ງານເເຂ່ງຂັນກິລາເປຕັ້ງ ຊິງຂັນປະທານຄະນະບໍລິຫານງານ ສູນກາງສະຫະພັນກໍາມະບານລາວ ເພື່ອຄໍານັບຮັບຕ້ອນວັນສ້າງຕັ້ງສະຫະພັນກໍາມະບານລາວ ຄົບຮອບ 70 ປີ ຈັດຂຶ້ນໃນວັນທີ 23 ມັງກອນນີ້ ທີ່ສູນກາງສະຫະພັນກໍາມະບານລາວ ທີ່ນະຄອນຫຼວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານ ວິໄລ ວົງຂະເສີມ ຮອງປະທານຄະນະບໍລິຫານງານ ສູນກາງກໍາມະບານລາວ, ມີບັນດາຫົວໜ້າ ຮອງຫົວໜ້າກົມ, ຕາງໜ້າອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍການນໍາ ເເລະ ນັກກິລາຈາກບັນດາພາກສ່ວນອ້ອມຂ້າງສູນກາງສະຫະພັນກໍາມະບານເຂົ້າຮ່ວມ
ທ່ານ ວິໄລ ວົງຂະເສີມ ຮອງປະທານຄະນະບໍລິຫານງານ ສູນກາງກໍາມະບານລາວມີຄໍາເຫັນວ່າ: ງານເເຂ່ງຂັນກິລາເປຕັ້ງຄັ້ງນີ້ ເພື່ອຂໍ່ານັບຮັບຕ້ອນຮັບວັນສ້າງຕັ້ງສະຫະພັນກຳມະບານລາວ ທີ 1 ກຸມພາ ຄົບຮອບ 70 ປີ, ຊຶ່ງເປັນກິດຈະກຳໜຶ່ງໃນຂະບວນການສະເຫຼີມສະຫຼອງ ທັງເປັນການເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນເເໜ້ນໜາຫຼາຍຂຶ້ນກວ່າເກົ່າລະຫວ່າງສະມາຊິກກໍາມະບານ, ກໍາມະກອນ ແລະ ຊາວຜູ້ອອກແຮງງານລາວບັນດາເຜົ່າກໍຄືທົ່ວສັງຄົມໃຫ້ເປັນຂະບວນການຟົດຟື້ນ, ອົງການຈັດຕັ້ງກໍາມະບານລາວນັບຕັ້ງເເຕ່ມື້ສ້າງຕັ້ງເປັນຕົ້ນມາຮອດປັດຈຸບັນໄດ້ປຸກລະດົມຊົນຊັ້ນກໍາມະກອນ ສະມາຊິກກໍາມະບານເຂົ້າຮ່ວມການຕໍ່ສູ້ກູ້ຊາດ ເພື່ອປົດປ່ອຍຊາດຈົນສໍາເລັດ, ຕະຫຼອດໄລຍະ 70 ປີ ຜ່ານມາ ສະຫະພັນກໍາມະບານລາວໄດ້ປະກອບສ່ວນສ້າງສາພັດທະນາປະເທດຊາດກໍ່ຄືເສດຖະກິດສັງຄົມຮອບດ້ານຢູ່ເເຕ່ລະຂົງເຂດຢ່າງຕັ້ງໜ້າ

ສໍາລັບການແຂ່ງຂັນກິລາເປຕັ້ງຄັ້ງນີ້ ມີຄະນະນໍາ ແລະ ນັກກິລາຈາກບັນດາສະຫະພັນກຳມະບານກະຊວງ, ອົງການ, ນະຄອນຫຼວງວຽງຈັນ ເຂົ້າຮ່ວມ 35 ພາກສ່ວນ, ມີທັງໝົດ 40 ທີມ. ການເເຂ່ງຂັນເເມ່ນປະເພດກິລາຄູ່ປະສົມຍິງ 1 ຄົນຊາຍ 2 ຄົນ. ສໍາລັບລາງວັນຊະນະເລີດໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນ 2,000,000 ກີບ; ທີ 2 ໄດ້ຮັບຂັນ 1 ໜ່ວຍພ້ອມເງິນ 1,500,000 ກີບ; ທີ 3 ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນ 1,000,000 ກີບ ແລະ ລາງວັນຊົມເຊີຍມີ 5 ລາງວັນ ເເຕ່ລະທີມໄດ້ຮັບຂັນ 1 ໜ່ວຍ; ນອກຈາກງານເເຂ່ງຂັນກິລາເປຕັ້ງເເລ້ວ ສູນກາງສະຫະພັນກໍາມະບານລາວຍັງໄດ້ຈັດກິດຈະກໍາປິ່ນອ້ອມ ເປັນຕົ້ນ: ການບໍລິຈາກເລືອດ, ງານຕະຫຼາດນັດ ເເລະອື່ນໆ.
ຂ່າວ-ພາບ: ບຸນຍັງ ພຸດສະຫວັດ


