ເພື່ອເປັນການຊຸກຍູ້ສົ່ງເສີມ ການແລກປ່ຽນຊື້-ຂາຍ ແລະ ການບໍລິການໃຫ້ຫຼາກຫຼາຍ ໃນການຕອບສະໜອງການບໍລິການໃຫ້ແກ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ມາທ່ຽວຊົມເມືອງຫົງສາ. ດັ່ງນັ້ນ,ໃນຕອນຄ່ຳຂອງວັນທີ 30 ມັງກອນ 2026 ນີ້, ເມືອງຫົງສາ ແຂວງໄຊຍະບູລີ ໄດ້ມີພິທີເປີດທົດລອງຕະຫຼາດກາງຄືນຢູ່ພາຍໃນເມືອງຂຶ້ນ ຢູ່ທີ່ເສັ້ນທາງດ້ານຫຼັງຂອງເດີ່ນກິລາເມືອງ, ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ແຫຼ້ ອ່ອນສົມບູນ ປະທານຄະນະກຳມະການປົກຄອງເມືອງ, ມີການນຳຂອງເມືອງ, ຄະນະກຳມະການຄຸ້ມຄອງຕະຫຼາດ, ແຂກຖືກເຊີນ, ພໍ່ຄ້າ, ແມ່ຄ້າ ແລະ ປະຊາຊົນເຂົ້າຮ່ວມ.

ທ່ານ ແຫຼ້ ອ່ອນສົມບູນ ປະທານຄະນະກຳມະການປົກຄອງເມືອງ ໄດ້ມີຄຳເຫັນໃນພິທີບາງຕອນວ່າ: ໂດຍປະຕິບັດຕາມແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງ ຄັ້ງທີ 9 ແລະ ສ້າງທ່າແຮງດ້ານການບໍລິການ, ສ້າງວຽກເຮັດງານທຳ ແລະ ນຳໄປສູ່ການສ້າງລາຍໄດ້ຂອງພໍ່ແມ່ປະຊາຊົນພາຍໃນເມືອງ ຕິດພັນກັບວິໄສທັດການພັດທະນາຂອງເມືອງຮອດປີ 2029 ເປັນຕົ້ນແມ່ນ: ສືບຕໍ່ຮັບປະກັນໃຫ້ເມືອງຫົງສາມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ, ປັບປຸງໂຄງສ້າງເສດຖະກິດໃຫ້ມີຫຼາກຫຼາຍ ແລະ ເຂັ້ມແຂງຕາມທ່າແຮງບົ່ມຊ້ອນຂອງເມືອງ, ເພີ່ມທະວີຄຸ້ມຄອງການບໍລິຫານລັດດ້ວຍລະບຽບກົດໝາຍ ແລະ ພັດທະນາຊັບພະຍາກອນມະນຸດທຸກສາຂາອາຊີບ ເພື່ອຕອບສະໜອງຄວາມຕ້ອງການພັດທະນາເສດຖະກິດ-ສັງຄົມ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນພາຍໃນເມືອງໃຫ້ດີຂື້ນ, ຮັກສາໄດ້ວັດທະນະທຳ, ຮີດຄອງປະເພນີອັນດີງາມ ຂອງປະຊາຊົນບັນດາເຜົ່າໄວ້ຄຽງຄູ່ກັບເມືອງຕະຫຼອດໄປ, ສືບຕໍ່ຮັກສາຊັບພະຍາກອນທຳມະຊາດໄປຕາມທິດສີຂຽວຍືນຍົງ ແລະ ຮ່ວມມືກັບທຸກພາກສ່ວນເພື່ອພ້ອມກັນພັດທະນາພື້ນຖານໂຄງລ່າງຂອງເມືອງໃຫ້ດີຂຶ້ນ.

ໂອກາດດັ່ງກ່າວ, ທ່ານຍັງໄດ້ຮຽກຮ້ອງໃຫ້ຜູ້ປະກອບການ, ມີການບໍລິການທີ່ດີຕໍ່ລູກຄ້າ ທີ່ມາໃຊ້ບໍລິການ ເພື່ອເປັນໃບໜ້າໃບຕາໃນການຕ້ອນຮັບແຂກ ທັງພາຍໃນ ແລະ ຕ່າງປະເທດທີ່ມາທ່ຽວຊົມເມືອງຫົງສາ.


