ຈີນນັບມື້ເພີ່ມໂອກາດການພັດທະນາທີ່ເຕັມໄປດ້ວຍຄວາມໝັ້ນໃຈໃຫ້ແກ່ໂລກຢ່າງບໍ່ຢຸດຢັ້ງ

ໃນກອງປະຊຸມເວທີປຶກສາຫາລືເສດຖະກິດໂລກ ປະຈໍາປີ 2026 ທີ່ຫາກໍຈັດຂຶ້ນຢູ່ນະຄອນດາວອສ, ປະເທດສະວິດ ເມື່ອບໍ່ດົນມານີ້. ຈີນແມ່ນປະເທດໜຶ່ງທີ່ຖືກເວົ້າເຖິງ ແລະ ໄດ້ຮັບການຍ້ອງຍໍຊົມເຊີຍຢ່າງຫຼວງຫຼາຍ ຍ້ອນຜູ້ເຂົ້າຮ່ວມປະຊຸມສ່ວນໃຫຍ່ເຫັນດີຮ່ວມກັນວ່າ ໂລກໃນປັດຈຸບັນທີ່ມີການປ່ຽນແປງຢ່າງວ່ອງໄວ ມີຄວາມຈຳເປັນຕ້ອງມີການເຈລະຈາ ແລະ ການຮ່ວມມືຢ່າງແທ້ຈິງຫຼາຍຂຶ້ນກວ່າເກົ່າເພື່ອຮັບມືກັບສິ່ງທ້າທາຍລະດັບໂລກ. ຍ້ອນຈີນມີການພັດທະນາທີ່ໝັ້ນຄົງ, ທັງຍຶດໝັ້ນສະໜັບສະໜູນການຄ້າເສລີ ແລະ ປົກປ້ອງລັດທິຫຼາຍຝ່າຍມາໂດຍຕະຫຼອດ ເຊິ່ງເປັນການຕື່ມເຕັມຄວາມໝັ້ນຄົງທີ່ມີຄຸນຄ່າໃຫ້ແກ່ເສດຖະກິດໂລກ ແລະ ກາຍເປັນໂອກາດການພັດທະນາທີ່ສຳຄັນຍິ່ງຂອງໂລກ.

ອີງຕາມຂໍ້ມູນທີ່ເປີດເຜີຍຈາກທາງການຈີນ ໃຫ້ຮູ້ວ່າ: ປີ 2025, ເສດຖະກິດຈີນເຕີບໂຕ 5%, ລວມຍອດຜະລິດຕະພັນພາຍໃນ (GDP) ຂອງຈີນບັນລຸຫຼາຍກວ່າ 140,000 ຕື້ ຢວນ, ເຊິ່ງສະແດງໃຫ້ເຫັນເຖິງຄວາມໝັ້ນໜຽວ ແລະ ຄວາມໝັ້ນທ່ຽງທີ່ເຂັ້ມແຂງຂອງເສດຖະກິດຈີນ. ຜົນງານທີ່ໂດດເດັ່ນນີ້ເປັນທີ່ສົນໃຈ ແລະ ຍອມຮັບຢ່າງກວ້າງຂວາງຈາກປະຊາຄົມໂລກ. ເມື່ອບໍ່ດົນມານີ້, ກອງທຶນການເງິນສາກົນ (IMF) ໄດ້ປັບເພີ່ມການຄາດຄະເນອັດຕາການເຕີບໂຕຂອງເສດຖະກິດຈີນ ໃນປີ 2025 ເປັນ 5%, ພ້ອມທັງປັບເພີ່ມການຄາດຄະເນການເຕີບໂຕດັ່ງກ່າວໃນປີ 2026 ອີກດ້ວຍ. ທ່າມກາງສະພາບການທີ່ສັບສົນ, ການຟື້ນຕົວຂອງເສດຖະກິດໂລກຍັງອ່ອນແອ, ຄວາມຂັດແຍ້ງທາງດ້ານພູມສາດການ ເມືອງ ແລະ ກະແສການກີດກັ້ນດ້ານການຄ້າເພີ່ມສູງຂຶ້ນ, ແຕ່ຈີນສາມາດຮັກສາແຮງຂັບເຄື່ອນການເຕີບໂຕຢ່າງຕໍ່ເນື່ອງແລະຄາດຄະເນໄດ້ ຈຶ່ງຍິ່ງມີຄຸນຄ່າ, ທັງເພີ່ມໂອກາດການພັດທະ ນາ ແລະ ເສີມສ້າງຄວາມໝັ້ນໃຈຕໍ່ການພັດທະນາເສດຖະກິດໂລກຢ່າງບໍ່ຢຸດຢັ້ງ.
ເມື່ອບໍ່ດົນມານີ້, ກອງປະຊຸມເວທີປຶກສາຫາລືເສດຖະກິດໂລກ ໄດ້ປະກາດລາຍຊື່ໂຮງງານທີ່ມີການນໍາໃຊ້ເຕັກໂນໂລຊີລະດັບສູງເຂົ້າໃນການປະຕິວັດອຸດສາຫະກໍາ ເຊິ່ງເອີ້ນເປັນພາສາອັງກິດວ່າ: “Lighthouse Factory” ລະດັບໂລກຊຸດໃໝ່, ໃນນັ້ນມີບໍລິສັດຈາກຈີນເຖິງ 16 ບໍລິສັດ, ກວມເອົາປະມານ 70% ຂອງລາຍຊື່ທີ່ປະກາດທັງໝົດ. ໃນປະເທດຈີນ ເຕັກໂນໂລຊີທີ່ກ້າວໜ້າ ເຊັ່ນ: ເຕັກໂນໂລຊີລໍ້າສະໄໝ ໂດຍສະເພາະປັນຍາປະ ດິດ (AI) ກໍາລັງປະສົມປະສານເຂົ້າກັບອຸດສາຫະກໍາການຜະລິດຢ່າງວ່ອງໄວ, ກາຍເປັນເສັ້ນທາງສຳຄັນໃນການພັດທະນາກຳລັງການຜະລິດໃໝ່ທີ່ມີຄຸນນະພາບສູງ ແລະ ການສ້າງລະບົບອຸດສາຫະກຳສະໄໝໃໝ່.
ການເຕີບໂຕຢ່າງໝັ້ນຄົງຂອງເສດຖະກິດຈີນ ແມ່ນການເຕີບໂຕທີ່ເຊື່ອມໂຍງຢ່າງເລິກເຊິ່ງ, ອູ້ມຊູຍູ້ໜູນສ້າງເຊິ່ງກັນ ແລະ ກັນ ແລະ ແບ່ງປັນໂອກາດຮ່ວມກັນກັບໂລກພາຍນອກ. ຈີນມີລະບົບອຸດສາຫະກຳທີ່ຄົບຖ້ວນສົມບູນ, ມີລະບົບຕ່ອງໂສ້ອຸດສາຫະກຳທີ່ຄົບວົງຈອນ, ມີຄວາມສາມາດໃນການສະໜັບສະໜູນສູງ ແລະ ການຕອບສະໜອງທີ່ວ່ອງໄວ. ເມື່ອຜະເຊີນກັບຄວາມທ້າທາຍຈາກການຢຸດສະງັກຂອງຕ່ອງໂສ້ການສະໜອງໂລກຢ່າງບໍ່ຢຸດຢັ້ງ, ລະບົບການຜະລິດຂອງຈີນໄດ້ສະແດງໃຫ້ເຫັນເຖິງຄວາມໝັ້ນຄົງ ແລະ ຄວາມໜ້າເຊື່ອຖືອັນເຂັ້ມແຂງ, ກາຍເປັນຈຸດເຊື່ອມຕໍ່ສຳຄັນທີ່ຂາດບໍ່ໄດ້ໃນຕ່ອງໂສ້ອຸດ ສາຫະກຳໂລກ ແລະ ເປັນແຮງສະໜັບສະໜູນທີ່ສໍາຄັນທີ່ສຸດຕໍ່ການດຳເນີນຢ່າງສະດວກສະບາຍຂອງເສດຖະກິດໂລກ.

ຈີນແມ່ນຕະຫຼາດຂະໜາດໃຫຍ່ອັນມະຫາສານທີ່ເຕັມໄປດ້ວຍທ່າແຮງບົ່ມຊ້ອນ, ປະຊາກອນຈີນຫຼາຍກວ່າ 1 ຕື້ 400 ລ້ານຄົນ, ເປັນຜູ້ທີ່ມີລາຍໄດ້ປານກາງຫຼາຍກວ່າ 400 ລ້ານຄົນ, ໄດ້ກໍ່ໃຫ້ເກີດພື້ນທີ່ການບໍລິໂພກຂະໜາດໃຫຍ່ທີ່ມີຄວາມຫຼາກຫຼາຍ, ໂຄງສ້າງທີ່ກຳລັງຍົກລະດັບຢ່າງຕໍ່ເນື່ອງ ແລະ ຄວາມຕ້ອງການທີ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ. ໃນປີ 2025, ຍອດການນຳເຂົ້າສິນຄ້າຂອງຈີນສ້າງສະຖິຕິສູງສຸດເປັນປະຫວັດສາດ ໂດຍບັນລຸເຖິງ 18,500 ຕື້ຢວນ ເຊິ່ງເປັນການມອບໂອກາດດ້ານຕະຫຼາດອັນກວ້າງໃຫຍ່ໃຫ້ແກ່ປະເທດຕ່າງໆ ທົ່ວໂລກ ແລະ ເປັນແຮງຂັບເຄື່ອນອັນແຂງແຮງຕໍ່ການຟື້ນຕົວຂອງການຄ້າ ກໍຄື ເສດຖະກິດໂລກ.
ຈີນຍຶດໝັ້ນໃນການເປີດປະຕູສູ່ພາຍນອກໃນລະດັບສູງຢ່າງເດັດດ່ຽວ, ປະສົມປະສານ ແລະ ສົ່ງເສີມຂະບວນການໂລກາພິວັດທາງດ້ານເສດຖະກິດຢ່າງຈິງຈັງຕໍ່ເນື່ອງ, ທັງມີບົດບາດນໍາໜ້າໃນການສົ່ງເສີມກະແສໂລກາພິວັດ, ເພື່ອຊຸກຍູ້ໃຫ້ປະເທດຕ່າງໆ ປະສົມປະສານຜົນປະໂຫຍດຈາກການພັດທະນາໃຫ້ເລິກເຊິ່ງຍິ່ງຂຶ້ນ ແລະ ເສີມສ້າງຂີດຄວາມສາມາດຂອງປະຊາຄົມໂລກໃນການຮ່ວມກັນແກ້ໄຂສິ່ງທ້າທາຍລະດັບໂລກ. ປັດຈຸບັນ, ຈີນກາຍເປັນຄູ່ຄ້າຫຼັກຂອງຫຼາຍກວ່າ 150 ປະເທດ ແລະ ເຂດແຄວ້ນທົ່ວໂລກ. ມາຮອດທ້າຍປີ 2025, ຈີນໄດ້ເປີດບໍລິສັດໃນຕ່າງປະເທດຫຼາຍກວ່າ 50,000 ແຫ່ງໃນຫຼາຍກວ່າ 190 ປະເທດ ແລະ ເຂດແຄວ້ນ, ຍອດການລົງທຶນໃນຕ່າງປະເທດຂອງຈີນຕິດສາມອັນດັບຕົ້ນຂອງໂລກຕໍ່ເນື່ອງເປັນເວລາ 9 ປີ, ອັດຕາສ່ວນການປະກອບສ່ວນຂອງຈີນຕໍ່ການເຕີບໂຕຂອງເສດຖະກິດໂລກກວມເອົາປະມານ 30% ເປັນເວລາຫຼາຍປີຕິດຕໍ່ກັນ.
ໃນຖານະເປັນປະເທດໃຫຍ່ທີ່ມີຄວາມຮັບຜິດຊອບ, ຈີນຢືນຢູ່ຂ້າງລັດທິຫຼາຍຝ່າຍມາໂດຍຕະຫຼອດ, ທັງຍຶດໝັ້ນປົກປ້ອງລະບົບສາກົນທີ່ມີອົງການສະຫະປະຊາຊາດເປັນແກນກາງ, ລວມທັງລະບົບການຄ້າຫຼາຍຝ່າຍທີ່ມີອົງການການຄ້າໂລກເປັນແກນກາງ. ຈີນມຸ່ງ ໝັ້ນປະຕິບັດໜ້າທີ່ເປັນຜູ້ສະໜອງຜະລິດຕະພັນສາທາລະນະລະດັບໂລກ, ສົ່ງເສີມການເຊື່ອມຕໍ່ເຂົ້າກັນ ແລະ ແບ່ງປັນປະສົບການດ້ານການພັດທະນາ ແລະ ການຈັດການຜ່ານການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ຢ່າງມີຄຸນນະພາບສູງ, ລວມເຖິງກົນໄກຮ່ວມມືຫຼາຍຝ່າຍລະຫວ່າງປະເທດຕ່າງໆ, ເຊິ່ງເປັນການເພີ່ມສະຖຽນລະພາບ ແລະ ພະລັງດ້ານບວກທີ່ມີຄຸນຄ່າໃຫ້ແກ່ເສດຖະກິດໂລກ. ຫຼັກໝັ້ນ ແລະ ການປະຕິບັດຂອງຈີນໄດ້ຊ່ວຍແກ້ໄຂກະແສຕໍ່ຕ້ານໂລກາພິຢ່າງມີປະສິດທິພາບ, ທັງເພີ່ມພະລັງແຫ່ງຄວາມມີເຫດຜົນໃຫ້ແກ່ເສດຖະກິດໂລກ, ມອບພື້ນທີ່ການເຕີບໂຕ ແລະ ໂອກາດແຫ່ງການຮ່ວມມືໃໝ່ໆ ໃຫ້ແກ່ໂລກຢ່າງຕໍ່ເນື່ອງ.
ທ່ານ ບອຣ໌ກ ເບຣນເດ ປະທານກອງປະຊຸມເວທີປຶກສາຫາລືເສດຖະກິດໂລກ ປະຈໍາປີ 2026 ທີ່ນະຄອນດາວອສ ຢືນຢັນໃນໂອກາດໃຫ້ສໍາພາດຕໍ່ນັກຂ່າວ CMG ວ່າ: ຈີນຍັງແມ່ນຜູ້ປະກອບສ່ວນທີ່ໃຫຍ່ທີ່ສຸດຕໍ່ການເຕີບໂຕຂອງເສດຖະກິດໂລກ ແລະ ພວມເປັນສັກຂີພິຍານໃຫ້ແກ່ການເຕີບໂຕຢ່າງວ່ອງໄວໃນຂົງເຂດເຕັກໂນໂລຊີລ້ຳຍຸກທີ່ສາມາດຍົກກຳລັງການຜະລິດຢ່າງຫຼວງຫຼາຍ ແລະ ນຳເອົາໂອກາດການເຕີບໂຕອັນມະຫາສານມາໃຫ້ແກ່ໂລກໃນຫຼາຍປີຕໍ່ໜ້າ.

ສິ່ງທີ່ຢືນຢັນໃຫ້ເຫັນຊັດເຈນທີ່ສຸດເຖິງບົດບາດຂອງຈີນທີ່ມີຕໍ່ໂລກ ແມ່ນພາຍໃນເວລາບໍ່ຮອດ 3 ເດືອນກວ່າມານີ້ ຈີນໄດ້ຕ້ອນຮັບຜູ້ແທນປະເທດຕ່າງໆ ເຊິ່ງເວົ້າໄດ້ວ່າ: ຫົວຂັ້ນໃດເຮືອນບໍ່ທັນແຫ້ງກໍມີການນໍາຂັ້ນສູງຈາກຕ່າງປະເທດຜັດປ່ຽນກັນມາຢ້ຽມຢາມເພື່ອປຶກສາຫາລືກ່ຽວກັບການຮ່ວມມືດ້ານຕ່າງໆ ກັບຈີນຫຼາຍຄະນະ, ໃນນັ້ນລວມທັງ 4 ປະເທດທີ່ນອນໃນກຸ່ມ 7 ປະເທດ (G7) ເຊັ່ນ: ເຢຍລະມັນ, ຝຣັ່ງ, ການາດາ ແລະ ແຟງລັງ. ນອກນີ້ ຍັງມີ ອຽກລັງ, ສ.ເກົາຫຼີ, ແລະ ຫຼ້າສຸດແມ່ນ ປະທານາທິບໍດີອູຣູກວາຍກໍກໍາລັງ ຢ້ຽມຢາມຈີນໃນລະຫວ່າງວັນທີ 1-7 ກຸມພານີ້. ນອກນີ້ ປະທານາທິບໍດີອາກຊັງຕີນ ໄດ້ສະແດງເຈດຈໍານົງຢາກເດີນທາງມາຢ້ຽມຢາມຈີນຢ່າງເປີດເຜີຍ.
ທັງໝົດນີ້ ສະແດງໃຫ້ເຫັນຄວາມເຊື່ອໝັ້ນ ແລະ ຄວາມສໍາຄັນຂອງຈີນທີ່ນັບມື້ເພີ່ມໂອກາດການພັດທະນາທີ່ເຕັມໄປດ້ວຍຄວາມໝັ້ນໃຈໃຫ້ແກ່ໂລກຢ່າງບໍ່ຢຸດຢັ້ງ ເຮັດໃຫ້ບັນດາປະເທດໃນໂລກ, ເຊິ່ງລວມທັງບັນດາພັນທະມິດທີ່ສໍາຄັນຂອງອາເມຣິກາ ຕ່າງຫັນມາຮ່ວມມືກັບຈີນ ເພາະເຫັນໄດ້ອະນາຄົດທີ່ດີກວ່າ ເພາະການເຊື່ອໝັ້ນຈີນກໍແມ່ນການເຊື່ອໝັ້ນອະນາຄົດ ແລະ ການລົງທຶນຢູ່ຈີນກໍແມ່ນການລົງທຶນໃນອະນາຄົດທີ່ຍືນຍົງ ແລະ ເກີດດອກອອກຜົນທີ່ສຸດ.

