ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສຳເລັດກອງປະຊຸມ ສະຫຼຸບວຽກງານປ້ອງກັນຊາດ ປະຈໍາປີ 2025

Jan 23, 2026

ກອງປະຊຸມສະຫຼຸບວຽກງານປ້ອງກັນຊາດ ປະຈໍາປີ 2025 ແລະ ທິດທາງແຜນການວຽກງານຈຸດສຸມ ປີ 2026 ໄດ້ ສຳເລັດລົງດ້ວຍໝາກຜົນອັນຈົບງາມພາຍຫຼັງດຳເນີນມາເປັນເວລາ 2 ວັນໃນລະຫວ່າງວັນທີ 22-23 ມັງກອນ 2026 ນີ້, ໂດຍການເປັນປະທານຂອງສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາຄະນະນໍາກະຊວງປ້ອງກັນປະເທດ, ຜູ້ຕາງໜ້າຄະນະພັກ-ຄະນະບັນຊາບັນດາກົມກອງ ແລະ ພະນັກງານຫຼັກແຫຼ່ງອ້ອມຂ້າງອົງການກະຊວງ ແລະ ບັນດາກົມກອງກຳລັງຫຼວງ, ກໍາລັງທ້ອງຖິ່ນທົ່ວກອງທັບເຂົ້າຮ່ວມ.
ໃນໂອກາດນີ້, ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ປະທານກອງປະຊຸມກໍໄດ້ມີຄໍາເຫັນສັງລວມ ແລະ ໃຫ້ທິດຊີ້ນຳກອງປະຊຸມຫຼາຍບັນຫາສໍາຄັນ ເຊິ່ງ ສະຫາຍ ໄດ້ກ່າວວ່າ: ກອງປະຊຸມ ພວກເຮົາໄດ້ດໍາເນີນມາເປັນເວລາ 2 ວັນ, ບົນຈິດໃຈເຄັ່ງຮ້ອນ, ເຕັມໄປດ້ວຍບັນຍາກາດຟົດຟື້ນ ແລະ ດ້ວຍຄວາມຮັບຜິດຊອບສູງເຮັດໃຫ້ກອງປະຊຸມໄດ້ສໍາເລັດຕາມຈຸດປະສົງຄາດໝາຍຢ່າງຈົບງາມ. ໃນວາລະດໍາເນີນກອງປະຊຸມ, ພວກເຮົາໄດ້ພ້ອມກັນຄົ້ນຄວ້າຕີລາຄາສະພາບການທີ່ສົ່ງຜົນກະທົບຕໍ່ການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ ໃນປີ 2025, ກໍຄືວຽກງານປັບປຸງກໍ່ສ້າງກໍາລັງທາງດ້ານການເມືອງ-ແນວຄິດ ແລະ ການຈັດຕັ້ງ, ການປະຕິບັດໜ້າທີ່ຂອງບັນດາອົງການ, ກົມກອງ-ທ້ອງຖິ່ນ, ເຊິ່ງໄດ້ຍົກໃຫ້ເຫັນຜົນງານດ້ານຕັ້ງໜ້າ, ບັນດາຈຸດອ່ອນທີ່ຍັງຄົງຄ້າງ, ວິທີການແກ້ໄຂ ແລະ ເປັນເອກະພາບຕໍ່ທິດທາງວຽກງານຈຸດສຸມ ໃນປີ 2026 ເພື່ອສືບຕໍ່ກໍ່ສ້າງກອງທັບເປັນກອງທັບທີ່ມີແບບແຜນ ແລະ ທັນສະໄໝ.
May be an image of one or more people, dais and text
ກ່ຽວກັບຄຳເຫັນຂອງຜູ້ແທນທີ່ຂຶ້ນປະກອບຄໍາຄິດເຫັນຕໍ່ບົດລາຍງານວຽກງານປ້ອງກັນຊາດ ປີ 2025 ຂອງແຕ່ລະກົມກອງນັ້ນ ສະຫາຍປະທານ ກໍໄດ້ມີຄໍາເຫັນ ໂອ້ລົມຊີ້ແຈງຕໍ່ບັນດາຄໍາຄິດຄໍາເຫັນ ແລະ ຄຳສະເໜີຂອງບັນດາກົມກອງ, ພ້ອມທັງເນັ້ນໜັກໃຫ້ຄະນະພັກ – ຄະນະບັນຊາບັນດາກົມກອງເປັນເຈົ້າການ ເພີ່ມທະວີການຊີ້ນໍາ-ນໍາພາວຽກ ງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຮັບປະກັນສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງປະ ເທດຊາດ, ຕັ້ງໜ້າຍົກສູງສະຕິກຽມພ້ອມຮັບຄໍາສັ່ງ ແລະ ປະຕິບັດໜ້າທີ່ໄດ້ທຸກເວລາ, ເປັນເຈົ້າການຕ້ານທຸກກົນອຸບາຍລ່ຽມລາຍຂອງສັດຕູ, ທັບມ້າງຍຸດທະສາດຫັນປ່ຽນໂດຍສັນຕິຂອງອິດທິກໍາລັງປໍລະປັກ, ເປັນເຈົ້າການໃນການປະຕິບັດແນວທາງ ປກຊ-ປກສ ທົ່ວປວງຊົນຮອບດ້ານຂອງພັກ, ປົກປັກຮັກສາລະບອບໃໝ່, ລະບອບປະຊາທິປະໄຕປະຊາຊົນ ໃຫ້ ໝັ້ນຄົງ, ຮັບປະກັນໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບປອດໄພທາງດ້ານສັງຄົມຢ່າງໜັກແໜ້ນ, ສືບຕໍ່ຈັດຕັ້ງກໍາລັງລົງກໍ່ສ້າງຮາກຖານການ ເມືອງ, ສ້າງທ່າສະໜາມ 3 ຂັ້ນຕິດພັນກັບວຽກງານ 3 ສ້າງ ໂດຍສຸມໃສ່ບໍລິເວນຊາຍແດນ, ເຂດຫ່າງໄກສອກຫຼີກ ແລະ ບັນດາຈຸດສຸມຂອງກະຊວງ ; ສົມທົບແໜ້ນກັບການປັບປຸງລະບົບການຈັດຕັ້ງຢູ່ຮາກຖານໃຫ້ໜັກແໜ້ນ ເຂັ້ມແຂງໃນທຸກດ້ານ, ເອົາໃຈໃສ່ຍົກສູງສະຕິລະວັງຕົວ, ກຽມພ້ອມສູ້ຮົບ, ເດັດດ່ຽວຕອບຕ້ານທຸກການເຄື່ອນໄຫວຂອງສັດຕູຢ່າງທັນການ; ສຸມໃສ່ແກ້ໄຂເຂດທີ່ຍັງບໍ່ມີຄວາມສະຫງົບ, ໜໍ່ແໜງທີ່ຈະພາໃຫ້ເກີດຄວາມບໍ່ສະຫງົບ ແລະ ມີມາດຕະການແກ້ໄຂຄ່ອງແຄ້ວ ເດັດຂາດ. ເອົາໃຈໃສ່ວຽກງານ ສຶກສາອົບຮົມການເມືອງ-ແນວຄິດໃຫ້ເລິກເຊິ່ງແທດເຖິງແຕ່ລະເປົ້າໝາຍ, ອົບຮົມທາດແທ້ມູນເຊື້ອກອງທັບປະຕິວັດ, ກອງທັບປະຊາຊົນໃນເງື່ອນໄຂໃໝ່ໃຫ້ດີຕິດພັນກັບການເກັບກໍາສະພາບການເມືອງ-ແນວຄິດຂອງພະນັກງານ-ນັກຮົບທົ່ວກອງທັບ; ສຸມໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກກະຊວງປ້ອງກັນປະເທດໃຫ້ເລິກເຊິ່ງ ແລະ ທົ່ວເຖິງ, ການສຶກສາອົບຮົມການເມືອງ-ແນວຄິດຕ້ອງແຫຼມຄົມ, ເຮັດດ້ວຍຫຼາຍຮູບຫຼາຍສີ, ຫຼາຍວິທີການ ແລະ ມີເນື້ອໃນອຸດົມສົມບູນ, ມີຊີວິດຊີວາ ເພື່ອສ້າງ ຄວາມຮັບຮູ້-ເຂົ້າໃຈຕໍ່ແນວທາງນະໂຍບາຍ, ລະບຽບກົດໝາຍ ຂອງພັກ-ລັດ ເລິກເຊິ່ງ, ແທດເຖິງ ແລະ ສ້າງໃຫ້ມີການປ່ຽນແປງໃໝ່ຢ່າງແທ້ຈິງ.
ຂ່າວໂດຍ:ຈິດ ເພັດພູທອງ
ພາບໂດຍ: ພຸດທະວອນ