ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ພິທີປະກາດການຈັດຕັ້ງການນໍາຂັ້ນສູງຂອງຄະນະໂຄສະນາອົບຮົມສູນກາງພັກ

Feb 3, 2026

ພິທີປະກາດການຈັດຕັ້ງການນໍາຂັ້ນສູງຂອງຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 3 ກຸມພາ 2026 ທີ່ຄະນະໂຄສະນາອົບຮົມສູນກາງພັກ ໂດຍການໃຫ້ກຽດຮ່ວມຂອງ ສະຫາຍ ຄໍາພັນ ເຜີຍຍະວົງ, ກຳມະການກົມການເມືອງສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ.
May be an image of text
ໃນພິທີຜູ້ເຂົ້າຮ່ວມໄດ້ຮັບຟັງການຜ່ານນິຕິກໍາກ່ຽວກັບການຍົກຍ້າຍ ແລະ ແຕ່ງຕັ້ງສະຫາຍ ໂພໄຊ ໄຂຄໍາພິທູນ ກຳມະການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ ມາເປັນຮອງຄະນະໂຄສະນາອົບຮົມສູນກາງພັກ ແນໃສ່ປັບປຸງກົງຈັກການຈັດຕັ້ງຂອງຄະນະໂຄສະນາອົບຮົມສູນກາງພັກໃຫ້ສອດຄ່ອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່, ທັງເປັນການຊີ້ນໍາໆພາວຽກງານວິຊາສະເພາະໃນສະເພາະໜ້າ ແລະ ຍາວນານໃຫ້ມີການຫັນປ່ຽນທາງດ້ານປະລິມານ ແລະ ຄຸນນະພາບ.
ໃນໂອກາດນີ້ ທ່ານ ໂພໄຊ ໄຂຄໍາພິທູນ ໄດ້ຍົກໃຫ້ເຫັນສະພາບການປະຕິບັດໜ້າທີ່ວຽກງານໃນໄລຍະຜ່ານມາ ຊື່ງການຍົກຍ້າຍໜ້າທີ່ໃໝ່ໃນຄັ້ງນີ້ມີຄວາມສໍາຄັນຫຼາຍ ເພາະມີຂຶ້ນພາຍຫຼັງສໍາເລັດກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ກໍຄືການກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ IV ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າ: ຈະສືບຕໍ່ຮ່ວມກັບຄະນະພັກ-ຄະນະນໍາຂອງຄະນະໂຄສະນາອົບຮົມສູນກາງພັກ, ປະຕິບັດໜ້າທີ່ທີ່ໄດ້ຮັບມອບໝາຍໃຫ້ປະສົບຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້.
May be an image of one or more people and text May be an image of one or more people and text
ໃນພິທີຍັງໄດ້ຮັບຟັງການຈາກໂອ້ລົມ ສະຫາຍ ຄໍາພັນ ເຜີຍຍະວົງ ຊຶ່ງທ່ານໄດ້ເນັ້ນໜັກວ່າ: ວຽກງານໂຄສະນາອົບຮົມ ເປັນວຽກງານສໍາຄັນຂອງພັກ-ລັດ. ສະນັ້ນ, ຂັ້ນເທິງ ຈຶ່ງໄດ້ເພີ່ມຈຳນວນຄະນະນໍາຂັ້ນສູງ ຂອງຄະນະໂຄສະນາອົບຮົມສູນກາງພັກຕື່ມອີກ ເພື່ອຊ່ວຍຊີ້ນໍາ-ນໍາພາວຽກງານວິຊາສະເພາະ ໃນສະເພາະໜ້າ ແລະ ຍາວນານ ໃຫ້ມີການປ່ຽນແປງໃໝ່ທາງດ້ານປະລິມານ ແລະ ຄຸນນະພາບ, ພ້ອມທັງມີຄວາມເຊື່ອໝັ້ນວ່າ ດ້ວຍປະສົບການຂອງ ສະຫາຍ ໂພໄຊ ໄຂຄໍາພິທູນ ທີ່ມີນັ້ນ ຈະຫັນບົດຮຽນ-ຄວາມຮູ້ທີ່ມີເຂົ້າສູ່ວຽກງານຕົວຈິງ ໃຫ້ປາກົດຜົນເປັນຮູບປະທໍາ.