ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ເນື້ອແທ້ແມ່ນການຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ໂດຍສະເພາະ ການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໃນການບູລະນະລັດປະຊາທິປະໄຕປະຊາຊົນ ໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ, ກາຍເປັນລັດຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນ ຢ່າງແທ້ຈິງ; ເປັນການສ້າງເງື່ອນໄຂໃຫ້ພະນັກງານ, ທະຫານ, ຕໍາຫຼວດ ກໍຄື ປະຊາຊົນລາວບັນດາເຜົ່າ ໄດ້ນໍາໃຊ້ສິດປະຊາທິປະໄຕຂອງຕົນ ຕາມທີ່ໄດ້ກໍານົດໄວ້ຢູ່ໃນ ມາດຕາ 36 ຂອງລັດຖະທໍາມະນູນ ກ່ຽວກັບສິດຂອງພົນລະເມືອງລາວ ໃນການເລືອກຕັ້ງ ແລະສະໝັກຮັບເລືອກຕັ້ງ; ເປັນການເສີມຂະຫຍາຍສິດປະຊາທິປະໄຕຂອງປະຊາຊົນລາວບັນດາເຜົ່າ ເຂົ້າໃນການເລືອກຕັ້ງເອົາຕົວແທນຂອງຕົນ ເພື່ອປະ ຕິບັດໜ້າທີ່ພິຈາລະນາຕົກລົງບັນຫາສໍາຄັນພື້ນຖານຂອງປະເທດຊາດ ຢູ່ກອງປະຊຸມສະພາແຫ່ງຊາດ ແລະ ບັນຫາສໍາຄັນພື້ນຖານຂອງທ້ອງຖິ່ນ ຢູ່ກອງປະຊຸມສະພາປະຊາຊົນຂັ້ນແຂວງ.
ທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ, ປະ ທານຄະນະກໍາມະການເລືອກຕັ້ງລະດັບຊາດ ໃຫ້ສໍາພາດວ່າ: ການເລືອກຕັ້ງຄັ້ງນີ້ ເປັນເຫດການທາງການເມືອງຂອງຊາດ, ມີຄວາມໝາຍສໍາຄັນ ແລະ ຈໍາເປັນໃນການປັບປຸງລະບົບອໍານາດແຫ່ງລັດ ໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ ເພື່ອຕອບສະໜອງໜ້າທີ່ການ ເມືອງໃນໄລຍະໃໝ່ຂອງພວກເຮົາ. ການເລືອກຕັ້ງຄັ້ງນີ້ ດໍາເນີນໄປໃນບັນຍາກາດທີ່ທົ່ວພັກ, ທົ່ວລັດ, ກໍາລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ຫາກໍ່ສໍາເລັດການສະເຫຼີມສະຫຼອງ 3 ວັນປະຫວັດສາດ (ວັນສ້າງຕັ້ງພັກປະຊາຊົນປະຕິ ວັດລາວ ຄົບຮອບ 70 ປີ, ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ, ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ) ແລະ ໃນບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ກໍຄື ທົ່ວປວງຊົນລາວທັງຊາດ ມີຄວາມເອກອ້າງທະນົງໃຈ ຕໍ່ຜົນສໍາເລັດຂອງການດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີຄັ້ງທີ IX, ວາງເປົ້າໝາຍ, ທິດທາງໜ້າທີ່ໃນ 5 ປີຕໍ່ໜ້າ, ອັນພິເສດໄດ້ຮັບຮອງເອົາໂຄງການ ການເມືອງຂອງພັກ ສະບັບທີ 3 ຊຶ່ງໄດ້ຕີລາຄາການຈັດຕັ້ງປະຕິບັດມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ການປະຕິບັດວາງແນວທາງນະໂຍບາຍທີ່ສໍາຄັນຫຼາຍດ້ານ ໃນການນໍາພາປະເທດຊາດກ້າວຂຶ້ນ ຢ່າງໜັກແໜ້ນ.
ທ່ານ ໄຊສົມພອນ ພົມວິຫານ ໃຫ້ຮູ້ຕື່ມວ່າ: ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ຄັ້ງນີ້ ຍັງເປັນການເພີີ່ມທະວີການນໍາພາຂອງພັກ ຕໍ່ການເຄື່ອນ ໄຫວວຽກງານຂອງອົງການຕົວແທນແຫ່ງສິດ, ອໍານາດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ ດ້ວຍການເພີ່ມພະນັກງານນໍາພາ-ຄຸ້ມຄອງຂັ້ນສູງຂອງພັກ ແລະ ລັດ ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ໃຫ້ມີຈໍານວນເພີ່ມຂຶ້ນ ຊື່ງມີຈໍານວນເຖິງ 30 ກວ່າທ່ານ ໃນຈໍານວນຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ຈໍານວນ 243 ທ່ານ ເລືອກເອົາ 175 ທ່ານ ແລະ ມີຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາປະຊາຊົນຂັ້ນແຂວງ ຈໍານວນ 1.041 ທ່ານ, ເລືອກເອົາ 745 ທ່ານ. ໃນນັ້ນອາຍຸກະສຽນຜູ້ສະໝັກຮັບເລກຕັ້ງ ອາຍຸ 45 ປີລົງມາ ກວມອັດຕາສ່ວນ 15-20 ສ່ວນຮ້ອຍ, ອາຍຸ 46-55 ປີ ກວມອັດຕາສ່ວນ 35-45 ສ່ວນຮ້ອຍ, ອາຍຸ 56-60 ປີ ກວມເອົາ 25-30 ສ່ວນຮ້ອຍ, ອາຍຸ 60 ປີຂຶ້ນໄປ ກວມອັດຕາສ່ວນ 10-15 ສ່ວນຮ້ອຍ, ອັດຕາສ່ວນເພດຍິງ 35 ສ່ວນຮ້ອຍ, ອາຍຸສູງສຸດ ແມ່ນ 69 ປີ, ອາຍຸນ້ອຍສຸດ ແມ່ນ 36 ປີ ເຊິ່ງມີຕົວຈາກອົງການຈັດຕັ້ງຂອງພັກ, ລັດ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ອົງການຈັດຕັ້ງມະຫາຊົນ, ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສະຖາບັນການສຶກສາພາກລັດ-ເອກະຊົນ, ລັດວິສາຫະກິດ, ສະຫະກອນ, ວິສາຫະກິດເອກະຊົນ ແລະ ນັກທຸລະກິດ.


