ໃນວັນທີ 4 ກຸມພາ 2026 ທີ່ແຂວງຫຼວງພະບາງ ໃນໂອກາດຈັດກິດຈະກຳວັດທະນະທໍາ ບຸນກຸດຈີນກ້າວເຂົ້າສູ່ລາວ ພາຍໃຕ້ຫົວຂໍ້” ກ້າວໄປຂ້າງໜ້າ” ປີ 2026ໂດຍມີທ່ານ ຄໍາມອນ ຈັນທະຈິດ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງປະທານຜູ້ປະຈໍາການສະພາທິດສະດີສູນກາງພັກ, ທ່ານ ຢູຢຸ້ນຊຽນ ຮອງຫົວໜ້າອົງການພິມຈຳໜ່າຍພາສາຕ່າງປະ ເທດຈີນ, ທ່ານ ຄໍາຫຼ້າ ລຽນປະດິດ ຮອງເລຂາພັກແຂວງ ຫຼວງພະບາງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຄໍາມອນ ຈັນທະຈິດ ກ່າວວ່າ: ປັດຈຸບັນສອງ ປະເທດລາວ-ຈີນ ໄດ້ຮັບການຊຸກຍູ້ສົ່ງເສີມ ແລະ ຍົກລະດັບຂຶ້ນຢ່າງຕໍ່ເນື່ອງ ການພົວພັນຮ່ວມມືໄດ້ຂະຫຍາຍກວ້າງອອກຈາກທີ່ເປັນ “ເພື່ອນບ້ານໃກ້ຄຽງ ທີ່ເປັນມິດໄວ້ເນື້ອເຊື່ອໃຈກັນ, ໝັ້ນຄົງຍາວນານ ແລະ ຮ່ວມມືກັນຮອບດ້ານ” ໄດ້ຮັບການຍົກລະດັບເປັນ “ຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງຍາວນານຕາມທິດ 4 ດີ”. ເວົ້າສະເພາະການຮ່ວມມືດ້ານສື່ມວນຊົນ ໄດ້ເປັນພື້ນຖານສໍາຄັນ ແລະ ໜັກແໜ້ນໃຫ້ການສ້າງຄູ່ຮ່ວມຊາຕາກຳລາວ-ຈີນ. ຊຸມປີມໍ່ໆມານີ້, ສື່ມວນຊົນລາວ ແລະ ອົງການສື່ມວນຊົນຈີນ ໃນທຸກລະດັບໄດ້ສ້າງຕັ້ງສາຍພົວພັນຮ່ວມມືທີ່ແໜ້ນແຟ້ນ ແລະ ມີປະສິດທິພາບສູງ, ການພົວພັນຮ່ວມມື ໄດ້ເຮັດໃຫ້ລະດັບຄວາມຊຳນານຂອງສື່ມວນຊົນລາວ ນັບມື້ຍົກສູງຂຶ້ນຢ່າງເດັ່ນຊັດ. ໃນນັ້ນ, ການຮ່ວມມືລະຫວ່າງສື່ມວນຊົນລາວ ແລະ ສື່ມວນຊົນແຂວງຢຸນນານ ໄດ້ຮັບການຍົກລະດັບຢ່າງຮອບດ້ານ ໂດຍໄດ້ຮ່ວມກັນຈັດກິດຈະກຳແລກປ່ຽນວັດທະນະທຳພາຍໃຕ້ຫົວຂໍ້:“ແມ່ນໍ້າສາຍດຽວກັນ, ກົມກຽວ ດັ່ງຄອບຄົວດຽວກັນ”, ຈັດເວທີປຶກສາຫາລືການຮ່ວມມືສື່ມວນຊົນໃນຫົວຂໍ້ ໜຶ່ງແລວ ໜຶ່ງເສັ້ນທາງ ແລະ ກິດຈະກຳອື່ນໆຕື່ມອີກ.

ທ່ານ ຄໍາມອນ ຈັນທະຈິດ ຍັງໄດ້ສະເໜີໃຫ້ເພີ່ມທະວີການຮ່ວມມືດ້ານການເລົ່າເລື່ອງ, ແນະນຳໃຫ້ສື່ ມວນຊົນລາວ-ຈີນ ສຸມໃສ່ຫົວຂໍ້ສຳຄັນຕ່າງໆ; ເພີ່ມທະວີການພົວພັນແລກປ່ຽນວັດທະນະທຳໃຫ້ຫຼາຍຂຶ້ນ, ສຸມໃສ່ທ່າແຮງຂອງເສັ້ນທາງລົດໄຟລາວ-ຈີນ ເພື່ອສ້າງຄວາມເຂົ້າອົກເຂົ້າໃຈ ລະຫວ່າງປະຊາຊົນສອງຊາດໃຫ້ເລິກເຊິ່ງ, ຂະຫຍາຍເນື້ອໃນການແລກປ່ຽນວັດທະນະທໍາກ້າວໄປຂ້າງໜ້າ, ດໍາເນີນການຮ່ວມມືຢ່າງເຕັມສ່ວນໃນຂົງເຂດຕ່າງໆເຊັ່ນ: ຮູບເງົາ ແລະ ໂທລະພາບ, ສຳນັກພິມ, ການສະແດງສິລະປະວັດທະນະທຳ ແລະ ການຄົ້ນຄວ້າທາງວິຊາການ ເພື່ອເຮັດໃຫ້ບົດບາດການຂັບເຄື່ອນຂອງທາງລົດ ໄຟ ລາວ-ຈີນ ຊຶ່ງເປັນເສັ້ນທາງແຫ່ງຄວາມສຸກ, ເສັ້ນທາງແຫ່ງການພັດທະນາ ແລະ ເສັ້ນທາງແຫ່ງມິດຕະພາບມີຄວາມໂດດເດັ່ນຍິ່ງຂຶ້ນ.
ໃນງານຄັ້ງນີ້, ຍັງມີພິທີເປີດກິດຈະກໍາແລກປ່ຽນວັດທະນະທໍາ ເນື່ອງໃນໂອກາດການສ້າງຕັ້ງສາຍພົວພັນການທູດລາວ-ຈີນ ຄົບຮອບ 65 ປີ ໃນຫົວຂໍ້: ກ້າວໄປຂ້າງໜ້າ; ຮັບຊົມສິລະປະວັດທະນະທໍາລາວ-ຈີນສິບສອງປັນນາ ສ້າງຄວາມປະທັບໃຈໃຫ້ຜູ້ເຂົ້າຮ່ວມເປັນຢ່າງດີ.


