ໃນ 11 ເດືອນຄື: ເດືອນມັງກອນ ຫາ ເດືອນພະຈິກ ປີ 2025, ຈີນເກີນດຸນການຄ້າເຖິງ 1.080 ຕື້ໂດລາ, ຂໍ້ມູນດັ່ງກ່າວທັງໆທີ່ສະແດງໃຫ້ເຫັນເຖິງຄວາມໜຽວແໜ້ນດ້ານການຄ້າຕ່າງປະເທດຂອງຈີນຢ່າງຈະແຈ້ງ, ແຕ່ຊໍ້າພັດຖືກບາງປະເທດສວຍໂອກາດປຸກປັ່ນກະແສຂ່າວວ່າເປັນ “ຜົນກະທົບຈາກຈີນຮອບທີ 2”, ໂດຍໃສ່ຮ້າຍປ້າຍສີຈີນວ່າ “ດໍາເນີນຍຸດທະສາດທີ່ເຮັດໃຫ້ປະເທດອ້ອມຂ້າງທຸກຍາກ”, ອັນທີ່ເອີ້ນວ່າ “ຜົນກະທົບຈາກຈີນ” ຕ່າງໆ, ເວົ້າໃນດ້ານທາດແທ້ແລ້ວລ້ວນແຕ່ເປັນການຊໍ້າຮອຍເກົ່າຂອງອັນທີ່ເອີ້ນວ່າ “ໄພຂົ່ມຂູ່ຈາກຈີນ”.

ອັນທີ່ເອີ້ນວ່າຈີນ “ຂາຍເທຕະຫຼາດຕໍ່ຄວາມສາມາດໃນການຜະລິດທີ່ເຫຼືອເຟືອ” ແມ່ນບໍ່ມີບ່ອນອີງ. ພາຍໃຕ້ເສດຖະກິດໂລກາພິວັດ, ການທີ່ປະເທດຕ່າງໆມີສ່ວນຮ່ວມໃນການຄ້າສາກົນໂດຍອີງໃສ່ທ່າແຮງທຽບຖານຂອງຕົນນັ້ນເປັນກົດເກນປົກກະຕິ, ດັ່ງນັ້ນ, ການສົ່ງອອກຂອງຈີນເປັນການກະທໍາດ້ານການຕະຫຼາດພາຍໃຕ້ທ່າແຮງຈາກການປຽບທຽບກັນ. ການຕັດສິນຕໍ່ການຂາຍເທຕະຫຼາດສາກົນມີມາດຕະຖານອັນຈະແຈ້ງ, ສ່ວນຄວາມສາມາດໃນການແຂ່ງຂັນຂອງສິນຄ້າຈີນແມ່ນມາຈາກລະບົບອຸດສາຫະກໍາທີ່ສົມບູນຄົບຖ້ວນທີ່ສຸດຂອງໂລກ, ລະບົບການຈໍລະຈອນສິນຄ້າທີ່ມີປະສິດທິພາບສູງພ້ອມດ້ວຍການລົງທຶນຕໍ່ການຄົ້ນຄວ້າພັດທະນາຢ່າງຕໍ່ເນື່ອງຂອງຈີນ, ການສົ່ງອອກຂອງຈີນໄດ້ຕອບສະໜອງຄວາມຕ້ອງການຂອງຕະຫຼາດ ແລະ ມີທ່າແຮງດ້ານອັດຕາສ່ວນລະຫວ່າງລາຄາກັບປະສິດທິຜົນ ເຊິ່ງໄດ້ບັນລຸການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດລະຫວ່າງຄູ່ການຄ້າ.

ການກ່າວຫາອັນທີ່ເອີ້ນວ່າຈີນ “ຍຶດພື້ນທີ່ການພັດທະນາ” ຍິ່ງເປັນຄໍາເວົ້າທີ່ໄຮ້ເຫດຜົນຢ່າງສິ້ນເຊີງ. ການສົ່ງອອກຂອງຈີນຖືສິນຄ້າຂັ້ນກາງ (intermediate goods) ແລະ ເຄື່ອງຈັກອຸປະກອນທີ່ໃຊ້ໃນການຜະລິດຂອງວິສາຫະກິດ (capital goods) ເປັນຫຼັກ, ພ້ອມດຽວກັນນີ້, ວິສາຫະກິດຂອງຈີນໄດ້ຊຸກຍູ້ການຫັນຕ່ອງໂສ້ການສະໜອງໃຫ້ກາຍເປັນຂອງທ້ອງຖິ່ນຢ່າງຕັ້ງໜ້າ, ສັງເກດໄດ້ຈາກ: ວິສາຫະກິດຜະລິດລົດຍົນຕ່າງໆຂອງຈີນ ເຊັ່ນ: ສາງເສີງ(Great Wall Motors), ຊ້າງຊີ້ (SAIC Motor) ແລະ BYD ເປັນຕົ້ນໄດ້ສ້າງຕັ້ງໂຮງງານຢູ່ພາກພື້ນອາຊີຕາເວັນອອກສຽງໃຕ້, ບໍລິສັດ Midea ຂອງຈີນໄດ້ສ້າງຕັ້ງໂຮງງານຜະລິດເຄື່ອງປັບອາກາດທີ່ເຊື່ອມໂຍງກັບເຕັກໂນໂລຊີ 5G ຢູ່ໄທ ເຊິ່ງເປັນແຫ່ງທໍາອິດຢູ່ອາຊີຕາເວັນອອກສຽງໃຕ້, ເຕັກໂນໂລຊີຂອງຈີນໄດ້ຊ່ວຍຍົກລະດັບອຸດສາຫະກໍາການຜະລິດຂອງພາກພື້ນດັ່ງກ່າວໃຫ້ສູງຂຶ້ນຢ່າງພົ້ນເດັ່ນ. ພ້ອມດຽວກັນນີ້, ຈີນໄດ້ຊຸກຍູ້ການເປີດປະຕູສູ່ພາຍນອກທີ່ມີລະດັບສູງຢ່າງຕໍ່ເນື່ອງ, ເວທີຕ່າງໆເປັນຕົ້ນແມ່ນ ງານວາງສະແດງສິນຄ້ານຳເຂົ້າສາກົນຈີນ ແລະ ງານມະຫະກໍາການຄ້າການບໍລິການສາກົນຈີນ ໄດ້ສ້າງໂອກາດໃຫ້ແກ່ບັນດາປະເທດອ້ອມຂ້າງ, 10 ເດືອນຕົ້ນປີ 2025, ຍອດມູນຄ່າການຄ້າຜະລິດຕະພັນກະສິກໍາລະຫວ່າງຈີນ-ອາຊຽນມີເຖິງ 51,3 ຕື້ໂດລາ, ເພີ່ມຂຶ້ນ 8,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024, ນອກນີ້, ຈີນຍັງເປັນປະເທດແຫຼ່ງນັກທ່ອງທ່ຽວທີ່ສໍາຄັນສໍາລັບຫຼາຍປະເທດອ້ອມຂ້າງທີ່ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະເທດໃນພາກພື້ນນີ້.

ການຄ້າ ແລະ ການລົງທຶນຂອງຈີນຍັງໄດ້ສ້າງທາງເລືອກໃນການປະກອບອາຊີບແບບຫຼາຍເຄົ້າໃຫ້ແກ່ໄວໜຸ່ມຢູ່ປະເທດອ້ອມຂ້າງ ແລະ ໄດ້ຍົກລະດັບຄຸນນະພາບດ້ານແຮງງານຂອງປະເທດເຫຼົ່ານີ້ໃຫ້ສູງຂຶ້ນໂດຍຜ່ານແນວຄິດ “ລະບົບອາຊີວະສຶກສາພັດທະນາໄປພ້ອມກັບອຸດສາຫະກໍາ, ສະຖາບັນການສຶກສາ ແລະ ວິສາຫະກິດຮ່ວມມືກັນ”. ຕົວຢ່າງ: ສາຂາວິຊາຂອງສູນປະຕິບັດເຕັກໂນໂລຊີ ແລະ ນະວັດຕະກໍາລູປ່ານ (LuBan Workshop) ປະຈໍາໄທ ໄດ້ຜ່ານການປະເມີນຜົນ ແລະ ຖືກຈັດເຂົ້າໃນລະບົບການສຶກສາຂອງໄທ ໂດຍໄດ້ບໍາລຸງສ້າງຜູ້ມີຄວາມຮູ້ຄວາມສາມາດທາງວິຊາການຢ່າງຫຼວງຫຼາຍໃຫ້ແກ່ປະເທດດັ່ງກ່າວ ເຊິ່ງສະແດງໃຫ້ເຫັນເຖິງຄວາມຮັບຜິດຊອບ ແລະ ພາລະໜ້າທີ່ຂອງວິສາຫະກິດຈີນ.
ການວິເຄາະແບບອະຄະຕິຕໍ່ການເກີນດຸນການຄ້າ ແລະ ໃສ່ຮ້າຍປ້າຍສີຕໍ່ການຮ່ວມມືດ້ານການຄ້າ, ຕ່ອງໂສ້ອຸດສາຫະກໍາ ແລະ ຕ່ອງໂສ້ການສະໜອງລະຫວ່າງຈີນ ແລະ ປະເທດອ້ອມຂ້າງນັ້ນ, ເປັນການປະຕິເສດກົດເກນເສດຖະກິດຕະຫຼາດ ໂດຍມີເຈຕະນາຢາກຕັດຕ່ອງໂສ້ມູນຄ່າທົ່ວໂລກ ແລະ ກີດຂວາງປະເທດເຂດໂລກໃຕ້ໃນການຍົກລະດັບອຸດສາຫະກໍາໃຫ້ສູງຂຶ້ນ, ຢູ່ເບື້ອງຫຼັງການກະທໍາແບບນີ້ແມ່ນແນວຄິດອັນຄັບແຄບທີ່ໃຫ້ຄວາມສໍາຄັນຂອງ “ປະເທດຕົນຕ້ອງມາກ່ອນ”. ປັດຈຸບັນ, ພາກສ່ວນຕ່າງໆເຊັ່ນ: ກອງທຶນການເງິນສາກົນ ຫຼື IMF ແລະ ທະນາຄານ Standard Chartered ເປັນຕົ້ນ ໄດ້ປັບການຄາດຄະເນຕໍ່ຈັງຫວະການເຕີບໂຕຂອງເສດຖະກິດຈີນ ໃນປີ 2026 ຂຶ້ນ, ຂໍ້ສະເໜີກ່ຽວກັບການວາງແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີ ຄັ້ງທີ 15 ຂອງຈີນໄດ້ວາດພາບແຫ່ງການຮ່ວມມືເພື່ອຮ່ວມກັນສະແຫວງຫາການພັດທະນາ, ໃນອະນາຄົດ, ຈີນຈະຮ່ວມກັບປະເທດຕ່າງໆຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ທີ່ມີຄຸນນະພາບສູງຢ່າງຕໍ່ເນື່ອງ ແລະ ປັບປຸງເຄືອຂ່າຍເຊື່ອມໂຍງເຊື່ອມຈອດກັນໃນພາກພື້ນໃຫ້ດີຂຶ້ນ. ຈີນຍຶດໝັ້ນການເປີດປະຕູ, ສຸມໃສ່ການປະດິດສ້າງໃໝ່ ແລະ ສະແຫວງຫາການພັດທະນາທີ່ມີຄຸນນະພາບສູງ, ນີ້ບໍ່ແມ່ນອັນທີ່ເອີ້ນວ່າ “ຜົນກະທົບ” ຢ່າງເດັດຂາດ, ຫາກແມ່ນຜູ້ທີ່ຊຸກຍູ້ຄວາມຈະເລີນຮຸ່ງເຮືອງຮ່ວມກັນຢູ່ພາກພື້ນອາຊີທີ່ເຂັ້ມແຂງທີ່ສຸດ.


