ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຮອງຫົວໜ້າ ຄອສພ ພົບປະໂອ້ລົມ ຄະນະໂຄສະນາອົບຮົມ​ ແຂວງຫຼວງພະບາງ

Feb 5, 2026

ທ່ານ ຄໍາມອນ ຈັນທະຈິດ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ), ຮອງປະທານຜູ້ປະຈໍາການສະພາທິດສະດີສູນກາງພັກ ຢ້ຽມຢາມພົບປະໂອ້ລົມ ຄະນະໂຄສະນາອົບຮົມແຂວງຫຼວງພະບາງ ໃນວັນທີ 4 ກຸມພາ 2026 ໂດຍການຕ້ອນຮັບຂອງ ທ່ານ ຄໍາຄ່ອງ ພົມມະປັນຍາ ກຳມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງຫຼວງພະບາງ ພ້ອມດ້ວຍຄະນະ,​ ສະມາຊິກພັກ ແລະ ພະນັກງານໂຄສະນາອົບຮົມແຂວງເຂົ້າຮ່ວມ.
May be an image of dais
ທ່ານ ຄໍາຄ່ອງ ພົມມະປັນຍາ ໄດ້ລາຍການຈັດຕັ້ງປະຕິບັດ ວຽກງານໂຄສະນາອົບຮົມພາຍໃນແຂວງຫຼວງພະບາງ ໃນໄລຍະຜ່ານມາ ໂດຍສະເພາະ ການຈັດຕັ້ງຄົ້ນຄວ້າ, ເຜີຍແຜ່-ເຊື່ອມຊຶມ ແລະ ຈັດຕັ້ງຜັນຂະຫຍາຍແນວທາງ-ນະໂຍບາຍ, ມະຕິ, ຄໍາສັ່ງຂອງພັກ,​ລັດວາງອອກ ໃນແຕ່ລະໄລຍະ, ຕິດຕາມ, ເກັບກໍາສະພາບແນວຄິດ ຈິດໃຈ-ຫາງສຽງສັງຄົມ ທົ່ວແຂວງ, ເພື່ອຮັບຮູ້ປະຕິບັດແນວທາງ-ນະໂຍບາຍ, ລະບຽບກົດໝາຍ, ດ້ານຕັ້ງໜ້າ ແລະ ດ້ານຫຍໍ້ທໍ້ ເພື່ອສັງລວມ-ລາຍງານໃຫ້ຄະນະພັກຂັ້ນເທິງ. ສຳລັບຂະແໜງສື່ມວນຊົນ ໄດ້ເຄື່ອນໄຫວຢ່າງແຂງແຮງ ໃນການປະຕິບັດໜ້າທີ່ສື່ມວນຊົນເປັນຕົ້ນ ຄຸ້ມຄອງ-ນໍາໃຊ້ພາຫະນະສື່, ຕິດຕາມເກັບກຳຂ່າວ-ຂຽນຂ່າວ​ ແລະ​ ບົດ ອອກສື່ທາງວິທະຍຸ, ໂທລະພາບ, ໜັງສືພິມ, ວາລະສານ, ເວັບໄຊ, ເຟສບຸກ. ໃນຕໍ່ໜ້າຈະສືບຕໍ່ເອົາໃຈໃສ່ ເພີ່ມທະວີແກ້ໄຂບາງບັນຫາ ເປັນຕົ້ນ: ສືບຕໍ່ເຮັດວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ເປັນປົກກະຕິ, ທົ່ວເຖິງ ແລະ ມີເນື້ອໃນຄົບຖ້ວນ, ຊັດເຈນ, ສືບຕໍ່ການເຜີຍແຜ່ໂຄສະນາ-ປາຖະກະຖາ ບັນດາມະຕິ, ຄຳສັ່ງ, ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ບັນດາເອກະສານມູນເຊື້ອ ຂອງຊາດ-ຂອງພັກ ດ້ວຍຫຼາຍຮູບ, ຫຼາຍສີສັນ ຫຼາຍວິທີການ ດີຂຶ້ນກວ່າເກົ່າ,​ ການສະໜອງງົບປະມານທີ່ຮັບໃຊ້ໃຫ້ແກ່ການໂຄສະນາເຜີຍແຜ່, ບັນດາມະຕິ, ຄຳສັ່ງ, ແນວທາງນະໂຍບາຍ ຂອງພັກ, ລະບຽບກົດໝາຍຂອງລັດ, ບັນດາເອກະສານມູນເຊື້ອຂອງຊາດ-ຂອງພັກ ໃຫ້ແທດເໝາະກັບສະພາບຄວາມເປັນຈິງ.
May be an image of one or more people
ທ່ານ ຄໍາມອນ ຈັນທະຈິດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສໍາເລັດທີ່ຍາດມາໄດ້ໃນໄລຍະຜ່ານມາ, ພ້ອມທັງເນັ້ນໃຫ້ສືບຕໍ່ນໍາພາ-ຊີ້ນໍາວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ-ພະນັກງານ ມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ ແລະ ປະຕິບັດກົດລະບຽບຂອງພັກຢ່າງຖືກຕ້ອງ, ຕິດຕາມເກັບກຳວຽກງານຫາງສຽງສັງຄົມ, ເອົາໃຈໃສ່ວຽກງານໂຄສະນາ ແນວທາງນະໂຍບາຍຂອງພັກ ແລະ ວຽກງານພັດທະນາເສດຖະກິດ-ສັງຄົມ ໃຫ້ມີຄວາມວ່ອງໄວ, ທັນການ ເພື່ອເຮັດແນວໃດໃຫ້ປະຊາຊົນບັນດາເຜົ່າ ມີຄວາມເຂົ້າໃຈຕໍ່ແນວທາງ ນະໂຍບາຍຂອງພັກ ແລະ ສ້າງຄວາມຮັບຮູ້ເຂົ້າໃຈ ໃຫ້ປະຊາຊົນປະກອບສ່ວນ ເຂົ້າໃນການພັດທະນາ ແລະ ສ້າງສາປະເທດຊາດ, ນຳພາ-ຊີ້ນຳ ວຽກງານສື່ມວນຊົນ, ສ້າງເຄືອຂ່າຍສື່ມວນຊົນ ແລະ ນັກສື່ມວນຊົນໃຫ້ຫລາຍ ແລະ ວຽກງານອື່ນໆ ໃຫ້ນັບມື້ມີການພັດທະນາດີຂຶ້ນເລື້ອຍໆ.
ໃນໂອກາດດັ່ງກ່າວ, ທ່ານ ຄໍາມອນ ຈັນທະຈິດ ຍັງໄດ້ນຳເອົາປຶ້ມ ຈຳນວນ 30 ຫົວ ມາມອບໃຫ້ ຄະນະໂຄສະນາອົບຮົມແຂວງ ເຊິ່ງປຶ້ມດັ່ງກ່າວປະກອບມີປຶ້ມ ສະຫຼຸບ 40 ປີ ແຫ່ງການປ່ຽນແປງໃໝ່ ຢູ່ ສປປ ລາວ; ປື້ມທິດສະດີ ແລະ ພຶດຕິກຳການສ້າງປະຖົມປັດໄຈກ້າວຂຶ້ນສັງຄົມນິຍົມ ແລະ ປື້ມການສ້າງລັດທີ່ປົກຄອງດ້ວຍກົດໝາຍ ຢູ່ ສປປ ລາວ.
ຂ່າວ: ອ່ອນຄໍາ