ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ ເປັນປະທານພິທີຕ້ອນຮັບເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ

Jan 26, 2026

ເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ ເປັນປະທານພິທີຕ້ອນຮັບເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ
ຕອນເຊົ້າວັນທີ 26 ມັງກອນ 2026 ທີ່ທຳນຽບປະທານປະເທດຫວຽດນາມ ທີ່ນະຄອນຫລວງຮ່າໂນ້ຍ, ສະຫາຍ ທອງລຸນ ສີສຸລິດ,” ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ໄດ້ເຂົ້າຮ່ວມພິທີຕ້ອນຮັບຢ່າງເປັນທາງການ ໂດຍການເປັນປະທານຂອງ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ ພ້ອມດ້ວຍພັນລະຍາ ແລະ ຄະນະ.
ການຢ້ຽມຢາມຫວຽດນາມໃນຄັ້ງນີ້, ເພື່ອສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຄູ່ຮ່ວມມືຍຸດທະສາດ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ.
ສະຫາຍ ໂຕ ເລິມ ແລະ ພັນລະຍາ ໄດ້ສະແດງຄວາມຕ້ອນຮັບສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ແລະ ພັນລະຍາ ຢ່າງສະໜິດສະໜົມຮັກແພງ ແລະ ອົບອຸ່ນ. ຈາກນັ້ນ, ໄດ້ມີການພົບປະສອງຝ່າຍຢ່າງເປັນທາງການ.
ພາບ: Vietnamnet.vn net