ກໍາແພງພາສີເຮັດໃຫ້ປະເທດເອີຣົບຫັນໜ້າຫາຈີນ ເຖິງຍຸກຕ້ອງຈັດ “ລະບຽບໂລກໃໝ່”

ນັບແຕ່ອາເມຣິກາໄດ້ປະກາດເພີ່ມພາສີສິນຄ້ານໍາເຂົ້າທີ່ເອີ້ນວ່າ: “ພາສີເທົ່າທຽມກັນ” ກັບບັນດາຄູ່ການຄ້າທົ່ວໂລກແຕ່ຕົ້ນປີ 2025 ເປັນຕົ້ນມາ, ໃນນັ້ນພັນທະມິດທີ່ໃກ້ຊິດຂອງຕົນໃນປະເທດເອີຣົບກໍບໍ່ລະເວັ້ນ ເຊິ່ງບໍ່ຕ່າງຈາກ ທ່ານ ໂດນັນ ທຣໍາ, ປະທານນາທິບໍດີອາເມຣິກາກໍາລັງໃຊ້ຄ້ອນຕີໃຫຍ່ທຳລາຍຄວາມສຳພັນກັບພັນທະມິດທີ່ຜູກພັນກັນມາດົນນານ, ເຊິ່ງນີ້ຍັງບໍ່ໄດ້ນັບລວມຄວາມບໍ່ແນ່ນອນດ້ານນະໂຍບາຍຕ່າງປະເທດຂອງອາເມຣິກາທີ່ມີການປ່ຽນແປງເລື້ອຍໆ, ການຂົ່ມຂູ່ຈະເຂົ້າຍຶດຄອງເກາະກຣີນແລນ ແລະ ຄວາມຂັດແຍ້ງຕ່າງໆ ກັບປະເທດໃນເອີຣົບທີ່ຍັງບໍ່ມີທ່າທີວ່າຈະຫຼຸດລົງ.
ຄຽງຄູ່ກັບການເດີນໜ້າປະຕິບັດມາດຕະການຕ່າງໆ ທີ່ນັບມື້ຮຸນແຮງຂອງອາເມຣິກາ, ອີກດ້ານໜຶ່ງຊໍ້າພັດເປັນການສ້າງໂອກາດສຳຄັນໃຫ້ແກ່ຈີນໂດຍທາງອ້ອມ ເຊິ່ງເຫັນໄດ້ຈາກຄວາມຄຶກຄື້ນໃນການຕໍ່ແຖວຂອງບັນດາຜູ້ນຳຈາກປະເທດເອີຣົບທີ່ໄປຢ້ຽມຢາມຈີນຢ່າງບໍ່ຂາດສາຍໃນໄລຍະມໍ່ໆ ມານີ້ ໂດຍມີເປົ້າໝາຍສໍາຄັນ ຄື: ເພື່ອປັບປຸງສາຍສຳພັນໃໝ່ ຫຼື ການຮ່ວມມືທີ່ເລິກເຊິ່ງກັບຈີນທີ່ເປັນປະເທດທີ່ມີເສດຖະກິດຂະໜາດໃຫຍ່ອັນດັບສອງຂອງໂລກ, ທັງເປັນປະເທດທີ່ມີເສດຖະກິດເຕີບໂຕຢ່າງໂດດເດັ່ນ ແລະ ແບ່ງປັນໂອກາດການພັດທະນາໃຫ້ແກ່ໂລກດ້ວຍຄວາມຈິງໃຈ.
ໃນຂະບວນຜູ້ນຳດັ່ງກ່າວມີພັນທະມິດເກົ່າທີ່ໃກ້ຊິດທີ່ສຸດຂອງອາເມຣິກາ ເຊັ່ນ: ທ່ານ ມາກ ຄານີ, ນາຍົກລັດຖະມົນຕີການາດາ ແລະ ທ່ານ ເກຍ ສະຕາເມີ, ນາຍົກລັດຖະມົນຕີອັງກິດ, ລວມທັງ ທ່ານ ເພັດເຕີຣີ ອໍໂປ ນາຍົກລັດຖະມົນຕີແຟງລັງ ທີ່ເປັນພັນທະມິດໃນນາໂຕໄດ້ເດີນທາງຢ້ຽມຢາມຈີນໃນເດືອນມັງກອນ 2026, ສ່ວນ ທ່ານ ເອວມານູເອວ ມົງຄຣົງ, ປະທານາທິບໍດີຝຣັ່ງ ໄດ້ເດີນທາງຢ້ຽມຢາມຈີນໃນເດືອນທັນວາ 2025. ນອກນີ້ ຜູ້ນໍາຈາກບາງປະເທດເອີຣົບກໍສະແດງເຈດຈໍານົງຢາກຢ້ຽມຢ້ຽມຈີນໃນໄວໆ ນີ້.
ສໍາລັບປະເທດຈີນແລ້ວ, ບັນດາລາຍຊື່ຜູ້ນໍາດັ່ງກ່າວຖືເປັນເຄື່ອງພິສູດໃຫ້ເຫັນຢ່າງຈະແຈ້ງວ່າ: ທ່າອ່ຽງການຕີຕົວອອກຈາກເສດຖະກິດຈີນຂອງປະເທດເອີຣົບເລີ່ມຫຼຸດລົງ, ກົງກັນຂ້າມ, ຜູ້ນໍາປະເທດເອີຣົບໄດ້ຫັນໜ້າເຂົ້າມາຫາຈີນ ແລະ ເລີ່ມຕີຕົວໜີຫ່າງຈາກອາເມຣິກາ. ບັນດາຜູ້ນຳເອີຣົບທີ່ໄດ້ຢ້ຽມຢາມຈີນຕ່າງຍ້ອງຍໍຊົມເຊີຍວ່າ: ຄວາມສຳພັນກັບຈີນເປັນກຸນແຈສຳຄັນສູ່ສະຖຽນລະພາບສາກົນ ຫຼື ຄວາມໝັ້ນຄົງຂອງຊາດໃນລະດັບສູງ ແລະ ເປັນໂອກາດດີໃນການລົງທຶນວິສາຫະກິດຕົນ, ເຊິ່ງເປັນສິ່ງທີ່ຫ່າງໄກຈາກຄວາມເຊື່ອແບບເດີມຂອງຜູ້ນຳກຸ່ມ 7 ປະເທດ ຫຼື G7 ເມື່ອບໍ່ດົນມານີ້ທີ່ເຄີຍເບິ່ງຈີນແມ່ນຄວາມທ້າທາຍຕໍ່ລະບຽບໂລກ. ນອກນີ້, ໃນເວທີປະຊຸມເສດຖະກິດລະດັບໂລກທີ່ນະຄອນດາວອສ, ປະເທດສະວິດ ເມື່ອບໍ່ດົນມານີ້ ຜູ້ນຳເອີຣົບຫຼາຍທ່ານເລີ່ມເວົ້າກົງໄປກົງມາວ່າ ລະບຽບໂລກເດີມທີ່ອາເມຣິກາເຄີຍຄວບຄຸມມາຕັ້ງແຕ່ຫຼັງສົງຄາມໂລກຄັ້ງທີ 2 ກຳລັງຈະພັງທະລາຍລົງ ແລະ ຖືກແທນທີ່ດ້ວຍລະບຽບໃໝ່.
ຜູ້ຊ່ຽວຊານດ້ານຄວາມສໍາພັນສາກົນຂອງຈີນ ໄດ້ວິເຄາະວ່າ: “ສະຫະພາບເອີຣົບຖືກອາເມຣິກາຂົ່ມເຫັງ, ເຊິ່ງເປັນທໍາມະຊາດຂອງມະນຸດທີ່ຈະຕ້ອງຊອກຫາການສະໜັບສະໜູນຈາກພາຍນອກເມື່ອຖືກຜູ້ອື່ນເອົາປຽບ ຫຼື ຂົ່ມເຫັງ. ນີ້ແມ່ນເຫດຜົນຕົ້ນຕໍທີ່ເອີຣົບເລີ່ມເປີດຮັບແນວຄິດທີ່ຈະເຊື່ອມໂຍງຄວາມສຳພັນກັບຈີນໃຫ້ແໜ້ນແຟ້ນກວ່າເກົ່າ”.
ໃນສະພາບການຂອງໂລກທີ່ມີການປ່ຽນແປງໄປແບບບໍ່ເຄີຍມີມາກ່ອນໃນຮອບຮ້ອຍປີ ກໍຄື ການປ່ຽນແປງໄປຂອງບັນດາພັນທະມິດຂອງອາເມຣິກາທີ່ຫັນໜ້າມາຫາຈີນນັບມື້ເພີ່ມຂຶ້ນ. ຈີນຍຶດໝັ້ນໃນການປົກປັກຮັກສາສັນຕິພາບຂອງໂລກ ແລະ ສົ່ງເສີມການພັດທະນາຮ່ວມກັນເພື່ອຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກໍາຂອງມວນມະນຸດ. ຂະບວນການທາງການທູດທີ່ເກີດຂຶ້ນໃນຈີນເມື່ອບໍ່ດົນມານີ້ ໄດ້ກາຍເປັນໂອກາດໃນການຟື້ນຟູຄວາມສຳພັນກັບປະເທດເສດຖະກິດເອີຣົບທີ່ສຳຄັນຫຼາຍປະເທດ. ໃນນີ້, ການຢ້ຽມຢາມຈີນຂອງ ທ່ານ ມາກ ຄານີ ໃນຄັ້ງນີ້ ຖືເປັນການຢ້ຽມຢາມຈີນຄັ້ງທຳອິດຂອງນາຍົກລັດຖະມົນຕີການາດານັບຕັ້ງແຕ່ປີ 2017, ເຊິ່ງການາດາ ໄດ້ຕົກລົງຫຼດຜ່ອນພາສີທີ່ເຄັ່ງຄັດຕໍ່ລົດໄຟຟ້າທີ່ຜະລິດໃນຈີນ ເພາະກ່ອນໜ້ານີ້ການາດາໄດ້ກຳນົດຂຶ້ນຕາມແນວທາງຂອງອາເມຣິກາ ເພື່ອແລກ ປ່ຽນກັບການຫຼຸດອຸປະສັກຕໍ່ສິນຄ້າກະສິກໍາຂອງການາດາທີ່ສົ່ງອອກໄປອາເມຣິກາ. ສ່ວນການຢ້ຽມຢາມຈີນຂອງ ທ່ານ ເກຍ ສະຕາເມີ ເຊິ່ງເປັນການຢ້ຽມຢາມຈີນຄັ້ງທຳອິດຂອງນາຍົກລັດຖະມົນຕີອັງກິດນຳອັງກິດໃນຮອບ 8 ປີ, ສອງຝ່າຍໄດ້ເຊັນສັນຍາຮ່ວມມືຫຼາຍສະບັບໃນຂົງເຂດເສດຖະກິດການຄ້າ ແລະ ການສຶກສາ, ພ້ອມນີ້ຈີນຍັງໄດ້ພິຈາລະນາຈະຍົກເວັ້ນວີຊາແຕ່ຝ່າຍດຽວໃຫ້ແກ່ອັງກິດ, ຂະນະທີ່ບໍລິສັດແອັສຕຣາເຊເນກາ ໄດ້ປະກາດຈະລົງທຶນຫຼາຍກວ່າ 100 ຕື້ຢວນຢູ່ຈີນກ່ອນປີ 2030.
ຂະນະດຽວກັນ, ຈີນ ແລະ ສະຫະພາບເອີຣົບໄດ້ບັນລຸຂໍ້ຕົກລົງໃນການຍົກເລີກພາ ສີສຳລັບລົດໄຟຟ້າຂອງຈີນເມື່ອບໍ່ດົນມານີ້ ໂດຍປ່ຽນເປັນຂໍ້ຜູກພັນໃນການຂາຍຕາມລາຄາຂັ້ນຕໍ່າແທນ ເຊິ່ງຊ່ວຍແກ້ໄຂຄວາມຄວາມຕຶງຄຽດທີ່ມາດົນນານຈາກຄວາມກັງວົນຂອງເອີຣົບທີ່ວ່າ ລົດລາຄາຖືກເກີນຄວາມເປັນຈິງຈາກຈີນຈະທຳລາຍອຸດສາຫະກຳລົດຍົນໃນທ້ອງຖິ່ນຂອງເອີຣົບ.
ທ່າມກາງທີ່ສະພາບການຂອງໂລກມີການປ່ຽນແປງຢ່າງໃຫຍ່ຫຼວງແບບບໍ່ເຄີຍມີມາກ່ອນໃນຮອບ 100 ປີ ກໍຄື ຜົນກະທົບທີ່ເກີດຈາກການປະຕິບັດມາດຕະການກີດກັ້ນທາງການຄ້າຂອງອາເມຣິກາ ເຮັດໃຫ້ປະເທດເອີຣົບຈໍາເປັນຕ້ອງຮີບຮ້ອນປັບປຸງນະໂຍບາຍການຕ່າງປະເທດຂອງຕົນດ້ວຍການຫັນໜ້າມາຫາຈີນ, ເຊິ່ງດ້ານໜຶ່ງກໍ່ເພື່ອຮ່ວມມືກັບຈີນ ໂດຍສະເພາະດ້ານເສດຖະກິດ ແລະ ການຟື້ນຟູຄວາມສໍາພັນອື່ນໆ, ສ່ວນອີກດ້ານໜຶ່ງກໍເພື່ອຫຼຸດຜ່ອນການເພິ່ງພາອາໄສອາເມຣິກາທີ່ດໍາເນີນນະໂຍບາຍການຕ່າງປະເທດ ແລະ ການຄ້າດ້ວຍຄວາມບໍ່ແນ່ນອນ ແລະ ຂົ່ມເຫັງປະເທດອື່ນນັບມື້ເພີ່ມຂຶ້ນ.
ການຫັນໜ້າມາຫາຈີນຂອງປະເທດເອີຣົບດັ່ງກ່າວ ບໍ່ພຽງແຕ່ເປັນການເຫັນດີເຫັນພ້ອມຕໍ່ຜົນສໍາເລັດໃນການພັດທະນາຂອງຈີນເທົ່ານັ້ນ, ຍັງເປັນການສະແຫວງຫາລັດທິຫຼາຍຝ່າຍ ກໍຄື ຄວາມຍຸຕິທໍາ ແລະ ຄວາມເປັນທໍາ, ທັງສະແດງໃຫ້ເຫັນປະສິດທິຜົນຂອງການເປີດກວ້າງການເປີດປະຕູສູ່ພາຍນອກໃນລະດັບສູງຂອງຈີນທີ່ຊ່ວຍໃຫ້ໂລກສາມາດຄົ້ນພົບທິດທາງທີ່ຖືກຕ້ອງດ້ານການພັດທະນາໃນທ່າມກາງສະພາບການທີ່ປັ່ນປ່ວນ. ນອກນີ້ ຍັງສະແດງໃຫ້ໂລກຮັບຮູ້ວ່າ ໃນທ່າມກາງຜົນກະທົບທີ່ເກີດຂຶ້ນຈາກກໍາແພງພາສີທີ່ບາງປະເທດໃຫຍ່ຂອງໂລກສ້າງຂຶ້ນແຕ່ຝ່າຍດຽວ ມັນເຖິງເວລາແລ້ວທີ່ຕ້ອງຈັດ “ລະບຽບໂລກໃໝ່” ເພື່ອສະແຫວງຫາລັດທິຫຼາຍຝ່າຍ ແລະ ການຮ່ວມມືທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຢ່າງແທ້ຈິງ.

