ຈີນໃຊ້ເວທີດາວອສ 2026 ສະໜັບສະໜູນການຄ້າເສລີ ທັງສະແດງພາບພົດຂອງຄູ່ຄ້າທີ່ໝັ້ນຄົງ ແລະ ເພິ່ງພາໄດ້ໃຫ້ແກ່ໂລກ

ກອງປະຊຸມປະຈຳປີ 2026 ຂອງເວທີປຶກສາຫາລືເສດຖະກິດໂລກຈັດຂຶ້ນຢູ່ນະຄອນດາວອສ, ປະເທດສະວິສໃນລະຫວ່າງວັນທີ 19-23 ມັງກອນ 2026 ເຊິ່ງຈັດຂຶ້ນໃນທ່າມກາງບັນຍາກາດທີ່ການເມືອງ ແລະ ເສດຖະກິດໂລກມີຄວາມວຸ່ນວາຍສັບສົນ ໂດຍສະເພາະການນໍາໃຊ້ຫຼາຍວິທີຂອງອາເມຣິກາເພື່ອກົດດັນປະເທດພັນທະມິດຂອງຕົນ, ທັງການຍົກລະດັບການຂົ່ມຂູ່ເຂົ້າຍຶດຄອງເກາະກຣີນແລນ, ປະກາດຈະເພີ່ມພາສີຕໍ່ປະເທດອື່ນທີ່ບໍ່ເຫັນດີກັບແນວຄິດຂອງຕົນ ແລະ ອື່ນໆ. ການເຄື່ອນໄຫວເຫຼົ່ານີ້ບໍ່ພຽງແຕ່ສ້າງຄວາມບໍ່ພໍໃຈໃຫ້ແກ່ປະເທດເອີຣົບເທົ່ານັ້ນ, ຍັງຄ່ອຍໆສັ່ນຄອນຄວາມເຊື່ອໝັ້ຂອງປະເທດພັນທະມິດຕໍ່ບົດບາດການນໍາພາຂອງອາເມຣິກາຢ່າງເຫັນໄດ້ຊັດເຈນ.
ໃນທ່າມກາງສະພາບດັ່ງກ່າວ, ຈີນ ໄດ້ໃຊ້ເວທີກອງປະຊຸມປະຈໍາປີດັ່ງກ່າວເພື່ອສ້າງຄວາມໝັ້ນຄົງ ແລະ ເພິ່ງພາໄດ້ໃຫ້ແກ່ໂລກ ເພາະພຽງບໍ່ພໍເທົ່າໃດຊົ່ວໂມງຫຼັງຈາກ ທ່ານ ໂດນັນ ທຣໍາ, ປະທານາທິບໍດີອາເມຣິກາໄດ້ກ່າວຖ້ອຍຄວາມຮຸນແຮງຕໍ່ປະເທດເອີຣົບ, ທ່ານ ເຫີລີເຟີງ, ຮອງນາຍົກລັດຖະມົນຕີຈີນ ໄດ້ກ່າວຄຳປາໄສຕໍ່ກອງປະຊຸມດັ່ງກ່າວ ໂດຍໄດ້ສະແດງຈຸດຢືນຂອງຈີນວ່າ: ຈີນ ໄດ້ປະຕິບັດຕາມວິໄສທັດໃນການກໍ່ສ້າງປະຊາຄົມທີ່ມີອະນາຄົດຮ່ວມກັນ, ຍຶດໝັ້ນສະໜັບສະໜູນລັດທິຫຼາຍຝ່າຍ ແລະ ການຄ້າເສລີມາໂດຍຕະຫຼອດ. ນັບແຕ່ປີກາຍນີ້ເປັນຕົ້ນມາ ສົງຄາມພາສີ ແລະ ສົງຄາມການຄ້າໄດ້ສ້າງແຮງກະທົບຕໍ່ເສດຖະກິດໂລກ, ທັງກາຍເປັນຄວາມທ້າທາຍໂດຍກົງຕໍ່ລັດທິຫຼາຍຝ່າຍ ແລະ ການຄ້າເສລີ, ພ້ອມທັງເນັ້ນຢໍ້າວ່າ ຈີນຍັງຄົງຍຶດໝັ້ນໃນລັດທິຫຼາຍຝ່າຍ ແລະ ການຄ້າເສລີຢ່າງຕໍ່ເນື່ອງໂດຍບໍ່ມີການປ່ຽນແປງ, ພ້ອມທັງສະແດງຄວາມກັງວົນຕໍ່ທ່າອ່ຽງໃນການໃຊ້ມາດຕະການກີດຂວາງທາງການຄ້າທີ່ນັບມື້ເພີ່ມທະວີຂຶ້ນຂອງອາເມຣິກາ.

ທ່ານ ເຫີລີເຟີງ ຍັງກ່າວວ່າ: ການຄ້າເສລີຄວນໄດ້ຮັບການສະໜັບສະໜູນຢ່າງເດັດດ່ຽວ ແລະ ປະເທດຕ່າງໆ ຄວນຮ່ວມມືກັນຊຸກຍູ້ເສດຖະກິດໂລກາພິວັດທີ່ສ້າງປະໂຫຍດຢ່າງທົ່ວເຖິງ ແລະ ກວມລວມ, ພ້ອມທັງຊີ້ໃຫ້ເຫັນວ່າ ເຖິງວ່າສົງຄາມການຄ້າຈະເປັນເກມທີ່ບໍ່ມີຜູ້ໃດຊະນະ ຫຼື ເກມຜົນລວມເປັນສູນ, ແຕ່ການຮ່ວມມືສາກົນໄດ້ພິສູດໃຫ້ເຫັນແລ້ວວ່າ ມັນສາມາດສ້າງຜົນໄດ້ຮັບທາງບວກໃຫ້ແກ່ຫຼາຍປະເທດ, ລວມທັງຈີນເອງ. ພ້ອມທັງເຕືອນວ່າ: ໂລກບໍ່ຄວນຖອຍກັບຄືນໄປສູ່ “ກົດແຫ່ງປາ” ທີ່ຜູ້ແຂງແກ່ນກວ່າເທົ່ານັ້ນເປັນຜູ້ຊະນະ ແລະ ບໍ່ຄວນປ່ອຍໃຫ້ຈໍານວນບໍ່ພໍເທົ່າໃດປະເທດໄດ້ຮັບສິດທິພິເສດຈາກຄວາມໄດ້ປຽບດ້ານອໍານາດ. ຈີນໃຫ້ຄວາມສໍາຄັນກັບຄວາມເຫັນດີທີ່ເປັນເອກະພາບກັນ, ຄວາມສາມັກຄີ ແລະ ການຮ່ວມມື ຫຼາຍກວ່າຄວາມແຕກແຍກ ແລະ ການຜະເຊີນໜ້າ, ພ້ອມນີ້ ທ່ານຊີ້ໃຫ້ເຫັນວ່າ: “ແນວທາງຂອງຈີນ” ຄືຄໍາຕອບຕໍ່ບັນຫາການຮ່ວມຂອງໂລກ.
ພາຍໃຕ້ສະພາບການດັ່ງກ່າວ, ພາບທີ່ຈີນພະຍາຍາມສົ່ງອອກໄປຢູ່ເວທີດາວອສຄັ້ງນີ້ຈຶ່ງເປັນການສະແດງໃຫ້ເຫັນບົດບາດທີ່ສຸຂຸມ, ກວມລວມ ແລະ ເຊື່ອຖືໄດ້ເມື່ອທຽບໃສ່ນະໂຍບາຍການຕ່າງປະເທດແບບ “Shock and Awe” ກໍຄືການໃຊ້ກໍາລັງທີ່ເໜືອກວ່າໂຈມຕີຢ່າງວ່ອງໄວເພື່ອເຮັດໃຫ້ເກີດຄວາມຢ້ານກົວ ແລະ ບໍ່ກ້າຕໍ່ຕ້ານຄືນຂອງອາເມຣິກາທີ່ສ້າງແຮງກົດດັນ ແລະ ການຂົ່ມຂູ່, ທັງສ້າງແຮງສັ່ນສະເທືອນຕໍ່ພັນທະມິດ ແລະ ຄູ່ແຂ່ງ.
ການກະທໍາຂອງອາເມຣິກາ ໄດ້ສ້າງແຮງສັ່ນສະເທືອນຕໍ່ປະເທດພັນທະມິດຂອງຕົນ, ພ້ອມນີ້, ແຮງສັ່ນສະເທືອນຈາກຄວາມວຸ່ນວາຍດ້ານນະໂຍບາຍຂອງອາເມຣິກາຍັງສະທ້ອນໃຫ້ເຫັນຢ່າງຈະແຈ້ງຢູ່ເທິງເວທີດາວອສຜ່ານຄໍາປາໄສຂອງ ທ່ານ ມາກ ຄານີ, ນາຍົກລັດຖະມົນຕີການາດາ ທີ່ໄດ້ກ່າວຢ່າງກົງໄປກົງມາວ່າ: “ລະບຽບໂລກທີ່ອີງໃສ່ລະບຽບສາກົນ” ເປັນພຽງແຕ່ໂຄງສ້າງທີ່ມີຢູ່ບາງສ່ວນ, ໂດຍຊີ້ໃຫ້ເຫັນວ່າມະຫາອຳນາດມັກເລືອກທີ່ຍົກເວັ້ນຕົນເອງຈາກລະບຽບເຫຼົ່ານັ້ນເມື່ອເຫັນວ່າເປັນປະໂຫຍດຕໍ່ຕົນເອງ.

ຄໍາປາໄສຈາກໜຶ່ງໃນພັນທະມິດທີ່ໃກ້ຊິດທີ່ສຸດຂອງອາເມຣິກາດັ່ງກ່າວ ບໍ່ພຽງແຕ່ສະທ້ອນເຖິງຄວາມສົງໄສຕໍ່ລະບຽບສາກົນທີ່ອາເມຣິກາເຄີຍເປັນສູນກາງເທົ່ານັ້ນ, ຍັງກາຍເປັນສັນຍານບົ່ງບອກເຖິງຄວາມແຕກແຍກທີ່ເປີດພື້ນທີ່ໃຫ້ຈີນປ່ຽນບົດບາດຂອງຕົນໃນເວທີໂລກໄດ້ໂດຍບໍ່ຕ້ອງອອກແຮງຈັດວາງເພີ່ມເຕີມໃດໆ. ເຖິງວ່າ ທ່ານ ມາກ ຄານີ ບໍ່ໄດ້ປະກາດໂອບຮັບເອົາຈີນໂດຍກົງ, ແຕ່ການກ່າວປາໄສນີ້ເກີດຂຶ້ນໃນທ່າມກາງບໍລິບົດທີ່ ທ່ານ ໂດນັນ ທຣໍາ ເຄີຍກ່າວຕໍ່ສາທາລະນະເຖິງຄວາມເປັນໄປໄດ້ໃນການຜະນວກການາດາເຂົ້າເປັນລັດທີ 51 ຂອງອາເມຣິກາ. ນອກນີ້, ການາດາໄດ້ປະກາດຍົກລະດັບເປັນ “ຄູ່ຮ່ວມມືຍຸດທະສາດ” ກັບຈີນເມື່ອບໍ່ດົນມານີ້ ແລະ ຕັດສິນໃຈຜ່ອນຄາຍພາສີລົດໄຟຟ້າທີ່ນໍາເຂົ້າຈາກຈີນ, ເຊິ່ງ ທ່ານ ມາກ ຄານີ ຢືນຢັນວ່າ: ການຮ່ວມມືດັ່ງກ່າວກັບຈີນມີຈຸດປະສົງເພື່ອກະກຽມປະເທດໃຫ້ພ້ອມສຳລັບ “ລະບຽບໂລກໃໝ່”, ເຊິ່ງເປັນປະໂຫຍກທີ່ສະທ້ອນໃຫ້ເຫັນກອບແນວຄິດທີ່ສອດຄ່ອງກັບທັດສະນະຂອງຈີນຢ່າງຈະແຈ້ງ ແລະ ຍິ່ງເນັ້ນເຖິງພາບການຍັບໄລຍະຫ່າງທາງຍຸດທະສາດຂອງພັນທະມິດດັ້ງເດີມຂອງອາເມຣິກາພາຍໃຕ້ແຮງກົດດັນຈາກທ່າທີທີ່ບໍ່ແນ່ນອນຂອງອາເມຣິກາເອງ.
ທ່າອ່ຽງທີ່ຄ້າຍຄືກັນນີ້ເລີ່ມປາກົດຂຶ້ນໃນບັນດາພັນທະມິດອື່ນໆ ຂອງອາເມຣິກາ. ອັງກິດ ເລີ່ມສົ່ງສັນຍານວ່າຕ້ອງການຂະຫຍາຍການພົວພັນກັບຈີນ ເຊິ່ງສະແດງອອກ ເມື່ອບໍ່ດົນມານີ້, ລັດຖະບານອັງກິດໄດ້ອະນຸມັດໃຫ້ຈີນກໍ່ສ້າງສະຖານທູດຈີນທີ່ມີຂະໜາດໃຫຍ່ຢູ່ໃກ້ກັບເຂດການເງິນໃນນະຄອນຫຼວງລອນດອນ ເຊິ່ງເປັນການເຄື່ອນໄຫວທີ່ຫຼາຍຄົນເບິ່ງວ່າເປັນສັນຍານທາງການເມືອງຫຼາຍກວ່າທ່າທາງການທູດທົ່ວໄປ.

ທັງໝົດນີ້ເກີດຂຶ້ນໃນທ່າມກາງຄວາມກັງວົນທີ່ເພີ່ມຂຶ້ນວ່າທ່ານ ໂດນັນ ທຣຳ ກຳລັງທຳລາຍພັນທະມິດດັ້ງເດີມຂອງອາເມຣິກາ, ລວມທັງຄວາມເປັນເອກະພາບຂອງ NATO, ໂດຍສະເພາະນັບຕັ້ງແຕ່ທ່ານບໍ່ເຄີຍປະຕິເສດຄວາມເປັນໄປໄດ້ຂອງການໃຊ້ກຳລັງເພື່ອຍຶດເອົາກຣີນແລນຂອງດານມາກ. ທ່າທີດັ່ງກ່າວສະທ້ອນໃຫ້ເຫັນເຖິງຄວາມບໍ່ແນ່ນອນດ້ານຍຸດທະສາດທີ່ກຳລັງຊຸກຍູ້ໃຫ້ພັນທະມິດຕາເວັນຕົກບາງປະເທດເລີ່ມຊອກຫາພື້ນທີ່ທາງເລືອກອື່ນໃນເວທີການເມືອງໂລກ.
ສຳລັບຈີນ, ສະຖານະການນີ້ຖືກເບິ່ງວ່າເປັນໄລຍະເວລາທີ່ເໝາະສົມທີ່ຈະໄດ້ຮັບຜົນປະໂຫຍດໃນຫຼາຍມິຕິ, ລວມທັງການຮັກສາຕຳແໜ່ງຂອງຈີນໃນໂຄງສ້າງເສດຖະກິດໂລກ ຫຼື ການສືບຕໍ່ຊຸກຍູ້ວາລະທາງພູມສາດການເມືອງຂອງຕົນ, ພ້ອມນີ້ ໃນເວທີດາວອສຄັ້ງນີ້
ທ່ານ ເຫີລີເຟີງໄດ້ສະເໜີຄວາມເຫັນ 4 ຂໍ້ ກ່ຽວກັບການຍຶດໝັ້ນສະໜັບສະໜູນການຄ້າເສລີ, ຍຶດໝັ້ນປົກປ້ອງລັດທິຫຼາຍຝ່າຍ, ຍຶດໝັ້ນການຮ່ວມມືກັນແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ຍຶດໝັ້ນເຄົາລົບເຊິ່ງກັນແລະກັນ ແລະ ປຶກສາຫາລືຢ່າງສະເໝີພາບກັນ. ພ້ອມນີ້ທ່ານໄດ້ເນັ້ນຢໍ້າຄືນກ່ຽວກັບການເກີນດຸນການຄ້າປະຈຳປີຂອງຈີນ ແລະ ໄດ້ນຳສະເໜີກ່ຽວກັບກອງປະຊຸມຄົບຄະນະຄັ້ງທີ 4 ຂອງຄະນະກຳມະການສູນກາງພັກຄອມມູນິດຈີນ ສະໄໝທີ 20 ໂດຍກ່າວເນັ້ນໜັກວ່າ: ການພັດທະນາຂອງຈີນຈະສ້າງໂອກາດສຳຄັນໃຫ້ແກ່ໂລກ, ເຊິ່ງສື່ມວນຊົນຂອງຈີນລາຍງານວ່າ ທ່າທີທີ່ໝັ້ນຄົງຂອງຈີນທີ່ສະ ແດງອອກໃນເວທີດາວອສຄັ້ງນີ້ໄດ້ຮັບການຕອບຮັບດ້ວຍ “ສຽງຕົບມືທີ່ຈິງໃຈ ແລະ ດັງກ້ອງ” ຈາກຜູ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ.
ພາບດັ່ງກ່າວ ສະທ້ອນໃຫ້ເຫັນວ່າ: ໃນທ່າມກາງການສັ່ນຄອນຂອງລະບຽບສາກົນແບບດັ້ງເດີມ ແລະ ຄວາມບໍ່ແນ່ນອນທີ່ເພີ່ມຂຶ້ນ ຈີນກໍາລັງຄ່ອຍໆ ຍັບສະຖານະຂອງຕົນຂຶ້ນມາຢ່າງເປັນລະບົບບົນເວທີການເມືອງ ແລະ ເສດຖະກິດໂລກ. ດາວອສ 2026 ໄດ້ກາຍເປັນອີກເວທີໜຶ່ງທີ່ຈີນໃຊ້ເປັນເວທີສະໜັບສະໜູນການຄ້າເສລີ ທັງສະແດງພາບພົດຂອງຄູ່ຄ້າທີ່ໝັ້ນຄົງ ແລະ ເພິ່ງພາໄດ້ຕໍ່ຄູ່ຄ້າຂອງຈີນທີ່ມີເຖິງ 240 ກວ່າປະເທດ ແລະ ເຂດແຄວ້ນທົ່ວໂລກໃນປັດຈຸບັນນີ້.

