ພິທີຫົດສົງມຸທິຕາມະຫາເຖຣາພິເສກ ພະອາຈານໃຫຍ່ ມະຫາເຫວດ ມະເສໄນ ປະທານສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ (ອພສ) ອົງທີ 7 ຈັດຂຶ້ນໃນວັນທີ 31 ມັງກອນນີ້, ທີ່ສຳນັກງານປະທານສູນກາງ ອພສ, ວັດທາດຫຼວງ ນະຄອນຫຼວງວຽງຈັນ ໂດຍມີບັນດາການນຳ ພັກ- ລັດ ນຳໂດຍ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍພັນລະຍາ, ການນຳ-ພັກລັດ ແລະ ມວນຊົນຊາວພຸດທະສາສະນິກະຊົນລາວບັນດາເຜົ່າເຂົ້າຮ່ວມ.

ການຫົດສົງມຸທິຕາມະຫາເຖຣາພິເສກ ແດ່ ພະອາຈານໃຫຍ່ ມະຫາເຫວດ ມະເສໄນ ຈັດຂຶ້ນ ໃນໂອກາດ ທີ່ພະອາຈານໃຫຍ່ ໄດ້ຖືກເລືອກຕັ້ງ ໃຫ້ເປັນ ປະທານສູນກາງ ອພສ ອົງທີ 7, ທັງເປັນການສະແດງຄວາມກະຕັນຍູກະຕະເວທີຕໍ່ຜູ້ນຳພາສູງສຸດຂອງຄະນະສົງລາວ ແລະ ຍົກຍ້ອງບຸກຄົນຜູ້ມີຄຸນງາມຄວາມດີ, ຜູ້ທີ່ເສຍສະຫຼະກຳລັງກາຍກຳລັງໃຈໃນການຊີ້ນຳ-ນຳພາພະສົງ ແລະ ຮຽບຮຽງ ພະທຳຄຳສອນ. ການໄດ້ຮ່ວມຫົດສົງພະມະຫາເຖຣະ ຖືເປັນມຸງຄຸນອັນສູງສຸດ ຊຶ່ງໃນຊີວິດໜຶ່ງບໍ່ໄດ້ມີໂອກາດພົບເຫັນໄດ້ງ່າຍໆ.

ໃນໂອກາດດຽວກັນນີ້, ບັນດາການນຳພັກ- ລັດ ພ້ອມດ້ວຍຊາວພຸດທະສາສະນິກະຊົນລາວບັນດາເຜົ່າ ໄດ້ຮ່ວມໃສ່ບາດຖວາຍສັງຄະທານ ແດ່ພະສົງ 130 ອົງ ເພື່ອເປັນສິລິມຸງຄຸນ ແລະ ເປັນບຸນເປັນກຸສົນຕື່ມອີກ. ພ້ອມທັງ ຮ່ວມພິທີສະຫຼອງ, ຍົກຍອດຊໍ່ຟ້າ ອາຄານສໍານັກງານປະທານສູນກາງ ອພສ ຫຼັງໃໝ່ ຊຶ່ງເປັນສູນກາງບໍລິຫານງານສົງທີ່ທັນສະໄໝ. ທັງນີ້, ທາງຄະນະກຳມະການຈັດງານ ຍັງໄດ້ເປີດໂອກາດໃຫ້ພຸດທະສາສະນິກະຊົນ ໄດ້ຮ່ວມບໍລິຈາກທຶນສົມທົບເພື່ອຊຳລະຄ່າກໍ່ສ້າງອາຄານທີ່ຍັງຄ້າງຊຳລະ ການໄດ້ຮ່ວມບໍລິຈາກປັດໄຈ ແລະ ຮ່ວມພິທີຍົກຍອດຊໍ່ຟ້າ ປຽບເໝືອນການໄດ້ຝາກຊື່ ແລະ ບຸນກຸສົນໄວ້ໃນແຜ່ນດິນ, ເປັນວິຫານທານທີ່ມີອານິສົງແຮງ ກໍໃຫ້ເກີດຄວາມສົມບູນພູນສຸກໃນຊີວິດ.
ຂ່າວ-ພາບ: ບຸນອູ້ມ


