ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບແບບພິເສດ

Feb 6, 2026

ໂດຍຕອບສະໜອງ ຕາມຄຳເຊື້ອເຊີນຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໄດ້ເດີນທາງມາຢ້ຽມຢາມລັດຖະກິດ ຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 5 ກຸມພາ 2026 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ.
May be an image of text May be an image of text
ການຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ ຂອງສະຫາຍ ເລຂາທິການໃຫຍ່ ໂຕ ເລິມ ໃນຄັ້ງນີ້ ເປັນຂີດໝາຍປະຫວັດສາດໃໝ່ ໃນການເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ ແລະ ເປັນຄະນະຜູ້ແທນຂັ້ນສູງຂອງຕ່າງປະເທດຄະນະທຳອິດ ທີ່ ສປປ ລາວ ໄດ້ຕ້ອນຮັບ ພາຍຫຼັງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ. ໃນເວລາດຽວກັນ, ສປປ ລາວ ກໍເປັນປະເທດທຳອິດໃນການເຄື່ອນໄຫວຕ່າງປະເທດ ຂອງ ສະຫາຍ ເລຂາທິການໃຫຍ່ ໂຕ ເລິມ ພາຍ ຫຼັງໄດ້ຮັບຕຳແໜ່ງເປັນເລຂາທິການໃຫຍ່ ອີກສະໄໝໜຶ່ງ. ສິ່ງດັ່ງກ່າວ ເປັນການສະແດງເຖິງຄວາມເອົາໃຈໃສ່ ແລະ ການໃຫ້ຄວາມສຳຄັນແບບພິເສດຂອງ ພັກ-ລັດ ຫວຽດນາມທີ່ມີຕໍ່ພັກ, ລັດ ລາວ ແລະ ເປັນສິ່ງຢັ້ງຢືນຢ່າງມີຊີວິດຊີວາເຖິງຄວາມສາມັກຄີພິເສດທີ່ຫາຍາກ ຂອງຄວາມຜູກພັນຂອງສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ລາວ-ຫວຽດນາມ.
ພິທີຕ້ອນຮັບ ສະຫາຍ ໂຕ ເລິມ ແລະ ຄະນະ ຢ່າງເປັນທາງການ ໄດ້ຈັດຂຶ້ນຢ່າງອົບອຸ່ນ ແລະ ສົມກຽດ ໃນຕອນເຊົ້າວັນທີ 5 ກຸມພາ 2026 ທີ່ທໍານຽບປະທານປະເທດ ໂດຍການຕ້ອນຮັບຂອງ ສະຫາຍ ທອງລຸນ ສີສຸລິດ ແລະ ຄະນະ. ຫຼັງຈາກນັ້ນ, ສອງສະຫາຍເລຂາທິການໃຫຍ່ ລາວ ແລະ ຫວຽດນາມ ໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງສອງປະເທດ ພົບປະສອງຝ່າຍຢ່າງເປັນທາງການ. ໃນໂອກາດນີ້, ສອງຝ່າຍ ໄດ້ແຈ້ງສະພາບການພາຍໃນທີ່ພົ້ນເດັ່ນຂອງປະເທດຕົນໃຫ້ກັນຊາບ, ພ້ອມທັງໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສໍາເລັດ ຂອງການພັດທະນາເສດຖະກິດ-ສັງຄົມ ທີ່ສອງປະເທດຍາດມາໄດ້ໃນຊຸມປີຜ່ານມາ ໂດຍສະເພາະ ແມ່ນຜົນສໍາເລັດຂອງກອງປະຊຸມໃຫຍ່ຜູ້ ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ກໍຄື ຜົນສໍາເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກກອມມູນິດຫວຽດນາມ ຄັ້ງທີ XIV ໃນເດືອນມັງກອນທີ່ຜ່ານມານີ້.
May be an image of one or more people May be an image of text
ພ້ອມດຽວກັນນີ້, ສອງຝ່າຍ ໄດ້ສະແດງຄວາມປິຕິຍິນດີ ແລະ ຕີລາຄາສູງ ຕໍ່ສາຍພົວພັນພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດ ລາວ-ຫວຽດນາມ ທີ່ສືບຕໍ່ມີການຂະຫຍາຍຕົວຮອບດ້ານ, ເລິກເຊິ່ງ, ກ້າວສູ່ລະດັບສູງໃໝ່ ແລະ ມີຄຸນນະພາບໃໝ່ ໃນທຸກຂົງເຂດວຽກງານ ເປັນຕົ້ນ ການຮ່ວມມືດ້ານການເມືອງສືບຕໍ່ມີຄວາມໜັກແໜ້ນ, ໝັ້ນທ່ຽງ,ໃກ້ຊິດສະໜິດສະໜົມ ແລະ ສ້າງໄດ້ຄວາມໄວ້ເນື້ອເຊື່ອໃຈ ເຊິ່ງກັນ ແລະກັນ ໃນລະດັບສູງສຸດ; ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ ນັບມື້ໄດ້ຮັບການເສີມຂະຫຍາຍຢ່າງມີປະສິດທິຜົນ; ການຮ່ວມມືດ້ານເສດຖະ ກິດ, ການຄ້າ, ການລົງທຶນ, ເຕັກໂນໂລຊີ, ວັດທະນະທໍາ- ສັງຄົມ, ການສຶກສາ ແລະ ອື່ນໆ ນັບມື້ໄດ້ຮັບການເພີ່ມທະວີ ແລະ ນໍາເອົາຜົນປະໂຫຍດຢ່າງເປັນຮູບປະທໍາມາສູ່ປະຊາຊົນສອງຊາດ ລາວ-ຫວຽດນາມ. ພິເສດ, ສອງຝ່າຍໄດ້ຢືນຢັນຄືນ ກ່ຽວກັບ ການເພີ່ມພູນຄູນສ້າງ “ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ” ໃຫ້ນັບມື້ໄດ້ຮັບການເສີມຂະຫຍາຍຍິ່ງໆຂຶ້ນ, ສອງຝ່າຍໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດຂອງການພົບປະ ປະຈໍາປີ 2026 ລະຫວ່າງ ສອງກົມການເມືອງ ລາວ-ຫວຽດນາມ ຊຶ່ງໄດ້ກໍານົດທິດທາງຍຸດທະສາດໃນການຮ່ວມມືໃນໄລຍະໃໝ່ ໃຫ້ມີຄວາມແທດເໝາະກັບຕົວຈິງ ແລະ ມີໝາກຜົນກວ່າເກົ່າ ກໍຄື ຜົນສໍາເລັດຂອງກອງປະຊຸມ ຄັ້ງທີ 48 ຂອງຄະນະກໍາມະການຮ່ວມມືທະວີພາຄີ ລະຫວ່າງ ສອງລັດ ຖະບານ ຊຶ່ງໄດ້ສ້າງບາດກ້າວບຸກທະລຸໃໝ່ ໃນການຊຸກຍູ້ບັນດາໂຄງການຮ່ວມມືດ້ານເສດຖະກິດ, ວັດທະນະທໍາ ແລະ ວິທະຍາສາດ-ເຕັກນິກ ໃຫ້ມີຄວາມຄືບໜ້າ ແລະ ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດໃຫ້ນັບມື້ນັບຫລາຍຂຶ້ນ ເປັນຕົ້ນ ໂຄງການທ່າເຮືອຫວຸງອາງ, ໂຄງການພັດທະນາເສັ້ນທາງລົດໄຟ ວຽງຈັນ-ທ່າແຂກ-ຫວຸງອາງ, ໂຄງການສ້າງສາຍສົ່ງໄຟຟ້າ 500 Kv ແຕ່ພາກເໜືອຂອງລາວ ໄປຫາພາກເໜືອຂອງຫວຽດນາມ, ໂຄງການສ້າງເສັ້ນທາງມິດຕະພາບລາວ-ຫວຽດນາມ ລຽບຕາມບໍລິເວນຊາຍແດນທີ່ມີຄວາມຍາວປະມານ 200 ກິໂລແມັດ ຢູ່ເບື້ອງລາວ, ໂຄງການສ້າງສາງເກັບນໍ້າມັນ ຫລື ການສ້າງລະບົບທໍ່ສົ່ງ, ໂຄງການສ້າງມະຫາວິທະຍາໄລມິດຕະພາບ ລາວ- ຫວຽດນາມ ຢູ່ ສປປ ລາວ ແລະ ອື່ນໆ ລວມທັງການກະກຽມຄວາມພ້ອມຮອບດ້ານ ເພື່ອສະເຫຼີມສະຫຼອງ “ປີສາມັກຄີມິດຕະພາບລາວ-ຫວຽດນາມ 2027” ເນື່ອງໃນໂອກາດວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 65 ປີ ແລະ ວັນລົງນາມສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 50 ປີ ໃຫ້ມີເນື້ອໃນອຸດົມສົມບູນ ແລະ ມີຄວາມໝາຍອັນເລິກເຊິ່ງ. ນອກຈາກນັ້ນ, ສອງຝ່າຍຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບສະພາບການພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.
ການພົບປະສອງຝ່າຍຄັ້ງນີ້ ແມ່ນເຕັມໄປດ້ວຍໄມຕີຈິດມິດຕະພາບອັນດູດດື່ມ ຊຶ່ງສອງຝ່າຍ ໄດ້ຕີລາຄາສູງຕໍ່ໝາກຜົນອັນຈົບງາມຂອງການພົບປະດັ່ງກ່າວ ແລະ ເຊື່ອໝັ້ນວ່າ ຜົນສຳເລັດດັ່ງກ່າວ ຈະເປັນແຮງຊຸກຍູ້ອັນສຳຄັນເຂົ້າໃນການຮັດແໜ້ນສາຍພົວພັນແບບພິເສດ ທີ່ມີໜຶ່ງບໍ່ມີສອງໃນໂລກ ຂອງສອງຊາດ ລາວ-ຫວຽດນາມ ໃຫ້ແຕກດອກອອກຜົນ ໃນລະດັບໃໝ່ທີ່ສູງກວ່າເກົ່າ.
ພາຍຫຼັງສໍາເລັດການພົບປະ, ສະຫາຍ ທອງລຸນ ສີສຸລິດ ແລະ ສະຫາຍ ໂຕ ເລິມ ໄດ້ເຂົ້າຮ່ວມເປັນສັກຂີພິຍານໃນພິທີລົງນາມເອກະສານຮ່ວມມືສອງຝ່າຍ ຈໍານວນ 6 ສະບັບ ຄື: ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ແລະ ກະຊວງສຶກສາ ແລະ ກໍ່ສ້າງ ແຫ່ງ ສສ ຫວຽດນາມ ວ່າດ້ວຍການສ້າງຕັ້ງມະຫາວິທະຍາໄລມິດຕະພາບ ລາວ-ຫວຽດ ນາມ ຢູ່ ສປປ ລາວ; ບົດບັນທຶກການມອບ-ຮັບປຶ້ມ ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ແລະ ກະຊວງສຶກສາ ແລະ ກໍ່ສ້າງ ແຫ່ງ ສສ ຫວຽດນາມ; ແຜນການຮ່ວມມື ປີ 2026 ລະຫວ່າງ ກະຊວງຍຸຕິທຳແຫ່ງ ສປປ ລາວ ແລະ ກະຊວງຍຸຕິທຳ ແຫ່ງ ສສ ຫວຽດນາມ; ບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມື ລະຫວ່າງ ແຂວງຫລວງນ້ຳທາ ແລະ ແຂວງຟູເຖາະ; ບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືລະຫວ່າງ ແຂວງບໍ່ແກ້ວ ແລະ ແຂວງຟູເຖາະ ແລະ ບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມື ລະຫວ່າງ ແຂວງຫຼວງພະບາງ ແລະ ແຂວງຟູເຖາະ.
ພາບ: ອ່າຍຄໍາ