ຂປລ. ໃນຕອນບ່າຍວັນທີ 22 ມັງກອນ 2026 ຜ່ານມາ, ທີ່ທໍານຽບຜູ້ສໍາເລັດຣາຊະການ (Rideau Hall), ນະຄອນຫລວງໂອຕາວາ, ປະເທດການາດາ, ທ່ານ ພູໂຂງ ສີສຸລາດ ໄດ້ຍື່ນສານຕາຕັ້ງຂອງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຕໍ່ ທ່ານ ນາງ ແມຣີ ໄຊມອນ (Mary Simon) ຜູ້ສໍາເລັດຣາຊະການ ແລະ ຜູ້ບັນຊາການທະຫານສູງສຸດ ແຫ່ງ ການາດາ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ ປະຈຳການາດາ, ຊຶ່ງມີສຳນັກງານສະຖານທູດຕັ້ງຢູ່ນະຄອນຫລວງວໍຊິງຕັນ, ດີຊີ ສ ອາເມລິກາ.

ໃນໂອກາດດັ່ງກ່າວ, ທ່ານເອກອັກຄະລັດຖະທູດລາວ ໄດ້ສົ່ງຄໍາຢື້ຢາມຖາມຂ່າວອັນອົບອຸ່ນຂອງ ທ່ານ ທອງລຸນ ສີສຸລິດປະທານປະເທດ ແຫ່ງ ສປປ ລາວ ເຖິງ ທ່ານ ນາງ ແມຣີ ໄຊມອນ ແລະ ຜ່ານຜູ້ສໍາເລັດຣາດຊະການ ໄປຍັງລັດຖະບານ ແລະ ປະຊາຊົນການາດາ. ທ່ານຜູ້ສໍາເລັດຣາຊະການ ແຫ່ງ ການາດາໄດ້ສະແດງຄວາມຂອບໃຈໄປຍັງທ່ານປະທານປະເທດແຫ່ງ ສປປ ລາວ ແລະ ໄດ້ສະແດງຄວາມຍິນດີຊົມເຊີຍຕໍ່ການມາຮັບຫນ້າທີ່ຂອງ ທ່ານເອກະອັກຄະລັດຖະທູດລາວຄົນໃໝ່ ປະຈໍາການາດາ, ພ້ອມທັງໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງການາດາ-ລາວ, ການຮ່ວມມື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີຫລາຍຝ່າຍໃນໄລຍະຜ່ານມາ. ທ່ານທູດລາວ ໄດ້ສະແດງຄວາມຂອບໃຈຕໍ່ທ່ານຜູ້ສໍາເລັດຣາຊະການແຫ່ງການາດາ ກໍຄື ຕໍ່ທາງການການາດາ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ແລະ ຢືນຢັນຄວາມໝາຍໝັ້ນ ທີ່ຈະປະຕິບັດຫນ້າທີ່ຂອງຕົນຢ່າງຕັ້ງໜ້າ ເພື່ອຊຸກຍູ້, ສົ່ງເສີມ ແລະ ເສີມຂະ ຫຍາຍສາຍພົວພັນມິດຕະພາບ ແລະ ຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ການາດາ ໃຫ້ມີບາດກ້າວຂະຫຍາຍຕົວຂຶ້ນໄປເລື້ອຍໆ, ສປປ ລາວ ໃນຖານະເປັນປະເທດປະສານງານອາຊຽນ-ການາດາ ຈະສືບຕໍ່ປະກອບສ່ວນຢ່າງຫ້າວຫັນ ເພື່ອຮັດແໜ້ນການເປັນຄູ່ຮ່ວມມືຍຸດທະສາດ ອາຊຽນ-ການາດາ ລວມທັງການເຈລະຈາຮ່າງສັນຍາການຄ້າເສລີ ອາຊຽນ-ການາດາ (ACAFTA) ໃຫ້ສໍາເລັດຕາມທີ່ສອງຝ່າຍໄດ້ຄາດຫມາຍໄວ້.

ໃນໂອກາດໄປຍື່ນສານຕາຕັ້ງ ຕໍ່ຜູ້ສໍາເລັດຣາຊະການແຫ່ງການາດາ, ໃນວັນ 23 ມັງກອນ 2026 ທ່ານ ພູໂຂງ ສີສຸລາດ ກໍໄດ້ເຄື່ອນໄຫວພົບປະສອງຝ່າຍກັບເຈົ້າໜ້າທີ່ກ່ຽວຂ້ອງ ຂອງການາດາ ລວມມີ ທ່ານ ອາລັນ ບາວແມນ (Alan Bowman) ຫົວໜ້າກົມອາຊີຕາເວັນອອກສ່ຽງໃຕ້ ແລະ ໂອຊີອານີ, ທ່ານ ນາງ ແມຣີ ຄາເທີຣິນ ສະເປັຍສ໌ (Mary-Catherine Speirs) ຫົວຫນ້າກົມເຈລະຈາການຄ້າ, ທ່ານ ນາງ ຢູດິດ ເຢລບແມນ (Judith Gelbman) ຫົວໜ້າພະແນກແຜນງານຫລາຍຝ່າຍ ແລະ ພາກພື້ນ ແລະ ທ່ານ ຕີໂມທີ ແອດເວີດສ໌ (Timothy Edwards) ຫົວໜ້າພະແນກຫລຸດຜ່ອນໄພຂົ່ມຂູ່ຈາກອາວຸດ,ກະຊວງວຽກງານສາກົນການາດາ. ໃນການພົບປະ, ທັງສອງຝ່າຍໄດ້ສົນທະນາແລກປ່ຽນຢ່າງກົງໄປກົງມາ ແນໃສ່ສືບຕໍ່ເສີມຂະຫຍາຍມິດຕະພາບ ແລະ ການຮ່ວມມືລາວ-ການາດາໃນດ້ານຕ່າງໆ ລວມທັງກົນໄກປຶກສາຫາລືທາງດ້ານການເມືອງ, ການຮ່ວມມືໃນຂົງເຂດການຄ້າ, ການລົງທຶນ, ການທ່ອງທ່ຽວ, ການທູດປະຊາຊົນ, ທຶນການສຶກສາ ລວມທັງການສົ່ງເສີມການສຶກສາ ແລະ ນໍາໃຊ້ພາສາຝຣັ່ງຢູ່ ສປປ ລາວ. ພ້ອມກັນນັ້ນ, ທັງສອງຝ່າຍຍັງໄດ້ແລກປ່ຽນທັດສະນະຮ່ວມກັນ ໃນການສົ່ງເສີມການຮ່ວມມື ອາຊຽນ-ການາດາ ການສຸມໃສ່ການເຈລະຈາຮ່າງສັນຍາການຄ້າເສລີອາຊຽນ-ການາດາ (ACAFTA), ການຊ່ວຍເຫລືອເພື່ອການພັດທະນາ ແລະ ດ້ານວິຊາການຂອງການາດາ ໃຫ້ແກ່ອາຊຽນ ລວມທັງ ສປປ ລາວ, ການກະກຽມຂອງ ສປປ ລາວ ໃນການເປັນເຈົ້າພາບກອງປະຊຸມທົບທວນ ຄັ້ງທີ 3 ສົນທິ ສັນຍາລະເບີດລູກຫວ່ານ ໃນທ້າຍປີ 2026, ການຊ່ວຍເຫລືອຂອງການນາດາ ໃນຂະບວນການກະ ກຽມໃຫ້ແກ່ກອງປະຊຸມດັ່ງກ່າວ ກໍຄື ໃນວຽກງານເກັບກູ້ລະເບີດບໍ່ທັນແຕກ(UXO) ຢູ່ ສປປ ລາວ. ໃນໂອກາດໄປເຄື່ອນໄຫວຢູ່ການາດາ, ທ່ານເອກອັກຄະລັດຖະທູດລາວ ຄົນໃໝ່ ຍັງໄດ້ພົບປະຢື້ຢາມຖາມຂ່າວກັັບພີ່ນ້ອງຄົນເຊື້ອຊາດລາວ ທີ່ດຳລົງຊີວິດຢູ່ການາດາ ໂດຍສະເພາະຢູ່ເມືອງຄິດຈະເນີ ແລະ ເມືອງໃກ້ຄຽງໃນແຂວງອອນຕາລິໂອ(Ontario) ອີກດ້ວຍ.


