ພິທີມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ລະຫວ່າງ ຜູ້ເກົ່າ- ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 23 ມັງກອນ 2026, ໂດຍມີ ທ່ານ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີບັນດາທ່ານຜູ້ຕາງໜ້າຄະນະກໍາມາທິການຍຸຕິທໍາ ສະພາແຫ່ງຊາດ, ສານປະຊາຊົນສູງສຸດ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງຍຸຕິທໍາ, ບັນດາອົງການ,ຄະນະນໍາ, ຄະນະກົມ, ຫ້ອງການ, ສະຖາບັນ, ພ້ອມດ້ວຍ ພະນັກງານຫຼັກແຫຼ່ງ ພາຍໃນອົງການໄອຍະການປະຊາຊົນສູງສຸດ ເຂົ້າຮ່ວມ.

ໃນພິທີ, ທ່ານ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະກາປະຊາຊົນສູງສຸດ (ຜູ້ເກົ່າ) ໄດ້ຜ່ານບົດສະຫຼຸບການນໍາພາ-ຊີ້ນໍາວຽກງານຮອບດ້ານຂອງອົງການໄອຍະການປະຊາຊົນ ໃນໄລຍະ 5 ປີ ຜ່ານມາ(2021-2025). ຫຼັງຈາກນັ້ນ, ຕາງໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານຄໍາສັ່ງຂອງກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ ສະບັບເລກທີ 06/ກມສພ, ລົງວັນທີ 16 ມັງກອນ 2026ແລະ ສະບັບເລກທີ 09/ກມສພ, ລົງວັນທີ 16 ມັງກອນ 2026; ມະຕິຕົກລົງ ຂອງກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ ວ່າດ້ວຍການແຕ່ງຕັ້ງ ເລຂາຄະນະບໍລິຫານງານພັກ ແຂວງຄໍາມ່ວນ ສະບັບເລກທີ 13/ກມສພ, ລົງວັນທີ 16 ມັງກອນ 2026 ແລະ ສະບັບເລກທີ 16/ກມສພ, ລົງວັນທີ 16 ມັງກອນ 2026 ວ່າດ້ວຍການແຕ່ງຕັ້ງເລຂາຄະນະບໍລິຫານງານພັກອົງການໄອຍະການປະຊາຊົນສູງສຸດ ແລະ ມະຕິຂອງຄະນະປະຈໍາສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາການຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານການນໍາຂັ້ນສູງ ໄປຮັບໜ້າທີ່ໃໝ່ ສະບັບເລກທີ 03/ຄປຈ, ລົງວັນທີ 19 ມັງກອນ 2026. ຈາກນັ້ນ, ທ່ານ ນາງ ສີໃສ ລືເດດມູນສອນ ກໍໄດ້ມອບບັນດາຄໍາສັ່ງ ແລະ ນິຕິກໍາ ໃຫ້ແກ່ ທ່ານ ໄຊຊະນະ ໂຄດພູທອນ ເລຂາຄະນະບໍລິຫານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຜູ້ເກົ່າ ແລະ ທ່ານ ພົຈວ ນາງ ລີວົງ ລາວລີ ເລຂາຄະນະບໍລິຫານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຜູ້ໃໝ່. ຈາກນັ້ນ, ໃນພິທີ, ກໍຍັງໄດ້ຮ່ວມກັນລົງນາມເຊັນບົດບັນທຶກມອບ-ຮັບໜ້າທີ່ ລະຫວ່າງ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະກາປະຊາຊົນສູງສຸດ (ຜູ້ເກົ່າ ແລະ ຜູ້ໃໝ່).

ໂອກາດນີ້, ທ່ານ ນາງ ສີໃສ ລືເດດມູນສອນ ໄດ້ໂອ້ລົມຕໍ່ພິທີເຊິ່ງ ທ່ານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍມາຍັງຜົນງານໃນການນໍາພາ-ຊີ້ນໍາວຽກງານຂອງ ທ່ານເລຂາຄະນະບໍລິຫານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຜູ້ເກົ່າ ຕະຫຼອດໄລຍະຜ່ານມາ, ພ້ອມທັງເນັ້ນໃຫ້ ທ່ານເລຂາຄະນະບໍລິຫານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຜູ້ໃໝ່ ເອົາໃຈໃສ່ພັດທະນາກົງຈັກການຈັດຕັ້ງໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ, ຮອບດ້ານ ຖືກຕ້ອງຕາມກົດໝາຍ, ສ້າງຕັ້ງໄອຍະການເຂດ ແລະ ເຂດປະຈໍາເມືອງ ໃນເມືອງທີ່ມີເງື່ອນໄຂເໝາະສົມ ເພື່ອເຮັດໜ້າທີ່ ອໍານວຍຄວາມສະດວກ ໃຫ້ປະຊາຊົນເຂົ້າເຖິງການບໍລິການທາງດ້ານກົດໝາຍຫຼາຍຂຶ້ນ ແລະ ສາມາດໃຊ້ສິດເປັນເຈົ້າຂອງຕົນເອງໃຫ້ຫຼາຍຂຶ້ນ; ເພີ່ມທະວີວຽກງານຕິດຕາມກວດກາການປະຕິບັດກົດໝາຍ ແລະສັ່ງຟ້ອງຜູ້ຖືກຫາຂຶ້ນສານ ໃຫ້ມີຄຸນນະພາບ ແລະ ມີຜົນສໍາເລັດສູງຂຶ້ນກວ່າເກົ່າ; ເອົາໃຈໃສ່ສ້າງ, ປັບປຸງກົດໝາຍ ແລະ ນິຕິກໍາລຸ່ມກົດໝາຍ ເພື່ອເປັນບ່ອນອີງ ແລະ ຮັບປະກັນການປະຕິບັດພາລະບົດບາດ, ສິດ, ໜ້າທີ່ ຂອງອົງການໄອຍະການປະຊາຊົນແຕ່ລະຂັ້ນເປັນເອກະພາບ, ຖືກຕ້ອງ ແລະ ມີຜົນສັກສິດ.
ຂ່າວ: ແກ້ວ ອຸເພັດ


