ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມສາມັນຄົບຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຄັ້ງທີ 2 ສະໄໝທີ IX

Jan 29, 2026

ກອງປະຊຸມສາມັນຄົບຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຄັ້ງທີ 2 ສະໄໝທີ IX ໄຂຂຶ້ນໃນຕອນເຊົ້າວັນທີ 29 ມັງກອນ 2026 ທີ່ສູນກິດຈະກໍາຄົບວົງຈອນຊາວໜຸ່ມ, ເຍົາວະຊົນ ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງລີ ສີສຸລິດ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ມີຮອງເລຂາ, ຄະນະເລຂາທິການ, ກໍາມະການຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາ, ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງ, ອົງການ, ນະຄອນຫຼວງວຽງຈັນ, ແຂວງ, ຫົວໜ້າຫ້ອງການ, ຫົວໜ້າກົມ, ຮອງກົມ ອ້ອມຂ້າງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວເຂົ້າຮ່ວມທັງໝົດ 77 ສະຫາຍ, ຍິງ 28 ສະຫາຍ.
May be an image of dais and text May be an image of dais and text
ສະຫາຍ ທອງລີ ສີສຸລິດ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ມີຄໍາເຫັນໄຂກອງປະຊຸມວ່າ: ກອງປະຊຸມຄັ້ງນີ້ ມີຄວາມໝາຍຄວາມສໍາຄັນຢ່າງຍິ່ງ ໂດຍໄດ້ກໍານົດທິດທາງແຜນການເຄື່ອນໄຫວ, ລະບຽບຈຸດສຸມຂອງຄະນະບໍລິຫານງານສູນກາງຊາວໜຸ່ມໃນໄລຍະຕໍ່ໜ້າໃຫ້ແທດເໝາະກັບສະພາບການໃໝ່ ແລະ ຄໍາຂວັນກອງປະຊຸມສະໄໝທີ 9 “ ເພີ່ມທະວີສ້າງການຫັນປ່ຽນຢ່າງແຂງແຮງ ເຕົ້າໂຮມປຸກລະດົມຂົນຂວາຍຊາວໜຸ່ມ ເຍົາວະຊົນລາວບັນດາເຜົ່າ ປະຈັນບານເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຫັນເປັນດິຈິຕອນຕາມທິດສ້າງຄວາມເຂັ້ມແຂງເປັນເຈົ້າຕົນເອງ ເພື່ອເຮັດໃຫ້ການນໍາພາ, ການເຄື່ອນໄຫວຂອງຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ສະໄໝທີ 9 ຫັນເອົາຄໍາຂວັນຂອງກອງປະຊຸມມາເປັນແຜນງານຕົວຈິງ ”
ໃນກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງການຜ່ານຮ່າງມະຕິຕົກລົງວ່າດ້ວຍການແບ່ງຄວາມຮັບຜິດຊອບໃຫ້ບັນດາສະຫາຍ, ຄະນະເລຂາທິການ ແລະ ກຳມະການໃນຄະນະບໍລິຫານງານ ສຊປລ ສະໄໝທີ IX, ຜ່ານຮ່າງແຜນດໍາເນີນງານຂອງ ຄະນະບໍລິຫານງານ ສຊປລ ສະໄໝທີ IX ເພື່ອສ້າງຄວາມເຂົ້າໃຈເປັນເອກະພາບຕໍ່ເນື້ອໃນຕົ້ນຕໍຂອງມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ IX ແລະ ກໍານົດຈຸດສຸມທີ່ຄະນະບໍລິຫານງານ ສຊປລ ຕ້ອງເອົາໃຈໃສ່ນໍາພາ-ຊີ້ນຳນັບແຕ່ນີ້ຫາກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ X, ເພື່ອກຳນົດແບບແຜນການເຄື່ອນໄຫວ ແລະ ວີທີນຳພາຂອງຄະນະບໍລິຫານງານ ສຊປລ ໃຫ້ຈະແຈ້ງ, ເປັນລະບົບ, ມີຈຸດສຸມ, ຮັບປະກັນສ້າງການຫັນປ່ຽນໃໜ່ທີ່ແຂງແຮງ, ເລິກເຊິ່ງ, ຮອບດ້ານ, ສ້າງຄວາມເຊື່ອໝັ້ນໃນສັງຄົມຕໍ່ການນໍາພາຂອງ ຄຊປປລ ແຕ່ລະຂັ້ນໃຫ້ສູງຂຶ້ນ ນອກນີ້, ຍັງໄດ້ຮັບຟັງການຜ່ານຮ່າງມະຕິຕົກລົງວ່າດ້ວຍລະບອບ, ແບບແຜນວິທີເຮັດວຽກຂອງຄະນະບໍລິຫານງານ ແລະ ຄະນະເລຂາທິການ ສຊປລ ສະໄໝທີ IX ຕື່ມອີກ, ຜູ້ແທນກອງປະຊຸມຍັງໄດ້ປະກອບຄໍາຄິດເຫັນຢ່າງກົງໄປກົງມາຕໍ່ເນື້ອໃນປິ່ນອ້ອມ, ການລາຍງານວຽກງານຈຸດສຸມຂອງ ຄຊປປລ ບັນດາກະຊວງ, ອົງການ, ນະຄອນຫຼວງວຽງຈັນ ປະຈໍາປີ 2026 ແລະ ຍັງໄດ້ຮັບຟັງການເຊື່ອມຊຶມບົດແນະນຳກົດລະບຽບຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ສະບັບປັບປຸງ, ລາຍງານສະພາບການປັບປຸງກົງຈັກການຈັດຕັ້ງຂອງບັນດາແຂວງ, ເຊື່ອມຊຶມບົດແນະນຳ ກົດລະບຽບການຈັດຕັ້ງເຍົາວະຊົນທັນວາ ສະບັບປັບປຸງ, ເຊື່ອມຊຶມເອກະສານການຈັດຕັ້ງ ແລະ ເຄື່ອນໄຫວສະຫະພັນຊາວໜຸ່ມລາວ ແລະ ມະຕິກອງປະຊຸມສະຫະພັນຊາວ ໜຸ່ມລາວ ຄັ້ງທີ I ຕື່ມອີກ.