ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ຊຸກຍູ້ວຽກງານ ຢູ່ແຂວງໄຊສົມບູນ

Feb 3, 2026

ແຫລ່ງຂ່າວຈາກ ແຂວງໄຊສົມບູນ ໃຫ້ຮູ້ວ່າ: ທ່ານ ເຫລັກໄຫລ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ພ້ອມດ້ວຍຄະນະ ເຄື່ອນໄຫວຊຸກຍູ້ ແລະ ເຮັດວຽກ ຢູ່ທີ່ເຂດແດນ ລະຫວ່າງ ແຂວງໄຊສົມບູນ-ຊຽງຂວາງ ໃນວັນທີ 30 ມັງກອນ 2026 ໂດຍການຕ້ອນຮັບຂອງທ່ານ ໄຊສົມພັນ ລີເຕັງເບຣ່ຍຈື່ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ແຂວງໄຊສົມບູນ ພ້ອມດ້ວຍຄະນະ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງແຂວງ.
May be an image of one or more people and road
ໂອກາດດຽວກັນນີ້, ທ່ານ ເຫລັກໄຫລ ສີວິໄລ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມກວດກາເສັ້ນທາງແຕ່ເມືອງທ່າໂທມ-ເມືອງອະນຸວົງ ແຂວງໄຊສົມບູນ ຕາມແຕ່ລະຈຸດ ພ້ອມທັງໄດ້ເຂົ້າພົບການນຳ ແຂວງໄຊສົມບູນ ໂດຍການຕ້ອນຮັບຂອງທ່ານ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກ ແຂວງໄຊສົມບູນ ເພື່ອແຈ້ງຈຸດປະສົງຂອງການລົງມາເຄື່ອນໄຫວຊຸກຍູ້ ແລະ ເຮັດວຽກ ຢູ່ແຂວງໄຊສົມບູນ ໃນຄັ້ງນີ້ ກໍເພື່ອເປັນການຕິດຕາມ ແລະ ຊຸກຍູ້ວຽກງານຂອງຂະແໜງໂຍທາທິການ ແລະ ຂົນສົ່ງ ແຂວງໄຊສົມບູນ ກ່ຽວກັບບັນດາເສັ້ນທາງ, ຕ້ານເຈື່ອນ ແລະ ນໍ້າປະປາ, ໂຄງການກໍ່ສ້າງພື້ນຖານໂຄງລ່າງ, ຄວາມຄືບໜ້າການກໍ່ສ້າງ ແລະ ສ້ອມແປງເສັ້ນທາງແຕ່ແຂວງຫາເມືອງ ທີ່ພວມຈັດຕັ້ງປະຕິບັດຢູ່ພາຍໃນແຂວງ, ຊຸກຍູ້ການສ້າງຕາໜ່າງຄົມມະນາຄົມ ໃຫ້ສາມາດເຊື່ອມຈອດລະຫວ່າງເມືອງຫາເມືອງ ແລະ ແຂວງຫາແຂວງ ໃຫ້ມີຄວາມສະດວກສະບາຍຂຶ້ນກວ່າເກົ່າ ພ້ອມທັງ ໄດ້ພົບປະໂອ້ລົມພະນັກງານຫລັກແຫລ່ງ ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງ ແລະ ເມືອງ.
May be an image of dais and text May be an image of one or more people, dais and text
ປັດຈຸບັນລະບົບຕາໜ່າງເສັ້ນທາງ ທົ່ວແຂວງໄຊສົມບູນ ມີຄວາມຍາວທັງໝົດ 1.472,57 ກິໂລແມັດ ທຽບໃສ່ປີ 2020 ເພີ່ມຂຶ້ນ 298,19 ກິໂລແມັດ ໃນນັ້ນ, ມີທາງປູເບຕົງ, ທາງປູຢາງ, ທາງປູແຮ່ ແລະ ທາງທະລຸໜ້າ ທາງດິນທຳມະຊາດ. ສ່ວນທາງຫລວງແຫ່ງຊາດພວມດໍາເນີນການກໍ່ສ້າງ ແລະ ສ້ອມແປງ ລວມມີ 3 ເສັ້ນທາງຄື: ທາງ 5A, 5B ແລະ 1D ຍາວທັງໝົດ 303,80 ກິໂລແມັດ, ມູນຄ່າ 41 ຕື້ກວ່າກີບ ຄວາມຄືບໜ້າສະເລ່ຍ 72,9%, ທາງຫລວງທ້ອງຖິ່ນ, ທາງເທສະບານ ແລະ ຕ້ານເຈື່ອນ ພວມດໍາເນີນການກໍ່ສ້າງ ໃນທົ່ວແຂວງລວມມີ 17 ໂຄງການ, ມູນຄ່າ 622,6 ຕື້ກວ່າກີບ, ຄວາມຄືບໜ້າສະເລ່ຍ ເທົ່າກັບ 48,3%, ບັນດາເສັ້ນທາງທີ່ໄດ້ເຊັນ MOU ການລົງທຶນຮູບແບບ ການລົງທຶນຮ່ວມລະຫວ່າງພາກລັດ ແລະ ເອກະຊົນ (BOT), ຊຶ່ງແຂວງໄຊສົມບູນ ມີ 4 ໂຄງການ, ໂຄງການຟື້ນຟູ ແລະ ບຸລະນະສ້ອມແປງ ໃນຮູບແບບປະສົມປະສານມີ 1 ໂຄງການ, ໂຄງການນໍາໃຊ້ກອງທຶນຂອງແຂວງໄຊສົມບູນ ມີ 1 ໂຄງການ (4 ສັນຍາ).
ໂອກາດນີ້, ທ່ານ ເຫລັກໄຫລ ສີວິໄລ ຍັງໄດ້ມອບຄອມພິວເຕີ 2 ຊຸດ ແລະ ເງິນ 25 ລ້ານກີບ ໃຫ້ກັບພະແນກ ຍທຂ ແຂວງ ຕື່ມອີກ. ພ້ອມທັງລົງເຄື່ອນໄຫວຕິດຕາມຊຸກຍູ້ ບັນດາໂຄງການໃນເທສະບານ ແຂວງໄຊສົມບູນ ເປັນຕົ້ນ ເສັ້ນທາງ, ຕ້ານເຈື່ອນ ແລະ ນໍ້າປະປາ ຕື່ມອີກ.
ຂ່າວ-ພາບ: ຄຳໝັ້ນ ພຽງພິລາ