ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລາວ-ຮົງກາຣີ ເພີ່ມທະວີ ແລະ ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

Feb 5, 2026

ໂດຍຕອບສະໜອງຕາມຄໍາເຊີນຂອງ ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ທ່ານ ປີເຕີ ຊີຢາໂຕ (Péter SZIJJÁRTÓ), ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ຮົງກາຣີ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 4 ກຸມພາ 2026 ເພື່ອສືບຕໍ່ຮັດແໜ້ນການພົວພັນມິດຕະພາບທີ່ມີມູນເຊື້ອ ແລະ ການຮ່ວມມືອັນດີ, ບົນພື້ນຖານຄູ່ຮ່ວມມືຍຸດທະສາດ ລະຫວ່າງ ສປປ ລາວ ແລະ ຮົງກາຣີ.
ໃນຕອນເຊົ້າຂອງວັນທີ 4 ກຸມພາ 2026, ທີ່ ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ, ລັດຖະ ມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບ ແລະ ພົບປະສອງຝ່າຍຢ່າງເປັນ ທາງການກັບ ທ່ານ ປີເຕີ ຊີຢາໂຕ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ຮົງກາຣີ ແລະ ຄະນະ. ໃນໂອກາດນີ້, ທ່ານ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ ການຢ້ຽມຢາມຄັ້ງນີ້ ຊຶ່ງສະແດງໃຫ້ເຫັນເຖິງຄວາມໝາຍໝັ້ນອັນສູງສົ່ງ ໃນການສືບຕໍ່ຮັດແໜ້ນສາຍພົວພັນມິດ ຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
May be an image of dais
ໃນການພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງ ແລະ ສະແດງຄວາມຍິນດີທີ່ເຫັນວ່າ ສາຍພົວພັນມິດຕະພາບທີ່ ເປັນມູນເຊື້ອ ແລະ ການຮ່ວມມືອັນດີ ລະຫວ່າງ ສອງປະເທດ ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ນັບຕັ້ງແຕ່ ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 12 ກັນຍາ 1962 ເປັນຕົ້ນມາ ແລະ ໄດ້ຍົກລະດັບການພົວພັນສອງ ຝ່າຍຂຶ້ນເປັນຄູ່ຮ່ວມມືຍຸດທະສາດ ໃນປີ 2019. ສອງຝ່າຍໄດ້ເຫັນດີເປັນເອກະພາບຈະສືບຕໍ່ຮັດແໜ້ນການພົວພັນ ຮ່ວມມືໃນຕໍ່ໜ້າ ໂດຍຈະສືບຕໍ່ຊຸກຍູ້ການແລກປ່ຽນຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງຂອງສອງປະເທດ, ສືບຕໍ່ ຮັດແໜ້ນການຮ່ວມມື ລະຫວ່າງ ສອງກະຊວງການຕ່າງປະເທດ ເພື່ອສົ່ງເສີມການແລກປ່ຽນບົດຮຽນ ລະຫວ່າງ ພະນັກງານຂອງສອງກະຊວງ ໂດຍສະເພາະນັກການທູດໜຸ່ມ, ສືບຕໍ່ເພີ່ມທະວີ ແລະ ສົ່ງເສີມການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ໃນຂະແໜງການທີ່ສອງຝ່າຍມີທ່າແຮງ, ສືບຕໍ່ສົ່ງເສີມການຮ່ວມມືດ້ານການ ພັດທະນາຊັບພະຍາກອນມະນຸດ ໂດຍສະເພາະການສະໜອງທຶນການສຶກສາ ໃຫ້ແກ່ລາວ ພ້ອມທັງຈະສືບຕໍ່ສະ ໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ເພື່ອສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາແບບຍືນຍົງ.
May be an image of text
ໃນໂອກາດດັ່ງກ່າວ, ທ່ານ ທອງສະຫວັນ ພົມວິຫານ ໄດ້ຕາງໜ້າໃຫ້ລັດຖະບານລາວ ສະແດງຄວາມຂອບໃຈຢ່າງ ຈິງໃຈຕໍ່ລັດຖະບານຮົງກາຣີ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ໃນຕະຫຼອດໄລຍະຜ່ານມາ ໂດຍສະເພາະແມ່ນການສະໜອງທຶນການສຶກສາ ໃຫ້ແກ່ ສປປ ລາວ ກໍຄື ການພັດທະນາພື້ນຖານໂຄງລ່າງຕ່າງໆ ຊຶ່ງໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຢູ່ ສປປ ລາວ.
ໃນຂະນະດຽວກັນ, ທ່ານ ປີເຕ ຊີຢາໂຕ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມໝາຍໝັ້ນວ່າ ຈະສືບຕໍ່ຊຸກຍູ້ ແລະ ສົ່ງເສີມສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ ເພື່ອນໍາເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນ ສອງຊາດ ຮົງກາຣີ-ລາວ ພ້ອມທັງຈະສືບຕໍ່ສະໜັບສະໜູນ ແລະ ໃຫ້ການຊ່ວຍເຫຼືອ ສປປ ລາວ ໃນອະນາຄົດ.
May be an image of dais and text
ພາຍຫຼັງສໍາເລັດການພົບປະ, ສອງລັດຖະມົນຕີກະຊວງການຕ່າງປະເທດ ລາວ-ຮົງກາຣີ ກໍໄດ້ຮ່ວມກັນລົງນາມ ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມມືພາຍໃຕ້ຂອບໂຄງການສະໜອງທຶນການສຶກສາຮົງກາຣີ ໄລຍະປີ 2026-2028 ພ້ອມທັງໄດ້ຮ່ວມກັນຖະແຫຼງຂ່າວ ກ່ຽວກັບຜົນສໍາເລັດຂອງການພົບປະສອງຝ່າຍ ໃຫ້ແກ່ບັນດາ ສື່ມວນຊົນ ລາວ ແລະ ຮົງກາຣີ.
ໃນໂອກາດຢ້ຽມຢາມຄັ້ງນີ້, ທ່ານ ປີເຕີ ຊີຢາໂຕ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ຮົງກາຣີ ຍັງໄດ້ເຂົ້າຮ່ວມພິທີມອບ-ຮັບ ໂຮງງານບໍາບັດນໍ້າເປື້ອນນະຄອນຫຼວງວຽງຈັນ ໂດຍເງິນກູ້ຢືມບໍ່ມີດອກເບ້ຍແຕ່ ມີເງື່ອນໄຂຈາກລັດຖະບານ ແລະ ປະຊາຊົນຮົງກາຣີ ເພື່ອເປັນສັນຍາລັກແຫ່ງມິດຕະພາບ ແລະ ການຮ່ວມມື ລະຫວ່າງ ຮົງກາຣີ ແລະ ສປປ ລາວ.