ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສຳ​ເລັດ​ການ​ຝຶກ​ຊ້ອມຮ່ວມງານ​ລາ​ຕີ​ສະຫຼອງ​ບຸນ​ກຸດ​ຈີນ 2026 ຂອງ CMG ​ຄັ້ງ​ທີ 2

Jan 28, 2026

ວັນ​ທີ 25 ມັງ​ກອນ​ນີ້, ການ​ຝຶກ​ຊ້ອມຮ່ວມ​ຄັ້ງ​ທີ 2 ສຳ​ລັບງານ​ລາ​ຕີ​ສະຫຼອງ​ບຸນ​ກຸດ​ຈີນ 2026 ທີ່​ຈັດ​ໂດຍ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ ຫຼື CMG ໄດ້​ສຳ​ເລັດ​ດ້ວຍ​ດີ, ເຊິ່ງ​ທຸກ​ຂັ້ນ​ຕອນ​ຂອງ​ງານ​ໄດ້​ດຳ​ເນີນ​ຢ່າງ​ໂລ່ງ​ລ່ຽນ ແລະ ເປັນ​ລະ​ບຽບ, ໜ່ວຍ​ງານ​ກຳ​ກັບ​ໄດ້​ປັບ​ປຸງ​ລາຍ​ລະ​ອຽດ​ຂອງ​ລາຍ​ການ​ຕ່າງໆ​ໃຫ້​ສົມ​ບູນ​ແບບ​ເລື້ອຍໆ, ສະ​ແດງ​ໃຫ້​ເຫັນ​ເຖິງ​ບັນ​ຍາ​ກາດ​​ທີ່​ຄຶກ​ຄື້ນ​ມ່ວນ​ຊື່ນ. ໃນ​ງານ​ລາ​ຕີ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ອາ​ລົມ​ຈິດ​ທີ່​ລະ​ອຽດ​ອ່ອນ ແລະ ປະ​ທັບ​ໃຈ, ເຮັດ​ໃຫ້​ຜູ້​ຊົມ​ສາ​ມາດ​ສຳ​ຜັດ​ກັບ​ບັນ​ຍາ​ກາດອັນ​ເຂັ້ມ​ຂຸ້ນ​ຂອງ​ບຸ​ນ​ກຸດ​ຈີນ​, ເຕັມ​ໄປ​ດ້ວຍ​ຄວາມ​ເບີກ​ບານ​ມ່ວນ​ຊື່ນ ແລະ ຄວາມ​ອົບ​ອຸ່ນ​ໃນ​ການ​ເຕົ້າ​ໂຮມ​ກັນ​ຂອງ​ທຸກ​ຄອບ​ຄົວ​.

ໜ່ວຍ​ງານ​ກຳ​ກັບ​ງານ​ລາ​ຕີ​ສະຫຼອງ​ບຸນ​ກຸດ​ຈີນ​ຂອງ CMG ຈະ​ສືບ​ຕໍ່ປັບ​ປຸງ​ຕື່ມ​ອີກ​ໃນ​ດ້​ານ​ການ​ຈັດ​ລາຍ​ການ, ​ການເຊື່ອມ​ໂຍງ​ເຕັກ​ໂນ​ໂລ​ຊີ, ​ເຕັກ​ນິກ​ພິ​ເສດ​ເທິງ​ເວ​ທີ ແລະ​ອື່ນໆ, ພະ​ຍາ​ຍາມ​ນຳ​ສະ​ເໜີ “ງານ​ລາ​ຕີ​ສະ​ຫຼອງ​ບຸນ​ກຸດ​ຈີນ​ຂອງ​ປະ​ຊາ​ຊົນ” ທີ່​ຕິດ​ແທດ​ກັບ​ຊີ​ວິດຈິງ ແລະ ສົ່ງ​ຕໍ່​ຄວາມ​ອົບ​ອຸ່ນ.