ນ​ທ່ຽງ, ນະ​ໂຍ​ບາຍ“ກະ​ສິ​ກຳ ຊົນ​ນະ​ບົດ ແລະ ຊາວ​ກະ​ສິ​ກອນ”ຂອງ​ຈີນ​ພວມ​ບັນ​ລຸ​ການ​ຫັນ​ປ່ຽນທາງ​ຍຸດ​ທະ​ສາດ​ຈາກ “ການ​ຮັບ​ປະ​ກັນ​ການ​ດຳ​ລົງ​ຄົງ​ຕົວ” ໄປ​ສູ່ “ການ​ຊຸກ​ຍູ້​ການ​ພັດ​ທະ​ນາ”.

ໃນ​ປີ 2017, ຍຸດ​ທະ​ສາດ “ພັດ​ທະ​ນາ​ຊົນ​ນະ​ບົດ​ໃຫ້​ຈະ​ເລີນ​ຮຸ່ງ​ເຮືອງ” ໄດ້​ຖືກ​ບັນ​ທຶກ​ເຂົ້າ​ໃນ​ບົດ​ລາຍ​ງານ​ການ​ເມືອງ​ຂອງ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ ​ຄັ້ງ​ທີ 19 ຂອງ​ພັກ​ຄອມ​ມູ​ນິດ​ຈີນ, ເຊິ່ງ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ ​ທີ່​ຕັ້ງ​ຍຸດ​ທະ​ສາດ​ຂອງວຽກ​ງານ  “ກະ​ສິ​ກຳ ຊົນ​ນະ​ບົດ ແລະ ຊາວ​ກະ​ສິ​ກອນ” ຂອງ​ຈີນ​ໄດ້​ມີ​ການ​ປ່ຽນ​ແປງ​ຂັ້ນ​ກົກ​ຮາກ. ນັບ​ແຕ່ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 18 ຂອງ​ພັກ​ຄອມ​ມູ​ນິດ​ຈີນ​ເປັນ​ຕົ້ນ​ມາ, ສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ​ໄດ້​ອອກ​ເອ​ກະ​ສານ​​ໝາຍເລກ 1 ພາຍ​ໃຕ້​ຫົວ​ຂໍ້“ກະ​ສິ​ກຳ ຊົນ​ນະ​ບົດ ແລະ ຊາວ​ກະ​ສິ​ກອນ”ມາຫຼາຍ​ປີ​ລຽນ​ຕິດ, ເຊິ່ງ​ປະ​ກອບ​ເປັນ​ລະ​ບົບ​ທີ່​ເນັ້ນ​ໜັກ​ເຖິງ​​ລັກ​ສະ​ນະ​ຕໍ່​ເນື່ອງ ແລະ ປະ​ດິດ​ສ້າງ​ດ້ານ​ນະ​ໂຍ​ບາຍ​ທັງ​ສອງ. ໝາຍ​ຄວາມ​ວ່າ “ກະ​ສິ​ກຳ ຊົນ​ນະ​ບົດ ແລະ ຊາວ​ກະ​ສິ​ກອນ” ບໍ່​ແມ່ນ “ຂອບ​ເຂດ​ສຳ​ຮອງ” ທີ່​ຮອງ​ຮັບ​ຜົນ​ສະ​ທ້ອນ​ຈາກ​ຕົວ​ເມືອງ​ໃນ​ທ່າ​ຮັບ​ອີກ​ແລ້ວ, ແຕ່​ແມ່ນ​ເຂດ​ທີ່​ເປັນ​ແຮງ​ຂັບ​ເຄື່ອນ​ຕົ້ນ​ຕໍ​ສຳ​ລັບ​ການ​ສ້າງ​ສາ​ຄວາມ​ທັນ​ສະ​ໄໝ​ຂອງ​ຊາດ. ຖ້າ​ບໍ່​ມີ​ຄວາມ​ທັນ​ສະ​ໄໝ​ຂອງ​ກະ​ສິ​ກຳ ແລະ ຊົນ​ນະ​ບົດ, ກໍ​ຈະ​ບໍ່​ມີ​ຄວາມ​ທັນ​ສະ​ໄໝ​ຂອງ​ທົ່ວ​ປະ​ເທດ. ດັ່ງ​ນັ້ນ, ບັນ​ຫາ​ກ່ຽວ​ກັບ “ກະ​ສິ​ກຳ ຊົນ​ນະ​ບົດ ແລະ ຊາວ​ກະ​ສິ​ກອນ” ບໍ່​ແມ່ນ​ບັນ​ຫາ​ພຽງໃນ​ຂົງ​ເຂດ​ໜຶ່ງ​ດຽວ​ແລ້ວ, ແຕ່​ແມ່ນ​ບັນ​ຫາ​ລັກ​ສະ​ນະ​ຍຸດ​ທະ​ສາດ​ທີ່​ພົວ​ພັນ​ກັບ​ພາກ​ສ່ວນ​ລວມ​ແຫ່ງ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຈີນ.

ຜູ້​ຂຽນ​ໄດ້​ຮັບ​ຮູ້​ວ່າ, ຫຼັງ​ຈາກ​ຈີນ​ປະ​ກາດ​ປະ​ສົບ​ຜົນ​ສຳ​ເລັດ​ຮອບ​ດ້ານ​ໃນ​ບັ້ນ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ແລ້ວ, ຈຸດ​ສຸມ​ຂອງ​ນະ​ໂຍ​ບາຍ​ໄດ້​ຫັນໄປ​ສູ່​ການ​ພັດ​ທະ​ນາ​ຊົນ​ນະ​ບົດ​ໃຫ້​ຈະ​ເລີ​ນ​ຮຸ່ງ​ເຮືອງ​. ຕົວ​ຢ່າງວ່າ, ທິດ​ທາງ​ນະ​ໂຍ​ບາຍ​ຫັນ​ຈາກ “ການສົ່ງ​ເລືອດ” ໄປ​ສູ່ “ການ​ຜະ​ລິດ​ເລືອດ”, ຫັນ​ຈາກ​ການ​ອຸດ​ໜູນ​ດ້ານ​ການ​ເງິນ​ໄປ​ສູ່​ການ​ບົ່ມ​ເພາະສ້າງ​ອຸດ​ສາ​ຫະ​ກຳ​ໃນ​ຊົນ​ນະ​ບົດ. ການ​ປ່ຽນ​ແປງ​ແບບ​ນີ້​ບໍ່​ພຽງ​ແຕ່​ຢູ່​ໃນ​ດ້​ານ​ວິ​ທີ​ການ​ເທົ່າ​ນັ້ນ, ແຕ່​ຍັງ​ເປັນ​ການ​ປ່ຽນ​ແປງ​ໃໝ່​ດ້ານ​ແນວ​ຄວາມ​ຄິດການ​ພັດ​ທະ​ນາ. ​ຈີນ​ສະ​ເໜີການ​ພັດ​ທະ​ນາ​ຊົນ​ນະ​ບົດ​ໃຫ້​ຈະ​ເລີນ​ຮຸ່ງ​ເຮືອງ​ນັ້ນ ບໍ່​ພຽງ​ແຕ່​ເປັນ​ການ​ສືບ​ຕໍ່​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ຢ່າງ​ງ່າຍ​ດາຍ​ເທົ່າ​ນັ້ນ, ແຕ່​ແມ່ນ​ສະ​ແຫວງ​ຫາ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຢ່າງ​ຮອບ​ດ້ານ​ໃນ​ດ້ານ​ອຸດ​ສາ​ຫະ​ກຳ, ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ, ວັດ​ທະ​ນະ​ທຳ, ​ສິ່ງ​ແວດ​ລ້ອມທຳ​ມະ​ຊາດ ແລະ ການ​ຈັດ​ຕັ້ງ.

ນັບ​ມາ​ຮອດ​ທ້າຍ​ປີ 2025, ຢູ່​ຊົນ​ນະ​ບົດ​ຈີນ ອັດ​ຕາ​ເຂົ້າ​ເຖິງ​ຫ້ອງ​ນ້ຳ​ສະ​ອາດ​ຫຼາຍກວ່າ 77%, ລະ​ບຽບ​ການ​ລ້ຽງ​ດູ​ຜູ້​ເຖົ້າ​ຂັ້ນ​ພື້ນ​ຖານ, ການ​ປິ່ນ​ປົວ​ຂັ້ນ​ພື້ນ​ຖານ, ແລະ ການ​ປະ​ກັນ​ໄພ​ດ້ານ​ການ​ປິ່ນ​ປົວ​ພະ​ຍາດ​ຮ້າຍ​ແຮງ​ຢ່າງ​ເປັນ​ເອ​ກະ​ພາບ​ກັນ​ຢູ່​ຕົວ​ເມືອງ ແລະ ຊົນ​ນະ​ບົດ​ຈີນ​ໄດ້​ຮັບ​ການ​ປັບ​ປຸງ​ໃຫ້​ສົມ​ບູນ​ຂຶ້ນ​ຕື່ມ​ອີກ. ນອກ​ນີ້, ອັດ​ຕາ​ປະ​ກອບ​ສ່ວນ​ຂອງ​ຄວາມ​ກ້າວ​ໜ້າ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ໃນ​ດ້ານ​ກະ​ສິ​ກຳ​ໄດ້​ເພີ່ມ​ຈາກ 54,5% ໃນ​ປີ 2012 ຂຶ້ນ​ເປັນ ສູງກວ່າ 64% ໃນ​ປີ 2025, ອັດ​ຕາ​ການ​ນຳ​ໃຊ້​ເຄື່ອງ​ຈັກ​ແບບ​ສັງ​ລວມ​ໃນ​ການ​ໄຖ​ເນື້ອ​ທີ່​ການ​ຜະ​ລິດ ການ​ປູກ​ຝັງ ແລະ ການ​ເກັບ​ກ່ຽວ​ໃນ​ທົ່ວ​ປະ​ເທດ​ສູງກວ່າ 76,7%, ອັດ​ຕາ​ການ​ປົກ​ຫຸ້ມ​ຂອງ​ການ​ບໍ​ລິ​ການ​​ສົ່ງ​ເຄື່ອງ​ດ່ວນ​ເຂົ້າ​ເຖິງ​ບ້ານ​ໃນ​ທົ່ວ​ປະ​ເທດ​ເພີ່ມ​ຂຶ້ນ​ເປັນ 95,22%. ເຊິ່ງ​ຜົນ​ສຳ​ເລັດ​ເຫຼົ່າ​ນີ້​ໄດ້​ສ້າງ​ພື້ນ​ຖານ​ອັນ​ໜັກ​ແໜ້ນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ຊົນ​ນະ​ບົດ​ໃຫ້​ຈະ​ເລີນ​ຮຸ່ງ​ເຮືອງ.

ຢູ່​ເບື້ອງຫຼັງ​ຕົວ​ເລກ​ເຫຼົ່າ​ນີ້ ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ການ​ປ່ຽນ​ແປ​ງ​ອັນ​ເລິກ​ເຊິ່ງ​ຂອງ​ກະ​ສິ​ກຳ​ແບບ​ດັ້ງ​ເດີມ. ຈາກ​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ບັ້ນ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ຮອດ​ຍຸດ​ທະ​ສາດ​ພັດ​ທະ​ນາ​ຊົນ​ນະ​ບົດ​ໃຫ້​ຈະ​ເລີນ​ຮຸ່ງ​ເຮືອງ, ຈີນ​ພວມ​ຄົ້ນ​ຄວ້າ​ເສັ້ນ​ທາງ​ຫັນ​ເປັນ​ທັນ​ສະ​ໄໝ​ດ້ານ​ກະ​ສິ​ກຳ ແລະ ຊົນ​ນະ​ບົດ​ທີ່​ແຕກ​ຕ່າງ​ກັບ​ເສັ້ນ​ທາງ​ຫັນ​ເປັນ​ຕົວ​ເມືອງ​ຂອງ​ປະ​ເທດ​ຕາ​ເວັນ​ຕົກ, ຖື​ວ່າ​ຈະ​ເປັນ​ບົດ​ຮຽນທີ່​ເປັນ​ປະ​ໂຫຍດ​ໃຫ້​ແກ່​ປະ​ເທດ​ກຳ​ລັງ​ພັດ​ທະ​ນາ​ຈຳ​ນວນຫຼວງຫຼາຍ.