ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

“ໄຊສະຫວັນ ມະຫາໄຊ” ສ້າງປະຫວັດສາດ ຍາດຫຼຽນຄຳ ໃຫ້ນັກກິລາຄົນພິການລາວ ໃນອາຊຽນ ພາຣາເກມ

Jan 26, 2026

ທ້າວ ໄຊສະຫວັນ ມະຫາໄຊ ນັກກິລາຍິງປືນຄົນພິການທີມຊາດລາວ ປະເພດປືນຍາວອັດລົມ ຄົນພິການແຂນ ໄລຍະ 50 ແມັດຊາຍ ສ້າງຜົນງານເປັນຄັ້ງປະຫວັດສາດ ດ້ວຍການຍາດຫຼຽນຄຳ ໃຫ້ນັກກິລາຄົນພິການລາວ ຊຶ່ງຫຼຽນດັ່ງກ່າວ ຍັງບໍ່ເຄີຍມີນັກກິລາຄົນພິການລາວເຮັດໄດ້ມາກ່ອນ ໃນງານມະຫະກຳກິລາຄົນພິການອາຊຽນ ຄັ້ງທີ 13 ຫຼື ອາຊຽນພາຣາເກມ 2025 ທີ່ນະຄອນຣາຊະສີມາ ປະເທດໄທ ເປັນເຈົ້າພາບ.
ໃນຕອນບ່າຍວັນທີ 23 ມັງກອນ 2026 ທີ່ສະໜາມຍິງປືນ 80 ພັນສາ ນະຄອນຣາຊະສີມາ ປະເທດໄທ ໄດ້ສືບຕໍ່ແຂ່ງຂັນກິລາຍິງປືນຄົນພິການ ລະດັບພິການແຂນ ໄລຍະ 50 ແມັດ ປະເພດປະສົມ ສຳລັບນັກກິລາຍິງ ແລະ ຊາຍ ແມ່ນຮ່ວມແຂ່ງຂັນນຳກັນໝົດ ໃນລາຍການດ່ຽວ. ລາຍການນີ້ ມີນັກກິລາເຂົ້າຮ່ວມ 6 ຄົນ, ຍິງ 3 ຄົນ. ໃນນັ້ນ ສະຫະພັນກິລາຍິງປືນຄົນພິການແຫ່ງຊາດລາວ ສົ່ງເຂົ້າຮ່ວມແຂ່ງຂັນ 2 ຄົນ ຄື: ທ້າວ ໄຊສະຫວັນ ມະຫາໄຊ ແລະ ນາງ ສີວອນ ມູນວົງສາ.
ການແຂ່ງຂັນລາຍການນີ້ ນັກກິລາຕ້ອງຍິງປືນຜູ້ໜຶ່ງ 60 ລູກ ຜ່ານການແຂ່ງຂັນ ທ້າວ ໄຊສະຫວັນ ມະຫາໄຊ ສາມາດຍິງໄດ້ 238 ຄະແນນ ເປັນອັນດັບທີ 1 ໄດ້ຫຼຽນຄຳ, ສ່ວນຫຼຽນເງິນ ແລະ ຫຼຽນທອງ ເປັນຂອງເຈົ້າພາບໄທ.
May be an image of text that says 'IAILAND 25 RA GAMES 活 THAILAND 2025 ASEANPARAGAMES ASEAN PARA GAMES'
ພາບ-ຂ່າວ: ສົງການ ພັນແພງດີ