ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄະນະກຳມະການໂອແລມປິກແຫ່ງຊາດລາວ ຕີລາຄາການເຄື່ອນໄຫວວຽກງານ ປີ 2025

Jan 29, 2026

ກອງປະຊຸມຄົບຄະນະບໍລິຫານງານ ຄະນະກໍາມະການໂອແລມປິກ ແຫ່ງຊາດລາວ ປະຈໍາປີ 2025 ຈັດຂຶ້ນໃນວັນ ທີ 28 ມັງກອນ 2026 ເພື່ອສະຫຼຸບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວ ປະຈໍາປີ 2025 ແລະ ວາງແຜນ ການເຄື່ອນໄຫວ ປະຈໍາປີ 2026 ຂອງຄະນະກຳມະການໂອແລມປິກແຫ່ງຊາດລາວ ໂດຍການເປັນປະທານຂອງ ທ່ານ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ. ມີອະດີດປະທານ, ຄະນະທີ່ເປິກສາ, ຄະນະບໍລິຫານງານຄະນະກໍາມະການໂອແລມປິກແຫ່ງຊາດລາວ, ຜູ້ບໍລິຫານສະຫະພັນກິລາແຫ່ງຊາດລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ໄດ້ຕີລາຄາຄືນການເຄື່ອນໄຫວວຽກງານຂອງຄະນະກຳມະການໂອແລມປິກແຫ່ງຊາດລາວ ໃນໄລຍະ 1 ປີຜ່ານມາ, ຕີລາຄາຈຸດດີ, ຂໍ້ຄົງຄ້າງ, ບາງບົດຮຽນທີ່ຖອດຖອນໄດ້ ແລະ ກຳນົດທິດທາງແຜນວຽກຈຸດສຸມ ໃນປີ 2026, ພ້ອມທັງໄດ້ຮັບຟັງລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວປະຈໍາປີ 2025 ແລະ ແຜນການເຄື່ອນໄຫວ ປະຈໍາປີ 2026, ວຽກງານການເງິນ ຂອງຄະນະກໍາມະການໂອແລມປິກແຫ່ງຊາດລາວ,ການຈັດຕັ້ງປະຕິບັດກອງທຶນສົ່ງເສີມກິລາສູ່ຂະບວນການໂອແລມປິກ ແລະ ຮັບຟັງການລາຍງານວຽກທີ່ພົ້ນເດັ່ນຂອງກໍາມະການຄະນະກຳມະການໂອແລມປິກແຫ່ງຊາດລາວ ແລະ ສະຫະພັນກິລາແຫ່ງຊາດລາວ. ຜູ້ເຂົ້າຮ່ວມ ໄດ້ເຊີດຊູຄວາມເປັນເຈົ້າການປະກອບຄຳຄິດເຫັນທີ່ສ້າງສັນ-ກົງໄປກົງມາ, ນອກຈາກສະເໜີບັນຫາແລ້ວ ຍັງໄດ້ພ້ອມກັນແນະນຳວິທີແກ້ໄຂ ເພື່ອສົ່ງເສີມໃຫ້ບັນຍາກາດວຽກງານກິລາທັງພາຍໃນ ແລະ ຕ່າງປະເທດ ເປັນຂະບວນຟົດຟື້ນກວ່າເກົ່າ, ຕິດພັນກັບການສົ່ງເສີມກິລາທ້ອງຖິ່ນ ແລະ ການທ່ອງທ່ຽວ ໃນປີ 2026.
May be an image of table, dais and text
ທ່ານ ທອງສະລິດ ມັງໜໍ່ເມກ ໄດ້ຊີ້ນຳໃຫ້ຄະນະຮັບຜິດຊອບ ແລະ ກອງເລຂາກອງປະຊຸມ ປັບປຸງບົດລາຍງານຕາມຄຳເຫັນຂອງຜູ້ແທນກອງປະຊຸມ ແລະ ສະເໜີໃຫ້ຜັນຂະຫຍາຍເນື້ອໃນຈິດໃຈກອງປະຊຸມຄັ້ງນີ້ ຢ່າງກວ້າງຂວາງ ແລະ ເລິກເຊິ່ງ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ; ແຕ່ລະສະຫະພັນກິລາແຫ່ງຊາດ ໃຫ້ເປັນເຈົ້າການສ້າງແຜນການເຄື່ອນໄຫວ,ຈັດການແຂ່ງຂັນໃຫ້ເປັນຂະບວນການຟົດຟື້ນ ໂດຍສົມທົບກັບທຸກພາກສ່ວນຂອງສັງຄົມ, ພ້ອມທັງສະຫຼຸບສັງລວມຜົນການເຄື່ອນໄຫວຂອງສະຫະພັນກິລາຕົນ ໃຫ້ຄະນະກໍາມະການໂອແລມປິກແຫ່ງຊາດລາວ ເປັນປົກກະຕິ; ໃຫ້ກຳມະການຕ່າງໆຂອງຄະນະກຳມະການໂອແລມປິກແຫ່ງຊາດລາວ ໂດຍສະເພາະ ກຳມະການເຕັກນິກ ສ້າງແຜນຮ່ວມກັບບັນດາສະຫະພັນກິລາແຫ່ງຊາດ ເພື່ອສ້າງຄວາມເຂັ້ມແຂງໃນການບໍລິຫານຄຸ້ມຄອງສະຫະພັນ, ສ້າງແຜນການກໍ່ສ້າງນັກກິລາ ໃຫ້ມີຈຸດສຸມ ແລະ ເປັນລະບົບຕໍ່ເນື່ອງ, ໃຫ້ຄະນະຮັບຜິດຊອບຂໍ້ມູນຂ່າວສານເກັບກຳ ແລະ ເຜີຍແຜ່ຜົນງານການເຂົ້າຮ່ວມນໍາບັນດາສະຫະພັນທັງພາຍໃນ ແລະ ຕ່າງປະເທດ ໃຫ້ເຂົ້າເຖິງຊາວໜຸ່ມເຍົາວະຊົນ ແລະ ແມ່ຍິງ ແນໃສ່ໃຫ້ເຂົາເຈົ້າໄດ້ເຂົ້າຮ່ວມການອອກກຳລັງກາຍ ແລະ ຫຼິ້ນກິລາຫຼາຍຂຶ້ນ.
ໃນໄລຍະ 1 ປີຜ່ານມາ,ຄະນະກໍາມະການໂອແລມປິກແຫ່ງຊາດລາວ, ບັນດາສະຫະພັນກິລາແຫ່ງຊາດ ແລະ ກໍາມະການທີ່ຂຶ້ນກັບຄະນະກໍາມະການໂອແລມປິກແຫ່ງຊາດລາວ ໄດ້ຕັ້ງໜ້າບຸກບືນ ສ້າງຜົນງານໃນການເຄື່ອນໄຫວວຽກງານກິລາ-ກາຍຍະກຳ ທັງຈັດຕັ້ງການແຂ່ງຂັນຢູ່ພາຍໃນ ແລະ ເຂົ້າຮ່ວມການແຂ່ງຂັນລະດັບອະນຸພາກພື້ນ ແລະ ສາກົນ ຢ່າງເປັນຂະບວນສົມຄວນ.
ຂ່າວ: ບຸນຍັງ ພຸດສະຫວັດ
ພາບ: ຂັນໄຊ